ເຣື້ອງທີ່ເກັບບັນທຶກໄວ້
2023-01-09
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2023-01-08
ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ, ເງິນເດືອນ ຣັຖກອນ ອອກຊ້າ, ບໍ່ກຸ້ມກິນ, ຖືກສໍ້ໂກງ ແລະ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ.
2023-01-06
ມີການບຸກລຸຸກ ປ່າສງວນຫ້ວຍງົວ ຢູ່ເຂດເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເພື່ອຖາງປ່າເຮັດສວນມັນຕົ້ນ ຊຶ່ງເຮັດໃຫ້ປ່າສງວນແຫ່ງນີ້ ຖືກທຳລາຍໄປແລ້ວ ເປັນຈຳນວນຫລາຍເຮັກຕ້າຣ໌ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ໄດ້ແກ້ໄຂ ບັນຫາດັ່ງກ່າວ ຢ່າງຈິງຈັງ ແລະຈັບຜູ້ກະທຳຜິດບໍ່ໄດ້ເທື່ອ.
2023-01-06
ມີພໍ່ຄ້າ, ແມ່ຄ້າ ຄົນກາງ ຊາວວຽດນາມ ແລະຊາວຈີນ ເຂົ້າມາຊື້ເຂົ້າສານ ຈາກຊາວນາລາວ ດ້ວຍລາຄາແພງ ເຮັດໃຫ້ເຂົ້າສານ ຂາດຕລາດ ກະທົບຕໍ່ປະຊາຊົນລາວ ທົ່ວໄປ ຂະນະທີ່ທາງການລາວ ຍັງບໍ່ມີແນວທາງ ແກ້ໄຂບັນຫາ ລາຄາເຂົ້າສານ ແພງຂຶ້ນ.
2023-01-06
ໂຄງການ ພັທນາໂຕເມືອງ ອຸດສາຫະກັມ ທັນສໄມ ແລະເປັນມິຕກັບສິ່ງແວດລ້ອມ ຢູ່ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ມາເຖິງປັດຈຸບັນນີ້ ຊາວບ້ານ ທີ່ຄາດວ່າ ຈະຖືກຜົນກະທົບ ຍັງບໍ່ຮູ້ຣາຍລະອຽດກ່ຽວກັບ ຄ່າຊົດເຊີຍ ຫຼື ຜົນກະທົບອື່ນໆ ທີ່ກ່ຽວຂ້ອງ ເຖິງແມ່ນວ່າ ທາງຜູ້ພັທນາໂຄງ ແລະພາກຣັຖ ຈະມີຂໍ້ຕົກລົງ ຮ່ວມກັນແລ້ວກໍຕາມ.
2023-01-06
ຈີນ-ລາວ ຈະເປີດດ່ານຊາຍແດນ ໃຫ້ພົລເມືອງທັງ 2 ປະເທດ ໄປມາຫາສູ່ກັນໄດ້, ຂະນະທີ່ ທາງການລາວ ຍັງບໍ່ໄດ້ມີມາຕການ ສະເພາະ ຕໍ່ພົລເມືອງຈີນ ທີ່ຈະເຂົ້າປະເທດລາວ ຊຶ່ງປະຊາຊົນຈຳນວນນຶ່ງຮູ້ສຶກເປັນຫ່ວງ ເພາະອາດເກີດ ການຣະບາດ ຂອງເຊື້ອ ໂຄວິດ-19 ອີກ.
2023-01-05
ນອກຈາກ ການຂຸດຄົ້ນເກືອກາລີ ຈະທຳລາຍສິ່ງແວດລ້ອມແລ້ວ, ຄົນງານ ທີ່ເຮັດວຽກ ຂຸດຄົ້ນເກືອກາລີ ຢູ່ແຂວງຄຳມ່ວນ ກ່າວວ່າ ວຽກທີ່ເຮັດນັ້ນ ເປັນວຽກໜັກ ແລະອັນຕຣາຍຕໍ່ສຸຂພາບ ແລະສ່ຽງຊີວິຕ ອີກຫຼາຍຄົນເສັຽຊີວິຕ ຍ້ອນຂາດອາກາດ ຫາຍໃຈ.
2023-01-05
ຕໍາຣວດຈັບ ຜູ້ທີ່ປອມໂຕ ເຈົ້າໜ້າທີ່ ອ້າງສາມາດ ແລ່ນທວງເອົາເງິນຄືນ ຈາກຄະດີ ນາງພອນທິບ ໄຊປັນຍາ ຊຶ່ງມີຜູ້ຫຼົງເຊື່ອຕົກເປັນເຫຍື່ອ ສູນເສັຽເງິນຫຼາຍກວ່າ 346 ລ້ານກີບ ສ່ວນຜູ້ຖືກກ່າວຫາ ແມ່ນຖືກຈັບ ແລະຢູ່ໃນລະຫວ່າງ ການດຳເນີນຄະດີ.
