ເສຖກິຈຝືດເຄືອງ ງົດສລອງໃຫຍ່ ສົ່ງທ້າຍປີເກົ່າ ຕ້ອນຮັບ ປີໃໝ່ສາກົລ
2023.01.04

ຕາມປົກກະຕິ ການສລອງຕ້ອນຮັບປີໃໝ່ສາກົລທຸກໆປີ ຊາວລາວທົ່ວປະເທດ ພາກັນຈັດງານສລອງຢ່າງເບີກບານມ່ວນຊື່ນ ເພື່ອສົ່ງທ້າຍປີເກົ່າ ຊຶ່ງປີທ້າຍ 2022 ກໍເປັນປີທີ່ໃຜໆ ກໍພາວະນາຂໍໃຫ້ເຊື້ອ ໂຄວິດ-19 ຫາຍໄປຈາກມວນມະນຸສ ໃນໂລກນີ້.
ເວົ້າເຖິງການສລອງ ຕ້ອນຮັບປີໃໝ່ ຂອງປີ 2023 ນີ້ ຊາວລາວໃນຫຼາຍແຂວງ ເວົ້າກັນວ່າ ປີນີ້ ບໍ່ຄຶກຄື້ນ ເພາະໃຜໆກໍສລອງແບບປະຢັດ ຍ້ອນຄ່າຄອງຊີບແພງ ແລະ ລາຍຮັບຂອງຄອບຄົວ ໜ້ອຍລົງ, ຄ້າຂາຍກໍຝືດເຄືອງ ທີ່ກ່ຽວພັນກັບບັນຫາເງິນເຟີ້ ນໍາດ້ວຍ.
ດັ່ງ ຊາວນະຄອນຫຼວງຈັນ ທ່ານນຶ່ງ ທີ່ຫາເຊົ້າກິນຄໍ່າ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ມົກກະຣາ 2023 ນີ້ວ່າ:
“ໂອ່ຍ....ຄ່າຄອງຊີບນີ້ແຫຼະແພງນ່າ ຫາເງິນຫາຄໍ່າກະຍາກ ບໍ່ໄດ້ໄປສລອງ ເພາະບໍ່ມີເງິນ ຫາເງິນໄດ້ໜ້ອຍ ຣາຍຈ່າຍຫຼາຍ ຄ່າເບັຍກະຂຶ້ນ ຄ່າກິນຄ່າຢາກທຸກຢ່າງຂຶ້ນເໝິດ ກະເລີຍບໍ່ໄດ້ອອກໄປສັງສັນ ໂອ້ຍ ສໍາລັບເອື້ອຍເອງກະບໍ່ໄດ້ໃສ ເພາະວ່າຄ້າຂາຍ ຄັນບໍ່ໄປກະບໍ່ໄດ້ ເຂົ້າກະໝື່ນ 140,000-150,000 (ກີບ).”
ໃນຊ້ວງການສລອງ ຕ້ອນຮັບປີໃໝ່ຄັ້ງນີ້ ທ່ານກ່າວວ່າ ຢູ່ຕາມຕລາດ ແລະຮ້ານຄ້າ ຜູ້ຄົນກໍເຫັນວ່າໜ້ອຍລົງ:
“ການສລອງປີໃໝ່ຫວາ ຂະເຈົ້າສລອງກັນກະແບບທັມມະດາ ບໍ່ຍາວນານ ບໍ່ຫຼວງຫຼາຍຄືແຕ່ກີ້ ຄືດັ່ງປີຜ່ານມາ ເພາະນຶ່ງ ກະຍ້ອນພຍາດໂຄວິດແດ່, ສອງກະແມ່ນເສຖກິຈນີ້ແຫຼະ ມັນບໍ່ເອື້ອອໍານວຍ, ສາມກະ ຣາຍຮັບຕົກຕໍ່າ ຫາເງິນຫາຄໍາບໍ່ໄດ້ ບາດນີ້ວັດຖຸ ເຄື່ອງອຸປະໂພຄ-ບໍຣິໂພຄພັດແພງ ເຮັດໃຫ້ການຫຼີ້ນກິນຟຸມເຟືອຍ ກະຫຼຸດໜ້ອຍຖອຍລົງ ປະຊາຊົນສ່ວນໃຫຍ່ ກະຫັນມາເຮັດການຜລິດ ປູກຜັກປູກຫຍ້າ ປູກເຄື່ອງປູກຂອງຂາຍ.”
