ຜູ້ເສັຍດິນ ໃຫ້ໂຄງການສນາມກັອຟ-ຣີສອດ ພູກິ່ວລົມ ໄດ້ຮັບຄ່າຊົດເຊີຍແລ້ວ
2023.10.04

ຊາວບ້ານ ຈຳນວນນຶ່ງ ຢູ່ບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ທຳການກະເສດ ຈາກການພັທນາ ຣີສອດ, ສນາມກັອຟ ສາກົລ ຢູ່ພູກິວລົມ ຂອງເຂດເສຖກິຈພິເສດ ສາມຫລ່ຽມຄຳ ໄດ້ຮັບເງິນຊົດເຊີຍຄົບແລ້ວ ແຕ່ບໍ່ມີການເປີດເຜີຍຣາຍລະອຽດ ຈຳນວນຄອບຄົວ ທີ່ໄດ້ຮັບຜົລກະທົບ ແລະ ການຈ່າຍເງິນຊົດເຊີຍ ໃຫ້ສັງຄົມໄດ້ຮັບຮູ້ ກ່ຽວກັບເຣື່ອງນີ້.
ດັ່ງເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ່ 4 ຕຸລາ ນີ້ວ່າ:
“ມັນມີຂໍ້ຕົກລົງຂອງເມືອງ (ຕົ້ນເຜິ້ງ) ຂະເຈົ້າບໍ່ລົງໄກ່ເກັ່ຍວຽກໂຕນີ້ເນາະ ແລ້ວໝົດແລ້ວນ່າ.”
ຂະນະທີ່ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງບໍ່ແກ້ວ ກ່າວວ່າ ດິນທີ່ນຳມາພັທນາ ຣີສອດ, ສນາມກັອຟ ສາກົລ ຢູ່ພູກິວລົມ ສ່ວນໃຫຍ່ເປັນດິນ ເຂດເສຖກິຈພິເສດສາມຫລ່ຽມຄຳ ໄດ້ຮັບການສັມປທານຈາກຣັຖບານລາວ ຢູ່ແລ້ວ ແຕ່ຈະມີດິນສ່ວນໃດສ່ວນນຶ່ງ ຂອງຊາວບ້ານ ໃນພື້ນທີ່ ທີ່ໄດ້ຮັບຜົລກະທົບ ເຊິ່ງທາງເຂດເສຖກິຈພິເສດ ສາມຫລ່ຽມຄຳ ຜູ້ພັທນາໂຄງການ ກໍໄດ້ມອບເງິນຊົດເຊີຍ ໃຫ້ກັບຊາວບ້ານຄົບໝົດແລ້ວ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສນາມກັອຟໂຕນີ້ຫັ້ນນ່າ ມັນເຂົ້າຢູ່ໃນເນື້ອທີ່ອັນ 3,000 ເຮັກຕ້າຣ໌ ທີ່ວ່າຣັຖບານເພີ່ນອະນຸມັດ ໂດຍລວມ ກະຊົດເຊີຍແລ້ວໝົດແລ້ວ.”
ສ່ວນຊາວບ້ານຜູ້ນຶ່ງ ຢູ່ບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ໃຫ້ກັບການພັທນາ ຣີສອດ, ສນາມກັອຟ ສາກົລ ພູກິວລົມ ກໍຢັ້ງຢືນວ່າ ໄດ້ຮັບເງິນຊົດເຊີຍ ຈາກຜູ້ພັທນາໂຄງການແລ້ວ ປະມານ 1 ແສນປາຍບາທ ຕໍ່ໄຣ່ ຫລື ປະມານ 50 ລ້ານກີບ.
ເຖິງແນວໃດກໍຕາມ ການຊົດເຊີຍເງິນນັ້ນ ຖືວ່າ ເປັນລາຄາທີ່ຕໍ່າກວ່າ ການຊື້ຂາຍ ໃນຕລາດຫລາຍສົມຄວນ ເພາະປັຈຸບັນ ການຊື້-ຂາຍ ທີ່ດິນໃນເຂດເມືອງຕົ້ນເຜິ້ງ ຈະຢູ່ປະມານ 200-300 ລ້ານກີບ ຕໍ່ 1 ໄຣ່.
ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊົດເຊີຍຢູ່ ສ່ວນຫລາຍຖືກ ກໍຈະເປັນໄຣ່ເປັນນາເນາະ ສ່ວນຫລາຍຢູ່ແຖວສີເມືອງງາມນີ້ ຈະເປັນໄຣ່ເປັນສວນ ຫັ້ນນ່າ ໂອ້... ຂອງອ້າຍນີ້ ໄດ້ແຕ່ໄຮ່ນຶ່ງ ໄດ້ແສນປາຍ (ບາທ) ແສນປາຍໜ້ອຍດຽວ.”
ຊາວບ້ານອີກຜູ້ນຶ່ງ ຢູ້ບ້ານສີເມືອງງາມ ກ່າວວ່າ ຍານາງເອງ ບໍ່ໄດ້ຖືກຜົລກະທົບສູນເສັຽທີ່ດິນ ໃຫ້ກັບການພັທນາດັ່ງກ່າວ ແຕ່ກະເຫັນວ່າ ຊາວບ້ານທີ່ຖືກຜົລກະທົບນັ້ນ ໄດ້ຮັບຄ່າຊົດເຊີຍແລ້ວ ເຊິ່ງແຕ່ລະຄອບຄົວ ກໍໄດ້ຮັບເງິນຊົດເຊີຍຫລາຍ-ໜ້ອຍ ແຕກຕ່າງກັນໄປ ຂື້ນກັບທີ່ດິນທີ່ເສັຽໃຫ້ ກັບການພັທນາດັ່ງກ່າວ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ຖືກໆ ແຕ່ສ່ວນຫລາຍເຂົາຈ່າຍຊົດເຊີຍ ກະໄຮ່ລະລ້ານ ສອງແສນພີເດ້ ຈະເປັນທົ່ງນາ.”
ສຳລັບ ການພັທນາ ຣີສອດ, ສນາມກັອຟ ສາກົລ ພູກິວລົມ ຂອງເສຖກິຈພິເສດສາມຫລ່ຽມຄຳ ແມ່ນນຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິຈການ ທີ່ຣັຖບານລາວສົ່ງເສີມ ໃນສັນຍາປັບປຸງ ປີ 2014, ໂຄງການດັ່ງກ່າວ ເນື້ອທີ່ທັງໝົດ 153 ເຮັກຕ້າ ມູລຄ່າລົງທຶນ 20 ລ້ານ ສະຫະຣັຖ ໂດຍແບ່ງອອກເປັນ 2 ໄລຍະ ຄື ໄລຍະທຳອິດ ເປັນການກໍ່ສ້າງສນາມກັອຟ ຈຳນວນ 18 ຂຸມ, ປັດຈຸບັນ ເປີດໃຫ້ບໍຣິການ ຢ່າງເປັນທາງການແລ້ວ ແຕ່ວັນທີ 1 ຕຸລາ 2023 ນີ້. ສ່ວນໄລຍະທີ່ 2 ຈະມີການກໍ່ສ້າງສູນພັກຜ່ອນ ຕາກອາກາດ, ຣີສອດນໍ້າອຸ່ນ, ເຮືອນວິນລ້າເອກກະລັກ ສະເພາະຂອງສນາມກັອຟ, ໂຮງແຮມ ແລະ ອະພາດເມັນ ປັດຈຸບັນ ກຳລັງດຳເນີນການກໍ່ສ້າງ.