ແມ່ຍິງໄທຍ ຫາຍສາບສູນ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ

ຈຳປາທອງ
2022.05.05
ແມ່ຍິງໄທຍ ຫາຍສາບສູນ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເຫດການ ການຊ່ອຍເຫຼືອ ຄົນໄທຍ ຖືກຕົວະໄປເຮັດວຽກ ຢູ່ຄາສິໂນ ຄິງສ໌ໂຣມັນສ໌
RFA

ແມ່ຍິງໄທຍ 4 ຄົນ ອາຍຸລະຫວ່າງ 17 ປີ ຫາ 20 ປີ ຈາກແຂວງຊົນບູຣີ ໄປເຮັດວຽກເປັນແອດມິນຕອບແຊດ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ຕາມຄໍາແນະນໍາຂອງໝູ່ເພື່ອນຄົນໄທຍ. ແຕ່ເມື່ອໄປຮອດຄາສິໂນ ຄິງສ໌ໂຣມັນສ໌ ທີ່ຢູ່ໃນເຂດເສຖກິຈນັ້ນ ພວກກ່ຽວໄດ້ຕິດຕໍ່ໄປຫາພໍ່ແມ່ທີ່ປະເທດໄທຍ ເພື່ອໃຫ້ປະສານໄປຍັງໜ່ວຍງານທີ່ກ່ຽວຂ້ອງ ຊ່ອຍເຮັດໃຫ້ໄດ້ກັບຄືນປະເທດໄທຍ ຍ້ອນຖືກຕົວະໃຫ້ມາເຮັດວຽກເປັນສະແກມເມີ. ແຕ່ໄດ້ 5 ມື້ແລ້ວ ກໍຍັງບໍ່ຜູ້ໃດສາມາດຕິດຕໍ່ຫາພວກກ່ຽວໄດ້.

ດັ່ງຍາດພີ່ນ້ອງຂອງຜູ້ກ່ຽວຄົນນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 5 ພຶສພານີ້ວ່າ:

“ເພື່ອນເຂົາຕົວະໄປ, ຄັນວ່າຢາກໄດ້ໂຕກັບຄືນ ໃຫ້ຈ່າຍເງິນຄົນລະ 30,000 ບາດ, ທັງໝົດ 4 ຄົນ ເປັນແມ່ຍິງ, ແຕ່ວ່າຕອນນີ້ຫາຍໄປເລີຍ ບໍ່ຮູ້ວ່າພວກເຂົາຢູ່ບ່ອນໃດ ອີ່ຫຍັງກໍບໍ່ຮູ້, ແຕ່ວ່າກ່ອນຈະຫາຍໄປ ພວກເຂົາເຈົ້າບອກວ່າ ເຂົາຖືກຕໍາຣວດ ຫລືວ່າທະຫານນີ້ແຫລະຈັບ ແລ້ວກໍຫາຍໄປເລີຍ ເຂົາຫາຍໄປຕັ້ງແຕ່ວັນທີ 1 ຫລືວັນທີ 2 ນີ້ແຫລະ ປະມານນີ້.”

ທ່ານກ່າວຕື່ມວ່າ ໝູ່ເພື່ອນຂອງພວກເຂົາໄດ້ພາລັກຂ້າມ ຊາຍແດນໄປຄາສິໂນ ຄິງສ໌ໂຣມັນສ໌ ທີ່ບໍລິເວນເມືອງຊຽງແສນ ແຂວງຊຽງຮາຍໃນມື້ວັນທີ 28 ເມສາທີ່ຜ່ານມາ. ຫລັງຈາກນັ້ນພວກກ່ຽວຮູ້ວ່າ ພວກຕົນຖືກຕົວະມາເຮັດວຽກເປັນສະແກມເມີ. ເມື່ອຮູ້ຄືແນວນັ້ນແລ້ວກໍຢາກໜີອອກຈາກບ່ອນນັ້ນ ຍ້ອນຮູ້ສຶກບໍ່ປອດພັຍ ເພາະເຫັນການຂົນຍ້າຍຢາເສບຕິດຈົນຮອດເວລາ 21:00 ໂມງຂອງວັນທີ 1 ພຶສພານີ້. ພວກກ່ຽວໄດ້ສົ່ງຂ່າວມາໃຫ້ພໍ່ແມ່ຮູ້ວ່າ ຖືກເຈົ້າໜ້າທີ່ຕໍາຣວດ ແລະທະຫານຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ຈັບຕົວໄປ. ຫລັງຈາກນັ້ນ ຜູ້ເປັນພໍ່ແມ່ກໍບໍ່ສາມາດຕິດຕໍ່ກັບພວກກ່ຽວໄດ້ອີກ.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຖາມ ໄປຍັງຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕອບວ່າ ຍັງບໍ່ທັນຮູ້ ແລະແນະນໍາໃຫ້ຄົນງານໄທຍນັ້ນ ຕິດຕໍ່ມາຫາໜ່ວຍງານຂອງ ຄະນະຄຸ້ມຄອງນີ້ໂດຍກົງ ເພື່ອຈະໄດ້ຂໍ້ມູນໃນການດໍາເນີນການຊ່ອຍເຫລືອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ບອກໃຫ້ຜູ້ກ່ຽວຫັ້ນ ໂທຫາຂ້ອຍເບິ່ງເດີ ຂ້ອຍສິສອບຖາມເພິ່ນເບິ່ງເດີ ໃຫ້ແຮງງານໄທຍຫັ້ນໂທຫາຂ້ອຍ ແລ້ວຂ້ອຍສິສອບຖາມເບິ່ງວ່າເປັນແນວໃດ ແລວຂ້ອຍສິລົງໄປເບິ່ງລາວ ໃຫ້ຜູ້ກ່ຽວຫັ້ນຕິດຕໍ່ມາຫາວ່າມັນຢູ່ໃສ ຢູ່ຈຸດໃດ ເປັນແນວໃດ ບຸກຄົນແນວໃດ ສາເຫດຫຍັງຈຶ່ງເຂົ້າມາຢູ່ນີ້.

