ຣັຖບານ ຈະຈ່າຍເງິນອຸດໜູນ ໃຫ້ຄຣູອາສາ ແທນການຮັບເຂົ້າ ເປັນຣັຖກອນ

ຈຳປາທອງ
2023.07.25
ຣັຖບານ ຈະຈ່າຍເງິນອຸດໜູນ ໃຫ້ຄຣູອາສາ ແທນການຮັບເຂົ້າ ເປັນຣັຖກອນ ຄຣູຄົນນຶ່ງ ກຳລັງສອນນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທາງພາກເໜືອຂອງລາວ ຂະນະທີ່ໂຮງຮຽນຫຼາຍຍັງຂາດແຄນຄຣູ, ເດືອນພຶສຈິກາ ປີ 2022.
ນັກຂ່າວ ພົລເມືອງ

 

ເປັນຄັ້ງທໍາອິດ ທີ່ທາງການລາວ ມີແຜນທີ່ຈະມອບເງິນອຸດໜູນ ຄຣູອາສາສມັກ ຕໍ່າສຸດເດືອນລະແຕ່ 1.2  ລ້ານກີບ ຫາ 1.5 ລ້ານກີບ ຂຶ້ນກັບວຸດທິການສຶກສາ ແລະປະສົບການ ການເຮັດວຽກ ໂດຍຈະເຣີ່ມແຕ່ເດືອນຕຸລາ 2023 ນີ້ໄປ ເພື່ອຫລຸດຜ່ອນບັນຫາ ການຂາດແຄນຄຣູ ພາຍຫລັງທີ່ຄຣູອາສາສມັກ ລາອອກໄປເຮັດວຽກອື່ນຢ່າງຕໍ່ເນື່ອງ ຍ້ອນບໍ່ໄດ້ຮັບຄ່າຄອບແທນ ທີ່ເໝາະສົມ.

ດັ່ງເຈົ້າໜ້າທີ່ ດ້ານການສຶກສາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ກໍຣະກະດານີ້ວ່າ:

ຈະເຣີ່ມສົກນີ້ ຈະເຣີ່ມເດືອນ 10. ເຂົາເອີ້ນວ່າເປັນເງິນອຸດໜູນ ຄຣູອາສາສມັກ ແຕ່ວ່າເຈົ້າຈົບຫຍັງມາ. ເຈົ້າຈົບຊັ້ນສູງ, ຈົບຊັ້ນປະຣິນຍາຕຣີ ເຂົາກໍໄລ່ຕາມວຸດທິ ທີ່ເຈົ້າຈົບມາ. ຕໍ່າສຸດກໍຊິແມ່ນ 1.2 ລ້ານກີບຕໍ່ເດືອນ ແມ່ນແລ້ວ, ແຕ່ວ່າເຮົາບໍ່ເອີ້ນວ່າເງິນເດືອນ ເນາະ ເພາະວ່າມັນບໍ່ແມ່ນຣັຖກອນ ເຂົາເອີ້ນວ່າເງິນອຸດໜູນ ຄຣູອາສາ. ແມ່ນແຫລະ ແຕ່ມັນກໍໄດ້ຊໍ່າກັບເງິນເດືອນ ທີ່ໃຫ້ພະນັກງານເນາະ.”  

ກະຊວງສຶກສາທິການ ແລະກິລາເວົ້າວ່າ ໃນສົກການສຶກສາປີ 2022-2023 ທີ່ຜ່ານມາ ທົ່ວປະເທດມີຣັຖກອນຄຣູທັງໝົດ 79,414 ຄົນ, ແຕ່ປັດຈຸບັນມີພຽງ 72,602 ຄົນ, ດັ່ງນັ້ນຈຶ່ງມີຄວາມຕ້ອງການຄຣູ ເພີ່ມອີກ  6,812 ຄົນ ແລະຈໍາເປັນຕ້ອງໄດ້ໃຊ້ຄຣູ ອາສາສມັກ ຢູ່ໄປ ເພື່ອທົດແທນ ຣັຖກອນຄຣູ ທີ່ມີບໍ່ພຽງພໍນັ້ນ.

ໃນລະຫວ່າງປີ 2020 ແລະປີ 2023 ກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະກິລາ ໄດ້ຮັບ ແລະບັນຈຸ ຣັຖກອນຄຣູ 2,104 ຄົນ. ໃນຈໍານວນນັ້ນ ປີ 2020 ໄດ້ຮັບ 966 ຄົນ, ປີ 2021 ໄດ້ຮັບ 530 ຄົນ, ປີ 2022 ໄດ້ຮັບ 318 ຄົນ ແລະ ປີ 2023 ນີ້ໄດ້ຮັບພຽງ 290 ຄົນ ຊຶ່ງເປັນຈໍານວນທີ່ຫລຸດລົງທຸກປີ ໃນຂະນະທີ່ຈໍານວນເດັກນ້ອຍ ນັກຮຽນເພີ່ມຂຶ້ນ ທຸກປີ.

