ສະຫວັນນະເຂດ-ສາລະວັນ ຄັດເລືອກລັດຖະກອນຄູ

ສຸພັດຕາ
2024.04.05
ສະຫວັນນະເຂດ-ສາລະວັນ ຄັດເລືອກລັດຖະກອນຄູ ເດັກນ້ອຍນັກຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນແຂວງສວັນນະເຂດ ພວມລໍຖ້າກິນ ແລະ ພວມກິນ ອາຫານທ່ຽງ ຕາມໂຄງການອາຫານທ່ຽງ ທີ່ໄດ້ຮັບການສນັບສນູນຈາກສາກົລ (TS) ເດືອນມີນາ ປີ 2023.
RFA

ໃນວັນທີ 2 ເດືອນເມສາ ປີ 2024 ທີ່ຜ່ານມາ ພະແນກສຶກສາທິການ ແລະກິລາ ແຂວງສາລະວັນ ຈັດພິທີສອບເສັງຄັດເລືອກ ບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ການສອບເສັງຄັດເລືອກໃນຄັ້ງນີ້ ມີຄູອາສາ ຈາກ 8 ເມືອງ ເຂົ້າຮ່ວມສອບເສັງທັງໝົດ 114 ຄົນ ເປັນຄູອາສາເພດຍິງ 79 ຄົນ ໃນນີ້ ເປັນຄູອະນຸບານ 36 ຄົນ, ຄູປະຖົມ 46 ຄົນ ແລະມັດທະຍົມ 32 ຄົນ ການສອບເສັງ ໃຊ້ເວລາ 2 ມື້.

ຜູ້ທີ່ເຂົ້າສອບເສັງ ຕ້ອງໄດ້ດໍາເນີນການສອບເສັງໃຫ້ຄົບ 4 ພາກ ເປັນຕົ້ນ ພາກຄວາມຮູ້ທົ່ວໄປ, ພາກສາຍວິຊາສະເພາະ ປະກອບມີ ຄູອະນຸບານ, ຄູປະຖົມ, ຄູພາສາລາວ-ວັນນະຄະດີ, ຄູວິທະຍາສາດ-ສັງຄົມ, ຄູປະຫວັດສາດ, ຄູພູມສາດ, ຄູສຶກສາພົນລະເມືອງ, ພາກປະຕິບັດໂຕຈິງ ແລະພາກສໍາພາດ.

ມາຮອດປັດຈຸບັນ ພະແນກສຶກສາທິການ ແລະກິລາ ຍັງບໍ່ທັນປະກາດຜົນສອບເສັງເທື່ອ ຢ່າງໃດກໍ່ຕາມ ກໍ່ຖືວ່າ ລັດຖະກອນຄູ ໃນແຂວງສາລະວັນ ຍັງຂາດເຂີນໃນທຸກຊັ້ນຮຽນ ເຮັດໃຫ້ຫຼາຍໂຮງຮຽນ ໂດຍສະເພາະໂຮງຮຽນເຂດນອກ ຕ້ອງຄວບຫ້ອງຮຽນເຂົ້າກັນ ຍ້ອນຄູບໍ່ພຽງພໍ ນອກຈາກນີ້ ກໍ່ຍັງຂາດເຂີນງົບປະມານ ໃນການຈ້າງຄູອາສານໍາ, ດັ່ງເຈົ້າໜ້າທີ່ ພະແນກສຶກສາທິການ ແລະກິລາ ຢູ່ແຂວງສາລະວັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ 2024 ນີ້ວ່າ:

“ເຮົາກໍ່ບໍ່ຮູ້ຈັກວ່າຂໍ້ມຸດວ່າ ເພິ່ນຈະໃຫ້ຈັກໂຕເລກຫັ້ນນ່າ ແມ່ນ (ຂາດແຄນ) ອະນຸບານ ຫ້ອງກຽມອີ່ຫຍັງຕ່າງໆຫັ້ນແຫຼະ ປະຖົມກໍ່ມີຫຼາຍ ມັດທະຍົມກໍ່ມີຫຼາຍ ເຂດນອກກໍ່ແຮງຫຼາຍຫັ້ນແຫຼະ ເພາະວ່າ ຈໍານວນປະຊາກອນເນາະ ຖ້າຫາກວ່າທຽບໃສ່.

