ທາງຣົຖໄຟ ລາວ-ຈີນ, ເປັນສ່ວນນຶ່ງ ຂອງ BRI, ມີຄວາມຫວັງ, ຂໍ້ຄ້າງຄາ
2023.10.05

ປັດຈຸບັນ, ນັບເປັນເວລາປະມານ 1 ປີ 10 ເດືອນແລ້ວ ທີ່ເສັ້ນທາງຣົຖໄຟລາວ-ຈີນ, ອັນເປັນສ່ວນນຶ່ງ ຂອງຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຫຼື BRI ນັ້ນ, ໄດ້ເປີດນຳໃຊ້ ແບບເປັນທາງການ ຕັ້ງແຕ່ສະຖານີນະຄອນຫຼວງວຽງຈັນ ຮອດສະຖານີບໍ່ເຕັນ ແຂວງຫຼວງນ້ຳທາ ຕາມເປົ້າໝາຍ ຂອງທາງການລາວ ທີ່ຫວັງວ່າ ໂຄງການນີ້ ຈະຊ່ອຍຍົກລະດັບ ສະພາບການຄົມມະນາຄົມ ໃນລາວ ໃຫ້ດີຂຶ້ນ ລວມທັງເຮັດໃຫ້ຄຸນນະພາບຊີວິຕ ຂອງຊາວບ້ານ ດີຂຶ້ນນຳດ້ວຍ.
ເມື່ອນັບຕັ້ງແຕ່ ເຣີ່ມມີການກໍ່ສ້າງ ໃນທ້າຍປີ 2015, ກໍຖືວ່າເກືອບ 8 ປີແລ້ວ ທີ່ເສັ້ນທາງຣົຖໄຟລາວ-ຈີນ ໄດ້ປະກົດມີໂຕຕົນ ຢູ່ໃນປະເທດລາວ ແລະ ມີການໂຍກຍ້າຍຊາວບ້ານ ເພື່ອຫຼີກທາງໃຫ້ການກໍ່ສ້າງ. ແນ່ນອນວ່າ ເມື່ອເວົ້າເຖິງການໂຍກຍ້າຍ, ກໍຕ້ອງເວົ້າເຖິງການຊົດເຊີຍ, ການຈັດສັນທີ່ຢູ່ອາສັຍ ແລະ ການຍົກລະດັບ ຊີວິຕການເປັນຢູ່ ໃຫ້ມີຄຸນນະພາບຊີວິຕ ທີ່ດີຂຶ້ນ ຫຼືຢ່າງໜ້ອຍ ກໍໃຫ້ດີເທົ່າເມື່ອກ່ອນ.
ໃນສະພາບຄວາມເປັນຈິງແລ້ວ, ມາຮອດປັດຈຸບັນ ຊາວບ້ານຫຼາຍຄົນ ທີ່ຢູ່ໃນເຂດເມືອງ ແລະ ແຂວງ ທີ່ເສັ້ນທາງຣົຖໄຟລາວ-ຈີນ ແລ່ນຜ່ານ ຕ່າງກໍໄດ້ກ່າວເປັນສຽງດຽວກັນວ່າ ເສັ້ນທາງຣົຖໄຟລາວ-ຈີນ ຍັງບໍ່ໄດ້ຍົກລະດັບ ໃຫ້ຊີວິຕການເປັນຢູ່ ຫຼືການດຳຣົງຊີວິຕ ຂອງພວກເຂົາເຈົ້າດີຂຶ້ນ. ແມ່ນແຕ່ຊາວບ້ານ ທີ່ເຄີຍສູນເສັຽເຮືອນ ແລະ ທີ່ດິນ ໃຫ້ແກ່ໂຄງການດັ່ງກ່າວ ກໍບໍ່ໄດ້ມີຊີວິຕ ທີ່ດີຂຶ້ນກວ່າແຕ່ກ່ອນ ເຖິງແມ່ນວ່າ ໄດ້ຮັບການຊົດເຊີຍກໍຕາມ, ເຊິ່ງຫຼາຍຄົນເຫັນວ່າ ຊີວິຕຂອງພວກເຂົາເຈົ້າ ກໍຍັງມີສະພາບຄືເກົ່າ ແລະ ບໍ່ມີຣາຍໄດ້ຫຼາຍຂຶ້ນ ແລະ ເຫັນວ່າ ມີພຽງແຕ່ຊາວບ້ານສ່ວນນຶ່ງ ທີ່ມີເງື່ອນໄຂ ທາງເສຖກິຈຢູ່ແລ້ວ ທີ່ເປັນຜູ້ໄດ້ຮັບຜົລປໂຍດ ຕໍ່ການເຂົ້າມາ ຂອງເສັ້ນທາງຣົຖໄຟລາວ-ຈີນ ຈາກການເປີດຮ້ານຄ້າ ແລະ ທຸຣະກິຈຕ່າງໆ ຢູ່ໃກ້ກັບສະຖານີຣົຖໄຟລາວ-ຈີນ. ດັ່ງຊາວບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທ່ານນຶ່ງ ທີ່ເຄີຍຖືກໂຍກຍ້າຍ ບ່ອນຢູ່ອາສັຍ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນເດືອນກໍຣະກະດາ 2023 ທີ່ຜ່ານມາວ່າ:
“ເອີ, ກໍຫາກຄືເກົ່າຫັ້ນແຫຼະ ສະເພາະເຮົານ່າ ຄືເກົ່າຫັ້ນແຫຼະ, ມັນຍ້າຍມາ ກະຢູ່ໃກ້ແດ່ ຢູ່ໃກ້ສະຖານີແດ່ ບ້ານເຮົາເດ້. ຣາຍໄດ້ບໍ່ມີຫັ້ນແຫຼະ ຄືເກົ່າຫັ້ນແຫຼະ. ເປັນພວກເຮັດຮ້ານອາຫານ ຂາຍມີ່-ຂາຍເຝີ ຫຼືວ່າມີເດີ່ນເລັກໆໜ້ອຍໆ ກໍເຮັດບ່ອນຝາກຣົຖຝາກຫຍັງ ເຂົາກໍພໍມີຣາຍໄດ້ເພີ່ມຢູ່.”

ສ່ວນຊາວບ້ານ ທີ່ຖືກໂຍກຍ້າຍຈາກໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ແລ້ວໄດ້ຮັບການຊົດເຊີຍ ເປັນເຮືອນຫຼັງໃໝ່ ຢູ່ພາຍໃນບ້ານຈັດສັນ ທີ່ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ເປັນຜູ້ອອກງົບປະມານ ກໍ່ສ້າງໃຫ້ນັ້ນ, ຈຳນວນນຶ່ງ ກໍເຫັນວ່າ ການຍ້າຍເຂົ້າມາຢູ່ ບ້ານຈັດສັນ ບໍ່ໄດ້ເຮັດໃຫ້ຊີວິຕການເປັນຢູ່ ຂອງພວກເຂົາເຈົ້າ ດີຂຶ້ນເທື່ອ ແລະ ຂ້ອນຂ້າງທຸກກວ່າເກົ່າ ເນື່ອງຈາກເຮືອນທີ່ໄດ້ຮັບ ຢູ່ໃນບ້ານຈັດສັນ ເປັນເຮືອນຂນາດນ້ອຍ ບໍ່ສາມາດຮອງຮັບ ຈຳນວນສະມາຊິກ ໃນຄອບຄົວໄດ້. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງໄດ້ອອກເງິນ ເພື່ອຂຍາຍ ແລະ ຕໍ່ເຕີມເຮືອນ ໃຫ້ມີຂນາດກວ້າງກວ່າເກົ່າ. ດັ່ງຊາວບ້ານ ຢູ່ບ້ານຈັດສັນນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ:
“ເຮືອນຫັ້ນນ້ອຍເນາະ, ນ້ອຍແລ້ວກໍໄປຕໍ່ອອກໝົດ ເອົາເງິນຈົກຖົງຫັ້ນແຫຼະ, ຫ້ອງນອນນີ້ ໄປຕໍ່ອີກ. ເຮືອນຫັ້ນຫ້ອງນອນດຽວ ແລ້ວຫ້ອງນ້ຳຢູ່ໃນ ກະບໍ່ພໍກັນຢູ່ແຫຼະ, ຄົນຫຼາຍໄປຕໍ່ອອກ 3 ຫ້ອງ. ຈ້າງຊ່າງມາເຮັດ ຫຼັງນຶ່ງກໍ 20-30 ລ້ານຫັ້ນແຫຼະ ຈ້າງຄົນມາເຮັດ. ບ້ານເກົ່າຖືກປ່າຊ້າ ບາດໄປເອົາເຮືອນຈັດສັນນີ້ ເຂົາເຊັນເອົາ ກະໄດ້ເອົາໝົດແລ້ວແຫຼະ.”
ຍານາງຍົກໂຕຢ່າງຕື່ມວ່າ ໃນໄລຍະຜ່ານມາ ເຄີຍຢູ່ເຮືອນຂນາດໃຫຍ່ ແລະ ກວ້າງ ເຖິງແມ່ນວ່າ ຈະເປັນເຮືອນທີ່ບໍ່ຫຼູຫຼາກໍຕາມ, ແຕ່ກໍສາມາດໃຊ້ເນື້ອທີ່ ບໍຣິເວນຮອບເຮືອນ ເປັນເນື້ອທີ່ສຳລັບປູກຝັງ ແລະ ລ້ຽງສັດ ເພື່ອຫາຣາຍໄດ້ເສີມ ແກ່ຄອບຄົວ, ແຕ່ຫຼັງຈາກຍ້າຍມາຢູ່ ບ້ານຈັດສັນ ກໍໄດ້ອາສັຍໃນເຮືອນ ທີ່ຂນາດນ້ອຍກວ່າເກົ່າ ແລະ ຮອບເຮືອນ ກໍບໍ່ມີທີ່ດິນ ສຳລັບປູກຝັງ ຫຼືລ້ຽງສັດໄດ້ອີກ ຈຶ່ງເຮັດໃຫ້ບໍ່ສາມາດ ຫາຣາຍໄດ້ເສີມ ເຂົ້າສູ່ຄອບຄົວ ຄືກັບຢູ່ເຮືອນບ່ອນເກົ່າ.
ທາງດ້ານນັກວິຊາການລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ອົງກອນ, ເຊິ່ງເຄີຍຕິດຕາມສະພາບຄວາມເປັນຢູ່ ຂອງຊາວບ້ານ ທີ່ຖືກໂຍກຍ້າຍ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ກໍເຫັນວ່າ ຊາວບ້ານທີ່ຖືກໂຍກຍ້າຍນັ້ນ, ຈຳນວນນຶ່ງ ກໍມີຊີວິຕທີ່ດີຂຶ້ນ ແລະ ອີກຈຳນວນນຶ່ງ ກໍມີຄວາມເປັນຢູ່ ທີ່ທຸກກວ່າເກົ່າ ຍົກໂຕຢ່າງ ຄັນເປັນຊາວບ້ານ ທີ່ມີເຮືອນຫຼັງນ້ອຍ ໃນເຂດທີ່ທຸກຍາກ ແລ້ວຖືກໂຍກຍ້າຍ ຈາກໂຄງການທາງຣົຖໄຟ ມາຢູ່ເຮືອນຫຼັງໃໝ່ ໃນບ້ານຈັດສັນ, ເຊິ່ງເປັນເຮືອນທີ່ດີກວ່າເຮືອນເກົ່າ ກໍເປັນເຣື່ອງທີ່ດີ ແກ່ພວກເຂົາເຈົ້າ, ແຕ່ຄັນເປັນຊາວບ້ານ ທີ່ມີເຮືອນຫຼັງໃຫຍ່ ໃນກ່ອນໜ້ານີ້ ພ້ອມທັງມີເນື້ອທີ່ປູກຝັງໃກ້ເຮືອນ ແລ້ວເຖືກໂຍກຍ້າຍ ມາຢູ່ເຮືອນໃນບ້ານຈັນສັນ ທີ່ຂນາດເຮືອນນ້ອຍກວ່າ ເຮືອນຫຼັງເກົ່າທີ່ເຄີຍຢູ່ ແລະ ບໍ່ມີເນື້ອທີ່ ສຳລັບປູກຝັງ ກໍເຮັດໃຫ້ພວກເຂົາເຈົ້າ ບໍ່ພໍໃຈ. ດັ່ງທ່ານກ່າວວ່າ:
“ເຄິ່ງຕໍ່ເຄິ່ງ ໃຫ້ຄວາມເຫັນບໍ່ໄດ້ 100% ດອກ. ບາງຄົນທີ່ເຂົາເຈົ້າຢູ່ຕ່ຳກວ່າ ເຂົາເຈົ້າມີເຮືອນຢູ່ ມີບ່ອນໃໝ່ຢູ່ ກະດີຂຶ້ນ. ບາງຄົນທີ່ວ່າ ມີຊີວິຕດີແລ້ວ ແລ້ວປັບມາຢູ່ແບບກາງໆ, ຫັ້ນນ່າ ເຂົາເຈົ້າເຄີຍມີເຮືອນໃຫຍ່ເນາະ ເອົາໄປເອົາມາແລ້ວ ປັບໃຫ້ຢູ່ແບບກາງໆ, ຫັ້ນນ່າ. ບາງຄົນກະວ່າດີ ບາງຄົນກະວ່າບໍ່ແຫຼະ.”
ທ່ານກ່າວຕື່ມວ່າ ສ່ວນຊາວບ້ານ ທີ່ຖືກໂຍກຍ້າຍ ຈາກໂຄງການດັ່ງກ່າວ ທັງພວກທີ່ໄດ້ເຂົ້າໄປຢູ່ ໃນບ້ານຈັດສັນ ຫຼືບໍ່ໄດ້ໄປຢູ່ບ້າຈັດສັນ ຕ່າງກໍຍັງຂາດການສົ່ງເສີມ ໃນຫຼາຍດ້ານຢູ່, ໂດຍສະເພາະການສົ່ງເສີມ ໃຫ້ມີວຽກເຮັດງານທຳ ເພື່ອສ້າງຣາຍໄດ້ເສີມ ໃຫ້ແກ່ຄອບຄົວ, ເຊິ່ງທ່ານເອງ ເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈຳເປັນຕ້ອງໄດ້ສ້າງວຽກງານ ໃຫ້ແກ່ພວກເຂົາເຈົ້າ ເພື່ອສ້າງຣາຍໄດ້ໃໝ່.
ສຳລັບບ້ານຈັດສັນ ຂອງໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ມີທັງໝົດ 4 ແຫ່ງ ປະກອບດ້ວຍ ບ້ານຈັດສັນນາເຕີຍ ແຂວງຫຼວງນ້ຳທາ ຈຳນວນ 159 ຫຼັງ, ບ້ານຈັດສັນນາຄົກ ເມືອງງາ ແຂວງອຸດົມໄຊ ຈຳນວນ 23 ຫຼັງ, ບ້ານຈັດສັນນາໝໍ້ ເມືອງນາໝໍ້ ແຂວງອຸດົມໄຊ ຈຳນວນ 60 ຫຼັງ ແລະ ບ້ານຈັດສັນບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈຳນວນ 107 ຫຼັງ.
ແຕ່ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າ ທາງຣົຖໄຟລາວ-ຈີນ ໄດ້ເປີດໃຫ້ບໍຣິການ ເປັນເວລາຫຼາຍກວ່າ 1 ປີ 10 ເດືອນແລ້ວ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ຂອງຣັຖບານ ກໍຍັງຕິດຄ້າງ ການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານທີ່ສູນເສັຽທີ່ດິນ ໃຫ້ແກ່ໂຄງການດັ່ງກ່າວ ອີກຈຳນວນ 1,018 ຄອບຄົວ ຄິດເປັນມູລຄ່າ 233 ຕື້ກີບ ເປັນຕົ້ນ ຢູ່ເຂດບ້ານດົງໂພສີ ໃນເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ເຫດຜົລວ່າ ຂໍ້ມູນດ້ານທີ່ດິນ ຍັງບໍ່ທັນຈະແຈ້ງ ແລະ ຍັງບໍ່ສາມາດຕົກລົງ ເຣື່ອງຄ່າຊົດເຊີຍ ກັບຊາວບ້ານໄດ້ເທື່ອ.

ຊາວບ້ານນາງນຶ່ງ ທີ່ຍັງລໍຖ້າການຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ກ່າວວ່າ ຍານາງເອງ ກໍເຣີ່ມຮູ້ສຶກໝົດຄວາມຫວັງ ທີ່ຈະໄດ້ເງິນຄ່າຊົດເຊີຍ ດັ່ງກ່າວແລ້ວ ຍ້ອນວ່າ ການຄິດໄລ່ຄ່າຊົດເຊີຍ ຂອງພາກສ່ວນທີ່ກ່ຽວຂ້ອງ ຍັງສເນີຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ໃນອັດຕຣາ ໜ້ອຍກວ່າຄວາມເປັນຈິງ. ດັ່ງນັ້ນ, ຊາວບ້ານຈຶ່ງບໍ່ຍອມ ຮັບເອົາຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ ແລະ ກໍໄດ້ແກ່ຍາວ ເປັນເວລາ 5 ປີ ແລ້ວ. ດັ່ງຍານາງກ່າວວ່າ:
“ຊຸມບໍ່ໄດ້ ກະຍັງບໍ່ໄດ້ຈັກເທື່ອ 5 ປີແລ້ວເດ້. ໄປຫາເພິ່ນ ເພິ່ນກະວ່າ ໃຫ້ແມັຕກາເຣ້ນຶ່ງ 80 ພັນກີບ. ປະຊາຊົນຍອມຮັບເອົາ ບໍ່ໄດ້ຄືເກົ່າຫັ້ນລະ ຕ້ອງໃຫ້ 1 ແສນ 50 ພັນກີບ ເທົ່າກັນກັບໝູ່. ບໍ່ໄດ້ເງິນຈັກເທື່ອ ວ່າຊີ້ໂລດ ພັທນາໄປ ກະພັທນາແຕ່ຂອງເພິ່ນຫັ້ນລະ.”
ເມື່ອເດືອນເມສາ ປີ 2023 ທີ່ຜ່ານມານີ້, ກໍເປັນເທື່ອຫຼ້າສຸດ ທີ່ຊາວບ້ານ ຈຳນວນນຶ່ງ ຢູ່ເມືອງຫາດຊາຍຟອງ ໄດ້ພາກັນໄປທວງຖາມຄ່າຊົດເຊີຍ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ພ້ອມດ້ວຍໂຄງການເຂດໂລຈິສຕິກ, ເຊິ່ງຕິດພັນກັບ ໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ນຳດ້ວຍ, ແຕ່ກໍບໍ່ໄດ້ຮັບຄຳຕອບ ແລະ ຄວາມຄືບໜ້າວ່າ ຈະມີການຊົດເຊີຍໃນເມື່ອໃດ.
“ກະໄປຢູ່ເດ້, ຮຽກຮ້ອງຫຼາຍບ່ອນຢູ່ ກະບໍ່ມີຄວາມຄືບໜ້າອີ່ຫຍັງເລີຍ. ບໍ່ໄດ້ອອກມາຊີ້ແຈງໃຫ້ປະຊາຊົນ, ຊິຈ່າຍໃຫ້ປະຊາຊົນ ໃຫ້ມັນແລ້ວມັນຫຍັງນ່າ, ກະບໍ່ເຫັນເພິ່ນວ່າຈັ່ງໃດເດ້ລະ. ຊົດເຊີຍກະບໍ່ທັນໄດ້ຈັກກີບ.”
ກ່ຽວກັບການຈ່າຍເງິນ ຄ່າຊົດເຊີຍທີ່ຫຼ້າຊ້າ ຂອງໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ນີ້, ທາງດ້ານນັກວິຊາການໃນລາວ ທ່ານນຶ່ງ ກໍເຫັນວ່າ ເປັນຂໍ້ຜິດພາດ ອີກທັງເປັນການເມີນເສີຍ ຕໍ່ຊາວບ້ານ ທີ່ເສັຽສະຣະທີ່ດິນ ແລະ ເຮືອນ ໃຫ້ແກ່ໂຄງການດັ່ງກ່າວ, ເຊິ່ງທ່ານເອງ ກໍຢາກໃຫ້ເລັ່ງແກ້ໄຂ ບັນຫາດັ່ງກ່າວນີ້ ໃຫ້ສຳເຣັດພາຍໃນປີນີ້ ເນື່ອງຈາກຊາວບ້ານ ບໍ່ສາມາດຮ້ອງຟ້ອງໂຄງການ ທີ່ຂຶ້ນກັບຣັຖບານໄດ້ຢູ່ແລ້ວ. ດັ່ງທ່ານກ່າວວ່າ:
“ແມ່ນແຫຼະ, ເມີນເສີຍ. ຖ້າວ່າຢາກເຮັດ ວ່າຊິຢາກແກ້ໄຂບັນຫາ ຊ່ອຍເຫຼືອຜົລກະທົບ, ຫັ້ນນ່າ ຕ້ອງເຮັດໄດ້ ເພາະວ່າດັ່ງທີ່ຮູ້ແຫຼະ ສປປລາວ ເຮົາ, ຖ້າວ່າອຳນາດສັ່ງມາແນວໃດ ກະແນວນັ້ນ. ໂຕນີ້ມັນເປັນເຣື່ອງ ທາງປະເທດ ທີ່ມີປະຊາທິປະຕັຍ ມັນກະຊິມີຮ້ອງຟ້ອງກັນຫັ້ນແຫຼະ.”
ພ້ອມດຽວກັນນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຄະນະກັມມະການ ທີ່ຮັບຜິດຊອບ ວຽກງານຈ່າຍເງິນຄ່າຊົດເຊີຍ ແກ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ພ້ອມດ້ວຍກົມຄຸ້ມຄອງ ທາງຣົຖໄຟ ເພື່ອຂໍຄຳຊີ້ແຈງ ກ່ຽວກັບຄວາມຄືບໜ້າ ຂອງຂັ້ນຕອນ ການຈ່າຍຄ່າຊົດເຊີຍ ທີ່ຍັງຕິດຄ້າງຢູ່ນັ້ນ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍບໍ່ສະດວກ ທີ່ຈະກ່າວເຖິງເຣື່ອງນີ້ ແກ່ນັກຂ່າວ.
ແລະ ທາງດ້ານເຈົ້າໜ້າທີ່ ໃນລະດັບຂັ້ນແຂວງ ແລະ ຂັ້ນເມືອງ ທີ່ມີຜູ້ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ໃນຫຼາຍເມືອງ ກໍລ້ວນແຕ່ກ່າວ ໃນທຳນອງດຽວກັນວ່າ ບໍ່ມີໜ້າທີ່ ໃນການໃຫ້ຂໍ້ມູນ ກ່ຽວກັບເຣື່ອງນີ້, ເຊິ່ງຕ້ອງເປັນທາງຣັຖບານເທົ່ານັ້ນ ທີ່ຈະສາມາດຊີ້ແຈງໄດ້.
ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການພັທນາຊຸມຊົນ, ເຊິ່ງເປັນໜ່ວຍງານນຶ່ງ ຂອງຣັຖບານລາວ ທີ່ຕິດຕາມເບິ່ງແຍງ ສະພາບຄວາມເປັນຢູ່ ຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ກໍໄດ້ກ່າວວ່າ ທາງອົງກອນພວກທ່ານ ກໍໄດ້ຕິດຕາມ ຊີວິຕການເປັນຢູ່ ຂອງຊາວບ້ານ ທີ່ໄດ້ຮັບຜົລກທົບ ຈາກໂຄງການດັ່ງກ່າວ ຢູ່ເລື້ອຍໆ, ແຕ່ຍັງບໍ່ທັນໄດ້ລົງເລິກ ຢ່າງລະອຽດ ແລະ ຍັງບໍ່ທັນມີໂຄງການ ທີ່ຈະຊ່ອຍເຫຼືອເທື່ອ. ດັ່ງທ່ານກ່າວວ່າ:
“ໂຕນີ້ເນາະ ໄດ້ຕິດຕາມຢູ່ ປະສານງານພາຍໃນກຸ່ມ, ແຕ່ວ່າ ຍັງບໍ່ໄດ້ມີການ ແບບລົງເລິກ ຈະໄປຊ່ອຍເຫຼືອເພິ່ນຢູ່, ແຕ່ວ່າ ຍັງມີວຽກຫຼາຍໂຄງການ ທີ່ແບບຕ້ອງໄດ້ເຮັດໄປເທື່ອລະຂັ້ນຕອນ ຂອງການລົງໄປບ້ານ, ຫັ້ນນ່າ. ເຣື່ອງການໂຍກຍ້າຍ ຈາກໂຕນັ້ນ, ຍັງບໍ່ແໜ້ນປານໃດ.”

ໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ສົ່ງຜົລໃຫ້ມີຊາວບ້ານ ໄດ້ຮັບຜົລກະທົບທັງໝົດ 6,855 ຄອບຄົວ, ເຊິ່ງຢູ່ໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ແລະ ແຂວຫຼວງນ້ຳທາ. ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ເບີກຈ່າຍເງິນຄ່າຊົດເຊີຍ ໃຫ້ແກ່ຊາວບ້ານແລ້ວ 5,837 ຄອບຄົວ ຄິດເປັນມູລຄ່າ 1,483 ຕື້ກີບ. ຍັງເຫຼືອ 1,018 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ລວມມູລຄ່າເກືອບ 233 ຕື້ກີບ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ສງວນການໃຫ້ຂໍ້ມູນວ່າ ຊາວບ້ານທີ່ຍັງບໍ່ທັນໄດ້ເງິນຄ່າຊົດເຊີຍນັ້ນ, ສ່ວນໃຫຍ່ຢູ່ເຂດໃດແດ່, ອີງຕາມການຣາຍງານຫຼ້າສຸດ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ຣາຍງານ ໃນກອງປະຊຸມສະພາແຫ່ງຊາຕລາວ ເທື່ອຫຼ້າສຸດນີ້. ສບາຍດີ.