ຄຣູອາສາສມັກ ສອນນັກຮຽນແບບບໍ່ໄດ້ຮັບຄ່າຕອບແທນ ຈາກຣັຖບານ ໃນຂະນະທີ່ຄ່າໃຊ້ຈ່າຍຫລາຍ ທັງຕ້ອງໄດ້ຈ່າຍຄ່າເດີນທາງ, ຄ່ານໍ້າມັນຣົຖໄປເຮັດວຽກ, ຄ່າເຄື່ອງນຸ່ງ ຕາມທີ່ທາງໂຮງຮຽນກໍານົດ ແລະການໃຊ້ຈ່າຍ ທີ່ຈໍາເປັນອື່ນໆດ້ວຍເງິນຂອງຕົນເອງ ແລະເຖິງແມ່ນວ່າ ບາງເດືອນ ຈະໄດ້ຮັບເງິນຊ່ອຍເຫລືອ ປະມານ 1 ແສນຫາ 5 ແສນກີບ ຈາກຣັຖກອນຄຣູ ແລະປະຊາຊົນໃນພື້ນທີ່ ແຕ່ບໍ່ພໍໃນການລ້ຽງຊີບ, ການທີ່ວ່າ ຣັຖບານຈະໃຫ້ເງິນອຸດໜູນ ຄຣູອາສາສມັກນັ້ນ ຍັງລໍຖ້າເບິ່ງກ່ອນ ເພາະເຣື່ອງນີ້ເວົ້າມາຫລາຍເທື່ອແລ້ວ.

ດັ່ງອະດີດຄຣູ ອາສາສມັກ ຢູ່ແຂວງຜົ້ງສາລີ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກໍຖ້າເບິ່ງຢູ່ ເພາະວ່າເຂົາເວົ້າຫລາຍເທື່ອແລ້ວ. ຂ້ອຍກໍໄດ້ຍ້ອງຍໍວ່າຊັ້ນສາ. ໄດ້ຍ້ອງຍໍລະດັບປະເທດ ແຕ່ເຂົາຍັງບໍ່ເບິ່ງເຮົາຄືເກົ່າຫັ້ນແຫລະ. ຢູ່ພີ້ຈະເຮັດດີຊໍ່າໃດ ເຂົາກໍບໍ່ເບິ່ງ ເຂົາຈະເບິ່ງເງິນຢູ່ພີ້ນ່າ. ຢູ່ເທິງຫັ້ນ ເຂົາເວົ້າຫລາຍເທື່ອ ແຕ່ວ່າຢູ່ລຸ່ມ ເຂົາບໍ່ປະຕິບັດ. ຂນາດທີ່ວ່າ ແຂວງ ເຂົາທີ່ວ່າເກັບເປັນໝູ່ບ້ານເນາະ ຄືຖືກຢູ່ຄົນລະລ້ານ ກໍບໍ່ໄດ້ກໍໄດ້ປະມານຢູ່ 500 ຈັ່ງຊີ້. ຄົນທີ່ອອກກໍໄປເວົ້າກັບເຂົາຫັ້ນແຫລະ ເອົ້າ ຈະເຮັດຈັ່ງໃດ ເງິນບໍ່ໃຫ້ກໍຊິອອກ.

ກ່ຽວກັບເຣື່ອງທີ່ວ່ານີ້ ຄຣູອາສາສມັກ ຈໍານວນນຶ່ງ ກໍຮູ້ສຶກດີໃຈ ທີ່ທາງການມີແຜນ ທີ່ຈະໃຫ້ເງິນອຸດໜູນໃນແຕ່ລະເດືອນ, ແຕ່ກໍມີຄວາມກັງວົນ ຢ້ານວ່າແຜນນັ້ນອາດຍັງບໍ່ທັນປະຕິບັດໄດ້ ຍ້ອນໜ່ວຍງານທີ່ກ່ຽວຂ້ອງ ໃນລະດັບເມືອງ ແລະແຂວງ ບໍ່ມີງົບປະມານໃຫ້, ດັ່ງຄຣູອາສາສມັກທ່ານນຶ່ງ ທີ່ສອນນັກຮຽນ ຢູ່ແຂວງໄຊຍະບູຣີ ມາໄດ້ 6 ປີແລ້ວນັ້ນກ່າວວ່າ:

“ຈັ່ງວ່າຖ້າເບິ່ງຢູ່ນີ້ແຫລະ ປະຕິບັດໄດ້ບໍ່ ເຂົາກໍໄດ້ແຈ້ງອອກມາຫັ້ນນ່າ ກໍຢ້ານເຂົາເຈົ້າບໍ່ອັນນັ້ນ ບໍ່ທັນປະຕິບັດເທື່ອ ມັນກໍຂຶ້ນກັບແຂວງວ່າ ແຂສງຈະມີເງິນບໍ່ ເຂົານ່າຈະມອບໃຫ້ແຕ່ລະແຂວງ ກໍນ່າຈະຂຶ້ນກັບງົບ ຂອງແຂວງ ແມ່ນແຫລະບໍ່ຄັ້ງທໍາອິດ ເພາະວ່າອາສາມັນອອກຫລາຍ ມັນຊິບໍ່ມີຄຣູສອນເດ໋. ອ່າ ເງິນໂຕເອງບາງໂຮງຮຽນ ເຂົາກໍໃຫ້ແສນ (ນຶ່ງ), 2 ແສນ ບໍ່. ກໍແລ້ວແຕ່ ກໍຂຶ້ນກັບການບໍຣິຫານ ຂອງໂຮງຮຽນເຮົາ.”

ເມື່ອຄຣູອາສາສມັກ ພາກັນລາອອກ ການຈັດການຮຽນການສອນ ໃນຊັ້ນຮຽນຕາມປົກກະຕິ ບໍ່ສາມາດເຮັດໄດ້, ເຮັດໃຫ້ເດັກນ້ອຍນັກຮຽນ ບໍ່ໄດ້ຮຽນໜັງສືຕາມທີ່ຄວນຈະໄດ້ຮຽນ ແລະນັກຮຽນຈໍານວນນຶ່ງ ກໍອອກໂຮງຮຽນ ຍ້ອນຄຣູອາສາສມັກ ພາກັນລາອອກຫລາຍ ແລະບໍ່ໝັ້ນໃຈວ່າ ເມື່ອຮຽນຈົບແລ້ວ ຈະຊອກວຽກເຮັດໄດ້.

ດັ່ງຄຣູອາສາສມັກ ທ່ານດຽວກັນນີ້ ເວົ້າວ່າ:

ເຂົາອອກທຸກບ່ອນ ແພດກັບຄຣູນີ້ ຂະເຈົ້າອອກຫລາຍຄົນ 1,000 ປາຍ. ໂຕເລກມາ 10 ຄົນ ກໍພວກບໍ່ມີເງິນ ກໍບໍ່ໄດ້. ພວກມີເງິນກໍໄດ້ ຢູ່ເຂດເຮົາຢູ່ນີ້ ບໍ່ຄ່ອຍມີນັກຮຽນ ໄປຮຽນດອກ ເພາະວ່າຄຣູອາສາ ກໍອອກ ເຂົາວ່າແບບ ໄປຮຽນກໍຄືເກົ່າ. ເຂົາເປັນຄຣູກໍຍັງອອກໝົດແລ້ວ ຢູ່ຫາເງິນຢູ່ບ້ານ ດີກວ່າຫັ້ນນ່າ. ແມ່ນຂະເຈົ້າຈະເຫັນຫັ້ນນ່າ ຂນາດເຂົາຈົບມາ ເຂົາກໍຍັງບໍ່ມີເງິນ. ເຂົາກໍຍັງຊອກວຽກບໍ່ໄດ້. ເຂົາກໍຄິດແຕ່ວ່າ ເຂົາຈະຮຽນໄປເພື່ອອິຫຍັງ. ສູ້ວ່າ ອອກໂຮງຮຽ ແລ້ວໄປຊອກຫາເງິນດີກວ່າ.

ໃນປີທີ່ຜ່ານມາ ມີນັກຮຽນຊັ້ນມັທຍົມຕົ້ນ ແລະມັທຍົມປາຍ ຢູ່ຫລາຍເມືອງ, ຫລາຍແຂວງ ຂອງລາວ ປະລະການຮຽນ ໄປຊອກຫາວຽກເຮັດ ທັງຢູ່ພາຍໃນປະເທດ ແລະໄປຕ່າງປະເທດຫຼາຍຂຶ້ນ ຊຶ່ງສ່ວນນຶ່ງກໍຍ້ອນຄອບຄົວ ທຸກຍາກ ແລະອີກສ່ວນນຶ່ງ ກໍຍ້ອນບໍ່ມີຄຣູສອນ.

