ໂຮງງານ ຕົ້ມນ້ຳມັນເຄື່ອງ ສົ່ງກິ່ນຂິວ ກະທົບຊາວບ້ານ ຢູ່ເມືອງໄຊທານີ
2023.04.04

ໂຮງງານນ້ຳມັນເຄື່ອງເກົ່າ ຢູ່ບ້ານ ນາຜາສຸກ ເຂດຫຼັກ 32 ເມືອງ ໄຊທານີ ນະຄນອນຫລວງວຽງຈັນ ຍັງຄົງລັກຕົ້ມນ້ຳມັນເຄື່ອງ ໃນເວລາຕອນແລງຈົນຮອດມື້ເຊົ້າ ເຮັດໃຫ້ເກີດກິ່ນຂິວ ແລະ ຄວັນດຳ ປິວໄປທົ່ວ ສົ່ງຜົລກະທົບຕໍ່ປະຊາຊົນ ທີ່ຢູ່ອ້ອມຂ້າງ.
ຊາວບ້ານນາຜາສຸກ ເມືອງໄຊທານາ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ເມສາ ວ່າ:
“ມີຢູ່ໆ ມັນຢູ່ຊຸມຊົນແດ່ໜ້ອຍນຶ່ງນ່າ ເພາະວ່າ ພໍ່ແມ່ປະຊາຊົນຢູ່ອ້ອມຂ້າງຫັ້ນ ຄືວ່າ ຂະເຈົ້າທຳມາຫານກິນໄຖນາແຖວນັ້ນ ຂະເຈົ້າ ກໍວ່າ ຂິວຫັ້ນແຫຼະ ພວກຢູ່ໃກ້ເນາະ ຈິງໆ ບ້ານກໍຍັງບໍ່ຂິວ ມັນກໍຂິວຢູ່ເປັນບາງຄັ້ງ ບາງຄາວ ເພິ່ນມີນ້ຳມັນ ເພິ່ນກໍຕົ້ມ ບໍ່ມີເພິ່ນກໍບໍ່ຕົ້ມຊິນ່າ.”
ໃນປີ 2022 ຊາວບ້ານເຄີຍຮ້ອງທຸກ ຫາໜ່ວຍງານທີ່ກ່ຽວກັບຂ້ອງ ກ່ຽວກັບເຣື່ອງໂຮງງານຕົ້ມນ້ຳມັນເຄື່ອງເກົ່າແຫ່ງນີ້ ສົ່ງກິ່ນຂິວລົມກວນຊາວບ້ານ ເພາະວ່າ ໂຮງງານດັ່ງກ່າວ ລັກຕົ້ມນ້ຳມັນເຄື່ອງ ຕອນກາງຄືນ ແລະ ຕໍ່ມາເຈົ້າໜ້າທີ່ກ່ຽວຂ້ອງ ກໍສັ່ງປິດຊົ່ວຄາວເປັນເວລາ 2 ເດືອນ ເພື່ອໃຫ້ແກ້ໄຂບັນຫາ.
ເຈົ້າໜ້າທີ່ ບ້ານນາຜາສຸກ ໄດ້ກ່າວວ່າ:
“ເອີ ສັ່ງປິດຊົ່ວຄາຍປີກາຍນີ້ແຫຼະ ຂະເຈົ້າມາແກ້ໄຂກັນນະ ຊິທາງນະຄອນຫລວງ ບໍ່, ທາງເມືອງ ທາງສິ່ງແວດລ້ອມຊິນ່າ ຕາມໜັງສືສັນຍາກັນ ຢຸດຊົ່ວຄາວ ຈັກປະທານນີ້ແຫຼະ 2 ເດືອນ ນີ້ແຫຼະ ໃຫ້ເຈົ້າບົວລະບັດຜັດສີ ໃຫ້ເຈົ້າຮັກສາຄວາມສະອາດ ບໍ່ໃຫ້ສົ່ງກິ່ນຂິວຊິນ່າ ຂະເຈົ້າກໍກັບມາເຮັດອີກ ຂະເຈົ້າກໍຊິລົມກັນລະອຽດແລ້ວ ຊິທາງນະຄອນຫລວງ ທາງສິງແວດລ້ອມເມືອງເນາະ.”
ເຈົ້າໜ້າທີ່ ບ້ານນາຜາສຸກ ຍັງກ່າວຕື່ມອີກວ່າ ອຳນາດການປົກຄອງບ້ານ ໄດ້ໂອ້ລົມກັບໂຮງງານອີກຄັ້ງ ແລະ ໂຮງງານເອງບອກວ່າ ຈະປັບປຸງແກ້ໄຂຕື່ມ ແລະ ສ່ວນເຣື່ອງການກວດການັ້ນ ຕ້ອງໃຫ້ຂັ້ນເທິງມາປະສານ ກັບໂຮງງານເອງ.
ກ່ຽກັບເຣື່ອງດັ່ງກ່າວ, ໜ້າທີ່ຫ້ອງການ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ເມືອງໄຊທານີ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ:
“ຍັງບໍ່ໄດ້ຮັບຂໍ້ມູນວ່າ ໂຮງງານນີ້ ກັບມາເປີດອີກເທື່ອ ຫຼືບໍ່ ຕ້ອງຖາມການຄ້າກ່ອນ ຫາກເຮັດຜິດກໍບໍ່ຖືກຕ້ອງ ກໍຕ້ອງລົງໄປເບິ່ງ ວ່າ ຂະເຈົ້າເຮັດແນວໃດຕື່ມ ແລະ ຈະດຳເນີນການຕາມລະບຽບຕໍ່ໄປ.”