ຢູ່ເມືອງສາລະວັນ ແຂວງສາລະວັນ ມີຄູອາສາ ຢູ່ປະມານ 70 ປາຍຄົນ ແຕ່ໃນການສອບເສັງເທື່ອນີ້ ຄູອາສາທັງໝົດ ກໍບໍ່ໄດ້ສອບເສັງທຸກຄົນ ຍ້ອນວ່າ ວິຊາທີ່ເປີດໃຫ້ສອບເສັງນັ້ນ ບໍ່ໄດ້ມີທຸກວິຊາ ຕາມຄວາມຖະໜັດຂອງຄູອາສາທຸກຄົນ ແລະໃນປີນີ້ ແຕ່ລະເມືອງ ໃນແຂວງສາລະວັນ ຈະໄດ້ຮັບໂກຕ້າລັດຖະກອນຄູ ພຽງເມືອງລະ 2 ຄົນເທົ່ານັ້ນ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

“ກໍຂາດຢູ່ເນາະ ເວົ້າເລື່ອງຂາດ ກະຂາດຫັ້ນແຫຼະ ຄູເຮົາ ຄູອາສາມັນ ຍັງຢູ່ 70 ປາຍຄົນ ສໍາຫຼັບເມືອງສາລະວັນ ສອບເສັງແລ້ວ ກໍ່ໂຕເລກມີແຕ່ ບ່ອນເຮົາມີ 8 ເມືອງ 8 ເມືອງ ມັນກໍ່ແບ່ງກັນ ມີແຕ່ເມືອງນຶ່ງ ກໍ່ 2 ໂຕເລກເທົ່ານັ້ນຫັ້ນນ່າ ບໍ່ໆ ເຂົາເລືອກສາຍມັນມີ ສອງສາຍຕິ ແມ່ນ ຄະນິດສາດ ກັບສາຍລວມ ສາຍປະຖົມຕິ.

ຢູ່ເມືອງຄົງເຊໂດນ ມີຄູອາສາ ຈໍານວນ 5 ຄົນ ທີ່ໄດ້ເຂົ້າຮ່ວມສອບເສັງໃນຄັ້ງນີ້ ເຖິງແມ່ນວ່າ ໃນທຸກປີ ເມືອງຄົງເຊໂດນ ຈະໄດ້ຮັບໂກຄ້າລັດຖະກອນຄູ ແຕ່ກໍ່ຍັງຖືວ່າ ຈໍານວນຄູໃນເມືອງ ກໍຍັງຂາດເຂີນຫຼາຍ ເຫັນໄດ້ຈາກ ຍັງມີການສອນຫ້ອງຄວບ ຢູ່ຫຼາຍໂຮງຮຽນ.

ປັດຈຸບັນ ຄູອາສາເຫຼົ່ານີ້ ຍັງບໍ່ມີເງິນເດືອນ ແຕ່ທາງພະແນກສຶກສາທິການ ແລະກິລາ ໃນຂັ້ນແຂວງ ກໍກໍາລັງຊອກຫາເງິນອຸດໜຸນ ໃຫ້ຄູອາສາເຫຼົ່ານີ້ຢູ່, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ສອນຫ້ອງຄວບກະຫຼາຍ ໂຕສອນຫ້ອງຄວບຫັ້ນ ສ່ວນຫຼາຍກໍ່ມີແຕ່ລັດຖະກອນຄູ ກັບອາສານໍາຫັ້ນແຫຼະເຈົ້າ ອັນນັ້ນໂຕເງິນອາສາ ເພິ່ນໄລ່ໃຫ້ ສ່ວນຫຼາຍ ພາກພະແນກເປັນຄົນໄລ່ເຈົ້າ ໂຕນີ້ ບໍ່ທັນໄດ້ ໄດ້ຍິນແຕ່ວ່າ ງວດນີ້ຈັ່ງສິໄດ້ເຈົ້າ.

ໃນມື້ດຽວກັນນີ້ ຢູ່ຫ້ອງການສຶກສາທິການ ແລະກິລາ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ກໍໄດ້ຈັດການສອບເສັງ ລັດຖະກອນຄູໃໝ່ ປະຈໍາປີ 2024 ຄືກັນ.

