ປ່ອຍໂຕ ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນຂັດແຍ່ງທີ່ດິນ

ອຸ່ນແກ້ວ
2022.10.04
ປ່ອຍໂຕ ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນຂັດແຍ່ງທີ່ດິນ ເຈົ້າໜ້າທີ່ທະຫານ ແລະ ປະຊາຊົນ ຢູ່ບ່ອນເກີດເຫດການ ຂັດແຍ່ງທີ່ດິນ ລະຫວ່າງປະຊາຊົນ ແລະທະຫານ.
ນັກຂ່າວ ພົລເມືອງ

ຊາວ​ບ້ານ ຫ້ວຍນ້ຳເຢັນ 5 ຄົນ ທີ່ຖີກຈັບເຈົ້າໜ້າທີ່ທະຫານ ນະຄອນຫລວງວຽງຈັນ ຈັບໂຕ ໃນເດືອນ ເມສາ ທີ່ຜ່ານມາ ໄດ້ຮັບການປ່ອຍໂຕແລ້ວ.

ຊາວ​ບ້ານທັງ 5 ຄົນ ໄດ້ຮັບການປ່ອຍໂຕໃນທ້າຍເດືອນ ກໍຣະກະດາ 2022 ທີ່ຜ່ານມາ ຫຼັງຈາກທີ່ເຂົາເຈົ້າຖືກຈັບຂັງ ຢູ່ຄຸກໜອງເຂັງ ທີ່ເປັນຄຸກທະຫານ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ.

ລາຍ​ຊື່ ຊາວບ້ານທີ່ຖືກຈັບ ແລະ ຖືກປ່ອຍໂຕ ມີດັ່ງນີ້:

  1. ນາງ ບຸນ​ມີ ອາຍຸ 55 ປີ
  2. ທ້າວ ຫງັດ ອາ​ຍຸ 58 ປີ
  3. ທ້າວ ບຸນ​ທະວີ ອາຍຸ 36 ປີ
  4. ທ້າວ ຄຳ​ພຸດ ອາຍຸ ​49 ປີ
  5. ພໍ່​ຕູ້ ອຸ່ນ ອາຍຸ 72 ປີ

ຫຼັງ​ຈາກ​ຖືກປ່ອຍໂຕ ໃນເດືອນກໍຣະກະດາ ແລ້ວ ຕໍ່ມາໃນເດືອນກັນຍາ ຊາວບ້ານຈຶ່ງໄດ້ຮັບຄຳສັ່ງ ໃຫ້ມາຮັບຟັງຄຳຕັດສິນຕາມພາຍຫຼັງ.

ຊາວ​ບ້ານ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເຈົ້າໜ້າທີ່ປ່ອຍໂຕ ໃນ​ທ້າຍ​ເດືອນ ກໍ​ຣະ​ກະ​ດາ ຫຼັງຈາກນັ້ນ ເພິ່ນຈັ່ງຮ້ອງໄປຕັດສິນ ໃນວັນທີ 22 ກັນຍາ ທີ່ຜ່ານມາ.”

ຊາວ​ບ້ານທ່ານນີ້ ກ່າວວ່າ:

ເຂົາເຈົ້າພຽງແຕ່ຖືກຂໍ້ຫາ ທີ່ໄປມ້າງປ້າຍຢູ່ປະຕູໂຂງທາງເຂົ້າຄ້າຍທະຫານ ທີ່ເຈົ້າໜ້າທີ່ທະຫານມາສ້າງໃສ່ດິນບ້ານຂອງເຂົາເຈົ້າ ເທົ່ານັ້ນ.”

ອີງ​ຕາມຂໍ້ມູນຈາກຊາວບ້ານ, ຊາວບ້ານບໍ່ໄດ້ຖືກນຳໂຕ ໄປຂຶ້ນສານທະຫານ ແຕ່ເຂົາເຈົ້າພຽງແຕ່ໄປຮັບຟັງຄຳຕັດສິນ ຂອງສານຢູ່ໃນຄຸກ ເທົ່ານັ້ນ.

ໃນ​ການດຳເນີນ ຄະດີແບບນີ້, ມັນເປັນສິ່ງບໍ່ຄ່ອຍໄດ້ຍິນກັນ ໃນການຕັດສິນ ຂອງສານ ໂດຍ ຊາວບ້ານບໍ່ໄດ້ຖືກນຳມາຂຶ້ສານ ແຕ່ເຈົ້າໜ້າທີ່ສັ່ງໃຫ້ຊາວບ້ານ ມາຮັບຟັງຄຳຕັດສິນ ຂອງສານ ຢູ່ໃນຄ້າຍຄຸມຂັງ.

