ເຣື້ອງທີ່ເກັບບັນທຶກໄວ້
2023-04-06
ນັກລົງທຶນຈີນ ຢູ່ບ້ານນາແມດ ເມືອງແບງ ແຂວງອຸດົມໄຊ ຖິ້ມວັດຖຸ ທີ່ເປັນຫຼອດແກ້ວ ແບບດຽວກັບ ຫຼອດຢາ ເຊິ່ງມີກັບໃສ່ຢ່າງດີ ຈຳນວຫຼາຍ ໃສ່ພື້ນທີ່ນາ ຂອງຊາວບ້ານ ທີ່ໃຫ້ຈີນເຊົ່າເຮັດສວນໝາກໂມ ແລະຊາວບ້ານ ຄາດວ່າ ເປັນສານເຄມີ ຊະນິດນຶ່ງ ທີ່ເຫຼືອໃຊ້ກັບໝາກໂມ ເຮັດໃຫ້ຊາວບ້ານ ມີຄວາມກັງວົນໃຈຫຼາຍ ເພາະຢ້ານເປັນອັນຕລາຍຕໍ່ສຸຂພາບ.
2023-04-06
ບໍຣິສັດລາວ ແລະ ຈີນ ເຊັນສັນຍາຮ່ວມມືກັນ 4 ໂຄງການ ໃນການຂຸດຄົ້ນ ແຮ່ທອງແດງ ຢູ່ເມືອງໝື່ນ ແຂວງວຽງຈັນ ຂະນະທີ່ຊາວບ້ານ ກັງວົນກ່ຽວກັບ ຜົລກະທົບ ຕໍ່ໄຮ່ນາ ແລະດິນທຳມາຫາກິນຂອງພວກເຂົາເຈົ້າ ແລະອາດໄດ້ຄ່າຊົດເຊີຍ ທີ່ບໍ່ເປັນທັມ.
2023-04-06
ມີຊ້າງປ່າ 10 ໂຕ ເຂົ້າມາບຸກລຸກພື້ນທີ່ຊາວບ້ານ ແລະ ທຳລາຍເຄື່ອງຂອງ ແລະ ພືດຜົລທາງການກະເສດ ຂອງຊາວບ້ານ ຢູ່ບ້ານພູແທ່ນ ເມືອງຫລາ ແຂວງອຸດົມໄຊ ຂະນະທີ່ ທາງການແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕການ ປ້ອງກັນ ຫຼື ຊ່ວຍເຫຼືອ ຊາວບ້ານໄດ້ເທື່ອ.
2023-04-06
ທາງການ ແຂວງຫຼວງພຣະບາງ ເກັບຄ່າທໍານຽມ ດ້ານສິ່ງແວດລ້ອມ ກັບທຸຣະກິຈ ໂຮງແຮມ, ບ້ານພັກ ແລະ ຮ້ານອາຫານ ຈຳນວນ 560,000 ກີບຕໍ່ 2 ປີ, ເຮັດໃຫ້ເຈົ້າຂອງກິຈການ ທີ່ຕ້ອງໄດ້ເສັຍຄ່າທຳນຽມນີ້ ເກີດຂໍ້ສົງໄສ ເນື່ອງຈາກ ຕ້ອງເສັຍພາສີອາກອນຢູ່ແລ້ວ ແຕ່ຍັງໄດ້ເສັຍຄ່າທຳນຽມນີ້ເພີ່ມ.
2023-04-06
ລະດັບ ຝຸ່ນລະອອງ PM 2.5 ທີ່ນະຄອນຫລວງວຽງຈັນ ຍັງຢູ່ໃນລະດັບສີແດງ ທີ່ເປັນອັນເປັນຕລາຍທີ່ສຸດຕໍ່ສຸຂພາບປະຊາຊົນ ເຊັ່ນໂຣກລະບົບທາງເດີນຫາຍໃຈ, ແສບດັງ, ຫາຍໃຈຝືດ, ເປັນຫວັດເປັນໄອ, ຄັນຕາ.
