ສລອງວັນຄຣູແຫ່ງຊາຕ ທົ່ວປະເທດ, ແຕ່ບັນຫາຄຣູອາສາ ຍັງບໍ່ໄດ້ຮັບການແກ້ໄຂ

ໄຊຍາ
2023.10.06
ສລອງວັນຄຣູແຫ່ງຊາຕ ທົ່ວປະເທດ, ແຕ່ບັນຫາຄຣູອາສາ ຍັງບໍ່ໄດ້ຮັບການແກ້ໄຂ ນັກຮຽນໃນໂຮງຮຽນແຫ່ງນຶ່ງ ໃນເຂດຫ່າງໄກສອກຫຼີກ ພາກເໜືອຂອງລາວ, ເດືອນພຶສຈິກາ ປີ 2022.
ນັກຂ່າວ ພົລເມືອງ

ວັນທີຄຣູແຫ່ງຊາຕ ທີ 07 ຕຸລາ ເຊິ່ງປີນີ້ຄົບຮອບ 29 ປີ (1994-2023). ຫຼາຍໂຮງຮຽນຕັ້ງແຕ່ລະດັບຊັ້ນອະນຸບານ ເຖິງຊັ້ນມັທຍົມທັງເຂດໃນເມືອງ ແລະ ເຂດນອກໄດ້ຈັດພິທີສະເຫຼີມສະຫຼອງ ວັນຄຣູແຫ່ງຊາຕມີກິຈກັມ ທີ່ຫຼາກຫຼາຍເພື່ອລະນຶກເຖິງບຸນຄຸນຄຣູ. ເປັນຕົ້ນພິທີຮັບຟັງປວັດ ຄວາມເປັນມາຂອງຄຣູຄຳເຊິ່ງແມ່ນຄຣູຄົນທຳອິດ ຂອງຄົນລາວ, ພິທີຮັບຟັງບົດອວຍພອນ ແມ່ພີມຂອງຊາຕຈາກນັກຮຽນ, ພີທີຮັບຂອງຂວັນ, ກິຈກັມແຂ່ງຂັນສິລະປະ, ຖາມ-ຕອບ ແລະ ຮ້ອງເພງ, ກິຈກັມສ້າງຂະບວນການອະນາໄມໃຫຍ່ຕາມຂອບເຂດໂຮງຮຽນ ແລະ ຕິດຄຳຂັວນຕ່າງໆ ໃນໂຮງຮຽນ.

ດັ່ງນາຍຄຣູ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ຕຸລານີ້ວ່າ:

“ຕອນແລງຫັ້ນຈະມີການແຂ່ງຂັນສິລະປະ ວັນນະຄະດີ ແລ້ວເຮົາກຂຈະມີການອວຍພອນ ຢູ່ຜແນກສຶກສາເລີຍເຮົາຈະຈັດພິທີ ປະມານເຣີ່ມ 6 ໂມງແລ້ວກໍໂຮງຮຽນນີ້ ກໍຈະມີນັກຮຽນຫັ້ນອວຍພອນ ນາຍຄຣູແຕ່ວ່າຢູ່ທີ່ນີ້ບັນດາໂຮງຮຽນ ອ້ອມຂ້າງ ມາອວຍພອນຄະນະຜແນກຫັ້ນ ສ່ວນຫຼາຍເພິ່ນກໍຈະມອບກະຕ່າຂອງຂວັນປະມານນີ້ຫັ້ນນ່າ ຈະມີແຂ່ງຂັນຟ້ອນ ແຕ່ລະໂຮງຮຽນ ແລ້ວກໍຮ້ອງເພງ ເຮົາຈະຈັດການແຂ່ງຂັນໃຫ້ບັນດານັກຮຽນ ແຕ່ລະໂຮງຮຽນອັນນີ້ເນາະ ພາຍໃນເທສບານໂຕເມືອງຫຼວງພຣະບາງນີ້.”