ປັດຈຸບັນ ຢູ່ບ້ານນາຜາສຸກ ມີໂຮງງານຕົ້ມນ້ຳມັນເຄື່ອງເກົ່າ 2 ແຫ່ງ ທັງໝົດ ເປັນຂອງຊາວວຽດນາມ. ໂຮງງານທີ່ຖືກສັ່ງປິດຊົ່ວຄາວ ຕັ້ງຢູ່ໃກ້ຊຸມຊົນ ແລະ ອີກໂຮງງານແຫ່ງນຶ່ງ ຕັ້ງຢູ່ໃກ້ກັບສນາມຂີ້ເຫຍື້ອຫ່າງຈາກຊຸມຊົນໄປ ປະມານ 3 ກິໂລແມັດ.
ຊາວບ້ານຍັງໄດ້ກິ່ນຂິວ ຍ້ອນຄວັນຈາກໂຮງງານ ຕົ້ມນ້ຳມັນດັ່ງກ່າວ ແຕ່ ກິ່ນຂິວກໍຫຼຸດຜ່ອນລົງ. ປັດຈຸບັນ ກິ່ນຂິວ ທີ່ສົ່ງຜົລກະທົບຫຼັກນັ້ນ ມາຈາກໂຮງງານຕົ້ມຢາງໝາກຕ໋ອຍ.
ຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ມັນກໍມີຢູ່ຫັ້ນນ່າ ແຕ່ວ່າ ເວົ້າເຣື່ອງຄວັນຕົວນີ້ ນໍ້າມັນນີ້ ບໍ່ຄ່ອຍຈະປານໃດ ປັດຈຸບັນນີ້ ສ່ວນມາກຂິວກ່ຽວກັບໂຮງງານຢາງໝາກຕ໋ອຍ ສ່ວນຫຼາຍຂິວນ່າ ແຕ່ວ່າ ກ່ຽວກັບນ້ຳມັນ, ມັນຄ່ອຍໆ ຜ່ອນລົງແລ້ວດຽວນີ້.”
ສນາມຂີ້ເຫຍື້ອ ທີ່ຕັ້ງຢູ່ທີ່ບ້ານນາຜາສຸກ ຫຼັກ 32 ກໍເຮັດໃຫ້ກີດກິ່ນຂິວນຳ ໂດຍສະເພາະເມື່ອມີລົມ ຫຼື ຝົນຕົກ ກິ່ນອາຍຂີ້ເຫຍື້ອ ຈະຂຶ້ນມາ ເຮັດໃຫ້ປະຊາຊົນ ເດືອດຮ້ອນ.
ຊາວບ້ານນາຜາສຸກ ອີກນາງນຶ່ງ ໄດ້ກ່າວວ່າ:
“ມັນຫຼາຍອັນແດ່ ມັນມີຂີ້ເຫຍື້ອແນ່ເດ້. ມີລົມມາ ບາງເທື່ອມັນກໍຂິວ ມາເປັນບ້ານໆ ຖ້າມີລົມມາມັນກໍຂິວ ບໍ່ມີລົມມັນກໍບໍ່ຂິວ ກັບສ່ວນຫຼາຍແມ່ນຝົນຕົກ ໃສ່ຫັ້ນແຫ່ງຢູ່ບໍ່ໄດ້ ຝົນຕົກໃສ່ແລ້ວ ອາຍມັນຂຶ້ນເດ້ເນາະ, ຂຶ້ນແລ້ວມັນກໍຂິວ.”
ເກີດໄຟໄໝ້ສນາມຂີ້ເຫຍື້ອ ຢູ່ບ້ານນາຜາສຸກ ມາແລ້ວ 2 ຄັ້ງ, ຄັ້ງທີ 1 ເກີດຂຶ້ນໃນປີ 2018 ແລະ ຄັ້ງທີ 2 ເກີດຂຶ້ນໃນເດືອນກຸມພາ 2022.
ຫຼ້າສຸດ ທາງການ ໄດ້ອອກແຈ້ງການ ໃຫ້ປະຊາຊົນຮັກສາສຸຂພາບ ແລະ ລະວັງອັນຕະລາຍ ຈາກຝຸ່ນລະອອງ PM 2.5 ແລະ ມົນລະພິດທາງອາກາດ.
ໃນເດືອນມີນາ 2023 ຢູ່ເຂດບ້ານທ່າສະໂນ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ, ໂຮງງານ ຣີໄຊເຄີລ ຂອງບໍຣິສັດ ຈີນ ສົ່ງກິ່ນຂິວ-ເໝັນ ລົບກວນຊາວບ້ານ ຫາຍໃຈຍາກ ເຊິ່ງສົ່ງຜົລກະທົບ ໃນໄລຍະສັ້ນ ແລະ ຍາວ.
ນອກຈາກນີ້ ຍັງມີໂຮງງານແຮ່ເຫຼັກ ຢູ່ ແຂວງສວັນນະເຂດ, ໂຮງງານປຸງແຕ່ງຢາງພາຣາ ແລະ ໂຮງງານຫຼອມໂລຫະ ຢູ່ ບ້ານພຣະບາດໂພນສັນ ເມືອງທ່າພຣະບາດ ແຂວງ ບໍລິຄຳໄຊ ກໍໄດ້ປ່ອຍນ້ຳເສັຽລົງແມ່ນ້ຳ ແລະ ຫ້ວຍນ້ຳ ເຮັດໃຫ້ຊາວບ້ານຫາປາບໍ່ໄດ້ ແລະ ນ້ຳມີກິ່ນເໝັນຢ່າງຮຸນແຮງ.