ໃນຂະນະດຽວກັນ ພໍ່ແມ່ຂອງພວກກ່ຽວກໍໄດ້ແຈ້ງຄວາມ ໃຫ້ເຈົ້າໜ້າທີ່ຕໍາຣວດປະຈໍາສະຖານີ ຕໍາຣວດແຂວງຊົນບູຣີ ຊຶ່ງຍັງບໍ່ທັນຮູ້ເຣື່ອງນີ້ ແລະເຈົ້າໜ້າທີ່ຕໍາ ຣວດໄດ້ແນະນໍາໃຫ້ຕິດຕໍ່ໄປຍັງສໍານັກງານ ກວດຄົນເຂົ້າເມືອງ ເມືອງຊຽງແສນ ແຂວງຊຽງຮາຍ ບ່ອນທີ່ພວກກ່ຽວໄດ້ລັກຂ້າມຊາຍແດນ ໄປປະເທດລາວ ດັ່ງພີ່ນ້ອງຂອງຜູ້ກ່ຽວ ນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

“ເພາະວ່າທາງພຸ້ນ ທີ່ເຂົາຕົວະໄປເຮັດວຽກ ເຂົາກໍຍັງໂພສປະຈານ ຕາມໂຕຢູ່ ແບບວ່າ 4 ຄົນນີ້ໜີໄປແລ້ວ ຖ້າໃຜພົບພວກເຂົາເຈົ້າຢູ່ລາວ ພວກເຮົາກໍເປັນຫ່ວງ ໄປແຈ້ງຄວາມ ແຕ່ຕໍາຣວດພັດບໍ່ຮັບແຈ້ງ.”

ມາເຖິງປັດຈຸບັນ ຍັງມີຄົນງານໄທຍຫລາຍຄົນ ທີ່ຖືກຕົວະໄປເຮັດວຽກເປັນສະແກມເມີ ຢູ່ໃນຄາສິໂນ ຄິງສ໌ໂຣມັນສ໌ ແລະຄົນງານໄທຍກຸ່ມອື່ນໆ ທີ່ຖືກກົດຂີ່ຂູດຮີດແຮງງານຢູ່ປະເທດລາວ ກໍໄດ້ຕິດຕໍ່ຂໍຄວາມຊ່ອຍເຫລືອ ຜ່ານທາງສະ ຖານທູດໄທຍປະຈໍາລາວ.

ດັ່ງເຈົ້າໜ້າທີ່ສະຖານທູດໄທຍ ປະຈໍາລາວ ກ່າວວ່າ:

“ທາງສະຖານທູດ ກໍຈະແຈ້ງຕໍ່ໃຫ້ທາງການລາວ ໃຫ້ການຊ່ອຍເຫລືອຕໍ່ໄປ ແຈ້ງມາແລ້ວກໍຈະສົ່ງຕໍ່ໃຫ້ທາງການລາວ.”

