ແຈ້ງເຕື່ອນປະຊາຊົນ ປະຕິບັດລະບຽບ ໃນການສລອງປີໃໝ່ລາວ ຢ່າງເຄັ່ງຄັດ

ການຮົດນ້ຳປີໃໝ່ລາວ ຢູ່ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ, ວັນທີ 14 ເມສາ 2022 (ພ.ສ. 2565).
ການຮົດນ້ຳປີໃໝ່ລາວ ຢູ່ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ, ວັນທີ 14 ເມສາ 2022 (ພ.ສ. 2565). (RFA)

0:00 / 0:00

ກົມຕຳຣວດຈາຣະຈອນ, ກົມໃຫຍ່ຕຳຣວດ, ກະຊວງປ້ອງກັນຄວາມສງົບ ໄດ້ອອກແຈ້ງການ ເລຂທີ 028/ກຈຈ ລົງວັນທີ 27 ມິນາ 2023 ເຣື່ອງການປ້ອງກັນ ແລະສະກັດກັ້ນອຸບັດຕິເຫດ ໃນຊ່ວງໄລຍະສເລີມສລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພ.ສ. 2566 ໃຫ້ມີຄວາມປອດພັຍ. ໂດຍມີເນື້ອໃນສຳຄັນ ໃຫ້ຜູ້ຂັບຂີ່ຣົຖທຸກປະເພດ ປະຕິບັດຕາມ ເປັນຕົ້ນແມ່ນ ການເຄົາຣົບ ແລະປະຕິບັດຕາມ ກົດລະບຽບຈາຣະຈອນ ທາງບົກ, ຣົຖຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງ, ການໃຊ້ຄວາມໄວ ຢູ່ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ບໍ່ເກີນ 120 ກິໂລແມັດ/ຊົ່ວໂມງ ແລະບໍ່ຫຼຸດ 80 ກິໂລແມັດ/ຊົ່ວໂມງ, ຫ້າມຜູ້ຂັບຂີ່ ດື່ມສິ່ງມຶນເມົາ, ຫ້າມຜູ້ໂດຍສານ ນັ່ງຂອບກະບະຣົຖ ຫຼືຝາທ້າຍຣົຖເວລາທີ່ຣົຖ ກຳລັງແລ່ນສັນຈອນ ເຊິ່ງບຸກຄົນໃດ ຫາກລະເມີດບັນດາຂໍ້ຫ້າມ ຈະຖືກສຶກສາອົບຮົມ ແລະປັບໃໝ ຕາມລະບຽບກົດໝາຍທີ່ກຳນົດໄວ້ ຢ່າງເຂັ້ມງວດ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ກູ້ພັຍນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ໃຫ້ຮູ້ວ່າ ທາງໜ່ວຍກູ້ພັຍຂອງຍານາງ ໄດ້ກະກຽມພະນັກງານກູ້ພັຍ ພ້ອມທັງອຸປະກອນ ສຳລັບອອກປະຕິບັດການກູ້ພັຍ ໄວ້ຮຽບຮ້ອຍແລ້ວ.

ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມະນາ 2023 ນີ້ວ່າ:

“ໃນຊ່ວງໄລຍະປີໃໝ່ ກະຈະມີຄົນ ກຽມພ້ອມຄົນ ລະກະອຸປະກອນ. ອຸປະກອນອອກຮັບໃຊ້ປະຊາຊົນແຫຼະ.”

ຍານາງກ່າວຕື່ມວ່າ ອຸປະກອນ ແລະເຄື່ອງມືທີ່ໃຊ້ໃນວຽກກູ້ພັຍ ຂ້ອນຂ້າງມີຄວາມພ້ອມພໍສົມຄວນ. ຢ່າງໃດກໍຕາມ, ໜ່ວຍກູ້ພັຍຂອງຍານາງ ກໍຍັງມີຄວາມຕ້ອງການອຸປະກອນ ແລະເຄື່ອງມືສຳລັບການປະຖົມພະຍາບານເບື້ອງຕົ້ນຢູ່ ເຊິ່ງຜູ້ໃຈບຸນ ສາມາດບໍຣິຈາກເຄື່ອງຂອງ ໃຫ້ແກ່ໜ່ວຍກູ້ພັຍຂອງຍານາງໄດ້.

ດັ່ງທີ່ຍານາງ ກ່າວຕື່ມວ່າ:

“ເປັນເຄື່ອງໃຊ້ ອຸປະກອນ ກໍ່ເປັນຖົງມື ພວກແຟບອິຫຍັງ ແລະກະນ້ຳເກືອຊີ້ນ່າ ເພາະວ່າ ພວກເຮົາ ຕ້ອງໄດ້ໃຊ້ຕະຫຼອດ. ອອກຮັບແຕ່ລະ ເຄສ (Case) ຕ້ອງໄດ້ໃຊ້ນີ້ນາ.”

ທາງດ້ານເຈົ້າໜ້າທີ່ກູ້ພັຍ ອີກທ່ານນຶ່ງ ຢູ່ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ເວົ້າວ່າ ໃນຂົງເຂດຂອງທ່ານ ກໍໄດ້ກຽມຄວາມພ້ອມ ພະນັກງານກູ້ພັຍ ແລະອຸປະກອນໄວ້ແລ້ວ, ແຕ່ໜ່ວຍກູ້ພັຍຂອງທ່ານ ກໍຍັງຂາດອຸປະກອນສຳລັບການກູ້ພັຍ ເປັນຕົ້ນແມ່ນ ອຸປະກອນຕັດຖ່າງຣົຖຍົນ ເຊິ່ງຕ້ອງໃຫ້ທາງໜ່ວຍງານໃຫຍ່ ຈາກນະຄອນຫຼວງວຽງຈັນ ຂຶ້ນມາສົ່ງໃຫ້. ນອກຈາກນີ້, ອຸບັດຕິເຫດຢູ່ທາງດ່ວນ ວຽງຈັນ-ວັງວຽງ ທີ່ຢູ່ໃນເຂດຮັບຜິດຊອບ ຂອງທ່ານ ກໍບໍ່ໄດ້ມີປານໃດ ດັ່ງເຊັ່ນໄລຍະທີ່ທາງດ່ວນ ຫາກໍເປີດໃໝ່ໆ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ຜ່ານມາຫວາ. ບໍ່ໄດ້ອັນນັ້ນ ຂ້ອຍບໍ່ໄດ້ເປັນຜູ້ສລຸບເຫຕຫັ້ນນ່າ. ສຳລັບປີນີ້ແທ້ແມ່ນ ອຸປະກອນຕັດຖ່າງ ຈຸເຮົາຍັງບໍ່ທັນມີ. ໄດ້ປະສານລົງຫາທາງຊຸດໃຫຍ່ ນະຄອນຫຼວງເພິ່ນຂື້ນມາ. ບໍ່ສູ້ມີລະດຽວນີ້ນ່ະ ບໍ່ສູ້ເຫັນເຂົາແຈ້ງນໍ. ເພາະມັນຈະມີເຂດຮັບຜິດຊອບຂອງໃຜມັນ ແຕ່ວ່າດຽວນີ້ຫັ້ນ ບໍ່ຄ່ອຍມີປານໃດລະ.”

ໃນຂະນະທີ່ ຊາວບ້ານນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ນາງກໍມີຄວາມກັງວົນວ່າ ອຸບັດຕິເຫຕ ໃນໄລຍະບຸນປີໃໝ່ລາວ ພ.ສ.2566 ຈະມີຫຼາຍຂຶ້ນ. ຍ້ອນວ່າ ປີນີ້ ພາກຣັຖ ໄດ້ອະນຸຍາດໃຫ້ມີການຈັດງານບຸນປີໃໝ່ ຕາມປົກກະຕິແລ້ວ.

ດັ່ງນາງກ່າວວ່າ:

“ເພິ່ນປ່ອຍໃຫ້ຫຼິ້ນ. ຄືຊ່ວງປີກາຍນີ້ ກະບໍ່ຄ່ອຍຈະມີນໍ. ມີກະບໍ່ຫຼາຍ. ແຕ່ລະປີຜ່ານມາ ກະມີຫຼາຍ ເພາະວ່າມີແຕ່ປີກາຍນີ້ ທີ່ວ່າໂຄວິດ ລາວບໍ່ໃຫ້ຫຼິ້ນ ກໍ່ບໍ່ຄ່ອຍຈະມີ.”

ສຳລັບສະຖິຕິ ອຸບັດຕິເຫດທົ່ວປະເທດ ໃນໄລຍະສລອງບຸນປີໃໝ່ລາວ ພ.ສ.2565 ແຕ່ວັນທີ 14–16 ເມສາ 2022 ມີທັງໝົດ 181 ກໍຣະນີ ເຊິ່ງຫຼຸດລົງ ຈາກປີ 2021 ຈຳນວນ 41 ກໍຣະນີ. ມີຜູ້ເສັຽຊີວິດ ຈຳນວນ 25 ຄົນ, ຜູ້ບາດເຈັບ 316 ຄົນ ແລະພາຫະນະເປ່ເພ 326 ຄັນ. ໂດຍແຂວງ ທີ່ມີອຸບັດຕິເຫດ ແລະມີຜູ້ເສັຽຊີວິດຫຼາຍທີ່ສຸດ ແມ່ນ ນະຄອນຫຼວງວຽງຈັນ ຈຳນວນ 23 ກໍຣະນີ ມີຜູ້ເສັຽຊີວິດ 7 ຄົນ, ສະເພາະ ອຸບັດຕິເຫດຢູ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຈຳນວນ 2 ກໍຣະນີ ມີຜູ້ບາດເຈັບ 6 ຄົນ. ເຊິ່ງສາເຫດສ່ວນຫຼາຍ ມາຈາກການແລ່ນຣົຖໄວ ເກີນກົດໝາຍກຳນົດ ແລະຜູ້ຂັບຂີ່ ດື່ມສິ່ງມຶນເມົາ ແລະປ່ຽນທິດທາງ ການສັນຈອນກະທັນຫັນ.

ໂດຍໃນປີນີ້, ທາງການລາວ ໄດ້ກຳນົດໃຫ້ວັນພັກຣັຖການ ໃນໄລຍະບຸນປີໃໝ່ລາວ ລະຫວ່າງວັນທີ 14-18 ເມສາ 2023 ເຊິ່ງຄາດວ່າ ປະຊາຊົນລາວ ຈະໄດ້ສລອງບຸນປີໃໝ່ລາວ ຢ່າງຄືກຄື້ນ ແລະອາຈເຮັດໃຫ້ສະຖິຕິອຸບັດຕິເຫດ ໃນໄລຍະບຸນປີໃໝ່ລາວ ປີນີ້ ເພີ່ມຫຼາຍຂຶ້ນ.