ຊາວບ້ານ 5 ຄົນ ທີ່ຖືກທະຫານຈັບໄປ ຍັງບໍ່ໄດ້ຮັບ ການປ່ອຍໂຕເທື່ອ
2022.05.05

ຊາວບ້ານ 5 ຄົນ ຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຖືກທະຫານ ຄ້າຍ 513 ຈັບໂຕ ຕັ້ງແຕ່ວັນທີ່ 10 ເມສາ ທີ່ຜ່ານມາ ຍ້ອນເກີດຂໍ້ຂັດແຍ່ງເຣື່ອງທີ່ດິນກັບກຸ່ມທະຫານ ທີ່ສ້າງປະຕູໂຂງ ໃສ່ເທິງດິນຂອງພວກເຂົາເຈົ້ານັ້ນ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບການປ່ອຍໂຕເທື່ອ ຍັງຖືກຄວບຄຸມໂຕ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະກໍອາຈຖືກຕັ້ງຂໍ້ຫາໜັກ ເຖິງຂັ້ນຂໍ້ຫາຕໍ່ຕ້ານພັກ-ຣັຖ, ອີງຕາມຂໍ້ມູນ ຈາກແຫຼ່ງຂ່າວທີ່ເຊື່ອຖືໄດ້ຜູ້ນຶ່ງ ທີ່ຂໍສງວນຊື່ແລະສຽງ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 5 ພຶສພາ ນີ້ວ່າ: ມາຮອດວັນທີ່ 5 ພຶສພານີ້ ຊາວບ້ານທັງ 5 ຄົນ ຍັງຖືກຄວບຄຸມໂຕ ແລະຖືກສອບສວນ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະກໍຢ້ານວ່າ ອາຈຖືກດໍາເນີນຄະດີ ໃນຂໍ້ຫາຕໍ່ຕ້ານຣັຖບານໄດ້ ເນື່ອງຈາກໃນມື້ທີ່ເກີດຂໍ້ຂັດແຍ່ງ ເຣື່ອງທີ່ດິນກັບທະຫານນັ້ນ ທາງເຈົ້າໜ້າທີ່ທະຫານ ຜູ້ຢູ່ໃນເຫດການອ້າງວ່າ ຊາວບ້ານພຍາຍາມທໍາຮ້າຍຮ່າງກາຍພວກເຂົາເຈົ້າ ພ້ອມທັງຂັດຂວາງການປະຕິບັດຂອງທະຫານ, ໃນຂະນະທີ່ ທາງຄອບຄົວຂອງທັງ 5 ຄົນດັ່ງກ່າວ ຍັງບໍ່ໄດ້ຮັບອະນຸຍາດໃຫ້ໄປຢ້ຽມຢາມໄດ້ ມີແຕ່ໃຫ້ຝາກເຂົ້າ ແລະນໍ້າຢູ່ໜ້າປ້ອມຍາມເທົ່ານັ້ນ.”
ທ່ານກ່າວຕື່ມວ່າ ນຶ່ງໃນຈໍານວນ 5 ຄົນດັ່ງກ່າວທີ່ຖືກຈັບນັ້ນ ແມ່ນເຈົ້າໜ້າທີ່ໜ່ວຍງານຂອງຣັຖ ທີ່ມີທີ່ດິນເຂດດັ່ງກ່າວ ເຊິ່ງຫຼັງຈາກຖືກຈັບໂຕໄປ ທາງຫົວໜ້າຂອງເຂົາເຈົ້າ ກໍພຍາຍາມໄປເຈຣະຈາ ກັບກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເພື່ອຂໍຄວາມເປັນທັມ ແລະຂໍໃຫ້ປ່ອຍໂຕຜູ້ກ່ຽວອອກມາ ແຕ່ບໍ່ໄດ້ຜົນ ແລະຍັງຖືກຄວບຄຸມໂຕ ຢູ່ຄືເກົ່າ, ສ່ວນທາງຄອບຄົວ ຂອງຜູ້ກ່ຽວທັງ 5 ຄົນ ພ້ອມດ້ວຍເຈົ້າຂ້ອງດິນ ຢູ່ເຂດຂັດແຍ້ງດັ່ງກ່າວ ທີ່ມີທັງໝົດ 43 ຄອບຄົວ ຢູ່ເຂດບ້ານສີສະຫວາດ ແລະບ້ານຫ້ວຍນໍ້າເຢັນ ກໍໄດ້ຍື່ນໜັງສື ຕໍ່ຫ້ອງວ່າການນະຄອນຫຼວງວຽງຈັນ ແລະກະຊວງປ້ອງກັນປະເທດ ເພື່ອຂໍຄວາມເປັນທັມຕໍ່ເຣື່ອງນີ້ ແຕ່ກໍຍັງບໍ່ທັນມີຄວາມຄືບໜ້າໃດໆເທື່ອ.
