ນະຄອນຫຼວງວຽງຈັນ ຈະເຣີ່ມສ້ອມແປງເສັ້ນທາງ ບາງສາຍ

ພອນ ພູມມີທອນ
2023.10.03
ນະຄອນຫຼວງວຽງຈັນ ຈະເຣີ່ມສ້ອມແປງເສັ້ນທາງ ບາງສາຍ ສະພາບເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ໃນຣະດູຝົນ. ເດືອນ ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 29 ກັນຍາ 2023 ທີ່ຜ່ານມານີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຊັນສັນຍາ ກັບບໍຣິສັດ ຕັງຈະເລີນ ເພື່ອປັບປຸງ ແລະ ສ້ອມແປງ ເສັ້ນທາງສີໄຄ ເມືອງສີໂຄດຕະບອງ ຫາ ສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີການກຳນົດໄລຍະເວລາກໍ່ສ້າງ ໃຫ້ແລ້ວພາຍໃນ 18 ເດືອນ ຈະເຣີ່ມໃນໄລຍະທ້າຍປີ 2023 ຈົນຮອດ ຕົ້ນປີ 2025 ໃນໄລຍະທາງ 6 ກິໂລແມັດ ລວມມູນຄ່າ ໂຄງການທັງໝົດ 10.2 ກວ່າລ້ານໂດລ້າຣ໌ ສະຫະຣັຖ, ອີງຕາມການຣາຍງານຂອງ ທ່ານລັດສະຫມີ ອະລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ໄລຍະທາງນະຄອນຫລວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ.

ສຳລັບໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ເສັ້ນທາງສີໄຄ ຫາ ສີເກີດນີ້ ເປັນໂຄງການສືບຕໍ່ ຈາກ ເສັ້ນທາງສີເກີດ ຫາ ໂພນໂຮງ ທີ່ລວມຄວາມຍາວທັງໝົດ 58 ກິໂລແມັດ. ປັດຈຸບັນ ເສັ້ນທາງສີໄຄ ຫາ ສີເກີດນີ້ ທາງການໄດ້ເຣີ່ມແກ້ໄຂສິ່ງກີດຂວາງ ຕາມແລວທາງ ເພື່ອຂຍາຍໜ້າທາງເກົ່າ ໃຫ້ກວ້າງອອກຕື່ມ ຈາກ 7-8 ແມັດ, ມີ 2 ຊ່ອງ ຈະຣາຈອນ ໄປກັບ ແລະຈະຂຍາຍເປັນ 20-23 ແມັດ ເພື່ອະເພີ່ມເປັນ 4 ຊ່ອງ ຈະຣາຈອນ ໄປ-ກັບ ໂດຍເສັ້ນທາງຈະປູເບຕົງເສີມເຫລັກ.

ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ຕຸລານີ້ວ່າ:

“ແມ່ນແຫລະ ເຊັນສັນຍາວັນທີ 29 ເມື່ອກີ້ນີ້ເດ່ ເຣີ່ມຍ້າຍສິ່ງກີດຂວາງເດືອນນີ້ແຫລະ ໄປນ່າ ແປຮູບທາງຄືນກ່ອນ ໃຫ້ປະຊາຊົນທຽວໄປມາໄດ້ ທ້າຍເດືອນ 10 ເຂົາກໍຈະເຣີ່ມກໍ່ສ້າງແລ້ວ ເຮັດເບຕົງ ເຂົາມີແຜນມາແຕ່ດົນແລ້ວ. ເຮົາເຮັດ 13 ເໜືອ ສີເກີດ ໄປຫາ ໂພນໂຮງແລ້ວມາເຮັດ ຫາສີເກີດ ຫາ ສີໄຄ.”

ທີ່ຜ່ານມາ ສະພາບເສັ້ນທາງດັ່ງກ່າວ ເກີດບັນຫາເປ່ເພໜັກ ເປັນຂຸມ ເປັນບໍ່ຫລາຍ ແລະ ມີນໍ້າຖ້ວມຂັງ ໂດຍສະເພາະ ໃນໄລຍະຣະດູຝົນ ເຮັດໃຫ້ ການສັນຈອນໄປມາ ມີຄວາມຫຍຸ້ງຍາກລຳບາກ ແລະ ມີອຸບັດຕິເຫດເກີດຂຶ້ນເປັນປະຈຳ ພາກສ່ວນກ່ຽວຂ້ອງ ກໍມີພຽງແຕ່ແກ້ໄຂບັນຫາສະເພາະໜ້າ ເທົ່ານັ້ນ ໂດຍເອົາດິນມາຖົມໃສ່ ພໍໃຫ້ຣົຖໄດ້ສັນຈອນໄປມາຊົ່ວຄາວ ແຕ່ເມື່ອຝົນຕົກໜັກ ສະພາບຖນົນກັບມາເປ່ເພຄືເກົ່າ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ກໍຮູ້ສຶກດີໃຈ ທີ່ພາກຣັຖ ຈະຊ້ອມແປງເສັ້ນທາງດັ່ງກ່າວ ໃຫ້ດີຂຶ້ນ.

“ຈາກສີໄຄ ໄປຫາ ສີເກີດ ມັນກໍມັນຈະເປັນຂຸມເປັນບໍ່ ມາປະມານເກືອບເຄິ່ງນຶ່ງ ກະຫຍຸ້ງຍາກ ເຣື່ອງຂຸມເຣື່ອງບໍ່ຫັ້ນແຫລະ ມັນກໍຄ່ອຍໄປຄ່ອຍມາ ດີໃຈແທ້ ຄັນວ່າສ້ອມແປງປີນີ້ເນາະ ການໄປມາກໍສະບາຍ.

ຂະນະ ທີ່ຊາວລາວບ້ານສີເກີດ ເມືອງນາຊາຍທອງ ທ່ານນຶ່ງກໍກ່າວວ່າ ເສັ້ນທາງເຂດບ້ານສີເກີດ ກໍຖືວ່າສະພາບດີຢູ່ ແຕ່ເສັ້ນທາງ ເຂດບ້ານສີໄຄ ໄປຫາ ບ້ານໄຊມົງຄຸນ ຍັງເປ່ເພໜັກ ເປັນຂຸມເປັນບໍ່ຫລາຍ ເພາະຣົຖໃຫຍ່ເຂົາເຈົ້າແລ່ນທຸກມື້ ນໍ້າໜັກກໍຫລາຍ ແລະ ເສັ້ນທາງໃນລາວກໍບໍ່ໄດ້ມາຕຖານ ກໍເຮັດໃຫ້ຍັງເປ່ເພ.

“ອັນສີເກີດແທ້ ສະດວກຢູ່ ແຕ່ແຖວສີໄຄ ມາຫາໜອງແຕ່ງ ໄຊມົງຄຸນຫັ້ນ ບໍ່ຢາກດີປານໃດ ຫົນທາງເຮົາມັນບໍ່ໄດ້ມຕຖານ ເປັນຂຸມເປັນບໍ່ແຫລະ ໂຕນີ້ນ່າ ມີແຕ່ຂຸມໃຫ້ໂຕນ ຣົຖໃຫຍ່ ຣົຖໜັກເຂົາເຈົ້າເເລ່ນເດ່ເນາະ.

ພ້ອມດຽວກັນນີ້ ຊາວລາວ ໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ຖ້າພາກສ່ວນກ່ຽວຂ້ອງ ເຂົ້າມາສ້ອມແປງ ເສັ້ນທາງສີໄຄ-ສີເກີດນີ້ ຈະເຮັດໃຫ້ເດີນທາງສະດວກດີຂຶ້ນຫລາຍ.

“ໜ້າຈະດີຂຶ້ນຫັ້ນແຫລະ ຖ້າແປງ ເພາະຣະດູຝົນມາ ບາງພື້ນທີ່ມັນກໍອາດມີແບບວ່າ ນໍ້າເຊາະ ນໍ້າຫຍັງແລ້ວ ມັນກັດເປັນຂຸມ ກະໄປມາບໍ່ສະດວກ ເພາະທາງມັນກໍບໍ່ໄດ້ກວ້າງ ແຕ່ສີເກີດ ຫາ ສີໄຄ ມັນຈະເປັນແບບຍັງເປັນທາງ 2 ເສັ້ນຢູ່ຫັ້ນນ່າ.”

ຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງສີໂຄດຕະບອງ ທ່ານນຶ່ງ ກໍກ່າວວ່າ ເປັນເຣື່ອງທີ່ດີຫລາຍ ທີ່ພາກຣັຖ ຈະສ້ອມແປງເສັ້ນທາງສີໄຄ ຫາ ສີເກີດ ທີ່ມີສະພາບເປ່ເພ ເປັນຂຸມເລິກ ໃຫ້ດີຂຶ້ນ ເພາະເສັ້ນທາງໃນເຂດນັ້ນ ເປັນເສັ້ນທາງຫລັກນຳດ້ວຍ ທີ່ປະຊາຊົນຈະໃຊ້ຣົຖສັນຈອນໄປ-ມາ ຖ້າຖນົນດີຂຶ້ນ ປະຊາຊົນກໍເດີນທາງສະດວກ ຊຶ່ງກໍເຫັນເຂົາເຈົ້າເຣີ່ມປັບປຸງແລ້ວ.

“ເພິ່ນກຳລັງຈະລົງມືກໍ່ສ້າງ ເຮັດແລ້ວເນາະ ເປັນເສັ້ນທາງຫລັກເດ້ໂຕນີ້ ຊິສະດວກສະບາຍ ໃຫ້ປະຊາຊົນໄດ້ທຽວ ເພີ່ນກໍແກ້ໄຂໄປນຳ ເຮັດໄປນຳ ບ່ອນໃດທີ່ວ່າມັນເປັນຂຸມ ເປັນບໍ່ເລິກ ທີ່ວ່າມັນຫຍຸ້ງຍາກ ຫລາຍຫັ້ນ.”

ສຳລັບງົບປະມານຈຳນວນ 10.2 ກວ່າລ້ານໂດລ້າຣ໌ ສະຫະຣັຖ ນີ້ ເປັນຕົ້ນທຶນກູ້ຍືມດອກເບັ້ຽຕໍ່າ ຈາກ 3 ສຖາບັນການເງິນ ຄື ທນາຄານໂລກ (World Bank),  ທະນາຄານລົງທຶນໂຄງລ່າງພື້ນຖານ ອາຊີ (Asian Infrastructure Investment Bank AIB) ເເລະ ກອງທຶນຈາກປະເທດນໍດິກ ເພື່ອການພັທນາ (Nordic Development Fund - NDF)  ຜູ້ໃຫ້ທຶນ ໄດ້ອະນຸມັດ ສືບຕໍ່ສັນຍາກູ້ຍືມອອກໄປອີກໄລຍະ ເວລາ 22 ເດືອນ ຈາກວັນທີ 31 ພຶສພາ 2023 ທີ່ເປັນວັນໝົດອາຍຸ ສືບຕໍ່ໄປຈົນຮອດ 31 ເດືອນມີນາ ປີ 2025.

ສຳລັບ ການຂຍາຍເສັ້ນທາງສີໄຄ ຫາ ສີເກີດ ນະຄອນຫລວງວຽງຈັນນີ້ ໃຫ້ກວ້າງເປັນ 4 ຊ່ອງ ແມ່ນມີຊາວບ້ານໄດ້ຮັບຜົລກະທົບ 588 ຄອບຄົວ ຈ່າຍສົດເຊີຍສຳເຣັດໄປແລ້ວ 392 ຄອບຄົວ ແລະ ໃນສອງອາທິດຂ້າງໜ້າ ຈະເບີກຈ່າຍອີກ 140 ຄອບຄົວ ແລະ ທີ່ເຫລືອ 56 ຄອບຄົວ ຈະສືບຕໍ່ເບີກຈ່າຍ ຄ່າຊົດເຊີຍໃຫ້ສຳເຣັດ ກ່ອນຈະມອບສນາມກໍ່ສ້າງໃຫ້ຜູ້ຮັບເໝົາ ໃນເດືອນຕຸລາ 2023 ນີ້ ເພື່ອລົງເຮັດວຽກ ກໍ່ສ້າງເສັ້ນທາງດັ່ງກ່າວ.

ເຖິງຢ່າງໃດກໍຕາມ ໃນປະເທດລາວ ຍັງມີເສັ້ນທາງອື່ນໆ ໃນຫລາຍແຂວງ ທີ່ມີສະພາບເປ່ເພ ບໍ່ຕ່າງຈາກຈຸດສີໄຄ ຫາ ສີເກີດ ນະຄອນຫລວງວຽງຈັນເຊັ່ນກັນ ໂດຍສະເພາະເສັ້ນທາງ 13 ໃຕ້ ໄລຍະແຂວງບໍຣິຄຳໄຊ ລວມໄປເຖິງເສັ້ນທາງເລກທີ 13 ເໜືອ ເຂດເມືອງວັງວຽງ-ກາສີ ໄປຫາເສັ້ນທາງເມືອງນານ ຫລວງພຣະບາງ ແລະ ລວມໄປເຖິງ ເສັ້ນທາງພູຄູນ ຫລວງພຣະບາງ ກໍມີບາງຈຸດຍັງຫຍຸ້ງຍາກ ລຳບາກ ແລະ ຍັງເກີດອຸບັດຕິເຫດຫລາຍເທື່ອ ໂດຍສະເພາະຣົຖບັນທຸກ ທີ່ແກ່ເຄື່ອງໄປຕ່າງແຂວງ ຍັງຕ້ອງລະມັດລະວັງ ຢ່າງຄັກແນ່ ເພາະຖ້າເກີດ ຣົຖຕຳກັນ ຫລື ເກີດອຸບັດຕິເຫດ ບໍ່ໄດ້ມີເຈົ້າໜ້າທີ່ເຂົ້າໄປຊ່ວຍເຫລືອ ໄດ້ທັນການ ມີແຕ່ຊາວບ້ານຊ່ວຍເຫລືອ ແກ້ໄຂກັນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.