ຊ້າງປ່າບຸກລຸກ ພື້ນທີ່ກະເສດ, ທຳລາຍເຄື່ອງຂອງ ຢູ່ແຂວງອຸດົມໄຊ

ອຸ່ນແກ້ວ
2023.04.06
ຊ້າງປ່າບຸກລຸກ ພື້ນທີ່ກະເສດ, ທຳລາຍເຄື່ອງຂອງ ຢູ່ແຂວງອຸດົມໄຊ ຮູບໂຕຢ່າງ: ຝູງຊ້າງປ່າ ທີ່ບຸກລຸກ ພື້ນທີ່ໄຮ່ ຂອງຊາວບ້ານ ຢູ່ເມືອງຫຼາ ແຂວງອຸດົມໄຊ ໃນປີ 2019.
ຮູບພາບຈາກ: ໂທລະພາບ ແຂວງອຸດົມໄຊ

ໃນ​ວັນ​ທີ 3 ເມ​ສາ ທີ່​ຜ່ານ​ມາ, ມີ​ຊ້າງ​ປ່າ 10 ໂຕ ເຂົ້າ​ມາ​ບຸກ​ລຸກ​ພື້ນ​ທີ່​ຊາວ​ບ້ານ ແລະ ທຳ​ລາຍ​ຖຽງ​ນາ ແລະ ເຄື່ອງ​ຂອງ​ຕ່າງໆ ຂອງ​ຊາວ​ບ້ານ ຢູ່​ບ້ານ​ພູ​ແທ່ນ ເມືອງ​ຫລາ ແຂວງ​ອຸ​ດົມ​ໄຊ.

ຜູ້​ເຫັນ​ເຫດ​ການ ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ ລົງ​ທາງ​ເຟ​ສ​ບຸກ ເຊິ່ງເຈົ້າ​ຂອງ​ໄຮ່​ນາ ທີ່​ເປັນ​ຜູ້​ເສັຽ​ຫາຍ ຊື່ ທ້າວ ເພັງ ແລະ ນາງ ນາງ. ຊ້າງ​ເຂົ້າ​ມາ​ບຸກ​ລຸກ​ໄຮ່​ນາ ​ຂອງ​ຊາວ​ບ້ານແບບນີ້ ເກີດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ​ແລ້ວ.

ຊາວ​ບ້ານ ເວົ້າ​ໃນ​ຄ​ລິບ​ດັ່ງ​ກ່າວ ຕອນ​ນຶ່ງວ່າ:
“ນີ້​ແມ່ນ​ຊ້າງ​ປ່າ ທຳ​ລາຍ​ຜືນ​ນາ​ຂອງ ທ້າວ ເພັງ ຢູ່​ບ້ານ ພູ​ແທ່ນ ເປ່​ເພ​ໝົດ ໄມ້​ກໍ​ບໍ່​ມີ ສັງ​ກະ​ສີ​ກະ​ຈີກ​ໝົດ ໝໍ້ ຖ້ວຍ, ໝໍ້​ໜຶ້ງເຂົ້າ, ໝໍ້​ແກງ, ມຸ້ງ 2 ດາງ, ຜ້າ​ເສື່ອ 2 ຜືນ. ຊ້າງ​ປ່າ​ທຳ​ລາຍນີ້​ແມ່ນ 2 ຄັ້​ງເທື່ອນີ້. ເທື່ອນີ້ ແມ່ນ​ຈະ​ສູນ​ເສັຽ​ໝົດ.”

ກ່ຽວ​ກັບ​ເລື່ອງນີ້, ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ພະ​ຍາ​ຍາມ​ຕິດ​ຕໍ່​ໄປ​ຫາ ​ອຳ​ນາດ​ການ​ປົກ​ຄອງ ບ້ານ​ພູ​ແທ່ນ ເພື່ອ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ ແຕ່ ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້ ຍ້ອນ​ໂທ​ລະ​ສັບ​ບໍ່​ມີ​ສັນ​ຍານ, ແຕ່ ເມື່ອ​ຖາມ​ໄປ​ຍັງ​ຊາວ​ບ້ານ​ທີ່​ຢູ່​ເຂດ​ອ້ອມ​ຂ້າງ ພົບ​ວ່າ ເຂດ​ບ້ານ​ພູ​ແທ່ນ ປະ​ຊາ​ຊົນ​ມີ​ອາ​ຊີບ​ເຮັດ​ໄຮ່ ເຮັດ​ນາ ປູກ​ເຂົ້າ, ປູກ​ສາ​ລີ, ເກັບ​ເຄື່ອງ​ປ່າ​ຂອງ​ດົງ. ນອກ​ຈາກ​ຊ້າງ​ຈະ​ທຳ​ລາຍ​ ບ້ານ​ເຮືອນ​ເສັຽ​ຫາຍ​ແລ້ວ, ພວກ​ມັນ​ຍັງ​ທຳ​ລາຍ​ພືດ​ຜົ​ລ ​ຂອງ​ຊາວ​ບ້ານນຳ​ອີກ ແຕ່ ໂຊກ​ດີ ບໍ່​ມີ​ຊາວ​ບ້ານ​ເສັຽ​ຊີ​ວິດ.

ຊາວ​ບ້ານ​ຢູ່​ເມືອງ​ຫລາ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 6 ເມ​ສາ ວ່າ:
“ກ່າ​ໄດ້​ຍິນ​ຂ່າວ​ຄາວ​ວ່າ ທຳ​ລາຍ​ຜົ​ລ​ຜ​ລິດ ເຂົ້າ ສິ​ຫັ້ນ​ຫຍັງ​ເຂົາ​ວ່າ​ນ່າ ທຳ​ລາຍ​ຜົ​ລ​ຜ​ລິດ​ຊື່ໆ. ເອີ ປູກ​ເຂົ້າ​ແດ່ ປູກ​ສາ​ລີ​ແດ່ ແລ້ວ​ກໍ​ໄຮ່​ພັນ​ໄມ້​ຕ່າງໆ ລະ​ເນາະ ແບບ​ວ່າ ເຄື່ອງ​ປ່າ​ຂອງ​ດົງ ໝາກ​ແໜ່ງບໍ່​ຊິ​ນ່າ ຫຼືວ່າ ມະ​ຂ່າບໍ່.”
ກ່ອນ​ໜ້ານີ້ ປະ​ມານເດືອນ ມົກກະ​ຣາ ມີ​ຊ້າງ​ປ່າ​ບຸກ​ລຸກ​ເຂົ້າ​ມາ ​ໃນ​ເຂດ​ຊຸມ​ຊົນ, ຊ້າງ​ປ່າ​ເຫຼົ່າ​ນີ້ ອາ​ໄສ​ຢູ່​ເຂດ​ປ່າ​ເມືອງ​ຫລາ ແຂວງ​ອຸ​ດົມ​ໄຊ ທີ່​ຕິດ​ກັບ​ພື້ນ​ທີ່​ປ່າ ແຂວງ​ຜົ້ງ​ສາ​ລີ ເຊິ່ງເປັນບໍ​ຣິ​ເວນ ບ່ອນ​ຫາ​ກິນ​ຂອງ​ຊ້າງ ຈະ​ກວມ​ເອົາ ບ້ານ​ພູ​ແທ່ນ, ບ້ານ​ຫ້ວຍ​ຈາຍ ແລະ ບ້ານ​ຫ້ວຍ​ແພ.

ຊາວ​ບ້ານ​ຢູ່​ເຂດ​ບ້ານ​ຫ້ວຍ​ແພ ເມືອງ​ຫລາ ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ວ່າ:

“ຊ້ວງ​ແລ້ວ ຫັ້ນ​ນ່າ ປະ​ມານ​ເດືອນ 1 ເຂົາ​ຈະ​ມີ​ຢູ່ ເຂົ້າ​ມາ​ທຳ​ລາຍ ຂອງ​ຂະ​ເຈົ້າ ຊ້ວງ​ແລ້ວ​ຫັ້ນ​ບ່ອຍໆ ຢູ່ ສ​ວນ​ໝາກ ມັນ​ເຂົ້າ​ແບບມື້ນີ້​ເຂົ້າ​ເນາະ ແຕ່​ວ່າ 4-5 ມື້​ແລ້ວ ກໍ​ກັບ​ມາ​ອີກ​ຫັ້ນ​ນ່າ ປີ​ກ່ອນ​ຊ້ງ​ຮວງ​ເຂົ້າ​ເນາະ ກຳ​ລັງ​ເຂົ້າ​ໃຫ້​ແລ້ວ ເຂົາ​ກໍ​ທຳ​ລາຍ​ໝົດ ຊ້ວງ​ແລ້ວນີ້ ກະ​ເຂົ້າ​ເຮັດ​ເຮືອນ​ຢູ່​ສວນ​ຢາງ ເຂົາ​ກໍ​ໄປ​ມ້າງ​ຫັ້ນ​ນ່າ.”
ຊາວ​ບ້ານ​ຜູ້ນີ້ ເວົ້າ​ວ່າ ເມື່ອ​ປະ​ຊາ​ຊົນ​ເຫັນ​ຊ້າງ ກໍ​ພາ​ກັນ​ຢ້ານ ບໍ່​ກ້າ​ເຂົ້າ​ໃກ້ ຖ້າ​ໄປ​ເຮັດ​ວຽກ​ໄຮ ວຽກ​ນາ ກໍ​ຕ້ອງ​ຂ້ຽວ​ກັບ​ບ້ານ ແລະ ສ່ວນ​ຫຼາຍ​ຊ້າງ ຈະ​ເຂົ້າ​ມາ​ຕອນ​ຄ່ຳ ເພາະ​ວ່າບໍ່​ມີ​ຄົນ​ຫຼາຍ ຕອນ​ເຊົ້າ​ມາ ຄົນ​ຈຶ່ງ​ເຫັນ​ຄວາມ​ເສັຽ​ຫາຍ. ຖ້າ​ໄຮ່​ນາ​ເສັຽ​ຫາຍ ທາງ​ການບໍ່​ຊົດ​ເຊີຍ​ໃດ​ໆ ແລະ ຈາກ​ການ​ເກັບ​ຂໍ້​ມູນ​ຈາກ​ຊາວ​ບ້ານ ມີ​ຊ້າງ​ຢູ່​ເຂດ​ເມືອງ​ຫລາ ແຂວງ​ອຸ​ດົມ​ໄຊປະ​ມານ 10–20 ໂຕ ແລະ ຊ້າງ​ມີ​ບໍ​ຣິ​ເວນ​ຫາ​ກິນ ກວມ​ເອົາ 7-8 ບ້ານ ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ. ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ເລື່ອງນີ້ ທາງ​ການ​ກໍ​ໄດ້​ໄປ​ຈັດ​ສັນ​ທີ່​ຢູ່​ອາ​ໄສ​ຂອງ​ຊ້າງ, ຈັດ​ສັນ​ພື້ນ​ທີ່​ການ​ຜ​ລິດ​ໃຫ້​ຫ່າງ​ຈາກ​ທາງ​ຫາ​ກິນ​ຂອງ​ຊ້າງ ແລະ ມີ​ການ​ບຸກ​ເຮືອນ​ຢູ່​ເທິງ​ຕົ້ນ​ໄມ້ ເພື່ອ​ເປັນ​ປ້ອມ​ຕິດ​ຕາມ​ເບິ່ງ​ຊ້າງ.