ນັກ​ກົດໝາຍນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ວິທຍຸ ເອເຊັຽເສຣີ​ ​ວ່າ:

ເຣື່ອງດັ່ງກ່າວ ຈະມີເຣື່ອງຜົໂຍດເຂົ້າກ່ຽວຂ້ອງ ຫຼື ຂັດກັບຜົໂຍດຜູ້ໃດຜູ້ນຶ່ງ, ແຕ່ວ່າ ບໍ່ແມ່ນເຣື່ອງປົກຕິ ທີ່ຈະມີເຣື່ອງໃນຮູບແບບລັກສະນະແບບນີ້.”  

ຊາວບ້ານທ່ານນີ້ ກ່າວວ່າ:

ເຂົາເຈົ້າຖືກຕັດສິນຈຳຄຸກທັງໝົດ 8 ເດືອນ ໃນຂໍ້ຫາມ້າງປ້າຍ ຢູ່ປະຕູໂຂງຄ້າຍທະຫານ ແຕ່ໃຫ້ຕິດຄຸກ 3 ເດືອນ ແລະ ຝາກໂທດໄວ້ 5 ເດືອ.”

ບັນ​ຫາ ຂໍ້ຂັດແຍ່ງທີ່ດິນ ກໍຍັງບໍ່ທັນໄດ້ໄກ່ເກັ່ຽກັນ ແລະ ທາງການກໍຍັງບໍ່ທັນໄດ້ແກ້ໄຂວ່າ ທີ່ດິນເຂດທີ່ມີຂໍ້ຂັດແຍ່ງນັ້ນ ຈໃຫ້ຊາວບ້ານ ຫຼື ເຈົ້າໜ້າທີ່ ທະຫານຄ້າຍ 513 ເປັນຜູ້ຄອບຄອງ ເຊິ່ງຍັງບໍ່ທັນມີຄວາມແຈ້ງຂາວ ອອກມາຈາກເຈົ້າໜ້າທີ່ ທາງການ.

ຊາວ​ບ້ານທ່ານນີ້ ຍັງກ່າວຕື່ມວ່າ:

ເຂົາເຈົ້າຍັງຢູ່ ແລະ ທຳມາຫາກິນ ໃສ່ທີ່ດິນຕອນດັ່ງກ່າວຢູ່ ແຕ່ວ່າ ຖ້າມີໂຄງການ ຂອງຣັບານເຂົ້າມາ ເຂົ້າເຈົ້າກໍມອບດິນໃຫ້ ແຕ່ເຂົາເຈົ້າ ຕ້ອງໄດ້ຮັບຄ່າຊົເຊີຍ ເພາະວ່າຢູ່ທີ່ດິນຕອນດັ່ງກ່າວ ມາແຕ່ພໍ່ແຕ່ແມ່.”

ສ່ວນ​ວ່າ ເຈົ້າໜ້າທີ່ທະຫານຄ້າຍ 513 ທີ່ເປັນຄູ່ກໍຣະນີ ກັບຊາວບ້ານ ກໍ​ຍັງ​ຄົງຢູ່ໃນທີ່ດິນ ດັ່ງກ່າວ ຄືກັນ.  

ທີ່​ຜ່ານມາ ຊາວບ້ານ ໄດ້ຂຽນຄຳຮ້ອງທຸກ ໄປຫາໜ່ວຍງານທີ່ກ່ຽວຂ້ອງ ລົງມາແກ້ໄຂ ແຕ່ໜ່ວຍງານກ່ຽວຂ້ອງ ກໍຖິ້ນພຸ້ນ, ຖິ້ມພີ້ ແຕ່ຖ້າເປັນແນວນັ້ນ ຊາວບ້ານກໍຢືນຢັນວ່າ ຍັງຈະສືບຕໍ່ເຮັດກິນ, ປູກຝັງ, ລ້ຽງສັດ ຢູ່ຕອນດິນດັ່ງກ່າວ.

ຊາວທ່ານນີ້ ກ່າວ​ຕື່ມອີກວ່າ:

ເຈົ້າໜ້າທີ່ກໍບໍ່ເວົ້າຫຍັງ ພຽງແຕ່ບໍ່ຂ້າ ບໍ່ຕີກັນລະກະແລ້ວ.”

ເຈົ້າ​ໜ້າທີ່ ທະຫານ ໄດ້ປ່ອຍຊາວບ້ານ ອອກຈາກຄຸກ ແຕ່ຫ້າມບໍ່ໃຫ້ຊາວບ້ານ ໄປເວົ້າ ຫຼື ອອກຂ່າວອີກ.