ຍາດພີ່ນ້ອງ ຂອງຊາວບ້ານຜູ້ນຶ່ງທີ່ຖືກຈັບ ໃນມື້ດັ່ງກ່າວ ເຊິ່ງຂໍສງວນຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: ມາຮອດປັດຈຸບັນ ກໍຍັງບໍ່ມີວີ່ແວວ ວ່າສະມາຊິກໃນຄອບຄົວ ທີ່ຖືກຈັບໄປນັ້ນ ຈະໄດ້ຮັບການປ່ອຍໂຕຫຼືບໍ່ ເຊິ່ງໃນແຕ່ລະມື້ ທາງຍາດພີ່ນ້ອງກໍໄດ້ເອົາເຂົ້າເອົານໍ້າ ໄປສົ່ງໃຫ້ຢູ່ໜ້າປ້ອມຍາມ ຂອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແຕ່ຖືກຫ້າມ ບໍ່ໃຫ້ເຂົ້າຢ້ຽມຢາມເດັດຂາດ ມີແຕ່ເຈົ້າໜ້າທີ່ ຈະເອົາເຂົ້າ ແລະນໍ້າໄປສົ່ງໃຫ້ຜູ້ກ່ຽວ ແຕ່ເຖິງຢ່າງໃດກໍຕາມ ລາວເອງກໍຢາກຂໍຄວາມເປັນທັມ ໃຫ້ປ່ອຍໂຕຊາວບ້ານ ທັງ 5 ຄົນນັ້ນ ຕາມທີ່ເຄີຍໄດ້ສົ່ງໜັງສືຮ້ອງຂໍ ຄວາມເປັນທັມແລ້ວ ໃນກ່ອນໜ້ານີ້.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະກະຊວງປ້ອງກັນປະເທດ ເພື່ອສອບຖາມຄວາມຄືບໜ້າເພີ່ມຕື່ມ ກ່ຽວກັບຊາວບ້ານທັງ 5 ຄົນດັ່ງກ່າວ ແຕ່ກໍບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດເວົ້າເຖິງຣາຍລະອຽດຕື່ມໄດ້.
ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານໃກ້ຄຽງກັບບ່ອນເກີດເຫດ ທ່ານນຶ່ງ ກໍຢືນຢັນວ່າ ປັດຈຸບັນ ຍັງບໍ່ເຫັນຊາວບ້ານທັງ 5 ຄົນດັ່ງກ່າວ ໄດ້ຮັບການປ່ອຍໂຕອອກມາເທື່ອ ແຕ່ກໍບໍ່ຮູ້ຣາຍລະອຽດຄັກແນ່ ຫຼາຍໄປກວ່ານີ້ ແລະເວົ້າຫຍັງຫຼາຍບໍ່ໄດ້.
ດັ່ງທ່ານກ່າວວ່າ:
“ຈັ່ງວ່າເດີ້ ຍັງຕິ ບໍ່ເຫັນອອກມາປານນີ້ຊິນ່າ ຄືວ່າດົນແທ້ຊິນ່າ ມັນມີເຣື່ອງຣາວ ຫຍັງຫຼາຍແດ່ບໍ ຍັງບໍ່ຮູ້ຈັກເທື່ອ ກະຈັ່ງວ່າ ເຮົາຍັງບໍ່ທັນໄດ້ໄປເບິ່ງໂຕຈິງຫຍັງນ່າ.”
ສ່ວນຊາວບ້ານ ທີ່ເດີນທາງຜ່ານເຂດດັ່ງກ່າວ ເປັນບາງມື້ນັ້ນກ່າວວ່າ ລາວເອງກໍເຫັນຊາວບ້ານຫຼາຍຄົນ ທີ່ເປັນເຈົ້າຂອງດິນເຂດດັ່ງກ່າວ ໄດ້ອອກມາເຝົ້າດິນຂອງພວກເຂົາເຈົ້າຢູ່ເລື້ອຍໆ ຍ້ອນຢ້ານວ່າ ທະຫານຈະມາເຄື່ອນໄຫວ ຢູ່ເທິງດິນຂອງພວກເຂົາເຈົ້າອີກ ແຕ່ໃນໄລຍະນີ້ ກໍບໍ່ເຫັນມີເຫດການຫຍັງ ແຕ່ຢ່າງໃດ.
ດັ່ງທ່ານກ່າວວ່າ:
“ກະຢູ່ດິນຢູ່ ກະວ່າຫາກຢູ່ໃນຂອບເຂດ ຂອງນະຄອນຫຼວງວຽງຈັນຫັ້ນແຫຼະ ຕາມເພິ່ນວ່າ ເພິ່ນກວມຫັ້ນນ່າ ໂຕຈິງແທ້ ກະບໍ່ແມ່ນ ໂຕນີ້ນ່າ.”
