ແຂວງສະຫວັນນະເຂດ ຂາດຄູສອນ 500 ປາຍຄົນ
2024.09.17

ປັດຈຸບັນ, ແຂວງສະຫວັນນະເຂດ ຍັງພົບພໍ້ຂໍ້ຫຍຸ້ງຍາກ ໃນຂະແໜງການສຶກສາ ຫຼາຍດ້ານ, ແຕ່ທີ່ໜັກໜ່ວງທີ່ສຸດ ແມ່ນຂາດແຄນຄູສອນ ເຖິງ 500 ປາຍຄົນ, ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ແລະ ມີທ່າທີ ທີ່ຈະຂາດແຄນຄູ ຫຼາຍຂຶ້ນ ຍ້ອນໃນປີນີ້ ມີຄູອອກບຳນານ 300 ປາຍຄົນ. ບັນຫາຂາດແຄນຄູ ໄດ້ເຮັດໃຫ້ຄູ ທີ່ຍັງສອນຢູ່ ຕ້ອງສອນຫ້ອງຄວບ ຫຼາຍຊັ້ນຮຽນ ເຮັດໃຫ້ການຮຽນ-ການສອນ ບໍ່ໄດ້ຄຸນນະພາບ.
ໃນເມືອງເຊໂປນ ຖືເປັນເມືອງໜຶ່ງ ໃນແຂວງສະຫວັນນະເຂດ ທີ່ມີໂຕເລກ ຂາດແຄນຄູຫຼາຍ, ໂດຍຂາດແຄນ ໃນທຸກຊັ້ນຮຽນ, ແຕ່ຄູຊັ້ນປະຖົມ ຈະຂາດແຄນ ຫຼາຍທີ່ສຸດ, ໂດຍຂາດແຄນ ຫຼາຍກວ່າ 123 ຄົນ. ສະເພາະໃນເຂດຫ່າງໄກ ມີໂຮງຮຽນ 109 ແຫ່ງ, ແຕ່ມີ 9 ແຫ່ງເທົ່ານັ້ນ ທີ່ມີການສອນສົມບູນ ຫຼືວ່າ ຄູບໍ່ຕ້ອງສອນຫ້ອງຄວບ. ສ່ວນອີກ 100 ແຫ່ງນັ້ນ, ມີຄູບໍ່ພຽງພໍ ແລະ ບາງແຫ່ງ ມີຄູພຽງຄົນດຽວ ແລະ ຕ້ອງສອນຫ້ອງຄວບ. ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກັນຍາ 2024 ນີ້ວ່າ:
“ຢູ່ປະຖົມ ຕາມການດຸ່ນດ່ຽງຄູ ແມ່ນ 100 ປາຍ, 123. ຢູ່ເຂດຫ່າງໄກສອກຫຼີກເນາະ ຈະມີຄູຜູ້ດຽວສອນ 5 ຊັ້ນຮຽນ ປ.1 ຫາ ປ.5 ຄົນດຽວສອນ. ຫຼັກໆ ກໍຢາກໄດ້ໂຄຕ້າ ຫັ້ນແຫຼະເນາະ ຄັນວ່າໄດ້ເຂົ້າລັດຖະກອນແລ້ວ ເຂົາເຈົ້າກໍບໍ່ຍ້າຍ ໄປອັນອື່ນ, ຫັ້ນນ່າ. ອັນນີ້, ກໍກິນເງິນພະລະກອນ ມາທຽບໃສ່ເງິນພະລະກອນ ບໍ່ໄດ້ກິນຫ່ວງອື່ນເນາະ ເງິນສິດສອນ ກໍບໍ່ໄດ້ໄລ່ເດ້.”
ບັນຫາການຂາດເຂີນຄູ ມີມາໄລຍະໜຶ່ງແລ້ວ ໃນປີ 2018-2019 ເນື່ອງຈາກຜະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຢຸດຮັບສະໝັກ ຄູອາສາ ຍ້ອນມີຄູອາສາ ໃນລະບົບ ທີ່ຍັງບໍ່ໄດ້ບັນຈຸລັດຖະກອນ ຄົງຄ້າງຢູ່ຫຼາຍ ຂະນະທີ່ ຄູອາສາ ສ່ວນໜຶ່ງ ທີ່ສອນມາດົນແລ້ວ, ແຕ່ຍັງບໍ່ໄດ້ຮັບໂຄຕ້າ ກໍຮູ້ສຶກທໍ້ໃຈ ແລະ ຂໍລາອອກ ໃນທີ່ສຸດ.