2023-01-05
ຜູ້ພັທນາໂຄງການ ສາຍສົ່ງໄຟຟ້າ ແຮງສູງຂນາດ 500 ກິໂລໂວລຕ໌ ຂອງຈີນ ໃນ ສປປ ລາວ ຕຣຽມເຊື່ອມຕໍ່ສາຍສົ່ງໄຟຟ້າ ຄວາມຍາວ ປະມານ 500 ກິໂລແມັດ ຜ່ານເມືອງໂຂງ, ເມືອງອຸທຸມພອນ ແຂວງຈຳປາສັກ ແລະເມືອງສນາມໄຊ, ເມືອງພູວົງ ແຂວງອັດຕະປື ໄປຫາຊາຍແດນ ປະເທດກັມພູຊາ ຢ່າງເປັນທາງການ.
2023-01-05
ເຊກອງເປັນແຂວງນຶ່ງ ທີ່ມີຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ເນື່ອງຈາກມີການລົງທຶນ ຂອງຕ່າງປະເທດຫຼາຍ ໃນແຂວງນີ້ ເພາະສະນັ້ນ ເພື່ອປ້ອງກັນ ແລະຊ່ອຍສະກັດກັ້ນ ການຄ້າມະນຸສ, ການສ້າງສື່ໂຄສະນາ ໃຫ້ຄວາມຮູ້ກັບຊາວໜຸ່ມ, ຍິງສາວ ກຸ່ມສຽ່ງ ຈຶ່ງເປັນເຣື່ອງ ທີ່ຈະຊ່ອຍປ້ອງກັນໄດ້ ໃນລະດັບນຶ່ງ.
2023-01-05
ປະເທດລາວ ມີການຂຍາຍໂຕ ທາງດ້ານເສຖກິຈສູງ ໃນເອເຊັຽ ຕາເວັນ ອອກສ່ຽງໃຕ້ ຊຶ່ງສ່ວນຫລາຍ ແມ່ນມາຈາກ ການລົງທຶນ ຂອຕ່າງປະເທດ ທ້າງດ້ານພລັງງານ ແລະບໍ່ແຮ່ ຮ່ວມທັງ ການສ້າງໂຄງຮ່າງພື້ນຖານຕ່າງໆ ແຕ່ໂຄງການລົງທຶນເຫຼົ່ານັ້ນ ບໍ່ໄດ້ສ້າງວຽກເຮັດ ງານທຳ ໃຫ້ຄົນລາວ ພໍເທົ່າໃດ.
2023-01-04
ສໍານັກຂ່າວ ຊີເອັ໋ນເອັ໋ນ (CNN) ຈັດອັນດັບ ໃຫ້ປະເທດລາວ ເປັນນຶ່ງໃນ 23 ປະເທດ ທີ່ໜ້າທ່ອງທ່ຽວ ໃນປີ 2023 ນີ້ ຂະນະທີ່ຊາວລາວ ກໍເຫັນວ່າ ເປັນເຣື່ອງທີ່ໜ້າຍິນດີ ແຕ່ຄວນມີການປັບປຸງ ການບໍຣິການ ໃຫ້ໄດ້ມາຕຖານ ແລະບໍ່ເອົາປຽບນັກທ່ອງທ່ຽວ.
2023-01-04
ວິທຍາໄລ ເທັກນິກ-ວິຊາຊີພ ແຂວງຈຳປາສັກ ໄດ້ຈັດພິທີລົງນາມ ຮ່ວມກັບ ວິທຍາໄລ ເທັກນິກ ລູ່ໂຈ່ວ (Louzhou) ປະເທດຈີນ ເພື່ອຝຶກອົບຮົມ ນັກສຶກສາ ຂອງວິທຍາໄລ ເທັກກນິກ-ວິຊາຊີພ ແຂວງຈຳປາສັກ ແລະພັທນາພື້ນຖານໂຄງຮ່າງ ຂອງວິທຍາໄລດັ່ງກ່າວ.
2023-01-04
ຊາວລາວສ່ວນຫຼາຍ ງົດການສລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ສາກົລ ຄ.ສ. 2023 ຍ້ອນບັນຫາ ຄ່າຄອງຊີບ ບໍ່ໝັ້ນຄົງ ຊາວຄ້າຂາຍ ຣາຍນ້ອຍຣາຍໃຫຍ່ ກໍຝືດເຄືອງ ຈຶ່ງພາກັນປະຢັດກິນ ປະຢັດໃຊ້ ໂດຍສະເພາະສິ່ງທີ່ບໍ່ຈຳເປັນເຊັ່ນເຫຼົ້າ, ເບັຍ ເປັນຕົ້ນ.
2023-01-04
ຜູ້ໃຊ້ເສັ້ນທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ບໍ່ພໍໃຈ ທີ່ບໍຣິສັດ ທາງດ່ວນ ປັບຂຶ້ນຄ່າທາງດ່ວນ ຕາມກໍານົດອັຕຣາ ເຣທເງິນໂດລ້າຣ໌ສະຫະຣັຖ ຊຶ່ງສ້າງຄວາມເດືອດຮ້ອນ ເພາະຄ່າເງິນກີບອ່ອນລົງ ເປັນການຖິ້ມພາຣະຮັບຜິດຊອບ ໃຫ້ປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ.