ປິດຕລາດຂົວດິນ 1 ປີ ເພື່ອປັບປຸງ, ຊາວຄ້າຂາຍ ຕ້ອງຍ້າຍອອກ
2023.04.04
ນັບແຕ່ ວັນທີ 25 ເມສາ 2023 ເປັນຕົ້ນໄປ ຈະມີການປັບປຸງຕລາດຂົວດິນ ຫຼື ຕລາດໜອງຈັນ ເພື່ອໃຫ້ເປັນຕລາດທີ່ທັນສໄມ, ສະດວກ, ສະອາດ, ປອດໄພ, ແລະ ການບໍຣິການທີ່ດີ ແຕ່ຍັງຄົງຮັກສາຄວາມເປັນຕລາດ ຂາຍສົດ, ຂາຍສົ່ງ, ຂາຍຍ່ອຍ ຄືເກົ່າ. ການປັບປຸງຈະໃຊ້ເວລາປະມານ 1 ປີ ແລະ ເຈົ້າຂອງຕລາດຢືນຢັນວ່າ ບໍ່ໄດ້ໃຫ້ສັມປະທານ ແກ່ນັກລົງທຶນຈີນ ຫຼື ບໍ່ໄດ້ເປັນຫຸ້ນສ່ວນກັບຄົນຈີນ ຕາມທີ່ຫາງສຽງສັງຄົມວິຈານກັນ, ເຈົ້າຂອງຕລາດ ກໍຍັງເປັນຄົນເກົ່າທີ່ເປັນຄົນລາວ.
ເຈົ້າຂອງ ບໍຣິສັດ ລຽງເຮັງການຄ້າ ບໍຣິການຈັດສັນຕລາດ ຈຳກັດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 4 ເມສາ ວ່າ:
“ດຽວນີ້ ຕລາດຂົວດິນ ຫຼື ຕລາດໜອງຈັນ ເຈົ້າຂງນີ້ແມ່ນ ເຈົ້າຂອງຜູ້ດຽວ ເປັນຄົນສັນຊາດລາວ ແລະ ຖືກດິນກຳມະສິດຂອບທອງ ບໍ່ມີເປັນຮຸ້ນສ່ວນກັບໃຜ ແລະ ຈີນ ບໍ່ຊິບໍ່ໄດ້ມາຊື້ ແລະ ເຮົາກໍບໍ່ຂາຍໃຫ້ໃຜ ເປັນທຸຣະກິຈ ທີ່ເຮົາລົງທຶນ 100 ເປີເຊັນ ພຽງຜູ້ດຽວ ບໍ່ມີຮຸ້ນສ່ວນ ເວລາການປັບປຸງ ທັດທະນາຕລາດໃຊ້ເວລາປະມານ 10 ເດືອນ ຖືວ່າ ໄວສຸດ 12 ເດືອນ ກໍວ່າ ຊ້າສຸດ.”
ທ່ານ ກ່າວຕື່ມວ່າ ໃນໄລຍະທີ່ປິດປັບປຸງຕລາດ ຂົວດິນ ນີ້, ເຈົ້າຂອງຕລາດ ບໍ່ໄດ້ມີສະຖານທີ່ສຳຮອງໃຫ້ແກ່ຊາວຄ້າຂາຍ, ຂາວຄ້າຂາຍ ຕ້ອງໄປຫາຕລາດບ່ອນອື່ນໆ ຂາຍເຄື່ອງໄປກ່ອນ, ແຕ່ທາງຕລາດ ມີສິດພິເສດເບື້ອງຕົ້ນ ໃຫ້ຊາວຄ້າຂາຍຢູ່ ໂດຍຊາວຄ້າຂາຍ ທີ່ເຄີຍຄ້າຂາຍ ຢູ່ຕລາດຂົວດິນ ທີ່ຕ້ອງການຈະກັບຄືນມາຂາຍໃໝ່ ກໍບໍ່ຕ້ອງເອົາເງິນມັດຈຳຄືນ ແລ້ວຕລາດກໍຈະຈອງພື້ນທີ່ໄວ້ໃຫ້ ສ່ວນຄົນທີ່ຕ້ອງການເອົາເງິນມັດຈຳຄືນ ກໍຖືວ່າສະລະສິດ ກໍບໍ່ມີພື້ນທີ່ໃຫ້ ແລະ ຈະປ່ອຍໃຫ້ຄົນນອກເຂົ້າມາເຊົ່າພື້ນທີ່ຂາຍໄດ້.
