ນັກລົງທຶນຈີນ ຖິ້ມຫຼອດຢາເຄມີ ທີ່ເຫຼືອໃຊ້ ໃນສວນໝາກໂມ ຢູ່ອຸດົມໄຊ

ຈຳປາທອງ
2023.04.06
ນັກລົງທຶນຈີນ ຖິ້ມຫຼອດຢາເຄມີ ທີ່ເຫຼືອໃຊ້ ໃນສວນໝາກໂມ ຢູ່ອຸດົມໄຊ ທົ່ງນາຂອງຊາວບ້ານ ທີ່ນັກລົງທຶນຈີນເຊົ່າປູກໝາກໂມ, (ຮູບຊ້າຍມືສຸດ) ແລະ ຫຼອດແກ້ວສີຂາວໃສ ມີກັບສີຂາວ ມີໂຕໜັງສືຈີນສີດຳ ເຊິ່ງຊາວບ້ານຄາດວ່າ ເປັນສານເຄມີ ທີ່ເຫຼືອຈາກການນຳໃຊ້ ກັບໝາກໂມ. ບ້ານນາແມດ ເມືອງແບງ ແຂວງອຸດົມໄຊ. ວັນທີ 3 ເມສາ 2023.
ຊາວບ້ານນາແມດ/ສື່ສັງຄົມອອນລາຍນ໌

ຊາວບ້ານຜູ້ນຶ່ງ ໄດ້ເຜີຍແພ່ຄລິບວີດີໂອ ໃນມື້ວັນທີ 3 ເມສານີ້ ກ່ຽວກັບຄົນງານໃນສວນໝາກໂມ ຂອງນັກລົງທຶນຈີນ ຢູ່ບ້ານນາແມດ ເມືອງແບງ ແຂວງອຸດົມໄຊ ຊຶ່ງໄດ້ນໍາສິ່ງເສດເຫລືອ ທີ່ໃຊ້ໃນສວນໝາກໂມ ແລະສານເຄມີທີ່ເຫລືອໃຊ້ ແລະຍັງບໍ່ທັນໄດ້ໃຊ້ໄປ ຖິ້ມໃສ່ທົ່ງນາ ພາຍຫລັງເກັບກ່ຽວໝາກໂມແລ້ວ, ເຮັດໃຫ້ຊາວບ້ານ ພາກັນຢ້ານວ່າຈະໄດ້ຮັບອັນຕລາຍ ຈາກສານເຄມີນັ້ນ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການມາເບິ່ງ.

ດັ່ງຊາວບ້ານຜູ້ເຜີຍແພ່ ຂ່າວເວົ້າໃນຄລິບອີດີໂອ ນັ້ນເວົ້າວ່າ:

“ອັນນີ້ແມ່ນສານເຄມີຂອງຈີນເດີ ຈີນມາປູກໝາກໂມ ແລ້ວບໍ່ມີຄວາມຮັບຜິດຊອບ ເອົາສານເຄມີທີ່ໃຊ້ບໍ່ເບິດ ຍັງເຫລືອ ແລ້ວເອົາຫລອດແກ້ວສານເຄມີນັ້ນ ມາຖິ້ມໃສ່ກາງນາຂອງຂ້ອຍ ເຂົາມາເຮັດແບບນີ້ມັນຖືກບໍ່ ມາຂົ່ມເຫັງປະຊາຊົນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາເບິ່ງ.

ຊາວບ້ານ ທີ່ຮູ້ເຫດການຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ເມສານີ້ວ່າ ນັກລົງທຶນຈີນທີ່ເຂົ້າມາປູກໝາກໂມນັ້ນ ໄດ້ສັມປະທານທີ່ດິນ ຂອງຊາວບ້ານ ເພື່ອປູກໝາກໂມ ແຕ່ພາຍຫລັງເກັບກ່ຽວຜົລຜລິດແລ້ວ ກໍບໍ່ອະນາໄມໃຫ້, ບໍ່ພຽງເທົ່ານັ້ນຍັງຖິ້ມສິ່ງເສດເຫລືອ ແລະສານເຄມີ ໃສ່ທົ່ງນານໍາອີກ, ເຮັດໃຫ້ຊາວບ້ານບໍ່ພໍໃຈ ແລະໄດ້ລົງວີດີໂອໃຫ້ສັງຄົມຮູ້.

“ມັນເປັນການລົງທຶນ ຂອງຈີນເນາະ ທີ່ວ່າມາສັມປະທານເຮັດສວນໝາກໂມ ນໍາປະຊາຊົນຢູ່ເຂດບ້ານນາແມດຫັ້ນ ປູກໝາກໂມຫັ້ນ ກະໄດ້ມີການເກັບກ່ຽວໄປແລ້ວ ແຕ່ວ່າເຣື່ອງຄວາມຮັບຜິດຊອບ ເຣື່ອງຄວາມປອດພັຍ ເຣື່ອງສະພາບແວດລ້ອມຫັ້ນ ແມ່ນບໍ່ໄດ້ເນາະ ມັນມີຜົນກະທົບຄືເຫັນຫັ້ນ.”

ໃນຂະນະດຽວກັນ ຊາວບ້ານຜູ້ນຶ່ງ ທີ່ບໍ່ເຄີຍເຫັນສວນໝາກໂມຢູ່ບ້ານນາແມດ, ມີແຕ່ຮູ້ຂ່າວວ່າ  ມີການໃຊ້ສານເຄມີ, ແຕ່ບໍ່ຮູ້ວ່າໃຊ້ສານເຄມີ ປະເພດໃດ ແລະໃຊ້ຫລາຍໜ້ອຍສໍ່າໃດ, ຊາວບ້ານພາກັນຢ້ານ.

“ໂອ ຢູ່ນາແມດຫວາ ກະມີແລ້ວຫວາ ເຂົາເຈົ້າເລີກໝົດແລ້ວນີ້ ກະບໍ່ຮູ້ແຫລະບໍ່ໄດ້ໄປ ຂຶ້ນກັບເຕັກນິກຂະເຈົ້າປູກຫັ້ນເດ້ ບໍ່ແນ່ໃຈນ່າ ບໍ່ເຄີຍໄປຈັກເທື່ອ ເຂົາເຈົ້າປູກນີ້ບໍ່ເຄີຍເຫັນກັບຕາ.”

ແມ່ຄ້າ ຂາຍໝາກໂມນາງນຶ່ງ ຢູ່ເມືອງແບງເວົ້າວ່າ ຫລາຍປີທີ່ຜ່ານມາ ບໍ່ເຄີຍມີຂ່າວຈັກເທື່ອວ່າ ການປູກໝາກໂມຢູ່ເມືອງແບງນີ້ ມີການໃຊ້ສານເຄມີ, ມາປີນີ້ມີຂ່າວວ່າໃຊ້ສານເຄມີ ເຮັດໃຫ້ຜູ້ໄປຊື້ໝາກໂມຈາກສວນຈີນນັ້ນ ພາກັນລະມັດລະວັງ ເພາະຢ້ານວ່າຈະເປັນອັນຕລາຍ ຕໍ່ຜູ້ບໍຣິໂພກ.

“ບໍ່ ແຕ່ລະປີບໍ່ມີ ມີແຕ່ປີນີ້ ເອື້ອຍກະເຫັນເຂົາເຈົ້າລົງຄລິບຫັ້ນແຫລະ ແຕ່ວ່າບ່ອນເອື້ອຍໄປຊື້ແທ້ບໍ່ມີ ມີແຕ່ເຂົາເຈົ້າລົງຄລິບ ແມ່ນຢູ່ສວນທາງເໜືອພຸ້ນ ວຽກແບບນີ້ເອື້ອຍກະບໍ່ຮູ້ໄດ໋ ມີແຕ່ສ່ວນຫລາຍເຂົາຂາຍເອື້ອຍກະໄປຊື້ເປັນຄັນຣົຖ ມາຂາຍເທົ່ານັ້ນໄດ໋.”

ພາຍຫລັງທີ່ຂ່າວນັ້ນຖືກເຜີຍແພ່ ທາງສື່ສັງຄົມອອນລາຍນ໌ ແລ້ວ ທາງເຈົ້າໜ້າທີ່ເມືອງແບງກໍຮູ້ ແລະໄດ້ແຕ່ງຕັ້ງຄະນະເຈົ້າໜ້າທີ່ ໄປຕິດຕາມ ກວດກາ ແກ້ໄຂບັນຫາດັ່ງກ່າວ ຊຶ່ງເບື້ອງຕົ້ນຮູ້ພຽງແຕ່ວ່າ ສວນໝາກໂມນັ້ນ ເປັນຂອງບໍຣິສັດ ຮວຍຈຸນ ຂອງຄົນຈີນ, ໄດ້ມີການເຮັດບົດບັນທຶກ ກັບເຈົ້າຂອງສວນນັ້ນໄວ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງກ່າວວ່າ:

“ໂຕນີ້ກະທາງຄະນະຮັບຜິດຊອບ ຂັ້ນເມືອງແບງ ກະໄດ້ຂຶ້ນໄປແກ້ໄຂແລ້ວມື້ວານນີ້ແລ້ວ ຊິເຮັດບົດຣາຍງານ ແລ້ວກະມີບົດບັນທຶກ ຕາມຂັ້ນຕອນຫັ້ນແຫລະ ຍັງບໍ່ທັນສໍາເຣັດເນາະ.”

ນອກຈາກສວນໝາກໂມ ທີ່ວ່າໄດ້ໃຊ້ສານເຄມີ ແລະຖິ້ມສິ່ງເສດເຫລືອແບບຊະ ຊາຍນີ້ແລ້ວ ທີ່ຜ່ານມາ ສວນໝາກໂມຈີນ ຫລາຍແຫ່ງກໍເຄີຍໄດ້ເຮັດໃຫ້ມີຜົລກະທົບ ຕໍ່ດິນຂອງຊາວບ້ານ ແລະຕໍ່ສຸຂພາບ ຂອງຄົນງານລາວນໍາດ້ວຍ ເປັນຕົ້ນເມື່ອເດືອນມົກກະຣາ ທີ່ຜ່ານມານີ້ ຄົນງານລາວຜູ້ນຶ່ງ ອາຍຸ 16 ປີ ທີ່ເຮັດວຽກຢູ່ສວນໝາກໂມຈີນ ແຫ່ງນຶ່ງ ຢູ່ບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫລວງນໍ້າທາ ຊຶ່ງໄດ້ໃຊ້ສານເຄມີນັ້ນ ມີອາການປວດຮາກ ແລະໄດ້ຖືກນໍາສົ່ງໄປປິ່ນປົວ ຢູ່ໂຮງໝໍ ຍ້ອນສານເຄມີ. ຫລັງຈາກຂ່າວນັ້ນຖືກເຜີຍແພ່ ພວກຊາວບ້ານ ບໍ່ຢາກໃຫ້ນັກລົງທຶນຈີນ ມາເຊົ່າດິນປູກໝາກໂມອີກ ເພາະຢ້ານເປັນອັນຕລາຍ ແລະເຮັດໃຫ້ດິນເສັຍຄຸນນະພາບອີກ ແລະກ່ອນໜ້ານັ້ນ ເມື່ອປີ 2020 ສວນໝາກໂມຂອງຈີນ ແຫ່ງນຶ່ງຢູ່ເມືອງຮຸນ ແຂວງອຸດົມໄຊ ກໍໄດ້ຖິ້ມສິ່ງເສດເຫລືອ ຮວມທັງກ່ອງສານເຄເມີ ລົງໃສ່ນໍ້າແບງຫລາຍ ຈົນເຮັດໃຫ້ນໍ້າເປື້ອນ ຊາວບ້ານບໍ່ກ້າໄປເອົານໍ້າມາໃຊ້ ແລະບໍ່ກ້າຫາປາ ໃນນໍ້າແບງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.