ຜູ້ແອບອ້າງ ແລ່ນເອົາເງິນຄືນ ຈາກຄະດີ ພອນທິບ ຖືກຈັບ

ສຸພັດຕາ
2023.01.05
ຜູ້ແອບອ້າງ ແລ່ນເອົາເງິນຄືນ ຈາກຄະດີ ພອນທິບ ຖືກຈັບ ຜູ້ຕ້ອງຫາ ທີ່ອ້າງວ່າ ສາມາດແລ່ນເອົາເງິນຄືນ ໃນຄະດີ ນາງພອນທິບ ໄຊປັນຍາ ຖືກເຈົ້າໜ້າທີ່ຈັບດຳເນີນຄະດີ.
ຮູບພາບ: ປກສ

ເຈົ້າໜ້າທີ່ ກົມຕຳຣວດເສຖກິຈ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ຣາຍງານ ໃນວັນທີ 5 ມົກກະຣາ 2023 ນີ້ວ່າ: ວັນທີ 7 ຕຸລາ 2022 ທີ່ຜ່ານມານີ້ ມີຜູ້ເສັຍຫາຍ ເຂົ້າແຈ້ງຄວາມ ຕໍ່ເຈົ້າໜ້າທີ່ ກົມຕໍາຣວດ ເສຖກິຈ ເຣື່ອງມີຜູ້ເຟສບຸກຄ໌ ອອກຊື່ຈັນສະໝອນ ດວງໃຈ (Junsamone Dungjai)” ພ້ອມໂຊເບີ ວອດແອັບ ໂພສຕ໌ລົງທາງເຟສບຸກຄ໌ ວ່າ ຮັບແລ່ນທວງເງິນຄືນ ໃຫ້ຜູ້ເສັຍຫາຍກ່ຽວກັບຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ພວມດຳເນີນຄະດີຢູ່; ຈາກນັ້ນ ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫານາງ ແຄັດຕີ້ ໄຊຍະລາດ ຜ່ານເບີວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວ ຕົວະໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ຮວມເປັນເງິນ 346,500,000 ກີບ; ເຈົ້າໜ້າທີ່ ຈຶ່ງໄດ້ຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາສັຍຢູ່ບ້ານ ຮ່ອງໄກ່ແກ້ວ ເຈົ້າໜ້າທີ່ ຈຶ່ງໄດ້ນຳໂຕມາສອບສວນ.

ຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ຮັບສາຣະພາບວ່າ ຜູ້ກ່ຽວ ສ້າງເຟສບຸກຄ໌ປອມ ແລະ ແອບອ້າງໂຕ ເປັນເຈົ້າໜ້າທີ່ຕຳຣວດ ເພື່ອເຮັດໃຫ້ຜູ້ເສັຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວ ໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ຮວມເປັນເງິນທີ່ໄດ້ຮັບຈາກຜູ້ເສັຍຫາຍ ຈຳນວນ 346,500,000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສັຍຫາຍແລ້ວ ກໍໄດ້ນໍາເງິນດັ່ງກ່າວນັ້ນ ໄປຊື້ຊັບສິນມີຄ່າ ແລະ ໃຊ້ຈ່າຍສ່ວນໂຕ.