ດັ່ງເຈົ້າໜ້າທີ່ ດ້ານການສຶກສາ ອີກທ່ານນຶ່ງເວົ້າວ່າ:

“ຕາມທີ່ບົດຣາຍງານອອກມາ ກໍຄື ສໍ່າກັບຄຣູທີ່ມີຊົ່ວໂມງສອນ, ສໍ່າກັບຄຣູທົ່ວໄປຫັ້ນແຫລະ ແຕ່ວ່າມັນຈະຫລຸດລົງໜ້ອຍນຶ່ງ. ລ້ານສາມ, ລ້ານສີ່, ລ້ານຫ້າ. ເອີ ສາເຫດທີ່ວ່າເພິ່ນຊິມາໃຫ້ແນວໃດ. ຂາດຄຣູສອນ. ຄຣູອາສາຫັ້ນ ອອກໝົດເລີຍ. ທຸກຄົນຫັ້ນ ຕັ້ງໜ້າ ຕັ້ງຕາ ອອກໄປເທື່ອລະ 10 ເທື່ອລະ 20 ຈັ່ງຊີ້ນ່າ. ແລ້ວກໍຂຽນບອກວ່າ ເບິ່ງແຍງຄອບຄົວ, ຄອບຄົວ ຂະເຈົ້າອອກຄົນສອງ ປີນຶ່ງ ຈົນໝົດຫັ້ນແຫລະ ຈົນມາຮອດປີນີ້ຫັ້ນແຫລະ. ມັນຊິໝົດແລ້ວ ເຂົາກໍເລີຍກິນເງິນເດືອນ ເພິ່ນຊິໃຫ້ຄຣູອາສາເຂົ້າຄືນ. ເພິ່ນຊິເອົາເງິນເດືອນໃຫ້.

ນັກຮຽນທີ່ປະລະການຮຽນ ສ່ວນຫລາຍແມ່ນຢູ່ເຂດຊົນນະບົດ ທີ່ພໍ່ແມ່ ຜູ້ປົກຄອງທຸກຍາກຂາດເຂີນ ບໍ່ສາມາດ ໃຫ້ລູກຫລາຍຂອງພວກຕົນ ຮຽນຕໍ່ໄດ້ ເປັນຕົ້ນແມ່ນພາຍຫລັງທີ່ມີການຣະບາດ ຂອງໂຄວິດ-19, ເສຖກິຈ-ການເງິນ ຂອງປະເທດຫຍຸ້ງຍາກ ຝືດເຄືອງ, ມີບັນຫາງົບ ປະມານທາງດ້ານການສຶກສາ ເຮັດໃຫ້ເດັກນ້ອຍ ໃນເກນອາຍຸເຂົ້າຮຽນພົບກັບ ອຸປະສັກ ດັ່ງທີ່ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 3 ກໍຣະກະດານີ້ວ່າ:

ການສນອງການສຶກສາ ໃຫ້ແກ່ເດັກນ້ອຍ ໃນເກນອາຍຸເຂົ້າຮຽນ ໃນແຕ່ລະລະດັບ ແມ່ນໄດ້ພົບກັບອຸປສັກ ເນື່ອງຈາກງົບປະມານ ໃນການລົງທຶນ ໃສ່ຂແນງການບໍ່ຫລຸດລົງ. ບັນຫາການຂາດແຄນຄຣູ, ບັນຫານັກຮຽນແຕ່ລະຊັ້ນຫລຸດລົງ ແລະການປະລະ ການຮຽນ ຂອງນັກຮຽນກໍເພີ່ມຂຶ້ນ. ນັກຮຽນຊັ້ນມັທຍົມ ແມ່ນມີລັກສະນະ ສູງຂຶ້ນໃນປີ 2017.

