ຢູ່ກອງປະຊຸມ MRC ຄັ້ງທີ 4, ຣັຖບານລາວ ຮຽກຮ້ອງໃຫ້ຄຸ້ມຄອງ ແມ່ນ້ຳຂອງ
2023.04.05

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ຈັດກອງປະຊຸມສຸດຍອດ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ໃນລະຫວ່າງ ວັນທີ 2-5 ເມສາ 2023 ນີ້ ທີ່ຫໍປະຊຸມແຫ່ງຊາຕລາວ ນະຄອນຫຼວງວຽງຈັນ ເພື່ອຫາລືບັນຫາ ການປ່ຽນແປງດິນຟ້າອາກາດ ທີ່ນັບມື້ຈະຮຸນແຮງຂຶ້ນ ເຊິ່ງມີຄວາມສ່ຽງສູງ ທີ່ຈະສົ່ງຜົລກະທົບ ຕໍ່ລະບົບເສຖກິຈ, ລະບົບນິເວດ, ຄວາມຍືນຍົງ ຂອງບັນດາປະເທດລຸ່ມແມ່ນໍ້າຂອງ ຄື ກັມພູຊາ, ໄທຍ, ວຽດນາມ ແລະລາວ.
ໃນພິທີເປີດກອງປະຊຸມຄັ້ງນີ້ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ແລະປະທານກອງປະຊຸມ ກໍໄດ້ຮຽກຮ້ອງໃຫ້ບັນດາປະເທດ ສະມາຊິກລຸ່ມແມ່ນໍ້າຂອງ ຮ່ວມມືກັນຢ່າງຈິງຈັງ ເພື່ອຕຣຽມພ້ອມຮັບມືກັບການປ່ຽນແປງ ດິນຟ້າອາກາດ ທີ່ຈະກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນ ທີ່ອາສັຍຢູ່ລຸ່ມແມ່ນໍ້າຂອງ ເປັນຈໍານວນຫຼາຍກວ່າ 60 ລ້ານຄົນ.
ດັ່ງທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ກ່າວໃນພິທີເປີດກອງປະຊຸມ ສຸດຍອດຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ໃນມື້ວັນທີ 5 ເມສາ 2023 ນີ້ວ່າ:
“ຂໍຮຽກຮ້ອງບັນດາປະເທດ ທີ່ນອນຢູ່ໃນອ່າງແມ່ນໍ້າຂອງ ທັງໝົດ ຈົ່ງໄດ້ຮ່ວມກັນ ໃນການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຫຼັກການເຄົາຣົບອະທິປະຕິໄຕ ຂອງກັນແລະກັນ ແລະເພື່ອຜົນປໂຍດຮ່ວມກັນ ດັ່ງຄໍາຂວັນ ນຶ່ງແມ່ນໍ້າຂອງ ນຶ່ງອຸດົມການ.”
ທ່ານຍັງກ່າວຕື່ມອີກວ່າ ແມ່ນໍ້າຂອງ ຖືເປັນແມ່ນໍ້າຂນາດໃຫຍ່ ທີ່ມີຄວາມອຸດົມສົມບູນ ໄປດ້ວຍລະບົບນິເວດ ແລະຊີວະນາໆພັນ ທີ່ຕິດພັນກັບຊີວິດ ການເປັນຢູ່ຂອງປະຊາຊົນ ເປັນຈໍານວນຫຼາຍ ທີ່ອາສັຍຢູ່ໃນອ່າງແມ່ນໍ້າຂອງແຫ່ງນີ້ ແລະໄດ້ນໍາໃຊ້ຊັພຍາກອນທັມມະຊາຕ ດັ່ງກ່າວນີ້ ໃນການດໍາລົງຊີວິດ.