ປັດຈຸບັນ ເຈົ້າໜ້າທີ່ ໄດ້ດຳເນີນຄະດີ ຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ. ຕໍ່ກັບເຫດການດັ່ງກ່າວ ທີ່ເກີດຂຶ້ນນີ້ ເຈົ້າໜ້າທີ່ຈຶ່ງຝາກເຕືອນ ມາຍັງພໍ່ແມ່ປະຊາຊົນພົລເມືອງລາວທຸກຄົນ ໃຫ້ມີສະຕິ ຢ່າຫຼົງເຊື່ອກຸ່ມຄົນບໍ່ດີ ທີ່ມີການໂຄສະນາ ຜ່ານສື່ສັງຄົມອອນລາຍນ໌ ກ່ຽວກັບການແລ່ນທວງເອົາເງິນຄືນ ຈາກຄະດີ ນາງພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ກຳລັງດຳເນີນການຢູ່, ຖ້າຫາກມີຜູ້ຖືກເສັຍຫາຍ ມີຄວາມສົນໃຈ ແມ່ນໃຫ້ເຂົ້າມາພົວພັນໂດຍຕຣົງ ຢູ່ທີ່ຫ້ອງການ ກົມຣວດເສຖກິຈ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນສງົບ, ຂໍ້ມູນຂ້າງເທິງ ອີງຕາມການຣາຍງານຂອງ ໜັງສືພິມຣາຍວັນ ລາວພັທນາ ສບັບວັນທີ 5 ມົກກະຣາ 2023.

ກ່ອນໜ້ານີ້ ເມື່ອວັນທີ 20 ເດືອນກັນຍາ 2022 ວິທຍຸເອເຊັຽເສຣີ ກໍໄດ້ອອກຂ່າວວ່າ ກົມຕໍາຣວດເສຖກິຈ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ຣາຍງານ ໃນວັນທີ 19 ກັນຍາ 2022 ເຣື່ອງຄວາມຄືບໜ້າ ຄະດີນາງ ພອນທິບ ໄຊປັນຍາ ຫຼື ເຈ້ທິບ ອາຍຸ 30 ປີ ແລະທ້າວ ອານຸສິດ ອາຍຸ 34 ປີ ສອງຜົວເມັຍ ອາສັຍຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ສໍ້ໂກງເງິນປະຊາຊົນ ຮັບຝາກເງິນໃຫ້ດອກເບັ້ຍສູງ ທັງສອງຄົນຮັບສາຣະພາບວ່າ ໄດ້ໂຄສະນາ ແລະເຄື່ອນໄຫວ ສໍ້ໂກງຊັບປະຊາຊົນແທ້. ເຊິ່ງມາຮອດມື້ດັ່ງກ່າວນັ້ນ ມີຜູ້ເສັຍຫາຍເຂົ້າມາແຈ້ງຄວາມ ຕໍ່ຕໍາຣວດ ຫຼາຍກວ່າ 1,600 ຄົນ ມູນຄ່າ ຄວາມເສັຍຫາຍ ທັງໝົດ 355 ຕື້ປາຍກີບ, ເງິນບາທ 305,100,000 ປາຍບາທ ແລະເງິນໂດລ້າຣ໌ 7,800,000 ປາຍໂດລ້າຣ໌. ເຈົ້າໜ້າທີ່ຕໍາຣວດໄດ້ຍຶດ ແລະອາຍັດຊັບສິນ ທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນ ເຮືອນ, ຣົຖ, ທີ່ດິນ ແລະເຄື່ອງປະດັບ ຫຼາຍຣາຍການ ແຕ່ບໍ່ໄດ້ລະບຸ ມູນຄ່າ ທີ່ຍຶດມາໄດ້ ແລະຍັງຈັບພັກພວກ ທີ່ຮ່ວມຂະບວນການ ມາດໍາເນີນຄະດີເພີ່ມອີກ 5 ຄົນ ເຊິ່ງຫຼັງຈາກນີ້ ຕໍາຣວດຈະສົ່ງຟ້ອງສານ ໃຫ້ສານພິຈາຣະນາ ຕັດສິນຄະດີ ແລະປະຕິບັດຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ດັ່ງເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ໃນກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວເມື່ອວັນທີ 20 ກັນຍາ 2022 ຜ່ານມາ ນັ້ນວ່າ:

ກະຊິສລຸບສໍານວນ ສົ່ງອັຍການ ແລ້ວກະສົ່ງຟ້ອງສານ ເທົ່ານັ້ນແຫຼະ. ຢູ່ພຸ້ນລະ ຜູ້ພິພາກສາ ເພິ່ນຫາກຊິນັ້ນເອງ, ໄຈ້ແຍກເອງດອກ.”

