ສນາມບິນສາກົນ ບໍ່ແກ້ວ ຕຣຽມພ້ອມ ຮອງຮັບ ລູກຄ້າຊາວຈີນ

ຈຳປາທອງ
2022.05.06
ສນາມບິນສາກົນ ບໍ່ແກ້ວ ຕຣຽມພ້ອມ ຮອງຮັບ ລູກຄ້າຊາວຈີນ ການກໍ່ສ້າງ ອາຄານພາຍໃນສນາມບິນ ບໍ່ແກ້ວ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ນັກຂ່າວ ພົລເມືອງ

ການກໍ່ສ້າງສນາມບິນສາກົນບໍ່ແກ້ວ ຂອງກຸ່ມບໍຣິສັດດອກງິ້ວຄໍາ ທີ່ຕັ້ງຢູ່ບ້ານສີເມືອງງາມ ໃກ້ກັບເຂດເສຖກິຈພິເສຖພິເສດສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ຄືບໜ້າໄປແລ້ວ 75% ແລະຄາດວ່າຈະກໍ່ສ້າງໃຫ້ສໍາເຣັດ ແລະເປີດໃຊ້ໃນທ້າຍປີ 2022 ນີ້ ໂດຍທີ່ຈະເປີດໃຊ້ສໍາລັບຖ້ຽວບິນພາຍໃນກ່ອນ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວ ຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ພຶສພານີ້ວ່າ:

“ເດືອນ 11 ປີ 2022 ວ່າສິມີການເປີດ ແຕ່ວ່າຍັງໄດ້ປຶກສາຫາລືນໍາອັນນັ້ນເພິ່ນຢູ່ ທາງພາກຣັຖ ແລ້ວຫາທາງພາກບໍຣິສັດເພິ່ນ ຕຽມພ້ອມແນວໃດ ເວົ້າກັນຢູ່ວ່າສິເປີດຫັ້ນນ່າ.”

ແລະປະຊາຊົນນາງນຶ່ງ ທີ່ຢູ່ໃກ້ກັບສນາມບິນນັ້ນເວົ້າໃນມື້ດຽວກັນນີ້ວ່າ ນັບຕັ້ງ ແຕ່ຕົ້ນປີ 2022 ນີ້ມາ ກໍມີເຮືອບິນແບບເຊົ່າເໝົາລໍາຂອງນັກທ່ອງທ່ຽວພາຍໃນ ທີ່ມາຫລິ້ນການພະນັນ ແລະທ່ອງທ່ຽວຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ຈາກ ສນາມບິນວັດໄຕ ນະຄອນຫລວງວຽງຈັນ ບິນມາລົງແລ້ວ.

“ເພິ່ນເປີດແລ້ວ ຖືວ່າໃຊ້ແລ້ວ ຍັງບໍ່ເປີດເປັນທາງການເທື່ອ ມີແຕ່ບິນພາຍໃນປະເທດລະຫວ່າງວຽງຈັນ ເຂົາເຈົ້າກາມາຢູ່ກໍ໋ ເຫັນຍົນເໝົາລໍາມາຕລອດໄປໆມາໆ.“

ພະນັກງານຮັບຈ່ອງປີ້ຍົນ ຂອງບໍຣິສັດທ່ອງທ່ຽວແຫ່ງນຶ່ງເວົ້າວ່າ ເຮືອບິນແບບເຊົ່າເໝົາລໍາ ຈາກສນາມບິນວັດໄຕ ມາສນາມບິນສາກົນບໍ່ແກ້ວ ທັງມາແລະກັບ ປະມານສັບປະດານຶ່ງ 2 ຖ້ຽວ, ເປັນຖ້ຽວບິນຂອງສາຍການບິນລາວສະກາຍເວ ແລະສາຍການບິນລາວແອລາຍນ໌ ແລະມີຣົຖຮັບສົ່ງ ລະຫວ່າງສນາມບິນ ແລະຄາສິໂນ ນໍາດ້ວຍ.

ດັ່ງທີ່ນາງເວົ້າວ່າ:

“ບິນພາຍໃນຫັ້ນແມ່ນ ບິນເປັນແອລາຍ ໄປບໍ່ແກ້ວນີ້ອາທິດລະ 2 ເທື່ອ ໄປຕົ້ນເຜິ້ງນັ້ນແຫລະ ແຕ່ວ່າມັນເປັນຖ້ຽວເຊົ່າເໝົາລໍາຂອງບໍຣິສັດນຶ່ງ ເຂົາເຈົ້າເໝົາເປີດໃຊ້ແຕ່ວ່າມັນຍັງບໍ່ທັນໄດ້ເປັນທາງການ.”

ພະນັກງານຂາຍປີ້ຍົນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ພຶສພານີ້ວ່າ ຄ່າປີ້ຖ້ຽວບິນແບບເຊົ່າເໝົາລໍາ ແພງກວ່າຖ້ຽວບິນທັມມະດາ ແລະຄ່າປີ້ຍົນສໍາລັບຄົນຕ່າງປະເທດ ແພງກວ່າຄົນລາວ.

