ພາກປະຊາສັງຄົມໄທຍ ໃນພາກອີສານ ຈັດກິຈກັມ ເອີ້ນຂວັນປາຄືນຂອງ ຄັ້ງທີ 2

ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ
2022.10.08
ພາກປະຊາສັງຄົມໄທຍ ໃນພາກອີສານ ຈັດກິຈກັມ ເອີ້ນຂວັນປາຄືນຂອງ ຄັ້ງທີ 2 ພາຄີກຸ່ມລຸ່ມແມ່ນ້ຳຂອງເໜືອ-ອີສານ ປະກາດເຈດຕະນາ ປົກປ້ອງແມ່ນ້ຳຂອງ ໃນວັນທີ 8 ຕຸລາ 2022
RFA

ນັບແຕ່ປີ 2019 ພາຍຫຼັງທີ່ເຂື່ອນໄຊຍະບູຣີ ເປີດດຳເນີນການ ຢ່າງເປັນທາງການ ເຮັດໃຫ້ລະດັບນ້ຳຂອງ ໃນເຂດບ້ານມ່ວງ, ເມືອງສັງຄົມ ແຂວງໜອງຄາຍ ມີປະຣິມານນ້ຳຂຶ້ນ-ລົງ ຜິດທັມມະຊາດ, ເຊິ່ງສົ່ງຜົລໃຫ້ລະບົບນິເວດ ແລະ ສິ່ງທີ່ມີຊີວິຕຕ່າງໆ ພາຍໃນແມ່ນ້ຳຂອງ ໄດ້ຮັບຜົລກະທົບ ຍ້ອນເຫດຜົລດັ່ງກ່າວນີ້ ຈຶ່ງເຮັດໃຫ້ສະມາຄົມ ເຄືອຂ່າຍສະພາອົງກອນ ຊຸມຊົນລຸ່ມນ້ຳຂອງ 7 ແຂວງພາກອີສານ (ຄສຂ) ແລະ ຊາວບ້ານ ຢູ່ຕາແສງບ້ານມ່ວງ, ເມືອງສັງຄົມ ແຂວງໜອງຄາຍ ຈັດກິຈກັມ “ເອີ້ນຂວັນປາມາຄືນຂອງ ເຊື່ອມໂຍງເໜືອ-ອີສານ ຄັ້ງທີ 2” ຂຶ້ນ, ໂດຍມີຈຸດປະສົງ ເພື່ອເອີ້ນຂວັນບັນດາສິ່ງທີ່ມີຊີວິຕ ໂດຍສະເພາະປາແມ່ນ້ຳຂອງ ທີ່ຫຼຸດຈຳນວນລົງ ຢ່າງຫຼວງຫຼາຍ ແລ້ວໄຫຼໄປບ່ອນອື່ນນັ້ນ ກັບຄືນມາ ແລະ ຊ່ອຍໃຫ້ຊາວບ້ານ ຫາຢູ່ຫາກິນ ໄດ້ຄືເກົ່າ.

13.jpg

“ປາທີ່ມັນລອດ ມັນອາຈໜີຕະເຫຼີດເປີດເປີງໄປໄກຈັ່ງຊີ້ນ່າ ເຮົາກໍເລີຍຈັດພິທີເອີ້ນຂວັນໃຫ້ເພິ່ນ ກັບມາຢູ່ໝ້ອງທີ່ເພິ່ນເຄີຍຢູ່ ແບບຄືຄົນບ້ານເຮົາ, ຈັ່ງຊີ້ນ່າ ເວລາເກີດອຸບັດຕິເຫດ ຫຼືວ່າລົ້ມປ່ວຍເຈັບໄຂ້, ຈັ່ງຊີ້ ເພິ່ນກໍຈະຄິດວ່າ ຜີຂວັນອອກຈາກໂຕໄປ ແລ້ວເຮັດນານເຊົາ ແທນທີ່ຈະເຊົາໄວໆ ກໍຊຳເຮື້ອ, ຈັ່ງຊີ້ນ່າ. ກໍເໝືອນປາ ທີ່ຂວັນກະເຈີງນ່າ.”, ອີງຕາມຄວາມເວົ້າ ຂອງທ່ານ ຊັຍວັດ ພາຣະຄຸນ, ຜູ້ແທນສະມາຄົມ ເຄືອຂ່າຍສະພາອົງກອນ ຊຸມຊົນລຸ່ມນ້ຳຂອງ 7 ແຂວງພາກອີສານ ຂອງໄທຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 7 ຕຸລາ 2022 ທີ່ຜ່ານມາ.

