ສັງຄົມວິຈານ ຄຣູລົງໂທດນັກຮຽນ ມສ ວຽງຈັນ ເກີນກວ່າເຫດ
2023.04.04
ວັນທີ 03 ເມສາ 2023 ທີ່ຜ່ານມາ ມີພາບອາຈານສອນ ຢູ່ໂຮງຮຽນ ມສ ວຽງຈັນ ລົງໂທດນັກຮຽນ ມ.2 ດ້ວຍການບິດຫູ ຈົນຫູຈີກ ແລ້ວບັງຄັບໃຫ້ເຊັນໄລ່ອອກ ຈາກໂຮງຮຽນພຽງເພາະ ນັກຮຽນເອົາໂທຣະສັບມືຖືໄປໂຮງຮຽນນຳ. ເມື່ອພາບດັ່ງກ່າວຖືກເຜີຍແຜ່ ລົງເຟສບຸກຄ໌ ເຮັດໃຫ້ສະເທືອນໃຈຊາວລາວ ໂດຍແຕ່ລະເພຈ ທີ່ເຜີຍແຜ່ພາບມີຈຳນວນກົດໄລທ໌, ກົດແຊຣ໌ ແລະ ສະແດງຄວາມຄິດຄວາມເຫັນ ກັນຫຼວງຫຼາຍ.
ໂດຍຄວາມຄິດເຫັນ ສ່ວນຫຼາຍເປັນໄປໃນທາງສະເທືອນໃຈ ແລະ ຕົກໃຈ ກັບເຫດການທີ່ເກີດຂຶ້ນເນື່ອງຈາກ ໃນຖານະທີ່ອາຈານຂຶ້ນຊື່ວ່າ ເປັນແມ່ພີມຂອງຊາຕ ຕ້ອງມີວິທີການລົງໂທດ ນັກຮຽນໂດຍບໍ່ໃຊ້ຄວາມຮຸນແຮງ ແບບຫຼ້າຫຼັງ ແຕ່ປ່ຽນມາເປັນການຕັກເຕືອນ ດ້ວຍຄຳເວົ້າຈະເປັນຄຳສອນ ທີ່ທັນສໄມເໝາະສົມກັບຍຸກປັດຈຸບັນ ຫຼື ເອີ້ນຜູ້ປົກຄອງ ເຂົ້າມາຮັບຮູ້ບັນຫາ ຂອງລູກໂຕເອງກ່ອນ ກໍຈະດີກ່ວາການໃຊ້ຄວາມຮຸນແຮງ.
ດັ່ງຊາວລາວ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 04 ເມສາ ນີ້ວ່າ:
“ມັນເກີນກ່ວາເຫດ ເພາະວ່າດຽວນີ້ມັນກໍສໄມໃໝ່ແຫຼະເນາະ ຄືແຕ່ກີແມ່ນນາຍຄຣູລົງໂທດນັກຮຽນ ໃຊ້ຄວາມຮຸນແຮງ ກໍຖືວ່າທັມມະດາແຕ່ວ່າດຽວນີ້ມັນສໄມໃໝ່ແລ້ວ ມີແຕ່ໃຊ້ຈາກການຕັກເຕືອນ ດ້ວຍຄຳເວົ້າເອົາກໍໄດ້ຖ້າວ່າ ນັກຮຽນເຮັດຫຍັງຜິດ ບອກທາງຜູ້ປົກຄອງ ອິຫຍັງກ່ອນ ບໍ່ແມ່ນໄປເຮັດນັກຮຽນຈົນວ່າບາດເຈັບຫັ້ນນ່າ.”
ຊາວລາວອີກທ່ານນຶ່ງ ກ່າວວ່າຄຣູທຳຮ້າຍຮ່າງກາຍ ນັກຮຽນເປັນເຫດການທີ່ບູຮານ ແລະ ໃນຍຸກສໄມໃໝ່ນີ້ບໍ່ຢາກໃຫ້ຄຣູສັ່ງສອນນັກຮຽນ ດ້ວຍການທຳຮ້າຍຮ່າງກາຍ ພຽງເພາະວ່ານັກຮຽນເອົາໂທຣະສັບມືຖື ໄປໂຮງຮຽນ ແຕ່ຢາກໃຫ້ໃຫ້ຄຣູຍຶດໂທຣະສັບ ແລ້ວໃຫ້ຜູ້ປົກຄອງມາພົວພັນເອົາໂທຣະສັບມືຖືຄືນ ໃຫ້ລູກໂຕເອງແທນ ຫຼື ໃຊ້ຄວາມເປັນຄຣູສັ່ງສອນ ນັກຮຽນດ້ວຍຄຳເວົ້າຍ້ອນເຊື່ອວ່າ ນັກຮຽນຈະຟັງຄວາມ ແລະ ເຂົ້າໃຈເຫດຜົລ ທີ່ບໍ່ຄວນເອົາໂທຣະສັບມືຖື ໄປໂຮງຮຽນ.
