ສລອງວັນຄຣູ ໃນສະພາວະເສຖກິຈ ຝຶດເຄືອງ

ສິດນີ
2022.10.06
ສລອງວັນຄຣູ ໃນສະພາວະເສຖກິຈ ຝຶດເຄືອງ ໂຮງຮຽນ ຊັ້ນປະຖົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ນັກຂ່າວ ພົລເມືອງ

ໃນວັນທີ 6 ຕຸລາ ປີ 2022 ຫລາຍແຂວງໃນລາວ ມີການຈັດງານສລອງ ວັນຄຣູແຫ່ງຊາຕຂຶ້ນຕາມນະໂຍບາຍ ຂອງກະຊວງສຶກສາທິການ ແລະການກິລາ ໄດ້ແຈ້ງການໃຫ້ໂຮງຮຽນ ທົ່ວປະເທດຈັດງານແບບປະຫຍັດ ແລະມັດທະຍັດ ພໍເປັນພິທີເທົ່ານັ້ນ  ຈຸດປະສົງ ໃນການສລອງ ວັນຄຣູແຫ່ງຊາຕ ເພື່ອໃຫ້ບັນດາ ນັກຮຽນກນືກເຖິງບຸນຄຸນ ຄຣູອາຈານ ທີ່ຖອດຖອນຄວາມຮູ້ ແລະຄວາມສາມາດ ທາງດ້ານວິຊາການ ໃຫ້ແກ່ນັກຮຽນ ໃຫ້ສາມາດອ່ານອອກ, ຂຽນເປັນ ແລະສາມາດນຳໃຊ້ ຄວາມຮູ້ດັ່ງກ່າວ ໃນການປະກອບ ອາຊີພໃນອະນາຄົຕ.

ດັ່ງນາຍຄຣູຄົນນຶ່ງ ຈາກນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ກັນຍາ ປີ 2022 ວ່າ:

ຈັດທຸກໂຮງຮຽນ ແລ້ວຂະເຈົ້າຈະຈັດໃນມື້ນີ້ ແຕ່ວ່າ ບາງໂຮງຮຽນ ກໍຈັດຂຶ້ນມື້ໆວານນີ້ໄປແລ້ວ ເພາະມື້ອື່ນຈະເປັນວັນຢຸດ ຈັດແບບພໍພຽງ ບໍ່ຟຸມເຟືອຍ ບໍ່ໄດ້ຈັດໃຫຍ່ໂຕ ແຕ່ໃຫ້ມີຄວາມໝາຍ ຈະເປັນແຕ່ພີທີຮ້ອງເພັງ ກິຈກັມໃຫ້ເດັກຮູ້ວ່າ ວັນນີ້ແຫລະເປັນວັນຄຣູ ທີ່ຣັຖບານຂອງລາວ ຮັບຮອງເອົາ ເປັນວັນຄຣູແຫ່ງຊາຕ.

ນາຍຄຣູຄົນນີ້ກ່າວຕື່ມວ່າ ນັກຮຽນບາງຄົນ ໃນໂຮງຮຽນ ກໍໄດ້ນຳເອົາຂອງຂວັນ ມາໃຫ້ນາຍຄຣູປະຈຳຊັ້ນໃຜມັນ ຖ້າຜູ້ບໍ່ໃດບໍ່ມີຂອງຂວັນ ກໍບໍ່ເປັນຫຍັງ ແລະນາຍຄຣູຫລາຍຄົນ ກໍບໍ່ຢາກໄດ້ ຈາກນັກຮຽນ ມີພຽງແຕ່ຢາກ ໃຫ້ເຂົາເຈົ້າເປັນຄົນດີ ສຳລັບປະເທດຊາຕເທົ່ານັ້ນ.

ໃນຂນະດຽວກັນ ນາຍຄຣູອີກຄົນນຶ່ງ ຢູ່ນະຄອນຫລວງພຣະບາງ ກໍເວົ້າວ່າ ການສລອງວັນຄຣູ ແຫ່ງຊາຕຢູ່ນະຄອນຫວງພຣະບາງ ໃນປີນີ້ ຫລາຍໂຮງຮຽນກໍບໍ່ໄດ້ຈັດງານໃຫຍ່ ບາງໂຮງຮຽນ ກໍມີແຕ່ພາກັນນັັ່ງກີິນເຂົ້າ ສາມັກຄີກັນ ແລະເດັກນ້ອຍນັກຮຽນ ບາງຄົນກໍເອົາຂອງຂວັນ ມາໃຫ້ນາຍຄຣູ ປະຈຳຊັ້ນໃຜມັນ ເພື່ອຂອບໃຈ ນາຍຄຣູ.