2.jpg

ສຳລັບຄວາມກັງວົນໃຈ ຂອງຊາວບ້ານ ທີ່ອາສັຍ ແລະ ຫາຢູ່ຫາກິນ ບໍຣິເວນແຄມນ້ຳຂອງ ແມ່ນໂຄງການສ້າງເຂື່ອນໄຟຟ້າ ຊະນະຄາມ ທີ່ມີແຜນຈະດຳເນີນການກໍ່ສ້າງຂຶ້ນ ຢູ່ປະເທດລາວນັ້ນ ອາຈສົ່ງຜົລກະທົບ ຕໍ່ຊີວິຕຄວາມເປັນຢູ່ ຂອງຜູ້ຄົນ ແລະ ຄວາມຫຼາກຫຼາຍ ທາງຊີວິນາໆພັນ ໃນແມ່ນ້ຳຂອງ ຄືກັບເຂື່ອນໄຊຍະບູຣີ ອີກທັງຍັງມີທ່າທີ ທີ່ຈະຮຸນແຮງຫຼາຍກວ່າ. ດັ່ງຍານາງ ກ້ານກ່ອງ ຈັນລອງ, ປະທານກຸ່ມອະນຸຮັກແມ່ນ້ຳຂອງ ຕາແສງບ້ານມ່ວງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂໍ້ກັງວົນກໍຄືວ່າ ຂນາດເຂື່ອນໄຊຍະບູຣີ ທີ່ຢູ່ໄກເຮົາ ເປັນ 400 ກິໂລແມັຕ ມັນຍັງກະທົບສ່ຳນີ້, ແຕ່ຖ້າຊະນະຄາມອີກ 100 ກວ່າກິໂລແມັຕນີ້ ແຮ່ງຊິໃກ້ມາຫາເຮົາອີກ. ແລ້ວການເປີດ-ປິດນ້ຳ ເຮົາກໍຍັງບໍ່ຮູ້ຊິເຮັດຈັ່ງໃດ. ຜົລກະທົບໄຊຍະບູຣີ ລູກດຽວ ກໍເຮັດໃຫ້ຄົນຫາປູ-ຫາປາ, ດິນພັງ, ດິນຊຸດໝົດແລ້ວ ແລ້ວຖ້າມີເຂື່ອນໂຕນີ້ຂຶ້ນມາແລ້ວ ເຮົາຊິຮັບມືແບບໃດ, ເຮົາຊິເຮັດຈັ່ງໃດ.”

ສຳລັບກິຈກັມ “ເອີ້ນຂວັນປາຄືນຂອງ ເຊື່ອມໂຍງເໜືອ-ອີສານ ຄັ້ງທີ 2” ດັ່ງກ່າວນີ້, ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2022, ໂດຍມີສະມາຄົມ ເຄືອຂ່າຍສະພາອົງກອນ ຊຸມຊົນລຸ່ມນ້ຳຂອງ 7 ແຂວງພາກອີສານ (ຄສຂ) ແລະ ຊາວບ້ານ ຢູ່ຕາແສງບ້ານມ່ວງ, ເມືອງສັງຄົມ ແຂວງໜອງຄາຍ ເພື່ອປະກາດເຈດຕະນາ ຂອງພາຄີເຄືອຂ່າຍ ເຣື່ອງ “ພາຄີຄົນລຸ່ມນ້ຳຂອງເໜືອ-ອີສານ” ໃນການປົກປ້ອງແມ່ນ້ຳຂອງ ແລະ ພີທີການປ່ອຍພາ ບໍຣິເວນເຂດອະນຸຮັກ ທ່າສອງຄອນ.

7.jpg

ພາຍໃນກິຈກັມດັ່ງກ່າວນີ້, ໄດ້ມີທິມຂະບວນເຮືອບອກຮັກແມ່ນ້ຳຂອງ, ການລ່ອງເຮືອເຊີນຊວນ, ການປ່ອຍໂຄມໄຟ ບອກຮັກແມ່ນ້ຳຂອງ ແລະ ການສະແດງດົນຕຣີ ບອກຮັກແມ່ນ້ຳຂອງ ຂອງທິມເຍົາວະຊົນ ຕາແສງບ້ານມ່ວງ, ທີ່ເປີດງານໂດຍທ່ານ ສົມພົງ ມາພອນ, ສິລປິນໝໍລຳທີ່ມີຊື່ສຽງ ແລະ ປິດທ້າຍດ້ວຍການສະແດງ ຂອງວົງດົນຕຣີແບບພາກອີສານ ໃນທຳນອງຄລາສສິກ ຫຼືແບບດັ້ງເດີມ ຊື່ວົງວ່າ: “ໝາເກົ້າຫາງ” ອີກທັງຍັງມີການຈັດກອງປະຊຸມເຣື່ອງ: “ແມ່ນ້ຳຂອງ ຂອງໃຜ?” ໃຜຂ້າແມ່ນ້ຳຂອງ?” ເພື່ອໃຫ້ຊາວບ້ານ, ພາກປະຊາສັງຄົມ ແລະ ໜ່ວຍງານຣັຖ ເຂົ້າຮ່ວມສະແດງຄວາມເຫັນ ແລະ ແບ່ງປັນປະສົບການໂຕຈິງ ກ່ຽວກັບແນວທາງ ໃນການປົກປ້ອງຄວາມຫຼາກຫຼາຍ ທາງຊີວະນາໆພັນ ແລະ ຊີວິຕຄວາມເປັນຢູ່ ຂອງປະຊາຊົນ ທີ່ອາສັຍຢູ່ບໍຣິເວນ ແຄມແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.