ໃນໄລຍະປິດເພື່ອປັບປຸງ, ບັນດາຊາຍຄ້າຂາຍ ຈະຕ້ອງຍ້າຍອອກກ່ອນວັນດັ່ງກ່າວ ແລະ ຫຼາຍຄົນກໍໄປຫາເຊົ່າພື້ນທີ່ໃໝ່ ສ່ວນວ່າ ບາງຄົນບໍ່ມີພື້ນທີ່ຂາຍເຄື່ອງ, ບາງຄົນໄປເຊົ່າພື້ນທີ່ ສູນການຄ້າພາກຊັ້ນ Parkson.
ແມ່ຄ້າຂາຍເຄື່ອງ ຢູ່ຕລາດຂົວດິນ ໄດ້ກ່າວ:
“ຕລາດນີ້ເພິ່ນປິດປັບປຸງ ໃຫ້ຢູ່ຮອດວັນທີ 25. ແມ່ນເບັດເສັດ ບໍ່ມີ ຍ້ານບາງທີ ເຂົາກໍຈະອອກ 22-23 ນີ້ແຫຼະ. ໄປຂາຍຢູ່ພາກຊັ້ນ ກັບຊອບປິ້ງມໍ ກະກັບມາຄື ເພິ່ນເວົ້າຊິເນາະເງື່ອນໄຂ ຊິໃຫ້ຄົນທີ່ເຄີຍຢູ່ມາກ່ອນ ຄົນນອກກໍຈັ່ງວ່າກັນໃໝ່ ເພິ່ນວ່າ. ເພິ່ນປັບປຸງເອງ ວ່າຊັ້ນ ບໍ່ຮູ້ວ່າ ຊິເປັນຈິນບໍ່ ຫຼື ບໍ່ຈີນ ບໍ່ຈັກ.”
ຊາວຄ້າຂາຍ ກໍບໍ່ຮູ້ເບື້ອງຫຼັງຂອງການປັບປຸງໃນຄັ້ງນີ້ ເພາະມັນເປັນສິດຂອງເຈົ້າຂອງ ຕລາດ.
ແມ່ຄ້າຕລາດຂົວດິນ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ເພິ່ນຈະປິດປັງປຸງໃນໄລຍະ 1 ປີ ກຳນົດອອກໃຫ້ ວັນທີ 24-25 ກະປາດສະຈາກບໍ່ໄດ້ ບ້ານເຮົາມັນຈະເລີນແລ້ວເນາະ ເພິ່ນກໍຢືນຢັນວ່າ ທຶນເພິ່ນເອງ ເພິ່ນເຮັດເອງຫັ້ນນ່າ ແຕ່ເຮົາກະບໍ່ຮູ້ເບື້ອງເລິກຂອງເພິ່ນ ຄື ຮ້ານເອື້ອຍນີ້ ຂຶ້ນມາຕລາດຊອບປິ້ງມໍ ຕລາດເຊົ້າຊັ້ນ 3 ກຸ້ມກັນເອງແຕ່ລະຄົນ ກໍຣະນີເຮົາເບີກໄປແລ້ວ ເຮົາຈະບໍ່ມີສິດຈອງງວດຕໍ່ໄປຫັ້ນນ່າ.”
ຕລາດຂົວດິນ ເປັນຕລາດເກົ່າແກ່ ແລະ ໃນທາງນຶ່ງ ກໍປັບປຸງກໍເຮັດໃຫ້ດີຂຶ້ນ ແຕ່ອີກທາງນຶ່ງ ຄົນກໍຈະບໍ່ມາຄືແຕ່ກ່ອນ.