2023-04-05
ອົງການສາກົລ ຮ່ວມກັບຣັຖບານ ສະຫະຣັຖອາເມຣິກາ ໄດ້ຊ່ອຍເຫຼືອ ສປປ ລາວ ເປັນຈຳນວນເງິນ 500,000 ໂດລ້າຣ໌ສະຫະຣັຖ ໂດຍຜ່ານອົງການ ກອງທຶນສາກົລ ດ້ານພົລເມືອງ ເພື່ອດຳເນີນການສໍາຣວດສະຖີຕິ ພົລເມືອງ ຄັ້ງທີ 5 ທີ່ມີກໍານົດໃນປີ 2025 ນີ້.
2023-04-05
ສະພາບອັດຕຣາເງິນເຟີ້ ຍັງສູງຂຶ້ນເລື້ອຍໆ ໂດຍໃນເດືອນມີນາ ປີ 2023 ຢູ່ໃນລະດັບ 40.97%, ສະເພາະ ໝວດສະບຽງອາຫານ ຊຶ່ງສົ່ງຜົລກະທົບຕໍ່ປະຊາຊົນ ຄືເກົ່າ, ອັດຕຣາຈ່າຍແພງຂຶ້ນ ສິ່ງທີ່ສຳຄັນ ແມ່ນສິນຄ້າ ຫຼາຍປະເພດ ນຳເຂົ້າຈາກຕ່າງປະເທດ ເປັນສາເຫດນຶ່ງ.
2023-04-05
ຣັຖບານລາວ ຮຽກຮ້ອງໃຫ້ບັນດາປະເທດ ສະມາຊິກລຸ່ມແມ່ນໍ້າຂອງ ຮ່ວມກັນຄຸ້ມຄອງ ແມ່ນໍ້າຂອງ ເພື່ອຜົນປໂຍດຮ່ວມກັນ ພາຍຫຼັງທີ່ແມ່ນໍ້າຂອງຕອນລຸ່ມ ປະເຊີນກັບສະພາບ ການປ່ຽນແປງ ຂອງດິນຟ້າ ອາກາດ ໃນກອງປະຊຸມ ສຸດຍອດ ຂອງຄະນະກັມມະການ ແມ່ນ້ຳຂອງສາກົລ ທີ່ນະຄອນຫຼວງວຽງຈັນ.
2023-04-05
ການພັດທະນາແບບຍືນຍົງ ໃນເປົ້າໝາຽທີ 4 ວ່າດ້ວຍການສຶກສາ ທີ່ມີຄຸນນະພາບ ພາຍໃນປະເທດລາວ ຄວນມີການເອົາໃຈໃສ່ ທີ່ໜັກແໜ້ນຫຼາຍຂຶ້ນ ຖ້າບໍ່ດັ່ງນັ້ນຈະບໍ່ບັນລຸເປົ້າໝາຽ ຕາມກຳນົດໄລຍະເວລາ ວາຣະ ປີ 2030.
2023-04-05
ຣັຖອອກມາຕການ ຄຸ້ມຄອງ ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ລວມເຖິງຄ່າບໍຣິການຕ່າງໆ ບໍ່ໃຫ້ສູງຂຶ້ນໃນໄລຍະບຸນປີໃໝ່ລາວ ປະຈຳປີ 2023 ນີ້ ຂະນະທີ່ພໍ່ຄ້າ-ແມ່ຄ້າ ຢັ້ງຢືນວ່າ ຈຳເປັນຕ້ອງໄດ້ຂຶ້ນລາຄາສິນຄ້າ ໂດຍສະເພາະຊີ້ນໝູ ແລະເຄື່ອງທະເລ ເນື່ອງຈາກເປັນສິນຄ້າ ທີ່ໄດ້ຮັບຄວາມນິຍົມຫຼາຍ.