ເຖິງຢ່າງໃດກໍຕາມ ທ່ານໄດ້ກ່າວມ້ວນທ້າຍວ່າ ການສລອງປີໃໝ່ສາກົລປີນີ້ ຖືວ່າຜ່ອນຄາຍກວ່າປີ 2022 ນັ້ນຢູ່ ເພາະໄດ້ເຕົ້າໂຮມກິນເຂົ້າຊຸມແຊວກັນ ແບບບໍ່ມີຂໍ້ຫ້າມເຄັ່ງຄັດ ຂອງທາງການ:
“ນັບຈາກຫັ້ນມາກະ ຄັນຊິວ່າໄຄ ກະໄຄແບບວ່າ ເຈົ້າໜ້າທີ່ເພິ່ນບໍ່ໄດ້ກວດ ເພິ່ນບໍ່ໄດ້ຕິດຕາມ ບໍ່ໄດ້ກັກກັນບໍຣິເວນ ໃນການຢູ່ກິນເຫຼົ້າຢາຊຸມແຊວກັນ ແຕ່ວ່າ ຄົນຫັ້ນບໍ່ມີເງິນຊື້ເບັຍກິນ ເພາະວ່າຄົນສ່ວນໃຫຍ່ ກະໄປເຮັດວຽກຫາເງິນຢູ່ຕ່າງປະເທດ ຢູ່ໄທຍຢູ່ຫຍັງ ຜູ້ໃດກະປະຢັດເງິນຄໍາໄວ້ໃຊ້ສອຍ ໃນຊີວິດຄອບຄົວ ເງິນຫາຍາກ ຜູ້ທີ່ເງື່ອນໄຂດີຂະເຈົ້າສລອງຊຸມແຊວກັນ ມີແຕ່ຜູ້ມີຣາຍຮັບບໍ່ແນ່ນອນ ບໍ່ໝັ້ນຄົງກະບໍ່ຄ່ອຍສລອງຫັ້ນແຫຼະໄປ໋.”
ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ທີ່ເປັນພະນັກງານ ຂອງບໍຣິສັດເອກຊົນ ກໍເວົ້າຄືກັນວ່າ ການສລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຄ.ສ 2023 ກໍຖືວ່າບໍ່ຄຶກຄື້ນປານໃດ ເພາະລາຄາເຄື່ອງຂອງຕ່າງໆແພງຂຶ້ນ ຕ້ອງປະຢັດກິນປະຢັດໃຊ້.
“ໂອ່ຍ..ກາຍແຕ່ວ່າ ກາຍແຕ່ວ່າແພງ ບາງຄົນກະຈົ່ມ ບາງຄົນກະວ່າບໍ່ຕ້ອງນັ້ນແຫຼະ ບໍ່ຕ້ອງກິນແຫຼະ ເຊັບເງິນໄວ້. ບາງຄົນກະວ່າ ຫາຍາກເນາະເງິນເນາະ ເງິນເຟີ້ຫຼາຍນ່າ ເບັຍລາວ ບໍ່ແມ່ນ 165,000 (ກີບ) ລະບໍ້ ອັນນີ້ບໍ່ຄ່ອຍໄດ້ຊື້ນ່າ ມີແຕ່ເບັຍນໍ້າຂອງ ກະແກັດນຶ່ງ 150,000 (ກີບ) ຂຶ້ນລະເກາະ ແຕ່ກີ້ມີແຕ່ 110,000-120,000 (ກີບ) ຕິເບັຍນໍ້າຂອງ ເບັຍລາວ ແຕ່ກີ້ກະ 135,000 (ກີບ) ດຽວນີ້ຂຶ້ນ 160,000-170,000 (ກີບ) ລະຕິເບາະ.”
ທ່ານກ່າວອີກວ່າ ທຸກມື້ນີ້ເງິນກີບເຟີ້ ລາຄາສິນຄ້າ ໃນຕລາດທົ່ວໄປ ແພງຂຶ້ນ ເງິນ 200,000 ກີບ ໄປຕລາດ ເກືອບບໍ່ພໍຊື້ກິນ:
“ໂອ່ຍ...ກະຍັງວ່າ ເງິນ 200,000 (ກີບ) ໄປຕລາດກະບໍ່ໄດ້ຫຍັງ ຊີ້ນກະເກືອບຊິບໍ່ໄດ້ກິນຊໍ້ານ່າ ວ່າແຕ່ໄຂ່ແຕະນຶ່ງ ກັບນໍ້າມັນຕຸກນຶ່ງທໍ່ນັ້ນແຫຼະ ນໍ້າມັນກະ 38,000-40,000 (ກີບ) ແລ້ວ ໄຂ່ກະແຕະນຶ່ງ 50,000-60,000-70,000 ລະກໍ້ ວ່າງນຶ່ງຫັ້ນ ແຮ່ງ 65,000-70,000 (ກີບ) ພຸ້ນ ໜ່ວຍໃຫຍ່ເບີ 1 ນ່າ ເຂົ້າສານຢູ່ຕລາດໂນນຄໍ້ ໝື່ນຢູ່ 140,000 (ກີບ) ເຂົ້າໜຽວຫັ້ນນ່າ ແຕ່ກີ້ຫັ້ນ 170,000-180,000 (ກີບ) ເຂົ້າຈ້າວຫັ້ນກະ ເກືອບ 200,000 (ກີບ) ລະໃດ໋ ບາງຮ້ານນ່າ ຂ່າຍ ເຂົາຊື້ມາຂາຍຕໍ່ຮ້ານນ້ອຍໆຫັ້ນນ່າ.”