ປະຊາຊົນທີ່ອາໄສຢູ່ໃກ້ກັບຕລາດຂົວດິນ ໄດ້ກ່າວວ່າ:
“ຕລາດນີ້ ມັນເປັນຕລາດເກົ່າຕລາດໃຫຍ່ ຄົນມາແຕ່ຕ່າງແຂວງ ກໍຕ້ອງໄດ້ມາ ເລາະຕລາດຂົວດິນ ຕລາດເຂົ້າ ເພາະມັນເປັນຕລາດເກົ່າ ຕລາດແກ່ ອັນດີມັນກໍເຮັດໃໝ່ ຕຶກໃໝ່ ມັນກໍສະອາດຂຶ້ນ ອາດຄົນບໍ່ເຂົ້າຄືເກົ່າ. ດຽວນີ້ ມັນມີຫ້າງຫຼາຍ ບ້ານເຮົາ ຢ້ານຄົນໄປບ່ອນອື່ນ ຢ້ານຄົນບໍ່ມາຄືແຕ່ກີ້.”
ນອກຈາກນີ້, ປະຊາຊົນທີ່ອາໄສຢູ່ໃກ້ກັບຕລາດຂົວດິນ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ເອີມັນກະເນາະ ຢູ່ຄູ່ກັບຄົນລາວມາຫຼາຍປີແລ້ວ ມັນກໍມີຜົລຕອບຮັບກໍຫຼາຍ ກະໜ້າຈະດີຂຶ້ນ ເພາະວ່າ ມັນເຫັນແຫຼ່ງເຄື່ອງສົ່ງນີ້ເດ້ ເພິ່ນຈະປັບປຸງໃໝ່ ມີພື້ນທີ່ບ່ອນຈອດຣົຖ ເປັນໂຊນອິຫຍັງຫັ້ນນ່າ ເພິ່ນປັບປຸງໃຫ້ຄົບຢູ່ໃນນີ້ເລີຍ ເປັນແຫຼ່ງສົ່ງເຄື່ອງ ແຫຼ່ງອາຫານອິຫຍັງຫັ້ນນ່າ.”
ບໍຣິສັດ ລຽງເຮັງດການຄ້າ ບໍຣິການ ຈັດສັນຕລາດ ຈຳກັດ ໄດ້ແຈ້ງການ ວັນທີ 30 ມີນາ 2023 ວ່າ ທາງຕລາດຂົວດິນ ຫຼື ຕລາດໜອງຈັນ ຈະມີການປິດຕລາດຊົ່ວຄາວ ເພື່ອພັດທະນາ ປັບປຸງ ໃຫ້ເປັນຕລາດທີ່ທັນສໄມຮອບດ້ານ ໂດຍ ເຣີ່ມຕັ້ງແຕ່ວັນທີ 25 ເມສາ 2023 ແລະ ຈະບໍ່ສາມາດເປີດໃຫ້ໃຊ້ບໍຣິການໄດ້.
ຢ່າງໃດກໍຕາມ, ຊາວຄ້າຂາຍ ກໍຍິນຍອມ ເຮັດຕາມຂໍ້ຕົກລົງ ກັບເຈົ້າຂອງຕລາດຂົວດິນ ໂດຍຫຼາຍຄົນກໍບໍ່ໄດ້ເອົາມັດຈຳຄືນ ເພື່ອລໍຖ້າ ກັບມາຂາຍເຄື່ອງຄືເກົ່າ ແລະ ກໍໄປຫາພື້ນທີ່ ບ່ອນໃໝ່ຂາຍເຄື່ອງກັນເອງ, ບາງຄົນ ກໍໄດ້ພື້ນທີ່ຂາຍໃໝ່ ແລະ ບາງຄົນ ກໍຍັງບໍ່ໄດ້ພື້ນທີ່ຂາຍກໍມີ.
ໃນວັນທີ 24 ມີນາ 2023 ທີ່ຜ່ານມາ, ຕລາດກາງຄືນສີຫອມ ໃນນະຄອນຫລວງວຽງຈັນ ທີ່ມີຮ້ານຄ້າປະມານ 300 ຮ້ານ ກໍຖືກສັ່ງປິດ ໃນຂະນະທີ່ ຊາວຄ້າຂາຍຫຼາຍຄົນ ກໍບໍ່ທັນຕັ້ງໂຕ ແລະ ເຂົາເຈົ້າຕ້ອງໄດ້ຂຸ້ນຂ້ຽວຫາພື້ນທີ່ໃໝ່ ເພື່ອຂາຍເຄື່ອງເຊັ່ນກັນ.