ດັ່ງຊາວລາວ ກ່າວໃນມື້ດຽວກັນນີ້ວ່າ:
“ເຫດການແບບຊີ້ ມັນແມ່ນແຕ່ກ່ອນແລ້ວ ເພາະວ່າມາຮອດປັດຈຸບັນນີ້ ມັນກໍທັນສມັຍໃໝ່ແລ້ວ ບໍ່ຢາກໃຫ້ສັ່ງສອນນັກຮຽນແບບຊິຫັ້ນນ່າ, ຕັກເຕືອນຄັ້ງທີ 1 ຍັງບໍ່ຟັງ ຄັ້ງທີ 2 ຍັງບໍ່ຟັງ ກໍເຊີນຜູ້ປົກຄອງເລີຍ ແບບຊິຫັ້ນນ່າຄວາມໝາຽເດັກນ້ອຍ ຄັນບອກສອນເຂົາເຈົ້າກໍໜ້າຈະຟັງ ຖ້າເຮົາໃຊ້ຄວາມຮຸນແຮງເພາະວ່າເດັກນ້ອຍບາງຄົນແບບເກີດຄຽດອິຫຍັງ ຄິດສັ້ນໄປຂ້າໂຕຕາຍແບບຊິກໍມີບາງຄົນຄິດວ່າ ຄຣູ-ອາຈານບໍ່ຮັກຈັ່ງຊິຫັ້ນນ່າ.”
ສ່ວນຊາວລາວອີກທ່ານນຶ່ງ ກ່າວວ່າ ພາຍຫລັງເຫັນຂ່າວທີ່ອາຈານບິດຫູນັກຮຽນ ຈົນຫູຈີກກໍຮູ້ສຶກອີ່ຕົນນັກຮຽນ ແລະບໍ່ຢາກໃຫ້ອາຈານ ຂອງປະເທດລາວລົງໂທດນັກຮຽນ ດ້ວຍການທຳຮ້າຍຮ່າງ ກາຍແຕ່ໃຫ້ການສັ່ງສອນ ໃຫ້ນັກຮຽນຮູ້ສຶກຢ້ານດ້ວຍຄຳເວົ້າ ແທນເພື່ອໃຫ້ນັກຮຽນປະຕິບັດຕາມກົດ ລະບຽບຂອງໂຮງຮຽນ ບໍ່ເອົາໂທຣະສັບມືຖືມາໂຮງຮຽນ.
“ສຳລັບສ່ວນໂຕ ກໍອີຕົນນັກຮຽນຄວາມໝາຽ ວ່າລົງໂທດກໍຕ້ອງແບບວ່າ ໃຫ້ເບົາກ່ວານີ້ຫັ້ນນ່າ ຫຼືວ່າຈະເປັນການເອົາຄວາມເວົ້າສາ ແບບໄປສັ່ງສອນນັກຮຽນ ຊິໃສ່ໂທດແບບວ່າໃຫ້ພັນໂຮງຮຽນ ຫຼືວ່າຊິໄລ່ອອກອິຫຍັງ ຈັ່ງຊິນ່າແບບໃຫ້ເຂົາເຈົ້າຢ້ານ.”
ຊາວລາວທັງ 3 ຄົນກ່າວກົງກັນວ່າ ຫາກອາຈານບິດຫູນັກຮຽນຈົນຈີກແທ້ ກໍຄວນເຮັດບົດບັນທຶກຕັກເຕືອນ ປັບໃໝຕາມລະບຽບ ນຳອາຈານຄົນນັ້ນ ແລະບໍ່ໄດ້ຕ້ອງການເຖິງຂັ້ນໄລ່ອາຈານອອກ ຫຼື ປົດຕຳແໜ່ງອາຈານ ຍ້ອນຈະເຮັດເກີນໄປ.
ໃນມຸມມອງ ຂອງນັກສິດທິມະນຸດ ກ່າວວ່າ ອາຈານບິດຫູນັກຮຽນ ຈົນຈີກຍ້ອນເອົາໂທຣະສັບມືຖືໄປໂຮງຮຽນ ເປັນການກະທຳທີ່ບໍ່ຖືກຕ້ອງ ໃນດ້ານການປົກປ້ອງເດັກ ໃຫ້ມີຄວາມປອດພັຍ ແລະ ຂັດກັບສິດທິເດັກ ຄວນຈະມີວິທີການທີ່ດີ ຄືບອກເດັກແນະນຳເດັກ ແທນການໃຊ້ການນາບຂູ່ ຫຼື ທຳຮ້າຍຮ່າງກາຍເດັກ.
