ທະນາຄານແຫ່ງ ສປປ ລາວ ເປີດຫ້ອງການຢູ່ ສາມຫຼ່ຽມຄຳ
2023.10.03
ໃນວັນທີ 31 ສິງຫາ 2023 ທີ່ຜ່ານມານີ້ ຣັຖບານລາວ ໄດ້ຈັດຕັ້ງຫ້ອງການຕົວແທນ ຂອງທະນາຄານແຫ່ງ ສປປ ລາວ ຢູ່ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ ເພື່ອເນັ້ນໃສ່ວຽກງານການກວດກາ ຊຸກຍູ້ສົ່ງເສີມ ຄຸ້ມຄອງ ເງິນຕຣາຕ່າງປະເທດ ໃຫ້ມີຄວາມສະດວກສະບາຍ ວ່ອງໄວຖືກຕ້ອງ ຂຶ້ນຕື່ມ ແລະ ເສີມຂຍາຍການຮ່ວມມື ວຽກງານຕ່າງໆ ກັບສະພາບໍຣິຫານ ເຂດເສຖກິຈ ສາມຫລ່ຽມຄຳ ໃຫ້ມີທະນາຄານ ພາຍໃນເຂດຫລາຍຂຶ້ນ ເພື່ອຈະໄດ້ບໍຣິການໂອນເງິນຕຣາຕ່າງປະເທດ ຫລື ການນຳເຂົ້າເງິນເຂົ້າລົງທຶນ ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ໃຫ້ງ່າຍຂຶ້ນ ເພາະ ທະນາຄານ ທີ່ຢູ່ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ບໍ່ມີການບໍຣິການທີ່ພຽງພໍ ຕໍ່ສັງຄົມເທົ່າທີ່ຄວນ.
ດັ່ງ ເຈົ້າໜ້າທີ່ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ໃນແຂວງບໍ່ແກ້ວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍ່າແໜ່ງ ກ່າວໃນວັນທີ 12 ກັນຍາ ນິີ້ວ່າ:
“ກະ ເປົ້າໝາຍ ເພີ່ນກໍຢາກໃຫ້ ທະນາຄານຫລາຍ ຄື ທະນາຄານຂອງຈີນ ເຂົາກໍຢາກໃຫ້ມີແບບ ສະດວກ ໃນການໂອນເງິນຕ່າງໆ ໂອນເງິນເຂົ້າມາ ເຮັດທຸຣະກິຈ ລະຫວ່າງປະເທດ ດຽວນີ້ ທະນາຄານ JDB ມັນອາດຈະບໍ່ພຽງພໍເນາະ ການບໍຣິການລູກຄ້າ ກໍບໍ່ທົ່ວເຖິງ ກັບຄວາມຕ້ອງການພາຍໃນເຂດຫັ້ນ.”
ເຈົ້າໜ້າທີ່ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ໃນແຂວງບໍ່ແກ້ວ ຍັງກ່າວຕື່ມວ່າ ສ່ວນນຶ່ງຣັຖບານລາວ ຢາກໃຫ້ທະນາຄານ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ເພີ່ມຂຶ້ນນຳດ້ວຍ ເພື່ອເປັນຕົວເລືອກໃນການຝາກ-ຖອນ ແລະ ທາງການກໍຍັງຊຸກຍູ້ໃຫ້ຊາວລາວ ນັກທຸຣະກິຈ ຊາວຄ້າຂາຍ ໃຊ້ເງິນກີບພາຍໃນລາວ ເປັນຫລັກ ເຊິ່ງປັດຈຸບັນ ການໃຊ້ເງິນກີບພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ຖືວ່າຂ້ອນຂ້າງດີຂຶ້ນ ຈາກແຕ່ກ່ອນ ທີ່ມັກປະຕິເສດ ທີ່ຈະຮັບເງິນກີບ ໃນການຊື້ຂາຍ ແຕ່ທ່ານເອງ ຍອມຮັບວ່າ ເງິນບາທ ແລະ ເງິນຢວນ ຍັງມີອິດທິພົນ ສຳລັບຊາວລາວ ແລະ ຊາວຄ້າຂາຍຢູ່ ເພາະແຂວງບໍ່ແກ້ວ ມີຊາຍແດນ ຕິດກັບໄທຍ ແລະ ມີຄົນຈີນອາໄສຢູ່ເຂດນີ້ຫລາຍ.