ແມ່ນໍ້າຂອງ ຍັງເປັນແມ່ນໍ້າມິຕພາບ ທີ່ເຊື່ອມໂຍງການພົວພັນ ຂອງປະຊາຊົນ ໂດຍສະເພາະ ການແລກປ່ຽນທາງດ້ານເສຖກິຈ, ສັງຄົມ ແລະວັທນະທັມ ຂອງບັນດາປະເທດໃນພາກພື້ນນີ້, ແຕ່່ສະພາບແມ່ນໍ້າຂອງ ໃນປັດຈຸບັນ ກໍາລັງພະເຊີນກັບການປ່ຽນແປງ ດິນຟ້າອາກາດ ນັບມື້ນັບຈະຮຸນແຮງຂຶ້ນ ເຊິ່ງຈະກໍໃຫ້ເກີດພັຍອັນຕລາຍຕ່າງໆ ທີ່ບັນດາປະເທດສະມາຊິກ ລຸ່ມແມ່ນໍ້າຂອງ ແລະຜູ້ມີສ່ວນໄດ້ສ່ວນເສັຍທັງໝົດ ຄວນຮີບດ່ວນ ເພື່ອຫຼຸດຜ່ອນຜົລກະທົບດັ່ງກ່າວນີ້.
ດັ່ງທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ກ່າວໃນຕອນນຶ່ງວ່າ:
“ພວກເຮົາຮັບຮູ້ນໍາກັນແລ້ວ່າ ສະພາບການປ່ຽນແປງຂອງດິນຟ້າອາກາດ ແມ່ນນັບມື້ນັບຮຸນແຮງຂຶ້ນ ເຮັດໃຫ້ສະພາບໂລກ ແລະພາກພື້ນ ມີການປ່ຽນແປງ ກໍໃຫ້ເກີດມີພັຍນໍ້າຖ້ວມ, ພັຍແຫ້ງແລ້ງ ແລະສະພາບການ ອາກາດທີ່ຜັນແປງຮຸນແຮງ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ກັບຊີວິດ ແລະຊັບສິນ ຂອງປະຊາຊົນ ລວມທັງພື້ນຖານໂຄງຮ່າງຕ່າງໆ.”
ເພື່ອແກ້ໄຂບັນຫາ ທີ່ກ່າວມາຂ້າງເທິງນັ້ນ ປະເທດລາວ ໄດ້ເຮັດວຽກຮ່ວມກັບ ຄະນະກັມມາທິການແມ່ນໍ້າຂອງສາກົລ ແລະຄູ່ຮ່ວມງານທີ່ກ່ຽວຂ້ອງ ໃນການຂຍາຍຕາໜ່າງສະຖານີອຸຕຸນິຍົມ-ອຸທົກກະສາດ, ການປັບປຸງລະບົບພະຍາກອນ ແຈ້ງເຕືອນພັຍນໍ້າຖ້ວມ-ພັຍແຫ້ງແລ້ງລ່ວງໜ້າ ເພື່ອຫຼຸດຜ່ອນຄວາມສ່ຽງຈາກພັຍພິບັດ ໃນຂອບເຂດທົ່ວປະເທດລາວ.
ປະເທດລາວເຫັນວ່າ ມີຄວາມຈໍາເປັນ ໃນການຮ່ວມກັນຫາວິທີທາງທີ່ດີ ແລະເໝາະສົມ ກັບຂົງເຂດປະເທດສະມາຊິກລຸ່ມແມ່ນໍ້າຂອງ ເພື່ອເຮັດໃຫ້ການພັທນາ ເກີດຜົນປໂຍດສູງສຸດ ພ້ອມທັງ ຫຼຸດຜ່ອນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຕໍ່ຊຸມຊົນບອບບາງ ເປັນຕົ້ນແມ່ນ ການເສີມຂຍາຍນໍາໃຊ້ນະວັດຕະກັມໃໝ່ໆ ແລະກົນໄກການຮ່ວມມື ທີ່ມີປະສິດທິພາບ ເພື່ອອ່າງແມ່ນໍ້າຂອງທີ່ໝັ້ນຄົງ ແລະຍືນຍົງ.
