ນະຄອນຫຼວງ ໃຊ້ງົບຫຼາຍກວ່າ 3 ຕື້ກີບ ຕັດຕົ້ນໄມ້, ປັບປຸງປະຕູໄຊ

ໄຊຍາ
2023.10.05
ນະຄອນຫຼວງ ໃຊ້ງົບຫຼາຍກວ່າ 3 ຕື້ກີບ ຕັດຕົ້ນໄມ້, ປັບປຸງປະຕູໄຊ ກຸ່ມນັກທ່ອງທ່ຽວຈີນ ທີ່ມາເປັນກຣຸບທົວ ພວມຢ້ຽມຢາມອານຸສາວະຣີ (ປະຕູໄຊ) ໃນນະຄອນຫຼວງວຽງຈັນ (TS). ວັນທີ 23 ສິງຫາ 2023.
RFA

ຫ້ອງການຄຸ້ມຄອງ ແລະ ບໍຣິຫານໂຕເມືອງວຽງຈັນ ໃຊ້ງົບປະມານ 3.2 ຕື້ກີບເພື່ອປັບປຸງກໍ່ສ້າງສນາມຫຍ້າ, ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກ ຂອງສວນປະຕູໄຊ ໃຫ້ມີຄວາມສວຍງາມເພື່ອຕ້ອນຮັບ ກອງປະຊຸມສຸດຍອດ ອາຊ້ຽນ ປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ. ການປັບປຸງດ່ັງກ່າວໄດ້ຕັດຕົ້ນໄມ້ ທີ່ມີຢູ່ເດີມອອກໄປ ໂດຍຊາວລາວຫຼາຍຄົນຮູ້ສຶກເສັຍດາຍ ບໍ່ຢາກໃຫ້ຕັດຕົ້ນໄມ້ດັ່ງເດີມອອກ.

ຊາວເມືອງຈັນທະບູຣີ ນະຄອນຫຼວງວຽງຈັນກ່າວວ່າ ພາຍຫຼັງຄົນລາວສ່ວນໃຫຍ່ຮູ້ຂ່າວ ກ່ຽວກັບເຣື່ອງດັ່ງກ່າວ ບໍ່ເຫັນດີທີ່ທາງການລາວ ໃຊ້ງົບຈຳນວນຫຼາຍເພື່ອປັບປຸງ ສນາມຫຍ້າ, ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກ ແລ້ວຕັດຕົ້ນໄມ້ອອກ ແທນທີ່ຈະເອົາງົບປະມານດັ່ງກ່າວ ໄປພັທນາຖນົນຫົນທາງທີ່ເປ່ເພຫຼາຍ ໃນປະເທດລາວ ແລະ ທີ່ສຳຄັນການຕັດຕົ້ນໄມ້ອອກ ເປັນການທຳລາຍເອກະລັກ ຂອງປະຕູໄຊ.

ດັ່ງຊາວເມືອງຈັນທະບູຣີ ນະຄອນຫຼວງວຽງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 10 ຕຸລາ ນີ້ວ່າ:

“ຊາຄວາມຄິດຂອງເຮົາແລ້ວ ກໍຟັງສຽງສ່ວນຫຼາຍ ນີ້ມັກແບບເດີມຫຼາຍກ່ວາ ເພາະວ່າມັນມີຕົ້ນໄມ້ແລ້ວແລ້ວມັນຄືເປັນທັມມະຊາຕ ກໍຮັກສາຂອງເດີມຂອງຍຸກໃດ ມາແລ້ວຫັ້ນນ່າຄວາມແຕກຕ່າງໄປ ຂ້ອນຂ້າງຈະຕົກໃຈຫຼາຍກ່ວາເນາະ ແລ້ວກໍມາເວົ້າມາເບິ່ງກໍມີຜົລກະທົບ ເຣື່ອງງົບປະມານ ໃນການສ້າງເພາະວ່າອັນທີ່ຈິງແທ້ ມັນບໍ່ຄວນເລີຍທີ່ຈະມາປັບປຸງຈຸດນີ້ເລີຍຫັ້ນນ່າ ເພາະວ່າມັນບໍ່ຈຳເປັນ.”

ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຍານາງນຶ່ງກ່າວວ່າ ບໍ່ເຫັນດີທີ່ຕັດຕົ້ນໄມ້ອອກຈາກບໍຣິເວນ ປະຕູໄຊ ຍ້ອນເປັນເອກະລັກທີ່ຢູ່ຄຽງຄູ່ ກັບປະຕູໄຊມາເປັນເວລາ 50-60 ປີ ໂດຍສະເພາະຕົ້ນສົນ ແລະ ຕົ້ນຕານອີກທັງເປັນຄວາມຜູກພັນ ຂອງຄົນລາວທີ່ເບິ່ງເຫັນຄວາມສວຍງາມ ຂອງປະຕູໄຊໃນອະດີດໄປແລ້ວ ອີກທັງໂຕເອງຍັງໄດ້ໄປຊອກຄົ້ນກ່ຽວກັບອານຸສາວະລີ ຂອງປະເທດອື່ນເປັນຕົ້ນປະຕູໄຊ ປະເທດຝຣັງ ກໍມີຕົ້ນນໄມ້ຄຽງຄູ່ປະຕູໄຊ.

ດັ່ງຍານາງກ່າວ ໃນມື້ດຽວກັນວ່າ:

“ແບບເຮົາຜູກພັນກັບອັນນນີ້ຫັ້ນນ່າ ເມື່ອເຫັນການປ່ຽນແປງປຸບມີສິ່ງໃດ ສິ່ງນຶ່ງຫາຍໄປ ສິ່ງທີ່ເຮົາເຄີຍສັມພັດຫັ້ນນ່າ ເຮົາກໍເລີຍຕົກໃຈແລ້ວເຮົາກໍພາກັນເວົ້າ ກໍມີສິດເສຣີພາບໃນການປາກເວົ້າເດ້ ຄົນເຮົາກໍຫຼາຍຄົນກໍບໍ່ມັກອານຸສາວະລີທຸກໆປະເທດຫັ້ນນ່າ ປະເທດໃດເຂົາເຈົ້າກໍບໍ່ໄດ້ໃສ່ດອກໄມ້ຄືກັນໝົດ ຄັນຂອງລາວເຮົາ ມີຕົ້ນໄມ້ໃຫຍ່ຂນາດນີ້ແລ້ວຫັ້ນ ນ່າມັນກໍຍັງຊິໂດດເດັ່ນກ່ວາອານຸສາວະລີຄົນອື່ນໆ ເພາະວ່າ ຂອງຄົນອື່ນໆ ບໍ່ມີຕົ້ນໄມ້ຂອງລາວເຮົາມີຕົ້ນໄມ້ ແລ້ວເອື້ອຍໄປຣີເຊີດເບິ່ງຂອງອານຸສາວະລີຝຣັງເສດນ່າ ເຂົາເຈົ້າກໍມີຕົ້ນໄມ້ໝົດສະນັ້ນກໍຄືວ່າ ມັນຄົງຈະມີຄົ້ນໄມ້ຫັ້ນແຫຼະ ຂໍຮ້ອງຄັນເປັນໄປໄດ້ຢາກໃຫ້ເອົາມາໃສ່ຄືນໃໝ່.”

ຊາວເມືອງ ໄຊທານີ ທ່ານນຶ່ງກ່າວວ່າ ໂຕເອງບໍ່ເຫັນດີນໍາທີ່ຕົ້ນສົນ ແລະ ຕົ້ນຕານໄດ້ຖືກຕັດອອກແລ້ວປູກແຕ່ຫຍ້າຂຶ້ນແທນ ເນື່ອງຈາກຄວນມີຕົ້ນໄມ້ຂຽວງາມ ເພື່ອຮັກສາເນື້ອທີ່ສີຂຽວໄວ້ ແລະເພື່ອເປັນເຈົ້າການປົກປັກຮັກສາສິ່ງແວດລ້ອມ ອີກທັງຍັງຊ່ອຍດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າໄປເກັບພາບ ແລະ ທ່ຽວຊົມປະຕູໄຊຂອງປະເທດ ຍ້ອນມີຕົ້ນໄມ້ໃຫ້ຄວາມຮົ່ມເຢັນ.

ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນວ່າ:

“ຄິດວ່າຢູ່ຫັ້ນມັນເຂດທ່ອງທ່ຽວ ແນ່ນອນມັນກໍຕ້ອງໄດ້ຮັກສາສີຂຽວໄວ້ຫັ້ນແຫຼະ ອັນນຶ່ງມັນເວົ້າເຣື່ອງສິ່ງແວດລ້ອມເດ້ ສອງມາມັນກໍເວົ້າເຣື່ອງຄວາມສະອາດ ຈົບງາມພື້ນທີ່ສີຂຽວຫັ້ນຖືວ່າ ມັນກໍສ້າງຄວາມດຶງດູດໃຫ້ນັກທ່ອງທ່ຽວ ເຮົາໄດ້ເດ້ແນ່ນອນລະຫາກວ່າ ມັນບໍ່ມີພື້ນທີ່ສີຂຽວມັນບໍ່ມີຕົ້ນໄມ້ຕົ້ນຕອກ ຫຼືວ່າຮັກສາທັມມະຊາຕໄວ້ມັນກໍແນ່ນອນ ບັນຫາເຣື່ອງໂລກຮ້ອນ ກ່ຽວກັບຮ້ອນກໍຫຼາຍຂຶ້ນ ຫັ້ນແລ້ວ.”

ຊາວເມືອງສີໂຄດຕະບອງພັດເຫັນວ່າ ໂຕເອງເຫັນດີທີ່ມີການຕັດຕົ້ນໄມ້ອອກ ຍ້ອນພາກສ່ວນທີ່ກ່ຽວຂ້ອງມີງົບປະມານ ເພື່ອບູຣະນະປົວແປງ ປະຕູໄຊໃຫ້ສວຍງາມເພື່ອຕຣຽມຕ້ອນຮັບ ປີທ່ອງທ່ຽວລາວ 2024 ແລະ ເປັນເຈົ້າພາບກອງປະຊຸມ ສຸດຍອດອາຊ້ຽນ ປີ 2024 ເຊິ່ງມື້ວານນີ້ໂຕເອງໄດ້ຂີ່ຣົົຖຈັກໄປເບິ່ງປະຕູໄຊ ກໍມີການປະດັບປະດາດອກໄຟ ແລະ ນໍ້າພຸຢ່າງສວຍງາມ.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ຊົມເຊີຍເພິ່ນ ຕົວເພິ່ນມັນມີການງົບປະມານ ບູລະນະຮັກສາ ສົມກັບນະຄອນຫຼວງ ສະອາດງາມຕາມີແຕ່ວ່າເພິ່ນເສີມຂຍາຍໄປ ເພິ່ນປະດັບປະດາເພິ່ນຕົບແຕ່ງ.”

ຊາວເມືອງສີສັດຕະນາກ ກ່າວວ່າໂຕເອງອອກຄວາມເຫັນ ກ່ຽວກັບເຣື່ອງນີ້ ແລະ ຄິດວ່າການບູລະນະປົວແປງໃນເທື່ອນີ້ ກໍມີຄວາມສວຍງາມ ຄືເກົ່າ ແລະຖ້າຫາກຜູ້ໃດຢ້ານວ່າ ການບໍ່ມີຕົ້ນໄມ້ຈະເຮັດໃຫ້ອາກາດຮ້ອນ ກໍພົກຄັນຮົ່ມ ໄປນຳແຕ່ເບື້ອງຫຼັງປະຕູໄຊ ກໍຍັງມີຕົ້ນໄມ້ໃຫ້ຄວາມຮົ່ມເຢັນເຊັ່ນກັນ.