ເຈົ້າໜ້າທີ່ຢູ່ແຂວງຊຽງຮາຍ ທີ່ເຮັດວຽກກ່ຽວກັບຄົນງານໄທຍ ຢູ່ຕ່າງປະເທດ ກ່າວຕໍ່ວິທຍຸເອເຊັຽເສຣີເມື່ອບໍ່ດົນມານີ້ວ່າ ໃນ 4 ເດືອນຕົ້ນປີ 2022 ນີ້ ມີຄົນງານໄທຍປະມານ 200 ຄົນ ຖືກຕົວະໄປເຮັດວຽກຢູ່ ຄາສິໂນ ຄິງ ໂຣມັນ. ພວກເຂົາເຈົ້າຖືກໃຫ້ເຮັດວຽກປະມານ 15-16 ຊົ່ວໂມງຕໍ່ມື້, ພັກຢູ່ໃນສະຖານທີ່ແອອັດ ແລະສົກກະປົກ ປະມານ 1 ອາທິດ. ນາຍຈ້າງຈີນໄດ້ບັງຄັບໃຫ້ເຊັນສັນຍາຈ້າງ ທີ່ເປັນພາສາຈີນທັງໝົດ ແລະອະທິບາຍວ່າ ໃນໄລຍະ 2 ເດືອນ ທໍາອິດ ຈະໄດ້ຄ່າຈ້າງເດືອນລະ 25,000 ບາດ ແລະເຖິງເດືອນທີ 3 ຈະໄດ້ເດືອນລະ 30,000 ບາດ. ແຕ່ໃນເມື່ອເຫັນວ່າມີການເອົາປຽບເຣື່ອງຣາຍໄດ້ ຄົນງານໄທຍຈຶ່ງບໍ່ຕ້ອງການ ເຮັດວຽກຢູ່ທີ່ນັ້ນໄປຕື່ມ, ແຕ່ກໍຈໍາເປັນຕ້ອງໄດ້ເຮັດ ຕາມຄໍາສັ່ງຂອງຫົວໜ້າຄຸມງານ  ຍ້ອນຢ້ານວ່າຈະຖືກຂາຍໃຫ້ບໍຣິສັດອື່ນຕໍ່ໄປ.

ປັດຈຸບັນ ທາງການລາວໄດ້ຮັບແຈ້ງຣາຍຊື່ຄົນງານໄທຍ 37 ຄົນ ທີ່ຖືກຕົວະໄປເຮັດວຽກຢູ່ໃນເຂດດັ່ງກ່າວ. ໃນນັ້ນ 16 ຄົນ ສາມາດຕິດຕົວໄດ້ ແລະຢູ່ໃນລະຫວ່າງການປະສານງານ ສົ່ງກັບປະເທດ ຈາກເມືອງຫ້ວຍຊາຍ ໄປຫາເມືອງຊຽງຂອງຂອງໄທຍ. ສ່ວນທີ່ເຫລືອອີກ 21 ຄົນ ຢູ່ໃນລະຫວ່າງການຕິດຕາມຫາຕົວຢູ່.

ດັ່ງເຈົ້າໜ້າທີ່ ທີ່ຊ່ອຍຄົນງານຕ່າງປະເທດໃນລາວ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງທ່ານນຶ່ງເວົ້າວ່າ:

ແມ່ນໆ ເຮົາກໍຍັງຄົ້ນຊອກຕື່ມ ຊອກຕິດຕາມເອົາອອກມາຕື່ມ ຄັນວ່າໂທຫາຂະເຈົ້າໄດ້ ແລ້ວກໍເອົາອອກມາຕື່ມ.

ເມື່ອວັນທີ 25 ເມສາທີ່ຜ່ານມາ ກົມກົງສຸນ ກະຊວງການຕ່າງປະເທດໄທຍ ໄດ້ອອກແຈ້ງເຕືອນຄົນໄທຍໃຫ້ລະວັງການໂຄສະນາຫລອກລວງ ຜ່ານສື່ສັງຄົມອອນລາຍນ໌ ຫລືຖືກຊັກຊວນຈາກນາຍໜ້າຄົນໄທຍ ໄປເຮັດວຽກຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າຈະໄດ້ຄ່າຈ້າງສູງ, ສວັດດິການດີ ແລະມີທີ່ພັກ-ອາຫານພ້ອມ ຍ້ອນຢ້ານວ່າ ຈະຖືກບັງຄັບໃຫ້ເຮັດວຽກ ທີ່ບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນ ຖືກໃຫ້ເຮັດວຽກເປັນສະແກມເມີ ຕົວະເອົາເງິນຄົນ ຫລືຖືກບັງຄັບໃຫ້ຄ້າປະເວນີ ແລະອາຈຕົກເປັນເຫຍື່ອຂອງການຄ້າມະນຸສ ແລະອື່ນໆ.

ຢູ່ປະເທດໄທຍ ສໍາລັບຜູ້ເປັນນາຍໜ້າຊອກຫາຄົນງານໄທຍ ໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍ, ຕາມກົດໝາຍໄທຍ ຈະຖືກລົງໂທດຈໍາຄຸກແຕ່ 3-10 ປີ ຫລືຖືກປັບໃໝແຕ່ 60,000-200,000 ບາດ ຫລືທັງຈໍາຄຸກ ແລະຖືກປັບໃໝພ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.