2023-04-04
ນາຍົກຣັຖມົນຕຣີ ຕ້ອນຮັບ ທ່ານ ຫວັງ ໜິງ ເລຂາພັກຄອມມູນິສຕ໌ຈີນ ແຂວງຢຸນນານ ແລະ ຄະນະ ເຊິ່ງນາຍົກ ໄດ້ຮ້ອງຂໍ ໃຫ້ມີການລົງທຶນເພີ່ມ ໃນຂະນະທີ່ ຊາວບ້ານ ແລະນັກວິຊາການ ຍັງມີຄວາມກົງວົນ ກ່ຽວກັບການລົງທຶນ ຂອງຈີນຢູ່ ສປປ ລາວ.
2023-04-04
ເກີດການວິພາກ ວິຈານ ໃນສື່ສັງຄົມອອນລາຍນ໌ ເຖິງກໍຣະນີ ຄຣູໂຮງຮຽນ ມສ ວຽງຈັນ ລົງໂທດ ນັກຮຽນ ດ້ວຍການບິດຫູ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ແກ້ໄຂບັນຫາ ລະຫວ່າງ ຄຣູ, ນັກຮຽນ ແລະຜູ້ປົກຄອງ ຄູ່ກໍຣະນີ ທີ່ຖືກເຜີຍແຜ່ ລົງໃນເຟສບຸກຄ໌ແລ້ວ.
2023-04-04
ຕລາດຂົວດິນ ຫຼື ຕລາດໜອງຈັນ ຈະຖືກປິດຊົ່ວ ເພື່ອປັບປຸງໃຫ້ມີຄວາມທັນສໄມ ກວ່າເກົ່າ ເຊິ່ງທາງເຈົ້າຂອງ ຈຳເປັນຕ້ອງໃຊ້ເວລາ ຢ່າງໜ້ອຍ 1 ປີ ໃນການປັບປຸງຄັ້ງນີ້, ສ່ວນພໍ່ຄ້າ, ແມ່ຄ້າ ຈຳເປັນຕ້ອງຍ້າຍອອກໄປຫາບ່ອນໃໝ່, ຂະນະທີ່ເຈົ້າຂອງຕລາດ ໃຫ້ສິດທິພິເສດ ໃນການກັບມາ ຫຼັງຈາກປັບປຸງ ສຳເຣັດ.
2023-04-04
ໂຮງງານຕົ້ມນ້ຳມັນເຄື່ອງເກົ່າ ຢູ່ບ້ານ ນາຜາສຸກ ເຂດຫຼັກ 32 ເມືອງ ໄຊທານີ ນະຄນອນຫຼວງວຽງຈັນ ລັກຕົ້ມນ້ຳມັນເຄື່ອງ ໃນຕອນກາງຄືນ ຈົນຮອດມື້ເຊົ້າ ເຮັດໃຫ້ເກີດມີກິ່ນຂິວ ແລະ ຄວັນດຳ ປິວໄປທົ່ວ, ສົ່ງຜົລກະທົບ ຕໍ່ປະຊາຊົນ ທີ່ຢູ່ອ້ອມຂ້າງ.
2023-04-03
ເຈົ້າໜ້າທີ່ຕຳຣວດ ແຈ້ງການເຕື່ອນ ໃນຊ່ວງໄລຍະສເລີມສລອງປີໃໝ່ລາວ ພ.ສ. 2566 ເພື່ອໃຫ້ມີຄວາມປອດພັຍ ໂດຍໃຫ້ຜູ້ຂັບຂີ່ຣົຖທຸກປະເພດ ປະຕິບັດ ແລະເຄົາຣົບ ກົດລະບຽບ ຈາຣະຈອນ, ຫາກລະເມີດ ຈະຖືກສຶກສາອົບຮົມ ແລະປັບໃໝ ຕາມລະບຽບກົດໝາຍ ທີ່ກຳນົດໄວ້ ຢ່າງເຂັ້ມງວດ.