ກ່ຽວກັບເຣື່ອງນີ້ ຜູ້ເສັຍຫາຍຫຼາຍຄົນ ກໍຢາກໄດ້ເງິນຄືນ ເພາະຊັບສິນ ພາກຣັຖ ກໍມີການຍຶດໄປຫຼາຍຣາຍການ ຕາມຖແລງຂ່າວ ພຽງແຕ່ຖແລງຂ່າວບໍ່ລະອຽດ ແລະບໍ່ບອກຈໍານວນ ມູນຄ່າເທົ່ານັ້ນ ເຊິ່ງກໍລໍຖ້າວ່າ ພາກຣັຖ ຈະສລຸບໃຫ້ແນວໃດ ຈະຄືນໃຫ້ແທ້ບໍ່ ທັ້ງໆທີ່ ເຈ້ທິບ ຜິດໃນຂໍ້ຫາສໍ້ໂກງຊັບປະຊາຊົນແທ້.

ດັ່ງຜູ້ເສັຍຫາຍທ່ານນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ:

ໃຜກະຢາກໄດ້ເງິນຄືນ ຕ່າງແຕ່ວ່າ ບໍ່ຮູ້ພາກຣັຖເພິ່ນຈະສລຸບ ໃຫ້ຈັ່ງໃດຫັ້ນນ່າ ເພິ່ນຈະຄືນໃຫ້ແທ້ບໍ່ ເຣື່ອງຊັບສິນ. ພາກຣັຖກະຍຶດໄປຫຼາຍແລ້ວຊິນ່າ ບໍ່ເຫັນເພິ່ນເວົ້າຫັ້ນນ່າ ແລ້ວເຣື່ອງຊັບສິນເຣື່ອງຫຍັງ ຈະເຄັຍກັນຈັ່ງໃດ ກະຖ້າຮອດຕອນນັ້ນພຸ້ນແຫຼະ ໃຫ້ສານເພິ່ນຕັດສິນຊີ້ນ່າ ວ່າພາກຣັຖ ເພິ່ນຊິສລຸບບໍ່ ວ່າເງິນຊິໃຫ້ບໍ່ໃຫ້.”

ເມື່ອວັນທີ 30 ກັນຍາ 2022 ເອເຊັຽ ເສຣີ ກໍໄດ້ຣາຍງານວ່າ ຜູ້ເສັຽຫາຍ ຈາກຄະດີ ເຈ້ທິບ ສໍ້ໂກງຊັບປະຊາຊົນ ອາຈບໍ່ມີຫວັງໄດ້ເງິນຄືນ ເພາະຕຳຣວດຍັງບໍ່ໄດ້ກ່າວເຖິງຊັບສິນ ຂອງກຸ່ມຕົ້ມຕຸນນີ້ ວ່າມີເທົ່າໃດ ເອົາໄປໄວ້ໃສ ພາຍຫຼັງທີ່ດຳເນີນຄະດີແລ້ວ ຈະເອົາເງິນຄືນ ໃຫ້ຜູ້ເສັຽຫາຍແນວໃດ ມີພຽງແຕ່ຕັ້ງຂໍ້ຫາດຳເນີນຄະດີ ຕໍ່ກັບກຸ່ມນີ້, ດັ່ງຜູ້ຮູ້ ກ່ຽວກັບຄະດີດັ່ງກ່າວ ໄດ້ອອກມາເຕືອນ ໄປຍັງຜູ້ເສັຽຫາຍ ໃນຄະດີ ເຈ້ທິບວ່າ ມີໂອກາດໜ້ອຍ ທີ່ຈະໄດ້ເງິນຄືນ. ເພາະຜ່ານມາ ກໍມີຫຼາຍຄະດີ ທີ່ມີລັກສະນະຄ້າຍຄືກັນ ເມື່ອສານຕັດສິນແລ້ວກໍມິດງຽບໄປ ຜູ້ເສັຽຫາຍບໍ່ໄດ້ຮັບເງິນຄືນ.