ຊາວ​ບ້ານ ອີກຄົນນຶ່ງເວົ້າວ່າ:

ເຈົ້າໜ້າທີ່ຫ້າມ ບໍ່ໃຫ້ໄປເວົ້າໄປໂຄສະນາຫຍັງ ຖ້າອອກຂ່າວຫຼາຍ ເຈົ້າໜ້າທີ່ ຈະຈັບໃສ່ຄຸກອີກ​.”

ຊາວ​ບ້ານທ່ານນີ້ ກ່າວຕື່ມອີກວ່າ:

ເວລາເຮົາເວົ້າໄປເວົ້າ ເຈົ້າໜ້າທີ່ກະຖາມວ່າ ແມ່ນໃຜເປັນຄົນໄປບອກ ເຮົາກະເລີຍມິດເລີຍ ເຮົາກະເລີຍບໍ່ເວົ້າຫຍັງເລີຍ​.”

ນັກ​ກົດໝາຍ ທ່ານດຽວກັນນີ້ ກ່າວວ່າ:

ເຖິງວ່າຊິຜິດຊິຖືກແນວໃດ ກະຕ້ອງອີງໃສ່ກົດໝາຍ ທີ່ມີຊ່ອງທາງໃນການແກ້ໄຂ ໄວ້ຊັດເຈນແລ້ວ.”

ໃນ​ຄວາມ​ຄິດ​ເຫັນ ​ຂອງ​ນັກ​ສິທ​ທິ​ມະ​ນຸ​ສ​ແລ້ວ ເຈົ້າ​ໜ້າ​ທີ່ ​ຄວນ​ເຈ​ລະ​ກັບ​ຊາ​ວບ້ານ ແທນ​ທີ່​ຈະ​ໃຊ້​ອຳ​ນາດຈັບ​ກຸມ​ຊາວ​ບ້ານ.

ທ່ານ ຟິລ ໂຣເບີ້ຣ໌ຕຊັນ (Phil Robertson) ຮອງ​ຜູ້​ອຳ​ນວຍ​ການ ອົງ​ການ ສິ້ງ​ຊອມ​ ດ້ານ​ສິ​ທທິ​ມະ​ນຸ​ສ ຫຼື Human Rights Watch ປະ​ຈຳ​ຂົງເຂດ​ເອ​ເຊັຽ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

ເຈົ້າ​ໜ້າ​ທີ່​ທະ​ຫານ ຄວນ​ຈະ​ຕ້ອງ​ເຈ​ລະ​ຈາ​ ກັບ​ຊາວ​ບ້ານ ໃນ​ກໍ​ຣະ​ນີ​ຂໍ້​ຂັດ​ແຍ່ງ​ທີ່​ດິນ ແທນ​ທີ່​ຈະ​ໃຊ້​ອຳ​ນາດ​ ໄປ​ຈັບ​ເຂົາ​ເຈົ້າ​ໃສ່​ຄຸກ ເ​ປັນ​ເວ​ລາ​ຫຼາຍ​ເດືອນ ຍ້ອນ​ວ່າ ຊາວ​ບ້ານ​ ກໍ​ອ້າງ​ສິທ​ຂອງ​ເຈົ້າ​ ໃນ​ທີ່​ດິນ​ດັ່ງ​ກ່າວ ການ​ໃຊ້​ອຳ​ນາດ​ ໄປ​ກັກ​ຂັງ​ຊາວ​ບ້ານ ເປັນ​ການ​ລະ​ເມີດ​ສິທ​ທິ​ມະ​ນຸ​ສ ແລະ ສົມ​ຄວນ​ຈະ​ຖືກ​ປະ​ນາມ.”

ຢູ່​ໃນ​ປະ​ເທດ​ລາວ ຍັງ​ບໍ່​ມີ​ໜ່ວຍ​ງານ ​ທີ່​ເປັນ​ອິ​ສ​ຣະ ໃນ​ການກວດ​ກາ ການ​ໃຊ້​ອຳ​ນາດ​ ຂອງ​ເຈົ້າ​ໜ້າ​ທີ່ ຜູ້​ທີ່​ໃຊ້​ອຳ​ນາດ​ ກັກ​ຂັງ​ຊາວ​ບ້ານ.

ທ່ານ ຟິລ ໂຣເບີ້ຣ໌ຕຊັນ (Phil Robertson) ກ່າວ​ວ່າ:

ຄວນ​ມີ​ການ​ສືບ​ສວນ ທີ່​ເປັນ​ອິ​ສ​ຣະ ແລະ ສະ​ເພາະບຸກ​ຄົນ ​ທີ່​ຈັບ​ຊາວ​ບ້ານ ແລະ ຜູ້​ທີ່​ກະ​ທຳ​ການ​ ແບບນີ້ ຈະ​ຕ້ອງ​ຮັບ​ຜິດ​ຊອບ​ ຕໍ່​ກ​ານ​ກະ​ທຳ​ຂອງ​ຕົນ​ເອງ.”  