ດັ່ງເຈົ້າໜ້າທີ່ ເຮັດວຽກຢູ່ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກປົກປ້ອງສິດທິເດັກ ກ່າວໃນມື້ດຽວກັນວ່າ:
“ມຸມມອງຂອງການປົກປ້ອງເດັກກໍບໍ່ຖືກຕ້ອງຫັ້ນແຫຼະເພາະສິດທິຂອງເດັກເຮົາກໍບໍ່ຄວນຈະເຮັດແບບນັ້ນດອກກັບເດັກເພາະວ່າເຂົາທຳຮ້າຍຮ່າງກາຍແລະການບໍ່ໃຫ້ຄວາມເຄົາຣົບໃຫ້ກຽດຂອງເດັກ, ອັນນ່າບອກເດັກແນະນຳເດັກວິທີ່ດີ ໆ ໂຕນີ້ກໍໄດ້ໂດຍບໍ່ໃຊ້ການນາບຂູ່ ຫຼື ທຳຮ້າຍຮ່າງກາຍເດັກແບບນີ້.”
ວັນທີ 03 ເມສາ 2023 ພາກສ່ວນທີ່ກ່ຽວຂ້ອງ ຢູ່ໂຮງຮຽນ ມສ ວຽງຈັນ ໄດ້ເຊີນອາຈານ ນັກຮຽນ ແລະ ຜູ້ປົກຄອງ ເຂົ້າມາລົມກັນ ແລະ ພົບວ່າອາຈານຄົນດັ່ງກ່າວ ບໍ່ໄດ້ບິດຫູເດັກຈົນຈີກ ຢ່າງທີ່ສື່ສັງຄົມອ໋ອນລາຍນ໌ ໄດ້ອ້າງເຖິງແຕ່ນັກຮຽນມີແຜທີ່ຫູຢູ່ແລ້ວ ແລະ ບໍຣິເວນບາດແຜທີ່ຫູເປື່ອຍນັ້ນ ກໍຍ້ອນເດັກລົງໄປຫຼິ້ນນໍ້າ ແຜທີ່ຫູຈຶ່ງເປື່ອຍ ແລະ ປັດຈຸບັນທັງອາຈານ ແລະ ນັກຮຽນກໍເຂົ້າໃຈກັນດີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ໂຮງຮຽນ ມສ ວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ມາຊ່ອງໜ້າ ແລ້ວມາສືບມາຖາມເພິ່ນກໍບໍໄດ້ເຮັດຫຍັງ ແລ້ວກໍຜູ້ປົກຄອງຜູ້ກ່ຽວຫັ້ນ ເພິ່ນກໍຍອມຮັບແລ້ວລະຫູເປັນບາດ ເປັນຕຸ່ມເປື່ອຍນ່າ ແລ້ວຜູ້ປົກຄອງວ່າລາວໄປລອຍນໍ້າ ເປັນຕຸ່ມເປື່ອຍມາເປັນທິດເນາະບາງເທື່ອ ກໍຄຣູເຮົາໄປແຕະຕ້ອງ ເຖິງຫູແດ່ ກໍເປັນຂ່າວມາເລີຍຫັ້ນນ່າ ໄດ້ເອີ້ນມາບັນທຶກມາສຶກສາອົບຮົມໝົດ ທັມມະດາມືຖືກໍສັ່ງຫ້າມຫັ້ນແຫຼະ.”
ເມື່ອວັນທີ 6 ມີນາ 2023 ທີ່ຜ່ານມາ ມີຄລິບວີດີໂອ ເຜີຍແຜ່ລົງສື່ສັງຄົມອ໋ອນລາຍນ໌ ເຟສບຸກຄ໌ ເປັນຄລິບສັ້ນໆ ຄວາມຍາວປະມານ 1 ນາທີ ມີເຫດການເດັກນ້ອຍ ຊົນເຜົ່າມົ້ງອາຍຸ 9 ປີ ຮຽນຢູ່ຊັ້ນ ປ.2 ໂຮງຮຽນປະຖົມ ພູຫົວຊ້້າງ ເມືອງອະນຸວົງ ແຂວງໄຊສົມບູນ ລັກເຂົ້າ ໜົມມູນຄ່າ 2,000 ກີບແລ້ວຖືກແມ່ຄ້າ ຈັບໄດ້ມັດໃສ່ຣົຖຈັກໄວ້ ເຮັດໃຫ້ສະເທື່ອນໃຈ ຊາວລາວຜູ້ທີ່ພົບເຫັນທີ່ສຸດ ແລະ ວັນທີ 9 ມີນາ 2023 ເຈົ້າໜ້າທີ່ຕຳຣວດ ປກສ ແຂວງໄຊສົມບູນ ໄດ້ນຳໂຕຜູ້ກໍ່ເຫດຄືແມ່ຄ້າ ມາສືບສວນ-ສອບສວນແລະສຶກສາອົບຮົມ ຕາມລະບຽບກົດໝາຽ ເພື່ອປົກປ້ອງເດັກທີ່ຖືກໃຊ້ຄວາມຮຸນແຮງ ໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ.