ວິຊາການ: ຂີ້ກະເດືອນ-ໜໍ່ໄມ້ ບໍ່ສູນພັນ ຍ້ອນຊາວບ້ານໄປເກັບ
2023.10.04
ຫຼັງຈາກທີ່ທາງການບາງແຂວງ ໄດ້ຫ້າມປະຊາຊົນໄປເກັບໜໍ່ໄມ້ ແລະ ຂີ້ກະເດືອນໄປຂາຍ, ຜູ້ຊ່ຽວຊານທາງດ້ານກະສິກັມ ກໍໃຫ້ໃຫ້ຄໍາເຫັນວ່າ ການເກັບຂີ້ກະເດືອນ ແລະ ໜໍ່ໄມ້ ນັ້ນ ມັນບໍ່ເຮັດໃຫ້ສູນພັນແຕ່ຢ່າງໃດ.
ຜູ້ຊ່ຽວຊານ ດ້ານກະສິກັມທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ແຕ່ວ່າ ໃນພາກທົ່ວໄປໃນວົງຈອນຂີ້ກະເດືອນ ມັນກະຜລິດໄວ ອອກໄວຢູ່ດອກ ການລ້ຽງຂີ້ກະເດືອນເຂົາກະມີ ວົງຈອນພວກນີ້ ມັນວົງຈອນສັ້ນ ລະກະສາມາດຜລິດໄດ້ໄວ ແຜ່ຂຍາຍໄວ.”
ຊ່ຽວຊານດ້ານກະສິກັມທ່ານນີ້ ກ່າວຕື່ມວ່າ ເປັນສັດບໍ່ມີກະດູກສັນຫຼັງ ແຜ່ພັນຫຼາຍຢູ່ດອກ ແຕ່ວ່າໜໍ່ໄມ້ນີ້ ເຈົ້າໜ້າທີ່ກະຜິດຫັ້ນແຫຼະໄປເອົາເງິນນໍາເຂົາ ທັມມະດາ ກະເອົາມາລົມກັນ ຄັນວ່າ ບໍ່ຫາເກີນຂອບເຂດຫັ້ນນ່າ ມັນກະບໍ່ດັບດອກ ຄັບຕາບໃດທີ່ຕໍ່ໄມ້ຍັງຢູ່ ມັນກະອອກຄືນ ຕັດທໍ່ໃດມັນແຫ່ງອອກ.
ຜູ້ຊ່ຽວຊານດ້ານກະສິກັມ ອີກ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ຂ້ອຍ ວ່າ ມັນບໍ່ໜ້າຈະສູນພັນ ເພາະ ມັນມີການແຜ່ ຫຼື ຂຍາຍພັນຕາມທັມມະຊາຕ ແຕ່ ໃນກໍລະນີພື້ນດິນຖືກສັມປະທານ ບໍຣິເວນກວ້າງ ແລະ ດິນຖືກທໍາລາຍ ຈະສົ່ງຜົລກະທົບຕໍ່ດິນ ແລະ ສິ່ງທີ່ມີຊີວິດໃນດິນ ເຊັ່ນຂີ້ກະເດືອນ.
ຊ່ຽວຊານດ້ານກະສິກັມທ່ານນີ້ ໄດ້ກ່າວຕື່ມວ່າ ການທີ່ທາງການແຂວງ ອອກມາປະກາດຫ້າມແນວນັ້ນ ຂ້ອຍກໍງົງ (ບໍ່ເຂົ້າໃຈ) ຄວນເອົາການຄຸ້ມຄອງ ແລະ ພັດທະນາທີ່ດິນ ໃຫ້ດິນມີຄວາມອຸດົມສົມບູນ.
ນອກຈາກນີ້ ປະຊາຊົນກໍເຫັນວ່າ ເຈົ້າໜ້າທີ່ຣັຖ ບໍ່ຄວນໄປຫ້າມປະຊາຊົນ ເກັບຂີ້ກະເດືອນ ແລະ ໜໍ່ໄມ້:
ໃນເດືອນກັນຍາ ທາງການ ແຂວງອັດຕະປື ໄດ້ອອກແຈ້ງການຫ້າມບໍ່ໃຫ້ປະ ຊາຊົນເກັບຂີ້ກະເດືອນມາຂາຍ ແຕ່ ຖ້າຈະເຮັດຈະຕ້ອງໄດ້ຮັບການອະນຸຍາດ ຈາງທາງການແຂວງ.
ໃນວັນທີ 13 ກັນຍາ 2023, ຫ້ອງການກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໄດ້ອອກແຈ້ງການ ວ່າດ້ວຍການຫ້າມເກັບກູ້ຂີ້ກະເດືອນທັມມະຊາຕ ແລະ ຊື້-ຂາຍ ຂີ້ກະເດືອນທັມມະຊາຕ.
ນອກຈາກນີ້ ຫ້ອງການກະສິກັມ ແລະປ່າໄມ້ ເມືອງແອດ ແຂວງຫົວພັນ ເໄດ້ອອກແຈ້ງການ ວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມ ບໍ່ໃຫ້ພະນັກງານ, ທະຫານ, ຕໍາຣວດ, ປະຊາຊົນ ຊາວເມືອງແອດ ເກັບໜໍ່ໄມ້ມາເຮັດເປັນໜໍ່ໄມ້ຕາກແຫ້ງ ເພື່ອທຸຣະກິຈຊື້-ຂາຍ ຕໍ່ມາ ວັນທີ 1 ກັນຍາ 2023 ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງແອດ ກໍໄດ້ລົບລ້າງແຈ້ງການດັ່ງກ່າວ.