ນັກກົດໝາຍລາວ ທ່ານນຶ່ງກ່າວວ່າ ສໍາລັບຊາວບ້ານ 5 ຄົນດັ່ງກ່າວ ທີ່ຍັງຖືກຄວບຄຸມໂຕ ເພື່ອສອບສວນ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນນັ້ນ ຖ້າອີງຕາມກົດໝາຍລາວແລ້ວ ກໍຖືວ່າ ບໍ່ເຂົ້າຂ່າຍຕໍ່ຕ້ານພັກ-ຣັຖ ຈຶ່ງຈະບໍ່ຖືກຕັ້ງຂໍ້ຫາດັ່ງກ່າວ ແຕ່ອາຈຖືກຂໍ້ຫາ ຂັດຂວາງການປະຕິໜ້າທີ່ ຂອງເຈົ້າພະນັັກງານ ເຊິ່ງອາຈໄດ້ຮັບໂທດທາງອາຍາ.
ດັ່ງທ່ານເວົ້າວ່າ:
“ຊິເປັນເຣື່ອງຖືກຂໍ້ຫາ ເຣື່ອງຂໍ້ຂວາງເຈົ້າພະນັກງານ ສ່ວນຫຼາຍກະຊິເປັນອາຍາ ເຂົາເວົ້າຊິແກ້ ເຣື່ອງບໍຣິຫານເນາະ ກ່າວເຕືອນໃດ໋ ເຮັດບົດບັນທຶກອິຫຍັງຕ່າງໆ ຈັ່ງຊີ້ນ່າ ຈະບໍ່ດໍາເນີນອາຍາບາດດຽວເລີຍ.”
ຊາວບ້ານ 5 ຄົນດັ່ງກ່າວ ທີ່ຍັງຖືກຄວບຄຸມໂຕ ເພື່ອສອບສວນ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນນັ້ນ ປະກອບມີ ຍານາງ ບຸນມີ ອາຍຸ 55 ປີ, ທ່ານ ຫງັດ ອາຍຸ 58 ປີ, ທ່ານ ບຸນທະວີ ອາຍຸ 36 ປີ, ທ່ານ ຄໍາພຸດ ອາຍຸ 49 ປີ ແລະ ພໍ່ຕູ້ອຸ່ນ ອາຍຸ 72 ປີ.
ສໍາລັບທີ່ດິນ ບ່ອນທີ່ເປັນບັນຫານັ້ນ ມີເນື້ອທີ່ຮວມ 250 ເຮັກຕ້າຣ໌ ກວມເນື້ອທີ່ຢູ່ບ້ານ ຫ້ວຍນໍ້າເຢັນ ແລະບ້ານສີສະຫວາດ ໂດຍເປັນດິນທີ່ຊາວບ້ານ 43 ຄອບຄົວ ນໍາໃຊ້ມາຕັ້ງແຕ່ດົນ ເຊິ່ງໄດ້ຮັບການສືບທອດ ມາຕັ້ງແຕ່ຣຸ່ນພໍ່ຣຸ່ນແມ່ ແຕ່ກ່ອນປີ 1975 ແລະກໍໃຊ້ເປັນບ່ອນທໍາການຜລິດໃນແຕ່ລະປີ ເຖິງແມ່ນວ່າ ຈະບໍ່ມີໃບຕາດິນຢ່າງຄັກແນ່ກໍຕາມ ແຕ່ພວກເຂົາເຈົ້າ ກໍໄດ້ເສັຍພາສີທີ່ດິນໃຫ້ແກ່ຣັຖທຸກປີ ແຕ່ມາຮອດປີ 2014 ເຈົ້າໜ້າທີ່ທະຫານ ຄ້າຍ 513 ພຍາຍາມມາປຸກສິ່ງກໍ່ສ້າງໃສ່ທີ່ດິນ ໂດຍອ້າງວ່າ ເປັນທີ່ດິນຂອງກະຊວງປ້ອງກັນປະເທດ ທີ່ໄດ້ຮັບສິດນໍາໃຊ້ຈາກກະຊວງກະສິກັມແລະປ່າໄມ້ ພ້ອມທັງເອົາເອກກະສານທີ່ດິນຂອງຊາວບ້ານໄປ ແຕ່ກໍມີຊາວບ້ານຈໍານວນນຶ່ງ ໄດ້ຖ່າຍຮູບເອກກະສານທີ່ດິນນັ້ນໄວ້ ແລະເກີດຂໍ້ຖົກຖຽງເຣື່ອງທີ່ດິນ ກັບທະຫານດັ່ງກ່າວ ມາຈົນຮອດປັນຈຸບັນ.