ຊາວໜຸ່ມລາວ ຕິດຢາສູບໄຟຟ້າ ເຂົ້າປິ່ນປົວຢູ່ໂຮງໝໍ ຫລາຍຂຶ້ນ

ຈຳປາທອງ
2023.10.04
ຊາວໜຸ່ມລາວ ຕິດຢາສູບໄຟຟ້າ ເຂົ້າປິ່ນປົວຢູ່ໂຮງໝໍ ຫລາຍຂຶ້ນ ໂຮງໝໍ 150 ຕຽງ, ນະຄອນຫຼວງວຽງຈັນ ເດືອນມີນາ ປີ 2022.
ນັກຂ່າວ ພົລເມືອງ

ຊາວໜູ່ມຢູ່ ສປປ ລາວ ນິຍົມສູບຢາໄຟຟ້າ ພາຍຫລັງໂຄວິດ 19 ຣະບາດແຮງ. ປັດຈຸບັນ ມີຊາວໜຸ່ມ ອາຍຸປະມານ 20-25 ປີ ເຂົ້າປິ່ນປົວຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ນະຄອນຫລວງວຽງຈັນ ປະມານ 4-5 ຄົນຕໍ່ມື້, ບາງກໍຣະນີ ທີ່ສູບ 2-3 ປີ ແລ້ວເສັຍຊີວິດ ຍ້ອນປອດມີຜື່ນສີຂາວ 90%. ທ່ານໝໍ ຢູ່ໂຮງໝໍແຫ່ງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ຕຸລານີ້ວ່າ ສາເຫດທີ່ເຮັດໃຫ້ຊາວໜຸ່ມ ພາກັນສູບຢາໄຟຟ້າຫລາຍຂຶ້ນ ແມ່ນເປັນຍ້ອນຫາຊື້ໄດ້ງ່າຍ ເປັນຕົ້ນຊື້ທາງອອນລາຍ. ມີການຕັ້ງກຸ່ມຊື້-ຂາຍຢາສູບໄຟຟ້າ, ມີຫລາຍລົດຊາດ. ອຸປະກອນສູບຢາໄຟຟ້າ ສ່ວນໃຫຍ່ ລັກນໍາເຂົ້າມາຈາກຕ່າງປະເທດ. ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ເປັນເຈົ້າການ ຕັກເຕືອນ.

ດັ່ງທີ່ທ່ານກ່າວວ່າ:

“ມັນເປັນຂບວນກັນບໍ່ ໄວລຸ້ນເຫັນຜູ້ນຶ່ງ ທົດລອງກໍຢາກທົດລອງນໍາກັນ ໄປລອງທົດລອງຊື່ໆນີ້ບໍ່ ຕາມໂຕຈິງນີ້ນ່າ ກົດໝາຍເພິ່ນກໍບໍ່ໃຫ້ມີເດ້ ກໍມີລັກຊື້ລັກຂາຍກັນໃນອອນລາຍນ໌ ຫັ້ນແຫລະ ມັນຕ້ອງ ເຈົ້າໜ້າທີ່ຕ້ອງໄປແຈ້ງຕາມຮ້ນບາຮ້ານຫຍັງນີ້ແຫລະ ສໍາຄັນແມ່ນໂຮງຮຽນຕ່າງໆ ແຫລະນັບຕັ້ງແຕ່ປະຖົມຈົນຮອດໂຮງຮຽນສູງສຸດພຸ້ນແຫລະ ຂັ້ນມະຫາວິທຍາໄລພຸ້ນແຫລະ ແລ້ວກໍຜູ້ປົກຄອງພໍ່ແມ່ນັກຮຽນ ອີກແລ້ວກໍນາຍຄຣູກໍຕ້ອງໄດ້ເຕືອນ ມີກົດລະບຽບເວົ້ານໍານັກສຶກສາໝົດແຫລະ.”

ຢາສູບໄຟຟ້າແບບໃໝ່ ມີລາຄາແພງກວ່າແບບເກົ່າ ຄືແບບເກົ່າ ຊອງນຶ່ງ 20 ປາຍພັນກີບ ແລະແບບໃໝ່ 100,000-140,000 ກີບຕໍ່ຫລອດ. ການທີ່ ຊາວໜຸ່ມນິຍົມກັນສູບຫລາຍຂຶ້ນ ແມ່ນຍ້ອນຢາກລອງ ແລະຄິດວ່າ ມັນຄັກ, ມັນເທ້ ແລະມີບຸກຄະລິດີຂຶ້ນ.

ດັ່ງພໍ່ຄ້າຂາຍຢາສູບໄຟຟ້າ ທາງອອນລາຍນ໌ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

“ຢາສູບອັນເດີມນີ້ 20 ປາຍພັນກີບແຕ່ວ່າຢາສູບໄຟຟ້າ ປະມານແສນປາຍ ແສນສາມແສນສີ່ ມັນຫອມບໍ່ ກໍເຫັນວັຍລຸ້ນເຂົາກໍສູບຫລາຍຢູ່ ປະມານ 17-18 ປີກໍນ່າຈະເປັນ ຍ້ອນຄວາມຢາກລອງ, ຢາກຮູ້, ຢາກເຫັນຫັ້ນນ່າ. ເຫັນດຽວນີ້ ກໍສູບຫລາຍຢູ່.”

ຊາວໜຸ່ມຜູ້ນຶ່ງ ທີ່ສູບຢາໄຟຟ້າເວົ້າວ່າ ຕົນສູບມາໄດ້ໄລຍະນຶ່ງແລ້ວ ຍ້ອນຄິດວ່າ ມັນບໍ່ແພ້ປອດ, ມັນບໍ່ເໝັນ ຄືກັນກັບຢາສູບທັມມະດາ, ຜູ້ຢູ່ໃກ້ກໍບໍ່ຂີວ.

“ມັນກໍດີຢູ່ມັນບໍ່ແພ້ປອດ ມັນໄຄກວ່າຢາສູບທັມດາ ໂຕນີ້ຫັ້ນມັນເປັນແຕ່ອາຍນໍ້າຊື່ໆ ເຈົ້າ ໂຕນັ້ນຫັ້ນມັນເປັນອັນນັ້ນເດ້ ສານທີ່ແບບວ່າມັນມີນິໂຄຕີນເນາະ ໂຕນີ້ຢາສູບເຮົາ ມັນຕ້ອງໃຊ້ກັບໄຟຊ່ວຍ ມັນກໍໄປເຄືອບປອດ ໂຕເຫລືອງໆມັນຈະໄປເຄືອບປອດ ໂຕເຫລືອງມັນຈະເຄືອບປອດ ໂຕຢາສູບໄຟຟ້າມັນຈະບໍ່ເຄືອບປອດ ມັນມີແຕ່ອາຍນໍ້າຊື່ໆ ແລ້ວກໍມັນບໍ່ເໝັນຫັ້ນນ່າ ມັນເປັນໝາກໄມ້ອິສັງ.”

ທ່ານ ທອງພູນ ໝື່ນພິລົມ, ຫົວໜ້າຜແນກພາຍໃນ ໂຮງໝໍມິຕພາບ ກ່າວຕໍ່ນັກຂ່າວໜັງສືພິມ ວຽງຈັນທາຍສ໌ ເມື່ອບໍ່ດົນມານີ້ວ່າ ຜູ້້ປ່ວຍຈາກການສູບຢາໄຟຟ້າ ໂດຍທົ່ວໄປແລ້ວ ຈະມີອາການເຈັບແໜ້ນໜ້າເອິກ, ຫາຍໃຈຝືດ, ຫາຍໃຈບໍ່ອອກ, ໄອແຫ້ງ, ເຈັບຄໍ. ອາການເຣີ່ມຕົ້ນ ຂອງຄົນທີ່ສູບຢາໄຟຟ້າ ຄືປາກແຫ້ງ, ຄໍແຫ້ງ, ປວດຮາກ, ເຈັບຫົວ, ວິນຫົວ. ສໍາລັບອາການໄລຍະຍາວ ຄືເສັ້ນເລືອດຫົວໃຈແຂງ, ກ້າມຊີ້ນຫົວໃຈໜາ ໃຫຍ່ຂຶ້ນ, ພະຍາດທາງລົມຫາຍໃຈ, ປອດອັກເສບ ຊໍາເຮື້ອ, ຫລອດລົມປອດຕີບ, ມີອາການທາງລະບົບປະສາດ (ຊັກ), ປະສາດຫລອນ. ບາງກໍຣະນີທີ່ສູບດົນ ອາດເກີດພະຍາດແຊກຊ້ອນໃນປອດ ເປັນຕົ້ນ ພະຍາດວັນນະໂຣກ, ໃບໄມ້ໃນປອດ ແລະເປັນພະຍາດ ມະເຮັງປອດ.

ທ່ານກ່າວຕື່ມວ່າ ບາງຄົນວ່າ ເຫດຜົລທີ່ພາໃຫ້ມັກສູບຢາໄຟຟ້ານີ້ ເພື່ອໃຫ້ເຊົ້າສູບຢາແທ້ ແຕ່ຄວາມຈິງແມ່ນເປັນການເຂົ້າໃຈຜິດ.

“ບາງຄົນກໍມັກຖົງຖຽງກັນວ່າ ຂ້ອຍມັກສູບອັນນີ້ ເພື່ອຂ້ອຍຢາກເຊົາສູບຢາ ທີ່ເຄີຍສູບຜ່ານມາ ແຕ່ຄວາມຈິງມັນເປັນການເຂົ້າໃຈຜິດເນາະ. ຄັນຊິເຊົາກໍຄືຄ່ອຍເຣີ່ມຈາກການເຊົາ ກໍຄືການຫລຸດຜ່ອນ ເທື່ອລະໜ້ອຍ ໂຕຢ່າງເຈົ້າເຄີຍສູບຊອງນຶ່ງ ກໍອາຈຫລຸດລົງມາເປັນມື້ ລະເທົ່າໃດ. ຈົນຮອດເຊົ້າກອກນຶ່ງ ສວຍກອນນຶ່ງ ແລງກອກນຶ່ງ. ເດືອນຕໍ່ມາເຊົ້າກອກນຶ່ງ ແລງກອກນຶ່ງ. ສຸດທ້າຍມັນກໍອອກມາໄປເທື່ອລະໜ້ອຍ ເພາະວ່າຫລັງຈາກທີ່ເຮົາຄ່ອຍໆ ຢຸດໆ ໄປນ່າກໍມີຫລາຍຄົນທີ່ສໍາເລັດ ແລະກໍດີຕໍ່ສຸຂພາບ ສາມາດອອກກໍາລັງກາຍໄດ້ ບໍ່ເມື່ອຍ.”

ປີ 2016 ເດັກນ້ອຍລາວ ອາຍຸແຕ່ 13-15 ປີ ສູບຢາໄຟຟ້າຫລາຍ. ອີງຕາມຂໍ້ມູນ ຂອງກະຊວງສາທາຣະນະສຸຂ, ເດັກນ້ອຍຜູ້ຊາຍ ສູບເຖິງ 5% ແລະ ເດັກນ້ອຍແມ່ຍິງ ສູບ 3.7% ຂອງຈໍານວນເດັກນ້ອຍທົ່ວປະເທດ.

ເພື່ອແກ້ໄຂບັນຫາດັ່ງກ່າວ ສໍາລັບຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ປັດຈຸບັນ ໂຮງຮຽນມັທຍົມແຕ່ລະແຫ່ງ ມີກົດລະບຽບເຄັ່ງຄັດ ບໍ່ໃຫ້ນັກຮຽນເອົາຢາສູບໄຟຟ້າ ເຂົ້າມາໂຮງຮຽນ, ຫາກກວດພົບຜູ້ໃດເອົາມາ ກໍຈະໄດ້ບອກໃຫ້ຜູ້ປົກຄອງນັກຮຽນຜູ້ນັ້ນມາຮັບຮູ້ວ່າ ເຮັດຜິດກົດລະບຽບໂຮງຮຽນ ແລະໃຫ້ອົບຮົມສັ່ງສອນ.

ດັ່ງນາຍຄຣູຢູ່ເມືອງນີ້ ເວົ້າໃນມື້ວັນທີ 4 ຕຸລານີ້ວ່າ:

“ທຸກອາທິດເນາະ ຂະເຈົ້າໃຫເກວດລະບຽບຫັ້ນນ່າ ກວດແບບວ່າບໍ່ໃຫ້ມີ ເອົາໂທຣະສັບມາບໍ່ໃຫ້ເອົາຢາສູບ ມາຫັ້ນນ່າ ຖ້ານັກຽນຜິດລະບຽບຫັ້ນນ່າ ພວກເຮົາກໍແຈ້ງເພິ່ນ ໃຫ້ເພິ່ນຂຶ້ນມາຮັບຮູ້ ສຶກສາອົບຮົມ ເພາະ ວ່າໂຮງຮຽນເຮົາ ເປັນໂຮງຮຽນປອດຢາເສບຕິດເດ້.”

ອີງຕາມຂໍ້ມູນ ຈາກໂຮງໝໍມິຕພາບ 150 ຕຽງ, ການບໍ່ສູບຢາໄຟຟ້າ ແມ່ນດີທີ່ສຸດ, ຜູ້ທີ່ຢູ່ໃນລະຫວ່າງການຕັດສິນໃຈວ່າ ຈະສູບ ຫລືບໍ່ນັ້ນ ຕ້ອງເຂົ້າໃຈວ່າ ມັນເປັນອັນຕະຣາຍຕໍ່ສຸຂພາບ ທັງຕໍ່ຜູ້ສູບເອງ ແລະຕໍ່ຄົນອ້ອມຂ້າງ ທັງສູບໄລຍະສັ້ນ ແລະໄລຍະຍາວ.

ຢາສູບໄຟຟ້າ ຖືກຈັດໃຫ້ຢູ່ໃນໝວດຢາເສບຕິດ, ຖ້າຜູ້ໃດສູບ, ມີໄວ້ໃນຄອບຄອງ ຫລືຄ້າຂາຍ ຜູ້ນັ້ນຈະຖືກດໍາເນີນຄະດີຕາມກົດໝາຍ, ອີງຕາມຂໍ້ມູນຈາກຫ້ອງການປ້ອງກັນ ຄວາມສະຫງົບ ແຂວງຊຽງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.