“ຕົ້ນເຜິ້ງຫັ້ນບໍ່ທັນໄດ້ເປັທີ່ວ່າ schedule flight ເທື່ອ ມັນຈະມີແບບເປັນ charter flight ນ່າ ເຈົ້າ ສະເພາະຄົນລາວແມ່ນ 2,650,000 ກີບ ລາຄາຄົນຈີນນີ້ແມ່ນ 10,000 ຢັວນ ເຈົ້າ ລົງຢູ່ຕົ້ນເຜິ້ງເລີຍ ເຈົ້າ ຈະບໍ່ໄດ້ລົງຢູ່ໃນ  ໂຕກາຊີໂນ.”

ພະນັກງານຮັບຈ່ອງປີ້ຍົນອີກຜູ້ນຶ່ງເວົ້າວ່າ ລູກຄ້າທີ່ໃຊ້ບໍລິການຖ້ຽວບິນເຊົ່າເໝົາລໍານັ້ນ ສ່ວນຫລາຍເປັນຄົນຈີນ ທີ່ອາສັຍຢູ່ລາວ, ຮອງລົງມາກໍແມ່ນຄົນລາວຜູ້ລໍ້າລວຍ ທີ່ໄປຫລິ້ນການພະນັນ.

“ໂຕນີ້ຫັ້ນ ເປີດສະເພາະຄ້າຍໆ ຄືກັບວ່າເປັນເໝົາລໍາຂອງຈີນນ່າ ຄົນຈີນເຂົາເຈົ້າເໝົາລໍາແລ້ວກາມາລົງຢູ່ຫັ້ນເລີຍ ຄັນວ່າໂຕຫັ້ນຈະເປັນເໝົາລໍາ ກາຄືວ່າເຂົາເຈົ້າຈະເອົາລາຄາຂອງເຂົາເອງເລີຍຫັ້ນນ່າ.”

ເມື່ອກ່ອນໜ້ານີ້ ຊາວລາວຫລາຍຄົນ ແລະນັກຊ່ຽວຊານໄທຍເຊື່ອວ່າ ຖ້າສນາມບິນສາກົນແຫ່ງນີ້ເປີດໃຊ້ແລ້ວ ກໍຈະກາຍເປັນສານມາບິນທີ່ຮັບໃຊ້ຄົນຈີນ ແລະນັກທ່ອງທ່ຽວຕ່າງປະເທດ ທີ່ຢາກເຂົ້າມາທ່ຽວ ແລະຫລິ້ນການພະນັນ.

ມູນຄ່າການກໍ່ສ້າງສນາມບິນສາກົນ ບໍ່ແກ້ວຂອງກຸ່ມບໍຣິສັດດອກງິ້ວຄໍາທັງໝົດ 175 ລ້ານໂດລ້າຣ໌ສະຫະຣັຖ ຊຶ່ງໄດ້ທຶນມາຈາກບໍຣິສັດຮົງກົງ ຫຼື Hong Kong-based Greater Bay Area Investment and Development Limited (HK)  ທີ່ຢູ່ພາຍໃຕ້ກຸ່ມບໍຣິສັດດອກງິ້ວຄໍາ ທີ່ໄດ້ຮັບສໍາປະທານ 50 ປີ.

ສນາມບິນແຫ່ງນີ້ ຢູ່ຫ່າງຈາກເຂດເສຖກິຈພິເສດ ສາມຫລ່ຽມຄໍາປະມານ 9 ກິ ໂລແມັດ, ກວມເອົາເນື້ອທີ່ 300 ເຮັກຕາຣ໌, ມີທາງເຮືອບິນແລ່ນຍາວ 2,500 ແມັດ, ສາມາດຮອງຮັບເຮືອບິນຂນາດກາງໄດ້, ເປັນສນາມບິນແຫ່ງທີ 2 ຢູ່ແຂວງບໍ່ແກ້ວ ທີ່ມີສນາມບິນເມືອງຫ້ວຍຊາຍມາແລ້ວ.

ເມື່ອປີ 2014 ປະຊາຊົນຢູ່ບ້ານສີເມືອງງາມ ແລະບ້ານໃກ້ຄຽງຫລາຍຄົນ ໄດ້ຄັດຄ້ານໂຄງການສ້າງ ສນາມບິນສາກົນບໍ່ແກ້ວແຫ່ງນີ້ ແລະມີຄວາມຂັດແຍ້ງກັນຮຸນແຮງ ກັບພະນັກງານທີ່ໄປບຸກເບີກພື້ນທີ່ ຂອງພວກເຂົາເຈົ້າ. ມາເຖິງປີ 2017 ໂຄງການນີ້ໄດ້ຍຸຕິໄປເທື່ອນຶ່ງ. ຈົນມາເຖິງປີ 2020 ຈຶ່ງໄດ້ກັບມາກໍ່ສ້າງ ແລະໄດ້ໄກ່ເກັ່ຍເຣື່ອງຄ່າຊົດເຊີຍຄວາມເສັຍຫາຍ ໃນດ້ານທີ່ດີນ ໃຫ້ຊາວບ້ານສໍາເລັດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.