ເຈົ້າ​ໜ້າ​ທີ່​ ຜ​ແນກ​ກະ​ສິກັມ ແລະ ປ່າ​ໄມ້ ແຂວງ​ອຸ​ດົມ​ໄຊ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:
“ພວກ​ເຮົາ​ກໍ​ໄປ​ຈັດ​ສັນ​ ເຂດທີ່​ຢູ່​ອາ​ໄສຂອງ​ຊ້າງ ​ເພື່ອ​ໃຫ້​ຊ້າງ​ໄດ້​ຢູ່​ຫັ້ນ​ນ່າ ແບບ​ມີ​ຄວາມ​ສ​ງົບ ຫັ້ນ​ແຫຼະ ແລະ ໄດ້​ຈັດ​ສັນ​ພື້ນ​ທີ່​ບ່ອນ​ທີ່​ຊ້າງ​ເຄີຍ​ໄປ​ໆ, ມາໆ ບ່ອນ​ອາ​ໄສ​ຫັ້ນ ໄປ​ໃຫ້​ຂະ​ເຈົ້າ​ໄປ​ເຮັດ​ການ​ຜ​ລິດ ​ຢູ່​ຈຸດ​ອື່ນ ແລ້ວ ກໍ​ໄດ້​ໄປ​ປຸກ​ເຮືອນ​ຢູ່​ເທິງ​ຕົ້ນ​ໄມ້ ເປັນ​ບ່ອນ​ປ້ອມ​ຍາມ ຫຼື​ວ່າ ປ້ອມ​ຕິດ​ຕາມ​ຊ້າງນີ້​ໄປໆ, ມາໆ ຫັ້ນ​ເປັນ​ຈຸດ ພວກ​ເຮົາ​ກໍ​ໄດ້​ເຮັດ.”
ທ່ານ ກ່າວ​ຕື່ມ​ວ່າ ຕອນນີ້ ມີ​ການ​ຝຶກ​ອົບ​ຮົມ ການ​ປ້ອງ​ກັນ ແລະ ການ​ດຶງ​ດູດ​ນັກ​ທຸ​ຣະ​ກິ​ຈ ໃຫ້​ເຂົ້າ​ມາ​ເຮັດ​ການ​ທ່ອງ​ທ່ຽວ ແລະ ໃນ​ອະ​ນາ​ຄົດ ມີ​ແຜນ​ການ​ຕິດ​​ຕັ້ງໄຟ​ຟ້າ​ ຈາກ​ແຜງ​ໂຊ​ລ້າ​ຣ໌ເຊວລ໌ ເພື່ອ​ລັດ​ບໍ່​ໃຫ້​ຊ້າງ​ເຂົ້າ​ຮົ້ວ​ສວນ ​ຂອງ​ປະ​ຊາ​ຊົນ ແລະ ໃຫ້​​ເດີນ​ໄປ​ຕາມ​ແລ້ວ​ທາງ​ຂອງ​ມັນ ສ່ວນ​ເລື່ອງ​ການ​ຊົດ​ເຊີຍ ນັ້ນ ກໍ​ມີ​ການ​ຊົດ​ເຊີຍ​ໃຫ້​ຊາ​ວ​ບ້ານ ​ຕາມ​ລະ​ບຽບ​ການ​ຂອງ​ຣັ​ຖ ແລະ ບາງ​ຄັ້ງ​ກໍ​ມີ​ການ​ລະ​ດົມ ​ຜູ້​ປະ​ກອບ​ການໄປ​ຊ່ອຍ​ບັນ​ເທົາ​ທຸກ ສນອງ​ອຸ​ປະ​ກອນ​ ສ້ອມ​ແປງ​ຖຽງ​ໄຮ່, ຖຽງ​ນາ ເປັນ​ຕົ້ນ ຕະ​ປູ ແລະ ສັງ​ກະ​ສີ.

ໃນ​ປະເທດລາວມີຊ້າງປ່າ ຢູ່ປະມານ 800 ໂຕ ໃນຈຳນວນດັ່ງກ່າວ ເຄິ່ງນຶ່ງ ອາໄສຢູ່ປ່າທັມມະຊາຕ ທີ່ກະຈາຍຢູ່ທົ່ວປະເທດ.

ໃນ​ປີ 2021 ທີ່ຜ່ານມາ, ມີຊ້າງປ່າທຳຮ້າຍຊາວບ້ານ ຈົນເສັຽຊີວິດ 2 ຄົນ ແລະ ບາດເຈັບ ອີກ 4 ຄົນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ.

ໃນ​ປີ 2020 ກໍມີຊ້າງປ່າ ເຂົ້າມາກິນຜົປູກໃນສວນ ແລະ ກິນເຂົ້າໃນນາ ຂອງຊາວບ້ານ ຢູ່ເມືອງ ຊານໄຊ ແຂວງອັດຕະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.