“ສ່ວນຫລາຍ ກໍເງິນຕຣາຫັ້ນແຫລະເນາະ ເພາະພວກເຮົາມັນເຂດຊາຍແດນໄປໄທຍ ວັດສະດຸອຸປະກອນຕ່າງໆ ສ່ວນຫລາຍມາແຕ່ຈີນແດ່ ມາແຕ່ໄທຍແດ່ ທີ່ຜ່ານມາ ການນຳໃຊ້ເງິນກີບຫັ້ນ ກໍດີກວ່າເກົ່າຫລາຍເນາະ ເພາະວ່າ ນັກທຸຣະະກິຈ ຫລືື ແມ່ຄ້າຊາວຂາຍ ຕ້ອງບໍ່ປະຕິເສດເງິນກີບເນາະ ຕ້ອງເອົາເງິນກີບເປັນຫລັກເນາະ”
ຂະນະທີ່ຊາວລາວ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ທ່ານນຶ່ງກໍກ່າວວ່າ ເຖິງແມ່ນວ່າມີທະນາຄານຂອງລາວ ເພີ່ມຂຶ້ນ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ກໍຕາມ ການແລກປ່ຽນເງິນຕຣາຕ່າງປະເທດ ຄົນລາວບໍ່ນິຍົມໄປແລກ ຢູ່ທະນາຄານ, ຫລາຍຄົນຍັງໄປແລກຢູ່ນອກລະບົບ ຖ້າຄົນລາວຈະໃຊ້ບໍຣິການ ສ່ວນໃຫຍ່ ຈະນຳເງິນໄປຝາກໄວ້ເທົ່ານັ້ນ ເພື່ອຄວາມປອດໄພ ແຕ່ຖ້າຫາກເວົ້າເຖິງ ການໃຊ້ເງິນຢູ່ພາຍໃນ ສ່ວນໃຫຍ່ ຄົນທີ່ຢູ່ໃນເຂດເສຖກິຈພິເສດ ຈະໃຊ້ເງິນຢວນຫລາຍກວ່າ.
“ຄົນຢູ່ໃນນີ້ໃຊ້ເງິນຢວນ ແລ້ວນອກເຂດ ກໍຈະເປັນເງິນບາທ ຖ້າຜູ້ໃດຢູ່ເຂດນອກ ຖືເງິນກີບມາ ເຂົາເຈົ້າກໍໃຊ້ເງິນກີບຊື້ນ່າ ແລກເຣທນອກ ມັນສະດວກຢູ່ບ່ອນວ່າ ເຮົາບໍ່ຈຳເປັນຕ້ອງເຂົ້າທະນາຄານເດ້. ມີທະນາຄານ ເຂົາເຈົ້າກໍຈະຝາກເງິນນ່າ. ເຮົາບໍ່ຢາກຖືເງິນສົດແມ່ນບໍ່. ເຮົາກໍໄປຝາກທະນາຄານ ແບບວ່າຄວາມປອດໄພ.”
ພ້ອມດຽວກັນນີ້ ຊາວລາວ ໃນເມືອງຕົ້ນເຜິ້ງ ທ່ານນຶ່ງກ່າວວ່າ ການໃຊ້ເງິນສະກຸນຕ່າງໆ ພາຍໃນເມືອງຕົ້ນເຜິງ ທີ່ຢູນອກເຂດເສຖກິຈພິເສດ ສາມຫລ່ຽມຄຳ ສ່ວນໃຫຍ່ ກໍເຫັນວ່າໃຊ້ 3 ສະກຸນເງິນ ຄື ເງິນຢວນ, ເງິນບາທ ແລະເງິນກີບ ເຊິ່ງສ່ວນໃຫຍ່ ໃຊ້ເງິນບາທ ຫລາຍກວ່າ.