ທ່ານກ່າວມ້ວນທ້າຍວ່າ ນອກຈາກສິນຄ້າຕ່າງໆ ໃນທ້ອງຕລາດແພງແລ້ວນັ້ນ ລາຄານໍ້າມັນ ກໍຍັງສົ່ງຜົລໃຫ້ທຸກຄົນ ຕ້ອງປະຢັດເງິນ ມາໃສ່ນໍາມັນຣົຖໄປການ ແທນການຫຼິ້ນຟຸມເຟືອຍ ນໍາດ້ວຍ:
“ແມ່ນກະຍັງວ່າ ນໍ້າມັນນ່າ ແຕ່ກີ້ເຄີຍໃສ່ 20,000 ພັນ 25,000 ກີບ 30,000 ລະເຕັມເນາະ ດຽວນີ້ 70,000-80,000 ຈັ່ງເຕັມ ນໍ້າມັນຣົຖຈັກນ່າ ໄປໃສ່ 50,000 ກີບ ກະບໍ່ໄດ້ພໍເຄິ່ງຖັງແຫຼະ ອັນນີ້ກະທຽວແຕ່ ສາລາຄໍາໄປໃນເມືອງ ໄປໜອງບອນເນາະ ທິດລະແສນປາຍ ແສນປາຍ ໂອ່ຍບໍ່ໄຫວຍັງວ່າ.”
ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ເວົ້າວ່າ ໃນການສເລີມສລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຄ.ສ 2023 ນີ້ ສໍາລັບຄອບຄົວຂອງທ່ານ ຖືວ່າຈັດຂຶ້ນແບບເລັກໆນ້ອຍ ຕາມພາສາຄອບຄົວ ແຕ່ບໍ່ຄຶກຄື້ນຄືແຕ່ກີ້ ຄືກັບຕອນທີ່ບໍ່ມີໂຄວິດ-19 ຣະບາດ:
“ມັນບໍ່ຄຶກຄື້ນປານໃດແຫຼະ ເພາະວ່າມັນເສຖກິຈມັນບໍ່ນັ້ນປານໃດ ເຫຼົ້າເບັຍກະແພງ ເຂົາກະກິນເລັກກິນນ້ອຍນີ້ແຫຼະ ພໍມ່ວນຢູ່ເຮືອນຢູ່ຊານໃຜມັນ ມັນບໍ່ມີບ່ອນລົງລໍາວອກ ລໍາວົງ ອິຫຍັງ ບໍ່ມີດົນຕອກດົນຕຣີຫຍັງ ກິນຢູ່ເຮືອນໃຜເຮືອນມັນ ເຮັດນ້ອຍໆເບົາໆ ເຂົາເດັກນ້ອຍກະດາຍນ່າ ຊຸມນຸມກັນ 4-5 ຄົນເດັກນ້ອຍ ມ່ວນຊື່ນຄອບຄົວນີ້ລະ ແຕ່ກີ້ ມັນລະມີດົນຕຣີລົງເນາະ ລະໄປມ່ວນໄປຊື່ນ ລະຊຸມນຸມບ່ອນໃຫຍ່ເລີຍ ດຽວນີ້ ອັນໃດກະອັນແພງ ເສຖກິຈບໍ ເງິນຄໍາກະຫາຍາກ ເບົາ ຫຼຸດຜ່ອນລົງນີ້ແຫຼະ ເຮັດແນວໃດກະດາຍນ່າ ມັນບໍ່ໄດ້ຄືແຕ່ກີ້ວ່າຊັ້ນຊະ 2-3 ປີ ຜ່ານມານີ້ລະແມ່ນ ໄຄ່ໂຄວິດນີ້ລະແມ່ນ ໂອ້ຍອັນຕລາຍຫຼາຍ ບໍ່ມ່ວນບໍ່ຊື່ນໄດ້ ມັນບໍ່ໄດ້ຄຶກຄື້ນ ບໍ່ຄືແຕ່ກີ້ ແຕ່ກີ້ລະແມ່ນໂອ່ຍ ເບັຍມັນກະຖືກເນາະ ດຽວນີ້ເບັຍກະແພງ ລັງລະແສນ ແສນປາຍ ລະກະຜ່ອນລົງ ມີ 3-4 ອ້າຍນ້ອງ ລະກະມາຊຸມແຊວກັນກິນ ພຸ້ນແຫຼະເຄົ້າດາວ 12 ໂມງ 1 ນາທີ ລະຜ່ານໄປປີໃໝ່ ເຂົາກະມ່ວນຊື່ນກັນຢູ່ເຮືອນຢູ່ຊານ ລະກະ 12 ໂມງເຄິ່ງ ກະແມ່ນພາກັນປິດນອນ ມັນບໍ່ຄືແຕ່ກີ້ ຄືແຕ່ກີ້ແທ້ໂອ້ ເຫຼົ້າເບັຍຖືກ ເສຖກິຈມັນ ກະຄືວ່າ ບໍ່ຝືດເຄືອງປານນີ້ ດຽວນີ້ຫາເງິນກະບໍ່ໄດ້ ປະຢັດກັນກິນຫັ້ນລະ ເອັດແນວໃດກະດາຍນ່າ.”
ສ່ວນຊາວລາວ ໃນເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກໍກ່າວວ່າ ການສລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄ.ສ 2023 ໃນໝູ່ບ້ານຂອງທ່ານ ຕາມທີ່ເຫັນ ຜູ້ໃດທີ່ມີກໍາລັງເງິນຫຼາຍ ກໍໄດ້ສລອງ ສ່ວນຜູ້້ບໍ່ມີ ກະບໍ່ໄດ້ສລອງ:
“ໂອ່ຍກະບໍ່ປານໃດແຫຼ້ວ ແນວເງິນທອງຂອງແກ້ວ ກະບໍ່ໄດ້ ສລອງບໍ່ຄຶກຄື້ນປານໃດ ຈັກແຫຼະຜູ້ຫຼີ້ນກະຫຼິ້ນ ຜູ້ບໍ່ຫຼິ້ນກະຢູ່ຊື່ໆ ເສຖກິຈບໍ່ພຽງພໍ ບໍ່ອໍານວຍໃຫ້ພໍ່ແມ່ປະຊາຊົນ ເງິນມັນເຟີ້ ບັດນີ້ເສຖກິຈເຮົາບໍ່ພຽງພໍ ກະຜູ້ມີແຮງ ກະໄປກິນນໍາໝູ່ນໍາຄູ່ ຜູ້ບໍ່ມີແຮງກະຢູ່ຊື່ືໆຢູ່ເຮືອນ.”
ນອກຈາກນີ້ ຊາວລາວ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະສຽງ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ກ່ຽວກັບການສລອງ ປີໃໝ່ສາກົລ 2023 ນີ້ ໂດຍຮວມແລ້ວ ຖືວ່າບໍ່ຄຶກຄື້ນປານໃດ, ສາເຫດຫຼັກ ອາຈເປັນເພາະຄ່າຄອງຊີບສູງຂຶ້ນຫຼາຍ, ຫຼາຍຄົນຄົນບໍ່ມີເງິນ ທີ່ຈະໄປຫຼີ້ນໄປກິນ ແລະອີກບັນຫານຶ່ງ ຫຼາຍຄົນ ໄດ້ໄປຫາເງິນຢູ່ຕ່າງຖິ່ນ ຫຼືຕ່າງປະເທດ ບໍ່ໄດ້ກັບບ້ານ.
ອີງຕາມການເວົ້າລົມກັບຊາວລາວ ແລ້ວແມ່ນວ່າ ໃຜໆກໍຢາກໃຫ້ສະພາບເງິນເຟີ້ ຄ່າຄອງຊີບ ທີ່ຝືດເຄືອງຢູ່ນີ້ ຜ່ານພົ້ນໄປໂດຍໄວ ຂໍໃຫ້ຄ່າຂອງເງິນກີບດີຂຶ້ນ ປັບໂຕໄດ້ ແລະ ຫ່າງໄກຈາກເຊື້ອໂຄວິດ-19. ສະບາຍດີ