ດັ່ງຜູ້ຮູ້ ທີ່ຂໍສງວນຊື່ ໄດ້ໃຫ້ຄຳເຫັນ ເຣື່ອງຄະດີດັ່ງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 20 ກັນຍາ ຜ່ານມານັ້ນວ່າ:

ຖ້າເຈ້ທິບ ຕິດຄຸກໄປ ສານຊິຕັດສິນ ຕ້ອງມີວັນວ່າຕັດສິນ ຈາກຄະດີແພ່ງ ສໍ້ໂກງຈະເປັນອາຍາໄດ້ ບ້ານເຮົາປ່ຽນງ່າຍໆ. ເຈ້ທິບອາຈຕິດຄຸກ 5 ປີ ຫຼື 10 ປີ ທີ່ຈະອອກມາ ລະກາໃຊ້ເງິນເກົ່າ ຄັນເຈ້ທິບມີວົງເງິນ ມີຫຼັກຊັບ ມີຣົຖມີເຮືອນຍຶດຊັບ ຂາຍທອດຕລາດ ລະກາແບ່ງໃຫ້ເຈົ້າທຸກ ແຕ່ຜ່ານບໍ່ເຫັນຄະດີ ແບບນີ້ ຜ່ານມາຂໍໃຊ້ເດືອນລະ 400,000 -500,000 ແລະ 1,000,000​-2,000,000 ລະກາແລ້ວ ແຕ່ສູ່ມື້ນີ້ ກະຊວງຍຸຕິທັມ ເຂົາຊິປະຕິບັດຫວາ ເຂົາຕ້ອງຕາມຍຶດຊັບ ເພາະສະນັ້ນຍຶດບໍ່ໄດ້ ມັນມີໂອກາດໃຊ້ເງິນ ສອງມາ ຜູ້ທີ່ເສັຽຫາຍມີໂອກາດ ບໍ່ໄດ້ເງິນ.

ສຳລັບຄະດີເຈ້ທິບ ແມ່ນນຶ່ງໃນຄະດີ ຫວຍຕ່ອງໂສ້ ໂດຍມີຜົລຕອບແທນດອກເບັ້ຽສູງ ເປັນແຮງຈູງໃຈຄືກັນກັບຄະດີ ຂອງບໍຣິສັດ ພີເອັສ ກໍມີລັກສະນະລະດົມທຶນ ເຂົ້າມາເພື່ອສ້າງທຸຣະກິຈ ຈົນໃນທີ່ສຸດກໍບໍ່ສາມາດຈ່າຍດອກເບັ້ຽ ນຳມາເຊິ່ງການລົ້ມລະລາຍ ແລະສານປະຊາຊົນ ນະຄອນຫຼວງວຽງຈັນ ກໍໄດ້ຕັດສິນຄະດີ ບໍຣິສັດ ພີເອັສ ເມື່ອວັນທີ 21 ພຶສຈິກາ 2018 ໂດຍຕັດສິນຈຳຄຸກ ນາງ ສຸກນາລີ ເທບສີເມືອງ ປະທານບໍຣິສັດ ພີເອັສ ແລະ ທ້າວ ປໍເຮີ້ ພ້ອມດ້ວຍພັກພວກ ໂດຍນາງ ສຸກນາລີ ແລະ ທ້າຍ ປໍເຮີ້ ຖືກຈຳຄຸກ 15 ປີ ປັບໃໝເງິນ 2,856 ລ້ານກີບ. ໃນຂໍ້ຫາ ຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນ ເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົລເມືອງ, ຊື້-ຂາຍ ອາວຸດເສິກ ຜິດກົດໝາຍ, ຄອບຄອງອາວັຍຍະວະສັດປ່າຫວງຫ້າມ ແລະ ຟອກເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.