ສ່ວນ ທ່ານ ສຸຣະສອນ ກິດຕິມົນທົນ ເລຂາທິການ ສໍານັກງານຊັພຍາກອນນໍ້າ ແຫ່ງຊາຕ ປະເທດໄທຍ ກ່າວວ່າ ປະເທດໄທຍ ເນັ້ນຍໍ້າເຖິງຄວາມພ້ອມ ໃນການສນັບສນູນ ຄວາມຮ່ວມມືລະຫວ່າງ ຄະນະກັມມາທິການແມ່ນໍ້າຂອງ ແລະຂອບເຂດຄວາມຮ່ວມມື ທີ່ກ່ຽວຂ້ອງອື່ນໆ ເປັນຕົ້ນ ອາຊ້ຽນ ຄວາມຮ່ວມມືແມ່ນໍ້າຂອງ ກັບແມ່ນໍ້າລ້ານຊ້າງ, ຄວາມຮ່ວມມືລຸ່ມແມ່ນໍ້າຂອງ ກັບຍີ່ປຸ່ນ, ຄວາມຮ່ວມມືລຸ່ມແມ່ນໍ້າຂອງ ກັບປະເທດເກົາຫຼີໃຕ້, ຫຸ້ນສ່ວນລຸ່ມແມ່ນໍ້າຂອງ ກັບສະຫະຣັຖອາເມຣິກາ, ຍຸທສາດຄວາມຮ່ວມມືທາງເສຖກິຈ ອິຣະວະດີ-ເຈົ້າພຣະຍາ-ແມ່ນໍ້າຂອງ ຮວມເຖິງ ຜູ້ມີສ່ວນໄດ້ສ່ວນເສັຍທີ່ກ່ຽວຂ້ອງ ໂດຍໃຊ້ຈຸດເດັ່ນຈາກຄວາມຮ່ວມມື ໃນຂອບເຂດຕ່າງໆ ເພື່ອເຕີມເຕັມເຊິ່ງກັນແລະກັນ ໃນການຂັບເຄື່ອນ ໄປທາງໜ້າ ຢ່າງຍືນຍົງ.
ດັ່ງທ່ານ ສຸຣະສອນ ກິດຕິມົນທົນ ເລຂາທິການ ສໍານັກງານຊັພຍາກອນນໍ້າ ແຫ່ງຊາຕ ປະເທດໄທຍ ກ່າວຕໍ່ກອງປະຊຸມສຸດຍອດ ຂອງຄະນະກັມມາທິການແມ່ນໍ້າຂອງສາກົລ ຄັ້ງທີ 4 ໃນມື້ດຽວກັນນີ້ວ່າ:
“ເພື່ອກ້າວຜ່ານຄວາມທ້າທາຍ ທີ່ຕ້ອງພະເຊີນຮ່ວມກັນນີ້ ປະເທດໄທຍເຊື່ອວ່າ ດ້ວຍຄວາມຮ່ວມມືຈາກທຸກທ່ານ ທັງປະເທດສະມາຊິກ, ປະເທດຄູ່ເຈຣະຈາ, ຫຸ້ນສ່ວນການພັທນາ ແລະຊຸມຊົນທ້ອງຖິ່ນ ຈະເປັນກະແຈສໍາຄັນ ທີ່ຈະເຮັດໃຫ້ເກີດການຮ່ວມມື ໃນການບໍຣິຫານຈັດການ ຊັພຍາກອນນໍ້າຮ່ວມກັນ ທີ່ຄໍານຶງເຖິງການອະນຸຮັກ ແລະໃຊ້ປໂຍດ ຈາກຄວາມຫຼາກຫຼາຍທາງຊີວະພາບ ຢ່າງຍືນຍົງ.”
ທາງດ້ານ ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າສໍານັກງານເລຂາທິການ ຄະນະກັມມາທິການແມ່ນໍ້າຂອງສາກົລ ກ່າວວ່າ ບັນດາຜູ້ມີອໍານາດ ໃນການຕັດສິນໃຈ ແລະນັກຍຸດທະສາດ ຢູ່ບັນດາປະເທດລຸ່ມແມ່ນໍ້າຂອງ ໄດ້ຮັບຮູ້ເຖິງຜົນສະທ້ອນ ຂອງການປ່ຽນແປງ ດິນຟ້າອາກາດ ແລະກໍາລັງສັງລວມບັນຫາດັ່ງກ່າວ ເຂົ້າໃນແຜນແຫ່ງຊາຕ.
ສ່ວນການແກ້ໄຂຜົລກະທົບ ໃນໄລຍະສັ້ນ ຄະນະກັມມາທິການແມ່ນໍ້າຂອງສາກົລ ຈະພຍາຍາມຕິດຕາມລະດັບນໍ້າ ຈາກບັນດາເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ນັບແຕ່ປະເທດຈີນ ຈົນລົງມາຮອດເຂື່ອນນໍ້າຂອງຕອນລຸ່ມ ໂດຍສະເພາະ ເຣື່ອງການແບ່ງປັນຂໍ້ມູນ ເຣື່ອງນໍ້າ, ການເປີດ-ປິດ ເຂື່ອນໄຟຟ້າ ແລະອື່ນໆ ທີ່ອາຈມີຜົລກະທົບ ຕໍ່ການປ່ຽນແປງຂອງແມ່ນໍ້າຂອງ ຕອນລຸ່ມ.
ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າສໍານັກງານເລຂາທິການ ຄະນະກັມມາທິການແມ່ນໍ້າຂອງສາກົລ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ ນີ້ວ່າ:
“ເຮົາຕ້ອງແກ້ໄຂ ການບໍຣິຫານຂອງເຂື່ອນຕ່າງໆ ສະນັ້ນ ເຂື່ອນສ່ວນໃຫຍ່ເນາະ ຜລິດໄຟຟ້າ ຜລິດໄຟຟ້ານີ້ກະ ມັນກະມີຜົນດີ ໃຫ້ໄຟ ແລ້ວກະນໍາເສຖກິຈ ແຕ່ວ່າມັນກະມີຜົລກະທົບ ຖ້າວ່າເຮົາບໍ່ສາມາດປະສານງານກັນ ລະຫວ່າງແຕ່ລະເຂື່ອນ ສະນັ້ນ MRC ກໍາລັງກຊ່ວຍປະເທດ ສ້າງມາຕການ ປະສານງານ ແຕ່ວ່າ ອັນນີ້ ກະເປັນເຣື່ອງລະອຽດອ່ອນ ແລ້ວກະເປັນເຣື່ອງ ທີ່ວ່າ MRC ບໍ່ທັນ ມີປະສົບການເຮັດມາຫຼາຍເທື່ອ.”
ໃນວາຣະໂອກາດດຽວກັນນີ້ ອົງການສະຫະປະຊາຊາຕ ຫຼື United Nations ປະຈໍາລາວ ກໍໄດ້ເຮັດໜັງສື ເພື່ອແຊກແຊງ ກອງປະຊຸມສຸດຍອດ ຂອງຄະນະກັມມາທິການແມ່ນໍ້າຂອງສາກົລ ຄັ້ງທີ 4 ເຊິ່ງຖືກຈັດສົ່ງໂດຍ US Resident Coordinator a.i. ( Ms. Ricarda Rieger) ໂດຍມີຄວາມກັງວົນ ກ່ຽວກັບໂຄງການເຂື່ອນໄຟຟ້າ ພະລັງງານນໍ້າ ບໍ່ມີຄວາມຢັ່ງຍືນ ໂດຍສະເພາະ ໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ.
ໂດຍໃນເດືອນມິຖຸນາ ປີ 2020 ຣາຍງານທົບທວນ ທາງເຕັກນິກຢ່າງລະອຽດ ຂອງ MRC ກ່ຽວກັບເຂື່ອນໄຟຟ້າຫຼວງພຣະບາງ ທີ່ວາງແຜນຈະກໍ່ສ້າງ ໄດ້ເນັ້ນຍໍ້າວ່າ ຄວນມີການເສີມສ້າງ ການສຶກສາພື້ນຖານ, ການສຶກສາ ການປະເມີນຜົລກະທົບ ແລະມາຕການບັນເທົາຜົລກະທົບ.
ປັດຈຸບັນ ອົງການ UNESCO ໄດ້ຮັບຣາຍງານ ການປະເມີນຜົລກະທົບ ຕໍ່ມໍຣະດົກໂລກ ຫຼື Heritage Impact Assessment (HIA) ແລ້ວ ແລະຢູ່ລະຫວ່າງການພິຈາຣະນາ ຂອງຂໍ້ກັງວົນຕ່າງໆ ຮ່ວມກັບອົງການອະນຸຮັກ ແລະຄຸ້ມຄອງສະຖານທີ່ສາກົລ ຫຼື International Council on Monuments and Sites (ICOMOS) ຈຶ່ງແນະນໍາ ໃຫ້ຢຸດເຊົາການກໍ່ສ້າງ ໂຄງການເຂື່ອນຫຼວງພຣະບາງ ອອກໄປກ່ອນ ຈົນກວ່າ ອົງການ UNESCO ຈະຮັບຮອງ ແລະຮັບປະກັນໄດ້ວ່າ ສິ່ງແວດລ້ອມຊຸມຊົນ ແລະມໍຣະດົກໂລກ ຫຼວງພຣະບາງ ຈະບໍ່ໄດ້ຮັບຜົລກະທົບໃນທາງລົບ.