ທ່ານ ຟິລ ໂຣເບີ້ຣ໌ຕຊັນ (Phil Robertson) ກ່າວ​ຕື່ມ​ອີກວ່າ:

ມັນ​ເປັນ​ເຣື່ອງ​ທີ່​ຮັບ​ບໍ່​ໄດ້ ທີ່​ເຈົ້າ​ໜ້າ​ທີ່​ທະ​ຫານ ປົກ​ປິດ​ການ​ລະ​ເມີດ​ສິທ ໂດຍມີ​ການ​ນາບ​ຂູ່​ ຊາວ​ບ້ານ ບໍ່​ໃຫ້ເວົ້າ​ເຖິງ ​ສິ່ງ​ທີ່​ເກີດ​ຂຶ້ນ​. ​ເປັນ​ທີ່​ກະ​ຈ່າງ​ແຈ້ງ​ແລ້ວ​ວ່າ ຣັ​ຖ​ບານ​ລາວ ລົ້ມ​ແຫຼວ ໃນ​ການປົກ​ປ້ອງ ​ສິທນຳ​ໃຊ້​ທີ່​ດິນ​ ຂອງ​ປະ​ຊາ​ຊົນ​ລາວ.”

ຊາ​ວ​ບ້ານ ບໍ່​ມີ​ບ່ອນ​ຢູ່​ອາ​ໃສ ແລະ ບໍ່​ຮູ້​ວ່າ ຈະ​ໄປ​ຢູ່​ບ່ອນ​ໃດ ສະ​ນັ້ນ​ເຂົາ​ເຈົ້າ​ ຈຳ​ເປັນ​ຕ້ອງ​ໄດ້​ຢູ່ ​ທີ່​ດິນ​ຕອນ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນທ່ານ​ນຶ່ງ ໄດ້​ກ່າວຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ​ວ່າ:

ເຂົາ​ເຈົ້າ​ບໍ່​ມີບ່ອນ​ຢູ່​ເດ້ ບາງ​ຄົນ​ກະ​ຖືກ​ທາງ​ຣົ​ຖ​ໄຟ ດິນ​ໝົດ​ລະ​ກະ​ບໍ່​ມີ​ບ່ອນ​ຢູ່ ບາງ​ຄົນ​ກະ, ໂອ້​ຫຼາຍ​ຢ່າງ​ນະ ການ​ດຳ​ລົງ​ຊີ​ວິຕ ເຂົາ​ເຈົ້າ​ນະ. ບາງ​ຄົນ​ກະ​ບໍ່​ມີ​ບ່ອນ​ຢູ່ ໝົດ​ຕົນ​ ໝົດ​ໂຕ ລະ​ກະ​ພາ​ກັນ​ມາ​ຢູ່​ຈັ່ງ​ຊີ້​ນ່າ ແຕ່​ວ່າ​ດິນ​ນັ້ນ ເປັນ​ດິນ​ເດີມ​ ຂອງ​ເຈົ້າ​ແທ້ ກະ​ສືບ​ທອດ​ມາ ​ຫຼາຍ​ຊົ່ວ​ຄົນ​ແລ້ວ.”

ສ່ວນ ວ່າ ເຈົ້າ​ໜ້າທີ່ ທະຫານ ກໍຍັງຕັ້ງຄ້າຍ ຢູ່ໃນເຂດດັ່ງກ່າວ ແລະ ຍັງບໍ່ທັນໄດ້ຍ້າຍ ໄປທາງໃດ.

ເຈົ້າ​ໜ້າທີ່ ທ້ອງຖິ່ນ ທ່ານນີ້ ໄດ້ກ່າວຕື່ມວ່າ:

ໂອ ເພິ່ນກະຍັງຢູ່ແທ້ ແລະ ທາງເທິງກະຍັງບໍ່ທັນເຫັນວ່າ ຈັ່ງໃດ ຍັງບໍ່ທັນລົງມາແກ້ບັນຫາ.”