ນາຍຄຣູ ຈາກເມືອງພະລານໄຊ ແຂວງສວັນນະເຂດ ກ່າວວ່າເມືອງພະລານໄຊມີ 11 ບ້ານ ໃນນັ້ນມີນັກຮຽນ ອາຍຸ 12-15 ປີ ເຂົ້າຮຽນຊັ້ນມັທຍົມຕົ້ນພຽງ 60 ຄົນເທົ່ານັ້ນ. ນອກນັ້ນນັກຮຽນທີ່ເຫຼືອອອກໂຮງຮຽນແຕ່ຊັ້ນ ມ.1 ຫຼື ມ.2 ເພື່ອໄປເຮັດວຽກຢູ່ໄທຍ ຈຶ່ງເຮັດໃຫ້ໃນປີນີ້ບໍ່ມີການຈັດພິທີສະເຫຼີມສະຫຼອງວັນຄຣູແຫ່ງຊາຕ ແບບທາງການຄືກັບໂຮງຮຽນ ໃນເຂດເມືອງ ຍ້ອນເປັນໂຮງຮຽນມັທຍົມຕອນຕົ້ນ ຂນາດນ້ອຍ ຈຶ່ງອາຈມີແຕ່ພິທີອ່ານປວັດຄຣູຄຳ.

ດັ່ງນາຍຄຣູໄດ້ກ່າວ ໃນມື້ດຽວກັນວ່າ:

“ເຮັດແລ້ວແຕ່ກ່ອນຫັ້ນຄົນໜ້ອຍດຽວ ກໍບໍ່ໄດ້ເຄີຍເຮັດແລ້ວມື່ອື່ນນີ້ຊິໃຫ້ເຂົາ ມີ່ແຕ່ເຕົ້າໂຮມແລ້ວ ກໍອ່ານປວັດຄຣູຄຳ ທັມມະດາສື່ໆ ແຕ່ລະປີເຮັດຫັ້ນນ່າ ເພາະວ່າເຂດນອກຫັ້ນຂະຫຍອນວ່າຊິໃຫ້ແບບວ່າ ຊໍ່ດອກໝອກດອກໄມ້ ເອົາຂອງຝາກຂອງຕ້ອນ  ໃຫ້ບັນດາຄຣູອາຈານຫັ້ນ ຂນາດເຂົາເຂົ້າໂຮງຮຽນນີ້ ກໍບໍ່ຢາກມີມີ່ແຕ່ໄປເຮັດງານ ຢູ່ໄທຍ ສອງແລ້ວປະກົດການຫຍໍ້ທໍ້ ດຽວນີ້ແມ່ນຂອບເຂດອາຍຸ 15-16 ປີນັກຮຽນນີ້ຢາເສບຕິດນີ້ຫຼາຍ ບໍ່ຢາກເຂົ້າໂຮງຮຽນນີ້ເຂົ້າຮອດ ມ.2, ມ.1 ແລ້ວອອກ.”

ໂຮງຮຽນປະຖົມສຶກສາ ໃນເຂດຫ່າງໄກສອກຫຼີກ ບໍ່ມີທາງປູຢາງເຂົ້າເຖິງຍັງມີຄຣູອາສາ ຈຳນວນນຶ່ງທີ່ສິດສອນນັກຮຽນ ແບບຄວບຫ້ອງເປັນຄຣູອາສາ 1 ຄົນ ສອນນັກຮຽນຊັ້ນ ປ.4 ແລະ ປ.5 ເຮັດໃຫ້ການຮຽນ-ການສອນ ເປັນໄປດ້ວຍຄວາມຫຍຸ້ງຍາກ ນັກຮຽນ ຮຽນໜັງສືບໍ່ເຕັມເມັດເຕັມໜ່ວຍ ຍ້ອນໂຮງຮຽນລະດັບຊັ້ນປະຖົມສຶກສາ ຂາດຄຣູ ແຕ່ຄຣູອາສາສະມັກ ຈຳນວນນັ້ນ ຍັງສືບຕໍ່ສິດສອນ ນັກຮຽນຕາມປົກກະຕິໄປ ຍ້ອນໄດ້ຮັບກຳລັງໃຈ ຈາກປະຊາຊົນພາຍໃນບ້ານ ທີ່ອອກເງິນໃຫ້ຄຣູອາສາ ຄອບຄົວລະ 10 ພັນກີບຕໍ່ປີ ເຮັດໃຫ້ຄຣູອາສາສະມັກມີເງິນໄວ້ ຊົມໃຊ້ສະເລັ່ຍປີລະ 1-5 ແສນກີບ. ເຖິງແມ່ນວ່າຈໍານວນເງິນດັ່ງກ່າວບໍ່ພຽງພໍ ໂຕເອງກໍຍັງຫວັງນໍາຂັ້ນເທິງວ່າຈະສນອງໂຕເລຂໂຄຕ້າ ຄຣູສອນຕາມຄວາມຕ້ອງການຂອງຄຣູ ແລະປະຕິບັດເງິນເດືອນ ໃຫ້ແກ່ຄຣູອາສາສະມັກຕາມຊັ້ນຂັ້ນເງິນເດືອນ ຄືກັບຄຣູທີ່ເປັນຣັຖກອນ ເຊິ່ງມາເຖິງປັດຈຸບັນຄຣູອາສາ ຍັງບໍ່ທັນໄດ້ຮັບເງິນເດືອນເທື່ອ.

ດັ່ງຄຣູອາສາສະມັກ ສອນປະຖົມສຶກສາມາໄດ້ 8 ປີ ຢູ່ເຂດຫ່າງໄກສອກຫຼີກ ກ່າວໃນມື້ດຽວກັນວ່າ:

“ຄຣູອາຈານນີ້ບໍ່ພໍຜູ້ນຶ່ງ ສອນຫ້ອງຄວບນີ້ ມັນຍາກນາຍຄຣູ ປະຫ້ອງນີ້ໄປ ແລ່ນໄປຫ້ອງນັ້ນ ລຳບາກເນາະເຮັດແນວນີ້ແຫຼະ ເຮັດໃຫ້ນັກຮຽນບາງຄົນ ບໍ່ໄດ້ໜັງສືແດ່ບາງຄົນ ປ.4, ປ.5 ກໍຍັງຂຽນຍັງບໍ່ທັນໄດ້ໝົດ ໂອ້ນີ້ກໍຢາກຈະໄດ້ໂຕເລຂ ຣັຖກອນແຫຼະມີເງິນເດືອນກິນ ແບບຜູ້ອື່ນໝົດປີກໍມີແຕ່ 5 ແສນກີບກໍບໍ່ເນາະປີນີ້ພາກຣັຖຂັ້ນເທິງ ເພິ່ນກໍວ່າຄຣູອາສາຊີມີເງິນກິນຢູ່ ເຮົາກໍຕ້ອງໄດ້ເບິ່ງວ່າຂັ້ນຕອນຕໍ່ໄປ ເພິ່ນຊິມີການແກ້ໄຂແນວໃດ.”

ວັນທີ 17 ກໍຣະກະດາ 2023 ທີຜ່ານມາຣັຖບານລາວມີນຶ່ງນະໂຍບາຍ ໃນມະຕິຕົກລົງເລຂທີ 09/ລບ ເຫັນດີໃຫ້ປະຕິບັດເງິນເດືອນ ໃຫ້ແກ່ຄຣູອາສາສະມັກຕາມຂັ້ນເງິນເດືອນ ຄືກັນກັບຄຣູທີ່ເປັນຣັຖກອນເຊິ່ງນະໂຍບາຍດັ່ງກ່າວ ເປັນພຽງຂໍ້ຕົກລົງທີ່ຍັງບໍ່ທັນຮູ້ວ່າ ຣັຖບານຈະນຳເງິນຈາກພາກສ່ວນໃດ ເພື່ອຈ່າຍເງິນເດືອນຄຣູອາສາສະມັກ. ນອກນັ້ນສະພາບໂຕຈິງ ຄຣູອາສາສະມັກຈຳນວນນຶ່ງ ກໍກ່າວວ່າເຖິງແມ່ນວ່າຄຣູອາສາສະມັກ ຈະບໍ່ໄດ້ເງິນເດືອນຄືຄຣູຣັຖອນ ແຕ່ກໍມີຄວາມຫວັງວ່າ ຂັ້ນເທິງຈະຈັດສັນເງິນອຸດໜູນເງິນຄ່ານໍ້າມັນຣົຖ ໃຫ້ຄຣູອາສາສະມັກທຸກເດືອນເດືອນລະ 5-6 ແສນກີບ ເນື່ອງຈາກປັດຈຸບັນເງິນອຸດໜູນຄ່ານໍ້າມັນ ໃຫ້ຄຣູອາສາສະມັກແມ່ນຢູ່ໃນຄວາມຮັບຜິດຊອບ ຂອງໂຮງຮຽນ ຫຼື ບ້ານທີ່ໃຫ້ເດືອນລະ 50-60 ພັນກີບເທົ່ານັ້ນ.

ດັ່ງຄຣູອາສາ ສອນໂຮງຮຽນລະດັບຊັ້ນມັທຍົມ ສຶກສາໄດ້ 7 ປີ ກ່າວໃນມື້ດຽວກັນວ່າ:

“ໃນກອງປະຊຸມມື້ວານນີ້ເພິ່ນກໍວ່າ ໂອ້ຍັງບໍຮູ້ເທື່ອວ່າແມ່ນພາກສ່ວນໃດ ຊິຈ່າຍເງິນຫ່ວງນີ້ນ່າ ພໍພຽງວ່າເຮົາເຫັນຢູ່ໃນຂໍ້ຕົກລົງສື່ໆ ເນາະໂຕນີ້ຢາກໃຫ້ທາງພາກຣັຖເພິ່ນແກ້ໄຂ ນະໂຍບາຍເນາະທີ່ວ່າຫ່ວງນໍ້າມູກນໍ້າມັນບໍ່ຫໃຫ້ຄຣູອາສານີ້ນ່າ ພໍເປັນກຳລັງຈິດກຳລັງໃຈໃຫ້ເຂົາເຈົ້າຢາກສູ້ຕໍ່ໄປ ຫັ້ນແຫຼະເນາະ ເພາະວ່າຜ່ານມານີ້ລະ ແມ່ນມັນຂຶ້ນກັບໂຮງຮຽນໂຮງຮຽນວ່າ ຈະມອບເທົ່າໃດເດືອນໜື່ງ 50-60 ພັນກີບເດືອນນຶ່ງ 5-6 ແສນກີບ ເອົາບໍ່ໄດ້ບໍ່ຈັ່ງຊິນ່າໂຕນີ້ເຮົາກໍສເນີ ຢູ່ໃນກອງປະຊຸມ.”

ທ່ານກ່າວຕື່ມວ່າ ພາຍໃນໂຮງຮຽນທີ່ໂຕເອງ ສອນມີຄຣູອາສາຈໍານວນ 10 ຄົນ ລາອອກເພື່ອໄປເປັນຄຣູສອນຕາມໂຮງຮຽນເອກະຊົນ ຍ້ອນບໍ່ໄດ້ຮັບເງິນເດືອນ ແລະອາຍຸພວກເຂົາເຈົ້າກາຍ 35 ປີບໍ່ມີສິດໄດ້ຮັບໂຕເລຂຣັຖກອນຄຣູ ຈຶ່ງເຮັດໃຫ້ພາຍໃນໂຮງຮຽນໂຕເອງຂາດຄຣູ. ຂະນະທີ່ຄຣູອາສາ ທີ່ເຫຼືອຢູ່ພາຍໃນໂຮງຮຽນກໍຍັງສູ້ຊົນ ປະກອບອາຊີບຄຣູຕໍ່ໄປ ຍ້ອນມີໃຈຮັກນັກຮຽນ ແລະ ຮັກການຮຽນ-ການສອນຈຶ່ງຢາກໃຫ້ຂັ້ນເທິງ ມີນະໂຍບາຍມາຕ ການສົ່ງເສີມຄຣູອາສາເພີ່ມ ໂດຍສະເພາະເຣື່ອງກຳນົດໃຫ້ຄຣູອາສາ ອາຍຸກາຍ 35 ປີ ໄດ້ຮັບໂຕເລຂຣັຖກອນ ເປັນບູລິມະສິດ ຍ້ອນປັດຈຸບັນຄຣູອາສາ ສ່ວນໃຫຍ່ເຮັດວຽກຂັ້ນຕໍ່າ 7-8 ປີແລ້ວ.

ດ້ານຄຣູຣັຖກອນ ຈາກເມືອງພະລານໄຊ ແຂວງສວັນນະເຂດກ່າວວາ ອາຊີບຄຣູແມ່ນເປັນອາຊີບ ທີ່ອົດຢາກຫຼາຍ ຈຶ່ງຢາກສເນີໃຫ້ຂັ້ນເທິງຂຶ້ນເງິນເດືອນ ຄຣູຣັຖກອນປີລະ 2 ເຖິງ 3ແສນກີບ ເພື່ອໃຫ້ສອດຄ່ອງ ກັບຄ່າຄອງຊີບສູງ ແລະ ບັນຫາເງິນກີບອ່ອນຄ່າ ຍ້ອນປີກ່ອນ ໜ້ານີ້ຂັ້ນເທິງຂຶ້ນເງິນເດືອນ ຄຣູຣັຖກອນພຽງແຕ່ປີລະ 10 ພັນກີບ ຢ່າງຕໍ່າ ແລະ ປີລະ 1.5 ແສນກີບ ຢ່າງສູງເທ່ົານັ້ນ.

ດັ່ງນາຍຄຣູຈາກເມືອງພະລານໄຊ ແຂວງສວັນນະເຂດ ໄດ້ກ່າວວ່າ:

“ອຶດຢາກຄຣູນີ້ບາງທີ່ກໍ 10 ພັນຂຶ້ນບາງທີກໍ 50 ບໍ່ ຫູືວ່າເທົ່າໃດຫວ່າງຂຶ້ນນີ້ຄືວ່າແສນຫ້າ ບໍ່ຈັກເທົ່າໃດແຫຼະຄືວ່າເທົ່ານັ້ນແຫຼະ ຢາກໃຫ້ຫຼາຍໆ ກ່ວານີ້ແດ່ປີລະ 3 ແສນບໍ່ ຫຼື ວ່າປີລະແສນສອງແສນນີ້ແຫຼະຂຶ້ນ.”

ວັນທີ 5 ຕຸລາ ຂອງທຸກໆ ປີ ກໍຖືກກໍານົດໃຫ້ເປັນວັນຄຣູສາກົລ ກ່ອນວັນຄຣູແຫ່ງຊາຕ ຂອງລາວ ວັນທີ 07 ຕຸລາ ເຊິ່ງກຳນົດໂດຍອົງການ UNICEF ຮ່ວມກັບອົງການແຮງງານ ລະຫວ່າງປະເທດ ແລະ ໜ່ວຍງານທີ່ກ່ຽວ ກັບການສຶກສາທົ່ວໂລກເພື່ອຍົກລະດັບ ອາຊີບຄຣູ. ສ້າງມາຕຖານ ທາງດ້ານສວັດດີການ ຄຣູລວມທັງການຈັດຮູບແບບ ແລະ ລະບົບການສຶກສາ ໃຫ້ເໝາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 09, 2023 12:35 AM

ຄູອາຈານ ເປັນຜູ້ທີ່ໃຫ້ຄວາມຮູ້ ແລະອານາຄົດທີ່ດີ ແກ່ນັກຮຽນ ຄູປຽບສະເໝືອນພໍ່ແມ່ ຜູ້ທີ່ສອງ. ການສະເຫລີມສະຫລອງວັນຄູ ໃຫ້ແກ່ບັນດາຄູອາຈານໃນທົ່ວປະເທດ ກໍ່ເປັນການດີ. ແຕ່ຖ້າຈະໃຫ້ດີແທ້ໆ ກໍ່ຄວນສົມມະນາບຸນຄຸນ ຫລືວ່າ ເບິ່ງແຍງ ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ ໃຫ້ພໍຢູ່ພໍກິນ ກໍດີແລ້ວ. ໃນຂະນະດຽວກັນ ໃນທົ່ວປະເທດ ກໍ່ຍັງຂາດຄູ ຢ່າງຫລວງຫລາຍ, ເຮັດແນວໃດ ເດັກນ້ອຍນັກຮຽນເຮົາ ຈຶ່ງຈະໄດ້ຮ່ຳຮຽນຄວາມຮູ້. ພັກລັດເຮົາ ກໍ່ໄດ້ແຕ່ເວົ້າວ່າ ການສຶກສາໄປກ່ອນ ບາດກ້າວນຶ່ງ ມາຮອດປັດຈຸບັນນີ້ ເຮົາລົບລ້າງການກຶກໜັງສື ໄດ້ 100 ເປີຊັນແລ້ວ ແຕ່ມາເບິ່ງເດັກນ້ອຍ ນັກຮຽນ ໂດດໂຮງຮຽນ ນັບມື້ນັບຫລາຍ ມັນລະສວນທາງກັນ ກັບພັກລັດ ໂຄສະນາ. ສ່ວນບັນດາຄູອາສາ ສອນມາເປັນ 4-5 ປີ, ບາງຄົນ ກະ 7-8 ປີ ຍັງບໍ່ໄດ້ບັນຈຸເຂົ້າລັດ. ສ່ວນເງິນເດືອນ ກໍ່ບໍ່ໄດ້ ມີແຕ່ປະຊາຊົນກັນເອງ ທີ່ອອກເງິນ, ດັ່ງນັ້ນ ຈຶ່ງເຮັດໃຫ້ ຄູອາສາຫລາຍໆຄົນ ໄດ້ເຊົາສອນ ແລະໄປເຮັດວຽກ ຢ່າງອື່ນແທນ ຍິ່ງເຮັດໃຫ້ ຄຸອາຈານ ຂາດ. ເຮັດແນວໃດ ພັກລັດ ຈຶ່ງຈະແກ້ໄຂໄດ້ ເຮັດແນວໃດ ປະເທດຊາດ ຈຶ່ງຈະ ຈະເລີນ.