ດັ່ງຍານາງກ່າວ ໃນມື້ດຽວກັນວ່າ:

“ກໍຍັງຢູ່ຄືເກົ່າຫັ້ນແຫຼະ ເພິ່ນກໍປັບປຸງເພິ່ນເອົາດອກໄມ້ເອົາຫຍັງ ມາໃສ່ພຽງແຕ່ວ່າຕົ້ນໄມ້ໃຫຍ່ມັນບໍ່ຄ່ອຍມີຖ້າຢ້ານວ່າຮ້ອນ ກໍຕ້ອງເອົາຄັນຮົ່ມໄປນໍາມັນມີທັງຕົ້ນທາງ ອັນທາງຫຼັງພີ້ມັນມີຕົ້ນໄມ້ໃຫຍ່ ຄືເກົ່ເພີ່ນເອົາຕົ້ນໄມ້ອອກມີແຕ່ແຖວທາງອ້ອມໆ ປະຕູໄຊຫັ້ນຊື່ໆ ກໍເລີຍບໍ່ໄດ້ໄປປຽບທຽບໄປຄິດອິຫຍັງນຳເພິ່ນ ກໍມີແຕ່ເຮົາເຮັດໜ້າທີ່ເຮົາ.”

ທ່ານ ອໍາພາວັນ ມະນີວັນ ຫົວໜ້າຂແນງການຄຸ້ມຄອງສວນ ໄຟແສງສວ່າງສາທາຣະນະ ແລະ ປະດັບປະດາໂຕເມືອງເຄີຍໃຫ້ສຳພາດ ຕໍ່ໂທຣະພາບແຫ່ງຊາຕໃນວັນທີ 30 ສິງຫາ ທີ່ຜ່ານມາວ່າ ເບື້ອງໜ້າປະຕູໄຊ ບໍ່ມີຕົ້ນໄມ້ຕາມການອອກແບບຂອງສະມາຄົມ ສະຖານປະນິກ, ເບື້ອງໜ້າຈະປູກຫຍ້າລຽບໆ ສວນຍ່ອມ ແລະ ປ່ຽນດອກໄມ້ຕາມລະດູການເພື່ອໃຫ້ຄົນເຮົາແນມເຫັນ ລວດລາຍຂອງປະຕູໄຊໄດ້ຊັດເຈັນ ແລະເດັ່ນຂຶ້ນສ່ນດ້ານຮົ່ມເຢັນ ຢູ່ສວນຄ້ອງສັນຕິພາບແມ່ນຈະມີຮົ່ມກົກສາມສາ ເຊິ່ງຈະມີບໍຣິການກາເຟ ແລະ ຂາຍເຄື່ອງທີ່ລະນຶກ.

ປະຕູໄຊເປັນສິ່ງປຸກສ້າງ ທີ່ສໍາຄັນຂອງປະເທດລາວແມ່ນສິ່ງກໍ່ສ້າງ ເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະຣາດການປົກຄອງ ຂອງຝຣັງ, ຮູບຊົງແມ່ນຮຽນແບບປະຕູເມືອງປາຣິສ ແຕ່ຕົບແຕ່ງໂດຍສີລະປະພື້ນເມືອງລາວ ຖືກສ້າງຂຶ້ນເມື່ອປີ 1957 ທີ່ໃຈກາງນະຄອນຫຼວງວຽງຈັນ ລະຫວ່າງຖນົນລ້ານຊ້າງ. ອີງຕາມຂໍ້ມູນ ສະຖານີວິທຍຸຊາວໜຸ່ມລາວ ສິນໄຊຍຸກໃໝ່.