“ເງິນຢວນກໍມີ ເງິນກີບກໍມີ ຄືກັນແຫລະ ກໍມີທົ່ວໄປ ສ່ວນຫລາຍ ຈະເເມ່ນເງິນບາທແຫລະ ກໍແລ້ວແຕ່ບາງຄົນ ຖ້າເຂົາບໍ່ມີເງິນບາທ ເຂົາກໍໃຊ້ເງິນຢວນຈ່າຍ ຄວບຄຸມບໍ່ໄດ້ດອກ ເງິນກີບມັນອ່ອນຄ່າ ສະກຸນເງິນບາທບໍ່ ເງິນຢວນໂຕນີ້.”
ຂະນະດຽວກັນ ຊາວລາວໃນເມືອງຕົ້ນເຜິງ ອີກທ່ານນຶ່ງ ກໍກ່າວວ່າ ຖ້າເປັນປະຊາຊົນທົ່ວໄປ ທີ່ບໍ່ແມ່ນຊາວຄ້າຂາຍ ໃນເວລາເຂົາເຈົ້າໄປຊື້ຂອງໃນຕລາດ ໃຊ້ເງິນກີບເປັນຫລັກ ແຕ່ຖ້າຜູ້ໃດບໍ່ໃຊ້ເງິນກີບຈ່າຍ. ເປັນເງິນບາທ ຫລືເງິນຕ່າງປະເທດ ບັນດາແມ່ຄ້າກໍຮັບ ເພາະສິນຄ້າສ່ວນໃຫຍ່ ນຳເຂົ້າມາຈາກໄທຍ.
“ກໍໃຊ້ເງິນກີບເຮົານີ້ແຫລະ ມາຊື້ເຄື່ອງຢູ່ຕາມທ້ອງຕລາດ ກໍໃຊ້ເງິນກີບ ເຮົາບໍ່ມີເງິນກີບໃຫ້ເຂົາ ກະເອົາເງິນບາທໃຫ້ເຂົາ. ເຂົາກໍເອົາເງິນບາທ ມັນກໍຍາກຢູ່ໆນຳກັນນີ້ແຫລະ. ສິນຄ້າ ສ່ວນຫລາຍກໍຊື້ຢູ່ໄທຍ ມີເງິນຕ່າງປະເທດ ໃຊ້ເຂົາກໍເອົາ.”
ເຖິງຢ່າງໃດກໍຕາມ ອີງຕາມຄຳເວົ້າຂອງ ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ບໍ່ສາມາດປະຕິເສດ ການໃຊ້ເງິນຕຣາຕ່າງປະເທດໄດ້ ໂດຍສະເພາະເງິນບາທ ຍັງເປັນທີ່ນິຍົມໃຊ້ກັນຫລາຍ ເພາະສິນຄ້າສ່ວນໃຫຍ່ ຕ້ອງນຳເຂົ້າ ຈາກໄທຍ, ເວລາໄປຊື້ເຄື່ອງໃນໄທຍ ຕ້ອງໃຊ້ເງິນບາທ ທາງໄທຍບໍ່ຍອມຮັບເງິນກີບ ແລະ ສ່ວນໃຫຍ່ຄົນລາວ ບໍ່ໄປແລກປ່ຽນຢູ່ທະນາຄານກັນແລ້ວ ເພາະທະນາຄານ ບໍ່ມີເງິນຕຣາຕ່າງປະເທດໃຫ້ຊື້-ຂາຍ ດ້ວຍເຫດນີ້ ຫລາຍຄົນຈຶ່ງຍັງໄປແລກປ່ຽນ ຢູ່ນອກລະບົບ, ສ່ວນທະນາຄານ ເອົາໄປຝາກເງິນ-ຖອນ ເປັນເງິນກີບເທົ່ານັ້ນ ເພື່ອຄວາມປອດໄພ.