ອາຈບໍ່ມີຄວາມຫວັງ ຈະໄດ້ເງິນຄືນ ຈາກເຈ້ທິບ
2022.10.09

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ບ້ານຈັດສັນ ນາເຕີຍ ຂາດສິ່ງອຳນວຍ ຄວາມສະດວກ, ຜູ້ເສັຽເງິນໃຫ້ ເຈ້ທິບ ອາຈບໍ່ມີຫວັງ ໄດ້ເງິນຄືນ, ນາຍຈ້າງ ທີ່ຂົ່ມຂືນ ແມ່ຍິງລາວ ມອບໂຕຕໍ່ເຈົ້າ ໜ້າທີ່ແລ້ວ, ທາງການລາວ ໃຫ້ບໍຣິສັດ ວຽດນາມ ສຳຣວດ ຄວາມເປັນໄປໄດ້ ກ່ຽວກັບໂຄງການ ພະລັງງານລົມ ແລະຂ່າວ ອື່ນໆ.
ຄວາມເຫັນບາງຕອນ ຈາກຜູ້ຟັງ:
ກ່ຽວກັບ ຂ່າວ “ຜູ້ເສັຽເງິນໃຫ້ ເຈ້ທິບ ອາຈບໍ່ມີຫວັງ ໄດ້ເງິນຄືນ”
“ໃຫ້ເຂົ້າໃຈ ນຳກັນເດີ ພີ່ນ້ອງຮ່ວມຊາດ ບໍຣິສັດ ໃຫຍ່ໆ ສ່ວນຫລາຍ ແມ່ນຄົນມີ ອຳນາດ ຢູ່ເບື້ອງຫລັງເດີ ທັງຮ່ວມທຶນ ຮ່ວມປຶກສາ... ຢ່າລືມ… ຖ້າທ່ານ ຫາໄດ້ເງິນຫລາຍ ໃຫ້ທ່ານ ເອົາໄປຝາກ ທະນາຄານລັດເດີ!”
“ມັນເປັນໜ້າທີ່ ຂອງຄະນະຜູ້ນໍາລາວ ທີ່ປົກປອ້ງ ຄົນກະທໍາຄວາມຜິດ ແລ້ວປອ່ຍ ໄປ ໂດຍ ປະຊາຊົນ ໄດ້ຮັບຄວາມເດືອດຮອ້ນ ກໍຕາມ ເພາະພວກເພີ່ນ ບໍ່ໄດ້ຮັບຄວມເດືອດ ຮອ້ນ ແຕ່ຢ່າງໃດ.”
...
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!