ໂຄງການປັບປຸງສນາມຫຍ້າ, ສວນດອກໄມ້ ແລະ ສິ່ງອໍານວຍຄວາມສະດວກ ສວນປະຕູໄຊເຣີ່ມມາຕັ້ງແຕ່ວັນທີ 01 ເດືອນມິຖຸນາ ເຊິ່ງຕາມແຜນຈະເຮັດໃຫ້ສຳເຣັດ ໃນວັນທີ 31 ເດືອນສິງຫານີ້, ແຕ່ ປະຕິບັດໄດ້ 80% ເຊິ່ງຖືວ່າຊັກຊ້າກ່ວາກຳນົດ ຍ້ອນສະພາບຝົນຕົກ, ບໍ່ສາມາດປິດເພື່ອປັບປຸງແຕ້ມຮູບແບບ ແລະ ມີການເໜັງຕີງຂອງຄ່າວັດສະດຸ ອຸປະກອນເພີ່ມຂຶ້ນສູງ. ຫົວໜ້າຂແນງຄຸ້ມຄອງ ສວນໄຟແສງສະຫວ່າງ ສາທາຣະນະ ແລະ ປະດັບປະດາ ໂຕເມືອງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 18, 2023 02:49 PM

ການປັບປຸງ ປະດັບປະດາ ໃຫ້ປະຕູໄຊ ໃຫ້ສວຍງາມ ກໍ່ເປັນການດີ ທີ່ຊາວລາວ ຈະໄດ້ເຂົ້າທ່ຽວຊົມ ແຕ່ສິ່ງທີ່ໜ້າໜັກໃຈ ກໍ່ຄື ລັດຖະບານລາວ ຈະໃຫ້ນັກລົງທຶນຈີນ ສຳປະທານ ປະຕູໄຊ ແລະ ຕົກຢູ່ພາຍໃຕ້ ການບໍລິຫານ ແລະ ຄວບຄຸມຂອງຈີນ. ປະຕູໄຊ ຫລື ອະນຸສາວະລີ ເປັນສັນຍາລັກ ຂອງປະເທດ ຂອງປະຊາຊົນ, ປະຊາຊົນ ຈາກຕ່າງແຂວງ ຊາວຕ່າງຊາດ ແລະ ນັກທ່ອງທ່ຽວ ຈາກຕ່າງປະເທດ ກໍ່ມາແວະຊົມ ປະຕູໄຊລາວ ບໍ່ແມ່ນປະຕູໄຊຈີນ. ການປະດັບປະດາ ກໍ່ຈະມີສິນລະປະຈີນ ຮວມຢູ່ນໍາ. ປະຕູໄຊ ທີ່ເປັນສັນຍາລັກ ຂອງປະເທດ ຕັ້ງຢູ່ໃຈກາງເມືອງແທ້ໆ ກໍ່ຍັງໃຫ້ຊາດອື່ນ ມາບໍລິຫານ, ລັດຖະບານ ພາຍໃຕ້ ການນຳພາ ຂອງພັກປະຊາຊົນປະຕິວັດລາວ ແມ່ນບໍ່ມີຄວາມຄຶດ ແລະ ບໍ່ມີຄວາມສາມາດແທ້ໆ. ຄົນລາວເຮົາ ຜູ້ມີຄວາມຮູ້ ຜູ້ມີເງິນ ກໍ່ມີຫລາຍຢູ່ນ້າ ເປັນຫຍັງ ບໍ່ໃຫ້ພວກເພິ່ນ ມາສຳປະທານ ແລະ ພັດທະນາ. ການໃຫ້ຊາດອື່ນ ມາບໍລິຫານ ເປັນຫລາຍສິບປີ ຫລາຍເຊັ່ນຄົນ, ມັນກໍ່ຈະກາຍເປັນຂອງເຂົາໝົດແລ້ວ. ລູກຫລານ ພໍ່ແມ່ປະຊາຊົນ ພາຍໃນປະເທດ ກໍ່ຈະໄດ້ຈ້າງເຂົ້າເບິ່ງ ເຂົ້າຊົມ ເປັນລາຄາ ທີ່ແພງແລ້ວ. ອັນໃດກໍ່ຊ່າງ ມັນກໍ່ຍັງບໍ່ທັນຊ້າເກີນໄປ ຄວນຈະໃຫ້ ນັກລົງທຶນລາວເອງ ເປັນຜູ້ພັດທະນາ ຈະດີກ່ວາ. ຂອບໃຈ.