ພະນັກງານ ຣັຖວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ

ໄມ​ຊູ​ລີ
2022.05.08
ພະນັກງານ ຣັຖວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສິດຜົລປໂຍດ ຂອງຄົນງານລາວ ຍັງບໍ່ໄດ້ຄຸ້ມຄອງ ຈາກຣັຖ ຢ່າງຈິງຈັງ, ພະນັກງານ ຣັຖ ວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ, ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກຢູ່ໄທຍ ແລະ ຂ່າວອື່ນໆ..

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກຢູ່ໄທຍ

ມີຄົນ ຢູ່ທົ່ວໂລກ ທຸກຫົນທຸກແຫ່ງ ຖ້າມີເງິນ ມັນກະບໍ່ມີດອກ ປັນຫາ ໝ້າເຫັນໃຈແລະ ເປັນຕາ ອີ່ຕົນ ພວກເພິ່ນ ທີ່ຢາກມີເງິນ ມີວຽກເຮັດ ຕ້ອງໄດ້ລັກໄປ ຈົນຖືກຈັບຍ້ອນ ຕ້ອງການເງິນ ຫຼື ລາຍໄດ້ ມາລ້ຽງ ຄອບຄົວ, ບາງຄອບຄົວ ພໍ່ແມ່ ກະເຖົ້າ ແກ່ສະລາ ຫວັງມີລາຍໄດ້ ມາລຽ້ງເພິ່ນ ບາງຄົນ ກະມີລູກນ້ອຍ ຕ້ອງລຽ້ງ ໃຫ້ໃຫ່ຍ ຕ້ອງພາກລູກ ປະໄວ້ ໃຫ້ແມ່ລຽ້ງ ຫັວງຊິໄດ້ເງິນສົ່ງ ມາໃຫ້ຜູ້ເປັນແມ່ ຊື້ນົມ ໃຫ້ລູກນ້ອຍ ກິນໂດຍຕົນເອງ ຕ້ອງຫາເງິນໄປ ຫົວໃຈແສນຈະ ທໍລະມານ, ຕ້ອງຈາກລູກນ້ອຍ, ນອນກອດໝອນ ນໍ້າຕາໄຫຼ ຍ້ອນຄິດຮອດລູກ ຄວາມຫັວງ ທີ່ພວກເຂົາ ຊໍ້າພັດ ຖືກຈັບເສຍເງິນ ບາງຄົນ ກະຍືມເພິ່ນໄປ ຫັວງວ່າ ຈະເຮັດວຽກໃຊ້ໝີ້ ໂອ້ຍ… ເປັນຕາອີ່ດູຕົນເດ້ ສາທຸສາທຸ ຂໍໃຫ້ພວກເຈົ້າ ໂຊກດີໝົດ ທຸກຄົນເດີ້..

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.