ເຣື້ອງທີ່ເກັບບັນທຶກໄວ້
2022-10-09
ບ້ານຈັດສັນ ນາເຕີຍ ຂາດສິ່ງອຳນວຍ ຄວາມສະດວກ, ນາຍຈ້າງ ທີ່ຂົ່ມຂືນ ແມ່ຍິງລາວ ມອບໂຕຕໍ່ເຈົ້າ ໜ້າທີ່ແລ້ວ, ຜູ້ເສັຽເງິນໃຫ້ ເຈ້ທິບ ອາຈບໍ່ມີຫວັງ ໄດ້ເງິນຄືນ.
2022-10-08
ທ່າທີ່ ຂອງຄນະແນວລາວ ທີ່ສແດງຕົນ ເປັນສັດຕຣູ ໝາຍເລຂນຶ່ງ ຂອງສພາຜູ້ແທນ ຣາສດອນ.
2022-10-08
ນັກຂ່າວຍີ່ປຸ່ນ ທ່ານ ໂຕຣຸ ກຸໂບຕະ (Toru Kubota) ຖືກສານ ທະຫານພະມ້າ ຕັດສິນໃຫ້ຕິດຄຸກ ເປັນເວລາ 7 ປີ ໃນ 2 ຂໍ້ຫາ, ຍ້ອນຣາຍງານຂ່າວ ການປະທ້ວງ ຂະນະທີ່ ຣັຖບານຍີ່ປຸ່ນ ກໍຮຽກຮ້ອງໃຫ້ປ່ອຍໂຕ ນັກຂ່າວຄົນດັ່ງກ່າວທັນທີ.
2022-10-08
ບັນດາອົງການຈັດຕັ້ງ ພາກປະຊາສັງຄົມ ໃນປະເທດໄທຍ ເຂດພາກອີສານ ຈັດກິຈກັມ: “ເອີ້ນຂວັນປາຄືນຂອງ ເຊື່ອມໂຍງເໜືອ-ອີສານ ຄັ້ງທີ 2”, ໃນວັນທີ 8 ຕຸລາ 2022
2022-10-07
ບັນຫາ ອາຊຍາກັມ ທີ່ພົວພັນກັບຄົນຈີນ ເກີດຂຶ້ນຫຼາຍ ຢູ່ປະເທດລາວ ແລະ ມີເຈົ້າໜ້າທີ່ ໃນເຄື່ອງແບບຈຳນວນນຶ່ງ ເຂົ້າໄປກ່ຽວຂ້ອງ ຊຶ່ງມັກກ່ຽວຂ້ອງກັບທຸຣກິຈ ເຮັດໃຫ້ເກີດ ຄະດີຄາຕກັມ ຄົນຈີນເກີດຂຶ້ນຕໍ່ເນື່ອງ.
2022-10-07
ຊາວບ້ານທີ່ພາ ຍາຕິພີ່ນ້ອງທີ່ເດີນທາງ ມາຈາກຕ່າງປະເທດ ຖືກເຈົ້າໜ້າທີ່ ຕຳຣວດທ່ອງທ່ຽວກ່າວຫາວ່າ ເປັນການນຳທ່ຽວທີ່ຜິດກົດໝາຍ ຫຼືໄກ໋ດ໌ເຖືອນ ຈຶ່ງຖືກປັບໃໝ ຂະນະທີ່ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ໃຫ້ຂໍ້ມູນວ່າ ການນຳຍາຕພີ່ນ້ອງ ທ່ຽວຕາມສະຖານທີ່ ທ່ອງທ່ຽວຕ່າງ ໃນລາວ ບໍ່ຖືວ່າຜິດກົດໝາຍ ແລະບໍ່ຈຳເປັນຕ້ອງສແດງຫຼັກຖານ ການເປັນພີ່ນ້ອງ.
2022-10-07
ຣັຖບານລາວ ຜ່ອນຜັນມາຕການ ແລະເງືອນໄຂ ທີ່ເຮັດໃຫ້ ການເຂົ້າ-ອອກ ປະເທດ ເປັນເຣື່ອງຫຍຸ້ງຍາກ ໃນເມື່ອກ່ອນ ມາຕອນນີ້ ຣັຖບານລາວ ໄດ້ຍົກເລີກເງືອນໄຂ ເຫຼົ່ານັ້ນແລ້ວ ແຕ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຍັງງຽບເຫງົາ ເພາະຈີນ ຍັງດຳເນີນມາຕການ ໂຄວິດເປັນສູນຢູ່.
2022-10-07
ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງໄທຍ ປະຊຸມກັບ ຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ ຂອງລາວ ຫາລືໂຄງການ ເຊື່ອມຕໍ່ເສັ້ນທາງ ຣົຖໄຟລາວ-ໄທຍ ເພື່ອການຂົນສົ່ງສິນຄ້າ ລະຫວ່າງ 2 ປະເທດ ດ້ວຍລະບົບ ທາງຣົຖໄຟ.
2022-10-07
ເງິນກີບເຟີ້ ຢ່າງຕໍ່ເນື່ອງ ໃນເດືອນກັນຍາຜ່ານມາ ເພີ່ມຂຶ້ນເປັນ 34.0% ທຽບໃສ່ເດືອນດຽວກັນ ຂອງປີທີ່ແລ້ວ ເປັນສາເຫດໃຫຍ່ ທີ່ເຮັດໃຫ້ລາຄາສິນຄ້າ ທຸກຢ່າງແພງຂຶ້ນຫລາຍ ດັນໃຫ້ຄ່າຄອງຊີພສູງ, ປະຊາຊົນເດືອດຮ້ອນ ຂະນະທີ່ທາງການລາວ ຍັງບໍ່ມີແນວທາງ ແກ້ໄຂບັນຫາ ຢ່າງເປັນຮູບປະທັມ.
2022-10-06
ວັນຄຣູໂລກ ທີ 5 ຕຸລາ ແລະວັນຄຣູລາວ ທີ 7 ຕຸລາ ມີຄວາມໝາຍສໍາຄັນຍິ່ງ ສໍາລັບຄຣູ ແລະອາຈານລາວ ແລະໃນທົ່ວໂລກ ໃນການຍົກລະດັບ ອາຊີພ ແລະສ້າງມາຕຖານ ດ້ານສວັດດິການຄຣູ ໃນຂະນະທີ່ຢູ່ລາວ ຄຣູຂາດທັງປະລິມານ ແລະຄຸນນະພາບ.
2022-10-06
ຈຸດປະສົງໃນການສລອງ ວັນຄຣູແຫ່ງຊາຕ ກໍເພື່ອໃຫ້ນັກຮຽນ ສຳນຶກເຖິງ ບຸນຄຸນຄຣູ-ອາຈານ ທີ່ໄດ້ສິດສອນ ຄວາມຮູ້ໃຫ້ແກ່ ນັກຮຽນ, ສ່ວນປີນີ້ ທາງການລາວ ມີການປະກາດ ໃຫ້ໂຮງຮຽນ ຈັດພິທີດັ່ງກ່າວ ແບບລຽບງ່າຍ ເພື່ອປະຫຍັດ ບໍ່ເປັນການສິ້ນເປື້ອງ ເກີນຄວາມຈຳເປັນ.
2022-10-06
ບໍຣິສັດຈີນ ທີ່ບໍຣິການ ຈັດເກັບເງິນຄ່າຝາກຣົຖ ຢູ່ສະຖານີຣົຖໄຟລາວ-ຈີນ ນະຄອນຫຼວງວຽງຈັນ ໃຊ້ລະບົບຈັບເວລາ ຣົຖທຸກຄັນ ທີ່ເຂົ້າ-ອອກສະຖານີ ທີ່ໃຊ້ເວລາກາຍ 10 ນາທີຂຶ້ນໄປ ຕ້ອງໄດ້ເສັຽຄ່າ ບໍຣິການ ອີງຕາມປະເພດຣົຖ ຂະນະທີ່ຫຼາຍຄົນເຫັນວ່າ ເປັນເຣື່ອງເອົາປຽບ ຜູ້ໃຊ້ບໍຣິການເກີນໄປ.
2022-10-06
ເພື່ອແກ້ໄຂ ບັນຫາຄົນວ່າງງານ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງແຜນ ຝຶກອົບຮົມ ເພື່ອພັທນາ ສີມີແຮງງານ ໂດຍໃນປັດຈຸບັນ ອັດຕຣາການວ່າງງານ ສູງເຖິງ 19.51% ຂະນະທີ່ຫຼາຍຄົນ ເຫັນວ່າ ການອົບຮົມ ສີມືແຮງງານ ຍາກຈະປະສົບຜົລສຳເຣັດ ເພາະຂາດງົບປະມານ ແລະບຸກຄະລາກອນ ທີ່ມີຄຸນນະພາບ.
2022-10-06
ປັດຈຸບັນ ອຸດສາຫະກັມ ຕັດຫຍິບໃນລາວ ຍັງພົບບັນຫາ ຂາດແຄນຄົນງານ ຈໍານວນຫຼາຍ ແຕ່ຄົນງານລາວ ສ່ວນຫຼາຍ ເລືອກໄປເຮັດວຽກຢູ່ໄທຍ ຍ້ອນໄດ້ເງິນເດືອນຫຼາຍກວ່າ ຂະນະທີ່ ໂຮງງານ ຕັດຫຍິບເອງ ກໍຕ້ອງການ ໃຫ້ພາກຣັຖ ຊ່ອຍຂຍາຍຕລາດ ແລະສົ່ງເສີມ ຜລິຕພັນໂຮງງານ ຕັດຫຍິບລາວ.
2022-10-05
ເງິນຢວນຂອງຈີນ ມີບົດບາດຫຼາຍຂຶ້ນ ໂດຍສະເພາະ ໃນແຂວງພາກເໜືອ ຂອງລາວ ເພາະວ່າ ຄົນຈີນ ເຂົ້າມາຢູ່ອາສັຍ ແລະເຮັດທຸຣະກິຈ ການຄ້າຫຼາຍຂຶ້ນ ໂດຍສະເພາະ ແຂວງທີ່ຕິດກັບ ຊາຍແດນຈີນ ທີ່ມີການພົວພັນ ທາງດ້ານເສຖກິຈ, ການຄ້າ ແລະ ການທ່ອງທ່ຽວ ລວມທັງ ທຸຣະກິຈຈີນ ທີ່ແຜ່ຂຍາຍເຂົ້າມາລາວຫຼາຍຂຶ້ນ.