ກິນລ້ຽງ, ກິນເຂົ້າສາມັກຄີກັນຊື່ໆເນາະ ຖືວ່າເປັນການຫລຸດຜ່ອນ ການໃຊ້ຈ່າຍ ແລ້ວກໍອີງໃສ່ ເສຖກິຈຂອງບ້ານເມືອງ ແຕ່ຜູ້ໃດມີຈີຕໃຈ ຢາກຈະໃຫ້ຄຣູ ກະໃຫ້ຂອງຂວັນຄຣູ ສຸດແລ້ວແຕ່ຂະເຈົ້າໃຫ້ ມາຮຽນຕາມປົກກະຕິຫັ້ນນແຫລະ ກໍມີຈຳນວນໜ້ອຍນຶ່ງ ແຕ່ເອົາມາໃຫ້ເປັນເຄື່ອງໃຊ້ ເຄື່ອງຫຍັງທີ່ເຂົາເຈົ້າຫໍ່ເນາະ.

ນາຍຄຣູ ຈາກແຂວງສວັນນະເຂດ ນາງນຶ່ງກ່າວວ່າ ຫລາຍໂຮງຮຽນ ກໍຈັດງານສລອງ ວັນຄຣູແຫ່ງຊາຕຕາມປົກກະຕິ ແຕ່ບໍ່ໃຫຍ່ໂຕໃນປີນີ້ ໂດຍມີການຈັດການ ເລ່ນແຂ່ງກັນລະຫວ່າງ ນັກຮຽນ ແລະນັກຮຽນບາງຄົນ ກໍເອົາຂອງຂວັນ ໃຫ້ແກ່ຄຣູ ປະຈຳຊັ້ນໃຜມັນ ເຫມືອນກັນ.

ກະເຮັດແບບທັມມະດາ ບໍ່ໄດ້ຈັດໃຫຍ່ ຄືວ່າມື້ນີ້ເນາະ ຈະເຮັດກິຈກັມ ເລ່ນອີ່ຫຍັງຕ່າງໆ ຫລັງຈາກເລ່ນອີ່ຫຍັງແລ້ວ ກະຊີ່ມີການຕຣຽມ ຂອງກິນໃຫ້ນັກຮຽນ ກິນຫນ້ອຍນຶ່ງແຫລະ ນັກຮຽນກະເຫັນວ່າ ເອີ່ ຢາກໃຫ້ນາຍຄຣູ ກະໃຫ້ແບບນີ້ຫັ້ນນ່າ.

ນາຍຄຣູ ຢູ່ແຂວງຈຳປາສັກ ຄົນນຶ່ງເວົ້າວ່າ ບໍ່ໄດ້ຈັດກິຈກັມໃຫຍ່ໂຕ ເຮັດພໍເປັນພິທີເທົ່ານັ້ນ ກໍມີການນັ່ງຊຸມກັນ ກິນເຂົ້າກັບນັກຮຽນ ສ່ວນເດັກນ້ອຍນັກຮຽນ ຈະໃຫ້ຂອງຂວັນ ແກ່ນາຍຄຣູ ເຂົາຈົ້ານັ້ນ ກໍແລ້ວແຕ່ ຄວາມສມັກໃຈ.

ບໍ່ໄດ້ຈັດໃຫຍ່ໂຕ ກະເຮັດພໍເປັນພິທີຫັ້ນແຫລະ ໃຫ້ນັກຮຽນຮ່ວມກິຈກັມ ມາກິນເຂົ້າຊຸມກັນ ກັບນັກຮຽນຫັ້ນແຫລະ ປະຫຍັດສຸດໆ ໄທເຮົາບໍ່ໄດ້ບັງຄັບ ຕ້ອງເອົາອັນແພງໆເດີ ຕ້ອງມີເງິນມາໃຫ້ແດ່ ຈັ້ງຊີ້ ກໍບໍ່ມີ ມີແຕ່ມາກິນເຂົ້າ ສາມັກຄີຮ່ວມກັນ ກັບນາຍຄຣູແລ້ວກໍແລ້ວ.