ມະຕິຕົກລົງກ່ຽວກັບນະໂຍບາຍ ແລະມາຕການແກ້ໄຂບັນຫາ ການຂາດເຂີນຄຣູສອນ, ການປະລະການຮຽນ ແລະການສົ່ງເສີມການເຂົ້າຮຽນ ລົງວັນທີ 17 ກໍຣະກະດາ 2023 ນີ້ ລະບຸວ່າ ເຫັນດີໃຫ້ຕໍ່ອາຍຸການຂອງຄຣູ ທີ່ຄົບກໍານົດອອກພັກຜ່ອນ ບໍານານ ໂດຍໃຫ້ເງິນເດືອນ ແລະເງິນອຸດໜູນ ຄືເກົ່າ. ຄຣູທີ່ພັກບໍານານແລ້ວ ສາມາດຂໍສືບຕໍ່ເປັນຄຣູສອນໄດ້, ປະຕິບັດເງິນອຸດໜູນ ໃຫ້ແກ່ຄຣູອາສາສມັກຕາມຊັ້ນຂັ້ນເງິນເດືອນ ແລະລະດັບການສຶກສາ, ໃຫ້ທະຫານຊາຍແດນຊ່ອຍສອນ ໜັງສືໃນພື້ນທີ່ຫ່າງໄກ ໂດຍມີຄ່າຕອບແທນໃຫ້. ສໍາລັບຄຣູອາສາສມັກ ທີ່ມີອາຍຸການຫລາຍ ຈະໄດ້ຮັບການສັບຊ້ອນເຂົ້າເປັນຣັຖກອນຄຣູກ່ອນ, ແຕ່ຣັຖກອນຄຣູໃໝ່ ແມ່ນຈະຕ້ອງໄປສອນໜັງສື ຢູ່ໂຮງຮຽນໃນພື້ນທີ່ຫ່າງໄກ ສອກຫລີກ ແລະເຂດຊາຍແດນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 26, 2023 12:28 AM

ຖືວ່າ ເປັນຂ່າວດີ ສຳລັບ ຄູອາສາ ຂອງພວກເຮົາ ທີ່ຈະໄດ້ເງິນອຸດຫນູນ ຫລັງຈາກທີ່ ຄູຫລາຍໆຄົນ ກໍໄດ້ລາອອກ ໄປເຮັດວຽກບ່ອນອື່ນແລ້ວ. ນີ້ລະເພິ່ນວ່າ “ຄວາຍຫາຍ ແລ້ວຈຶ່ງຊິມາລ້ອມຮົ້ວ” ນີ້ແມ່ນ ພຶດຕິກຳ ຂອງພັກລັດ ເຮົາແທ້ໆ. ແຕ່ເຖິງຢ່າງໃດ ຄູອາສາພວກເຮົາ ຍັງບໍ່ຫມັ້ນໃຈ ວ່າຈະໄດ້ເງິນແທ້ໆບໍ່ ເນື່ອງຈາກວ່າ ໃນໄລຍະຜ່ານມາ ທີ່ສະພາບການເງິນ ຍັງບໍ່ທັນມີບັນຫາ ຄູອາສາເຮົາ ກໍຍັງບໍ່ໄດ້ເງິນຢູ່ແລ້ວ ແຕ່ຕົກມາເຖິງເສດຖະກິດຖົດຖອຍ ບວກກັບ ສະພາບເງິນເຟີ້ ຈັ່ງຊີ້ ພັກລັດ ຊິມີເງິນໃຫ້ຢູ່ບໍ່? ຄືມີແຕ່ວ່າ ຂາດງົບປະມານ ງົບປະມານ ບໍ່ມີ ງົບປະມານ ບໍ່ພຽງພໍ. ມີຂ່າວອອກມາເລື້ອຍໆວ່າ ເດັກນ້ອຍນັກຮຽນ ອອກໂຮງຮຽນ ຍ້ອນຄວາມທຸກຍາກ ຕ້ອງໄດ້ອອກ ໄປຊ່ວຍຄອບຄົວ ເຮັດໄຮ່ເຮັດນາ ເອົານ້ອງ ແຕ່ໃນຕົວຈິງແລ້ວ ແມ່ນບໍ່ມີຄູສອນພຽງພໍ, ບໍ່ມີຄູສອນ ທີ່ໃຫ້ກຳລັງໃຈ ແລະ ສອນໃຫ້ນັກຮຽນຮູ້ເຖິງຄວາມສຳຄັນ ຂອງການສຶກສາ. ຄວາມລົ້ມແຫລ້ວນີ້ ກໍແມ່ນເກີດຈາກ ການບໍລິຫານ ຂອງພັກປະຊາຊົນປະຕິວັດລາວ ແລະ ກົມການເມືອງ ທີ່ບໍ່ເຫັນ ຄວາມສຳຄັນ ຂອງຄົນໃນຊາດ ແລະ ບໍ່ເຫັນຄວາມສຳຄັນ ຂອງປະເທດຊາດ ແຕ່ພັດມີແຕ່ ໂກງກັນກິນ ສ້າງຮັ່ງຄູນມີ ໃຫ້ຄອບຄົວ ແລະ ພັກພວກເທົ່ານັ້ນ.