ເຣື້ອງທີ່ເກັບບັນທຶກໄວ້
2023-10-06
ທາງການລາວ ຈະຈັດງານສລອງວັນອາຫານໂລກ ໃນຂະນະທີ່ຍອມຮັບວ່າ ມີບັນຫາທ້າທາຍ ໃນການຄໍ້າປະກັນ ຄວາມໝັ້ນຄົງ ດ້ານອາຫານ, ເນື່ອງຈາກວ່າ ປະຊາຊົນ ບໍ່ມີຕົ້ນທຶນ ພຽງພໍເພື່ອການຜລິດ ບວກກັບໄພແຫ້ງແລ້ງ ກາຍເປັນບັນຫາທ້າທາຍ ຂອງຣັຖບານ.
2023-10-06
ວັນທີຄຣູແຫ່ງຊາຕ ທີ 07 ຕຸລາ ເຊິ່ງປີນີ້ ຄົບຮອບ 29 ປີ, ໂຮງຮຽນຫຼາຍແຫ່ງ ຕັ້ງແຕ່ລະດັບຊັ້ນອະນຸບານ ເຖິງຊັ້ນມັທຍົມທັງເຂດໃນເມືອງ ແລະ ເຂດນອກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄຣູແຫ່ງຊາຕ, ມີກິຈກັມ ທີ່ຫຼາກຫຼາຍຢ່າງ ເພື່ອລະນຶກເຖິງບຸນຄຸນຄຣູ ຕາມກຳລັງທີ່ຈັດໄດ້.
2023-10-06
ເຈົ້າແຂວງ 2 ແຂວງຖືກຍົກຍ້າຍ ຊັບປ່ຽນໜ້າທີ່ ຂະນະທີ່ປະຊາຊົນເຂົ້າໃຈວ່າ ການຍົກຍ້າຍ ເຈົ້າແຂວງອັດຕະປື ແລະເຈົ້າແຂວງ ແຂວງຫົວພັນ ຈະບໍ່ສົ່ງຜົລແຕກຕ່າງກັນ ຫຼື ຖ້າເວົ້າແນວນຶ່ງກໍຄື ການຍົກຍ້າຍໃນຄັ້ງນີ້ ບໍ່ແມ່ນເພື່ອເປັນການແກ້ໄຂບັນຫາໃຫ້ດີຂຶ້ນ.
2023-10-05
ເສັ້ນທາງຣົຖໄຟລາວ-ຈີນ, ອັນເປັນສ່ວນນຶ່ງ ຂອງຂໍ້ຣິເຣີ່ມ ນຶ່ງແລ້ວ ນຶ່ງເສັ້ນທາງ ຫຼື BRI ນັ້ນ, ໄດ້ເປີດນຳໃຊ້ ເປັນເວລາ 1 ປີ 10 ເດືອນແລ້ວ, ແຕ່ຄ່າຊົດເຊີຍ ໃຫ້ແກ່ຊາວບ້ານຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ພັດຍັງສະສາງບໍ່ແລ້ວເທື່ອ.
2023-10-05
ຫ້ອງການຄຸ້ມຄອງ ແລະ ບໍຣິຫານໂຕເມືອງວຽງຈັນ ໃຊ້ງົບປະມານ 3.2 ຕື້ກີບເພື່ອປັບປຸງກໍ່ສ້າງສນາມຫຍ້າ, ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກ ຂອງສວນປະຕູໄຊ ເພື່ອຕ້ອນຮັບ ກອງປະຊຸມສຸດຍອດ ອາຊ້ຽນ ປີ 2024 ຂະນະທີ່ປະຊາຊົນບາງສ່ວນ ບໍ່ເຫັນດີກັບການຕັດຕົ້ນໄມ້ ທີ່ຢູ່ໃກ້ປະຕູໄຊອອກ.
2023-10-05
ຍານາງ ພວງເພັດ ຊຸນລະອຽດ, ຣັຖມັນຕຣີປະຈຳ ສຳນັກງານນາຍົກຣັຖມົນຕຣີ ຂອງໄທຍ ເດີນທາງໄປ ໂຮງໝໍກຸງເທບຄິຣສຕຽນ, ນະຄອນຫລວງບາງກອກ ເພື່ອຢ້ຽມຍາມ ນາງຄຳ ພູອີ ທີ່ໄດ້ຮັບບາດເຈັບ ຈາກເຫດການ ກາດຍິງໃນຫ້າງສະຢາມພາຣາກອນ ເມື່ອວັນທີ 3 ຕຸລາ 2023 ທີ່ຜ່ານມາ.
2023-10-05
ກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຍ ລະດັບພູມມິພາກຄັ້ງທີ 13 ໃນວັນທີ 05 ຕຸລານີ້ ເພື່ອຮັບຊາບຂໍ້ມູນຫຼ້າສຸດ ກ່ຽວກັບໂຄງການເຂື່ອນໄຟຟ້າ ພະລັງງານນໍ້າ ແລະ ການພັທນາອື່ນໆ ຕາມແລວແມ່ນໍ້າຂອງ ຂະນະທີ່ປະຊາຊົນບາງສ່ວນເຫັນວ່າ ເປັນເຣື່ອງຂອງຜົລປໂຍດ ເພື່ອນັກລົງທຶນ ຫຼາຍກວ່າຂອງຊາວບ້ານ.
2023-10-04
ແມ່ຍິງລາວໃນໄທຍ 1 ຄົນ ຖືກຍິງ ບາດເຈັບສາຫັດ ເດັກນ້ອຍ 14 ປີ ກາດຍິງໃນຫ້າງດັງ ຢູ່ນະຄອນຫຼວງບາງກອກ ອາການຫຼ້າສຸດ ປອດໄພແລ້ວ, ແຕ່ຍັງຢູ່ໃນຫ້ອງ ໄອຊີຢູ ເພື່ອເບິ່ງອາການ.
2023-10-04
ຊາວໜຸ່ມລາວ ຕິດຢາສູບໄຟຟ້າຫລາຍຂຶ້ນ, ໄດ້ໄປປິ່ນປົວ ຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ນະຄອນຫລວງວຽງຈັນ ມື້ລະ 4-5 ຄົນ ແລະບາງກໍຣະນີ ທີ່ສູບເປັນໄລຍະເວລາດົນ ເຖິງ 2-3 ປີ ອາດເຮັດໃຫ້ເສັຍຊີວິດ ຍ້ອນພະຍາດປອດ.
2023-10-04
ນັກວິຊາການ ທາງການກະສິກັມ ເຫັນວ່າ ການເກັບຂີ້ກະເດືອນ ແລະ ການຫາໜໍ່ໄມ້ ຂອງຊາວບ້ານ ບໍ່ເຮັດໃຫ້ ເກີດການສູນພັນ ແຕ່ຢ່າງໃດ.
2023-10-04
ຊາວບ້ານທີ່ ສູນເສັຽທີ່ດິນ ໃຫ້ກັບການພັທນາ ຣີສອດ ແລະ ສນາມກັອຟສາກົລພູກິ່ວລົມ ຂອງເຂດເສຖກິຈພິເສດ ສາມຫລ່ຽມຄຳ ໄດ້ຮັບເງິນຊົດເຊີຍແລ້ວ.
2023-10-04
ພາກປະຊາສັງຄົມໄທຍ ຮຽກຮ້ອງໃຫ້ຣັຖບານໄທຍ ທົບທວນ ຫລືລົບລ້າງສັນຍາຊື້ໄຟຟ້າ ຈາກເຂື່ອນປາກແບງ ເຊິ່ງເປັນເຂື່ອນທີ່ສ້າງໃສ່ແມ່ນໍ້າຂອງ ເນື່ອງຈາກ ຈະສົງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງ ຄົມຫລາຍ.
2023-10-03
ໃນວັນທີ 29 ກັນຍາ 2023 ທີ່ຜ່ານມານີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຊັນສັນຍາ ກັບບໍຣິສັດ ຕັງຈະເລີນ ເພື່ອປັບປຸງ ແລະ ສ້ອມແປງ ເສັ້ນທາງສີໄຄ ເມືອງສີໂຄດຕະບອງ ຫາ ສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
2023-10-03
ແມ່ຍິງ ຊາວກັມພູຊາ 7 ຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບການຊ່ອຍເຫຼືອແລ້ວ ໂດຍທີ່ສະຖານທູດ ກັມພູຊາປະຈຳ ສປປ ລາວ ໄດ້ຮັບຂໍ້ມູນກ່ຽວກັບແມ່ຍິງທັງ 7 ຄົນນັ້ນ ຈຶ່ງປະສານກັເຈົ້າໜ້າທີ່ ຂອງ ສປປ ລາວ ຈົນສາມາດຊ່ວຍເຫຼືອເຫຍື່ອທັງໝົດ.
2023-10-03
ທາງການລາວ ຕັ້ງຫ້ອງການ ຕົວແທນທະນາຄານແຫ່ງ ສປປ ລາວ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ ເພື່ອຄຸ້ມຄອງເງິນຕຣາ ຕ່າງປະເທດ ໃຫ້ຖືກຕ້ອງ, ສະດວກວ່ອງໄວ ແລະ ງ່າຍຂຶ້ນ ໃນການບໍຣິການ ແລກປ່ຽນເງິນຕຣາ.