ສຳລັບຜູ້ປົກຄອງ ນັກຮຽນ ກໍມີຄວາມດີໃຈ ທີ່ມີການຈັດງານ ສລອງວັນຄຣູແຫ່ງຊາຕ ໃນປີນີ້ ເພື່ອໃຫ້ນັກຮຽນ ໄດ້ຂອບໃຈນາຍຄຣູ ຜູ້ທີ່ໃຫ້ຄວາມຮູ້ ແກ່ເຂົາເຈົ້າ ແລະນັກຮຽນກໍຈະໃຫ້ຂອງຂວັນ ເປັນການຕອບແທນ.

ດັ່ງຜູ້ປົກຄອງນັກຮຽນ ທ່ານນື່ງກ່າວວ່າ:

ຖືວ່າເປັນເຮື່ອງທີ່ດີ ເພາະວ່າເປັນການຢ້ຳເຕືອນ ໃຫ້ລູກໆນັກຮຽນເຮົາຮູ້ວ່າ ຄຣູນີ້ມີບຸນຄຸນ ກັບເຮົາ ສອນເຮົາຫລາຍຢ່າງ ຫລາຍດ້ານບໍ່ວ່າ ຈະເປັນທາງດ້ານມາຣະຍາດ ທາງດ້ານການຮຽນຮູ້ຫລາຍໆ ນາຍຄຣູເພີ່ນກໍບໍ່ໄດ້ຮຽກ ຮ້ອງອີ່ຫຍັງ ເພິ່ນກະຖືວ່າເປັນແມ່ເອກເລີຍຫັ້ນແຫລະ.

ຜູ້ປົກຄອງນັກຮຽນອີກ ທ່ານນຶ່ງເວົ້າວ່າ  ວັນຄຣູແຫ່ງຊາຕ ໃນປີນີ້ ໂຮງຮຽນລູກຂອງຕົນ ໄດ້ຈັດງານສລອງ ແຕ່ບໍ່ໃຫຍ່ໂຕ ສ່ວນຂອງຂວັນ ຂອງນາຍຄຣູນັ້ນ ທາງນາຍຄຣູ ກໍບໍ່ໄດ້ບັງຄັບ ຫລືຮຽກຮ້ອງຈາກນັກຮຽນ ແລ້ວແຕ່ຄວາມສມັກໃຈ ຂອງເຂົາເຈົ້າ.

ມື້ນີ້ເຮົາຮ່ວມຊົມ ການສະແດງໄຫວ້ຄຣູ ແລ້ວກະຟ້ອນ ມອບຂອງຂວັນໃຫ້ຄຣູ ເຮື່ອງການໃຫ້ຂອງຂວັນມັນກໍຕາມອັດຕະວິສັຍ ຄວາມພໍໃຈ ໃຜມີໜ້ອຍມີຫລາຍ ກະຕາມອັດຕະວິສັຍເນາະ ການໃຫ້ຂອງຂວັນຫັ້ນນ່າ ຜູ້ໃດບໍ່ມີກໍບໍ່ເປັນຫຍັງ ເພິ່ນກະບໍ່ໄດ້ຮຽກຮ້ອງ ເອົາຫຍັງຄຣູນະ.

ຢ່າງໃດກໍຕາມ ວັນຄຣູແຫ່ງຊາຕ ໃນແຕ່ລະປີ ຈະຈັດຂຶ້ນໃນວັນທີ 7 ຕຸລາ ຊຶ່ງໃນປີນີ້ ກໍເຫມືອນກັນ ແຕກຕ່າງແຕ່ວ່າ ໃນປີນີ້ ທາງກະຊວງ ສຶກສາທິການ ແລະການກິລາ ໄດ້ອອກປະກາດ ໃຫ້ຈັດງານແບບປະຫຍັດ ມັດທະຍັດ ບໍ່ໃຫ້ໃຫຍ່ໂຕ ແລະຫລູຫລາເກີນໄປ ເພື່ອເປັນການຄອບຄຸນ ຄຣູອາຈານ ຜູ້ທີ່ສິດສອນນັກຮຽນ ແລະສ້າງຜົລປໂຍດ ໃຫ້ແກ່ປະເທດຊາຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.