ປັດຈຸບັນ, ຄູອາສາ ໃນແຂວງສະຫວັນນະເຂດ ຈະໄດ້ຮັບເງິນອຸດໜູນ ຈາກຜະແນກສຶກສາທິການ ແລະ ກິລາ ເລີ່ມຕົ້ນທີ່ 1,500,000 ຫາ 1,600,000 ກີບ ຕໍ່ຄົນຕໍ່ເດືອນ ຂຶ້ນຢູ່ກັບ ວຸດທິການສຶກສາ ແລະ ວິຊາສະເພາະ ທີ່ຈົບມາ. ຢ່າງໃດກໍຕາມ, ເງິນອຸດໜູນ ຈຳນວນນີ້ ກໍຍັງບໍ່ພຽງພໍ ໃນການໃຊ້ຊີວິດ ໃນສະພາບເສດຖະກິດ ໃນປັດຈຸບັນ ເຮັດໃຫ້ຄູອາສາ ຫຼາຍຄົນ ຕັດສິນໃຈລາອອກ ໄປເຮັດວຽກ ກັບບໍລິສັດເອກະຊົນ. ດັ່ງພະນັກງານ ລັດຖະກອນ ທີ່ເຄີຍສອນ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:
“ອັດຕາການຂາດຄູ ກໍຍັງສູງ ເພາະວ່າ ຢູ່ທາງສະຫວັນນະເຂດເຮົາ ບໍ່ຮັບຄູອາສາເດ້. ດຽວນີ້ ກໍຄືບັນຫາ ກໍຄືຄູອາສາ ເລີ່ມລາອອກເນາະ ເພາະວ່າ ເຂົາເຈົ້າບໍ່ມີໂຕເລກ ບໍ່ມີໂຄຕ້າທີ່ວ່າ ຈະເສັງເຂົ້າເປັນລັດຖະກອນ, ຫັ້ນນ່າ. ເຂົາເຈົ້າກໍອອກໄປນຳ, ຫັ້ນນ່າ. ເຂົາເຈົ້າກໍສອນໄປ ແບບບໍ່ມີວີ່ແວວ ຈະໄດ້ເປັນຄູລັດ, ຫັ້ນນ່າ. ເງິນອຸດໜູນນີ້ ຫາກໍຊິໄດ້ຕົ້ນປີ.”
ຢູ່ເມືອງໄຊພູທອງ ແຂວງສະຫວັນນະເຂດ ກໍມີການຂາດແຄນຄູ ຫຼາຍຄືກັນ ຍ້ອນພະນັກງານຄູ ອອກບຳນານຫຼາຍ ແລະ ຄູອາສາ ທີ່ມີຢູ່ ກໍບໍ່ພຽງພໍ ຍ້ອນສ່ວນໜຶ່ງ ກໍທະຍອຍລາອອກໄປ. ຄູອະນຸບານ ເປັນຕຳແໜ່ງ ທີ່ຂາດເຂີນ ຫຼາຍກວ່າໝູ່, ຮອງລົງມາ ແມ່ນຄູປະຖົມ, ແຕ່ຄູມັດທະຍົມ ສາມາດສອນແທນ ຄູປະຖົມໄດ້. ໃນຂະນະທີ່ ຊັ້ນອະນຸບານ ຕ້ອງການຄູ ທີ່ຈົບດ້ານນີ້ ໂດຍກົງ ໃນເຂດທີ່ຫ່າງໄກ ມີການຂາດແຄນຄູສອນ ຫຼາຍກວ່າ ໃນເຂດ ເທດສະບານ. ຄູຈາກອີກບ້ານໜຶ່ງ ຕ້ອງໄປຊ່ອຍສອນ ໃນບ້ານທີ່ມີຄູ ບໍ່ພຽງພໍ ເກີດຄວາມລຳບາກ ແລະ ຫຍຸ້ງຍາກຫຼາຍ ໃນການເດີນທາງ. ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາ ຢູ່ເມືອງໄຊພູທອງ ທ່ານໜຶ່ງ ກ່າວໃນມື້ດຽວກັນວ່າ:
“ຂາດແຄນຄູຫຼາຍເນາະ ເພາະວ່າ ໜຶ່ງມາ ຄືພະນັກງານຄູ ທີ່ເຂົ້າບຳນານ ຖືວ່າຫຼາຍ. ບາດນີ້, ເຮັດໃຫ້ຂາດແຄນຄູ ເພາະວ່າ ທາງອາສາ ກໍອອກຫຼາຍ ເພາະໃນໄລຍະເບື້ອງຕົ້ນ ເພິ່ນຍັງບໍ່ທັນໄດ້ ເງິນພະລະກອນ. ມາປັດຈຸບັນນີ້, ກໍມີຄູທີ່ວ່າ ຈົບໄປແລ້ວ ກະມີຄວາມສົນໃຈ ຍ້ອນວ່າມີພະລະກອນ ເຂົ້າມາເດ້.”
ເຈົ້າໜ້າທີ່ ຫ້ອງການສຶກສາ ຢູ່ເມືອງພີນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ ເມືອງພີນ ກໍມີການຂາດແຄນຄູ ທັງໃນເຂດເທດສະບານ ແລະ ເຂດຊົນນະບົດ, ແຕ່ເຂດຊົນນະບົດ ຈະຫຼາຍກວ່າ. ຢ່າງໃດກໍຕາມ, ລາວກໍບໍ່ມີຂໍ້ມູນ ຄັກແນ່ວ່າ ຂາດເຂີນຄູເທົ່າໃດ. ດັ່ງທ່ານກ່າວວ່າ:
“ກະມີຫຼາຍ, ເທດສະບານ ກໍມີ, ຢູ່ນອກ ກໍມີ, ຢູ່ເຂດຫ່າງໄກ ຈະຫຼາຍກວ່າ. ຕົວນີ້ ເຮົາກໍບໍ່ໄດ້ຮູ້, ຫັ້ນນ່າ. ສ່ວນຫຼາຍ ມັນຈະຈັດຕັ້ງ ເຂົາເຈົ້າເປັນຜູ້ເຮັດ.”
ກ່ອນໜ້ານີ້, ໃນມື້ວັນທີ 2 ສິງຫາ ທີ່ຜ່ານມາ, ຜະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ເປີດຮັບສະໝັກ ເອົານັກສຶກສາ ທີ່ຮຽນຈົບ ວິຊາສະເພາະ ຄູປະຖົມ ເຂົ້າເປັນຄູອາສາສະໝັກ ສົກຮຽນ 2024-2025 ເພື່ອໄປເຮັດໜ້າທີ່ ສອນໃນເມືອງ ທີ່ມີຄວາມຕ້ອງການຄູ ຈຳນວນ 118 ຄົນ, ໂດຍເມືອງທີ່ໄດ້ໂຄຕ້າ ຫຼາຍກວ່າໝູ່ ແມ່ນເມືອງເຊໂປນ 43 ຄົນ, ເມືອງພີນ 24 ຄົນ, ເມືອງສອງຄອນ 10 ຄົນ.
ບັນຫາການຂາດແຄນຄູ ເກີດຂຶ້ນທົ່ວປະເທດລາວ ບໍ່ແມ່ນສະເພາະແຕ່ ແຂວງສະຫວັນນະເຂດ, ຢູ່ແຂວງແຂວງບໍລິຄຳໄຊ ກໍພົບບັນຫາຄູສອນ ພາກັນລາອອກ ຈາກການສອນ ຫຼາຍຂຶ້ນ ຈົນເຮັດໃຫ້ທົ່ວແຂວງ ປະເຊີນກັບ ການຂາດແຄນຄູສອນ ຈຳນວນ 413 ຄົນ ຂະນະທີ່ແຂວງອຸດົມໄຊ ຂາດແຄນຄູສອນ 273 ຄົນ.