ວິທຍຸ ເອ​ເຊັຽເສຣີ ພະຍາຍາມ ຕິດຕໍ່ຫາເຈົ້າໜ້າທີ່ ທະຫານ ຄ້າຍ 513 ທີ່ເປັນຄູ່ກໍຣະນີ ກັບຊາວບ້ານ ແລະ ເຈົ້າໜ້າທີ່ ທະຫານ ຢູ່ຄຸກໜອງເຂັງ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ເຖິງ​ຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍໃຫ້ເຫດຜົວ່າ ທີ່ດິນທີ່ມີຂໍ້ຂັດແຍ່ງກັນນັ້ນ ເປັນດິນຂອງຣັ.

ທ່ານ ພູ​ວອນ ພົງລາດແກ້ວ ຮອງເຈົ້າເມືອງ ນາຊາຍທອງ ເຄີຍ​​ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ບໍ່ແມ່ນດອກເນາະ ອັນພໍ່ແມ່ປະຊາຊົນເວົ້າຫັ້ນ ມັນບໍ່ແມ່ນຄວາມຈິງດອກ ອັນນັ້ນຫັ້ນນ່າ ສຳຄັນ ກະມີແຕ່ເບິ່ງທາງນະຄອນຫລວງເພິ່ນຊິແກ້ແນວໃດ ເພິ່ນຊິວ່າແນວໃດກ່ອນຫັ້ນນ່າ.”

ທ່ານ ພູ​ວອນ ພົງລາດແກ້ວ ຍັງກ່າວຕື່ມວ່າ:

ຂາຍທອດກັນວ່າຈັ່ງຊີ້ຊາ ຈັບຈອງຊັບຊ່າວ ຊື້ຂາຍ ຂາຍທອດກັນມາ ເພາະວ່າ ມັນມີເອກສານເດ້ທາງແນກກະສິກັມ ເພິ່ນມອບໃຫ້ທາງ ກອງບັນຊາການ ທະຫານນະຄອນຫລວງວຽງຈັນ ເພິ່ນມີເອກສານປະສານນຳນະຄອນຫລວງເພິ່ນມີເດ້.”

ມີຊາວ​ບ້ານຜູ້ທີ່ອ້າງສິທ ເປັນເຈົ້າຂອງທີ່ດິນ ໃນເຂດດັ່ງກ່າວ 42 ຄອບຄົວ ຢູ່ໃນເນື້ທີ່ດິນ ປະມານ 200 ປາຍເຮັກຕ້າຣ໌ ທີ່ຂຶ້ນກັບບ້ານສີສະຫວາດ ເມືອງນຊາຍທອງ ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງໃນນັ້ນ ມີປະຊາຊົນບ້ານ ສີສະຫວາດ 7 ຄອບຄົວ ແລະ ປະຊາຊົນບ້ານຫ້ວຍນ້ຳເຢັນ 35 ຄອບຄົວ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ.

ຊາວບ​ບ້ານເຣີ່ມມາຢູ່ ແລະ ຕັ້ງຫຼັກປາກຖານ ຢູ່ໃນເຂດດັ່ງກ່າວ ນັບແຕ່ປີ 1988-1989 ເປັນຕົ້ນມາ ຫຼັງຈາກທີ່ມີການສ້າງເຂື່ອນ(ອ່າງ)ນ້ຳຫຸມ ຍ້ອນວ່າ ບ້ານເກົ່າຂອງເຂົາເຈົ້າ ຖືກນ້ຳຖ້ວມ.

1988-1989 ​ຜ​ແນກ​ກະ​ສິ​ກັມ ນະ​ຄອນ​ຫລວງວຽງ​ຈັນ ມາເຮັດນິຄົມລ້ຽງງົວ ແລະ ໂຄງການນິຄົມລ້ຽງສັດບໍ່ສາມາດ ດຳເນີນການໄປໄດ້ ແລະ ຕໍ່ມາ ຜແນກກະສິກັມ ນະຄອນຫລວງວຽງຈັນ ຈຶ່ງມອບທີ່ດິນເຂດັ່ງກ່າວ ໃຫ້ກອງບັນຊາການ ທະຫານ ນະຄອນຫລວງວຽງຈັນ ສ່ວນ​ວ່າ ຊາວບ້ານ ອ້າງສິທເປັນເຈົ້າຂອງທີ່ດິນ ໃນເບື້ອງຕົ້ນ ກໍບໍ່ຍ້ອມ ເພາະວ່າ ເຂົາເຈົ້າເຫັນວ່າ ທີ່ດິນຕອນດັ່ງກ່າວ ເປັນດິນເດີມຂອງເຂົາເຈົ້າ ສະນັ້ນ ຈຶ່ງເກີດຂໍ້ຂັດແຍ່ງ ລະຫວ່າງຊາວບ້ານ ກັບ ເຈົ້າໜ້າທີ່ທະຫານ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ທ້ອງຖິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.