ຢູ່ນະຄອນໄກສອນ ພົມວິຫານ ມີຈໍານວນຄູອາສາສະໝັກ ທັງໝົດ 64 ຄົນ ເປັນເພດຍິງ 57 ຄົນ ຄູອະນຸບານ 21 ຄົນ, ປະຖົມ 17 ຄົນ ແລະມັດທະຍົມ 26 ຄົນ ສໍາລັບປີນີ້ ຜູ້ມີເງື່ອນໄຂ ເຂົ້າສອບເສັງລັດຖະກອນຄູໃໝ່ ປີນີ້ ມີທັງໝົດ 38 ຄົນ ເປັນເພດຍິງ 29 ຄົນ.

ໂຮງຮຽນມັດທະຍົມແຫ່ງໜຶ່ງ ຢູ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ມີຄູອາສາທັງໝົດ 4 ຄົນ ກ່ອນໜ້ານີ້ ຄູອາສາລາອອກໄປ 3 ຄົນ ເຮັດໃຫ້ຕອນນີ້ ເຫຼືອຄູອາສາ ແລະລັດຖະກອນຄູ ລວມທັງໝົດ 14 ຄົນ ເຊິ່ງຍັງຖືວ່າ ຈໍານວນຄູບໍ່ພຽງພໍຕໍ່ນັກຮຽນ ປັດຈຸບັນ ມີຄູພາສາລາວ ແລະຄະນິດສາດ ວິຊາລະ 2 ຄົນ ທີ່ຕ້ອງຜັດປ່ຽນກັນສອນນັກຮຽນ ຕັ້ງແຕ່ຊັ້ນ ມ.1 ຫາຊັ້ນ ມ. 7 ແລະມີ ຄູສອນວິຊາ ສັງຄົມ ພຽງ 1 ຄົນເທົ່ານັ້ນ.

ໃນການສອບເສັງເທື່ອນີ້ ຄູອາສາທັງໝົດໃນໂຮງຮຽນ ໄປສອບເສັງທຸກຄົນ ແຕ່ໂກຕ້າເທື່ອນີ້ ຮັບລັດຖະກອນຄູ ພຽງແຕ່ 2 ຄົນເທົ່ານັ້ນ, ດັ່ງລັດຖະກອນຄູ ຢູ່ນະຄອນໄກສອນພົມວິຫານ ນາງນຶ່ງ ກ່າວວ່າ:

“ແຕ່ວ່າໂຮງຮຽນເຮົາ ມັນເປັນແບບລັກສະນະແບບ ໂຮງຮຽນຂາດຄູ ແລ້ວມັນສອນປົນກັນເລີຍ ທັງມ.ຕົ້ນ ມ.ປາຍ ຫັ້ນນ່າ ຍັງຂດາຄູພາສາລາວ ກັບຄູຄະນິດສາດ ໄປເບິດ 4 ຄົນເລີຍ 2 ຄົນ ເບິດເມືອງ 40 ກວ່າຄົນ ໄປເສັງແລ້ວ ກໍ່ສອບເສັງເອົາ 2 ໂຕເລກ ປີນີ້ເປີດສາຍຟີສິກ ກັບທໍາມະຊາດ ພະລະເນາະ ແລ້ວເຂົາເລືອກແຕ່ ຊັ້ນ ມ.ປາຍ.

ຄູອາສາຈໍານວນບໍ່ໜ້ອຍ ທີ່ສອນມາເປັນເວລາ ຫຼາຍກວ່າ 5 ຫາ 8 ປີ ແລ້ວເຫັນວ່າ ໂຕເອງບໍ່ໄດ້ຮັບຄວາມຍຸຕິທໍາ ໃນການສອບເສັງເປັນລັດຖະກອນຄູ ຍ້ອນວ່າ ມີລະບົບການໃຊ້ເສັ້ນສາຍ ຫຼືການຊື້ຈ້າງໃນການເຂົ້າເປັນລັດຖະກອນຄູ ຈຶ່ງເຮັດໃຫ້ຄູອາສາຈໍານວນນຶ່ງ ຮູ້ສຶກໝົດກໍາລັງໃຈ ແລະຕັດສິນໃຈລາອອກ ການເຮັດວຽກຄູອາສາ ແລ້ວໄປເຮັດວຽກຢ່າງອື່ນແທນ ທີ່ໄດ້ເງິນເດືອນຫຼາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.