ເປີດໃຊ້ ໂຄງການ ສາຍສົ່ງໄຟຟ້າແຮງສູງ ເຊື່ອມຕໍ່ໄປ ກັມພູຊາ
2023.01.05
ຣັຖວິສາຫະກິຈໄຟຟ້າລາວ ຫລື EDL ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີເປີດໃຊ້ໂຄງການ ສາຍສົ່ງໄຟຟ້າແຮງສູງ ຂນາດ 500 ກິໂລໂວລຕ໌ ລວມຄວາມຍາວປະມານ 500 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ, ໂດຍສາຍສົ່ງດັ່ງກ່າວນີ້ ຕັດຜ່ານພື້ນທີ່ເມືອງໂຂງ, ເມືອງອຸທຸມພອນ ແຂວງຈຳປາສັກ ແລະເມືອງສນາມໄຊ, ເມືອງພູວົງ ແຂວງອັດຕະປື ເຊື່ອມຕໍ່ໄປຫາຊາຍແດນ ປະເທດກັມພູຊາ.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ສາຂາແຂວງຈຳປາສັກ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 5 ມົກຣານີ້ວ່າ:
“ສາຍສົ່ງໂຕນີ້ ມັນຈະເຊື່ອຂາຍໄຟ ໃຫ້ກັມພູຊາ ຫລັງຈາກສຳເຣັດ ອາຍຸສັມປະທານ ມັນກໍໂອນເຂົ້າຣັຖບານລາວ ຈະເປັນຮູບແບບ ຂອງສັມປະທານ 25 ປີ.”
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ກ່າວຕໍ່ສື່ມວນຊົນລາວ ໃນພິທີເປີດໃຊ້ໂຄງການ ສາຍສົ່ງໄຟຟ້າແຮງສູງ ໃນວັນທີ 3 ມົກຣາປີ 2023 ວ່າ ໂຄງການສາຍສົ່ງໄຟຟ້າແຮງສູງ ແລະສະຖານີຂນາດ 500 ກິໂລໂວລຕ໌ ແມ່ນເປັນໂຄງການທຳອິດ ຂອງຣັຖບານລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຮູບແບບສັມປະທານ BOT ໝາຍຄວາມວ່າ ຜູ້ຮ່ວມພັທນາ ເປັນຜູ້ກໍ່ສ້າງ ແລະດຳເນີນການ ໂດຍເປັນການລົງທຶນ ຂອງ ບໍຣິສັດ Yunnan Energy Investment (HK) ຂອງນັກລົງທຶນຈີນ ໃນມູນຄ່າການລົງທຶນ ປະມານ 150 ລ້ານໂດລ້າຣ໌ ສະຫະຣັຖ.
ເຈົ້າໜ້າທີ່ພະລັງງານ ແລະບໍ່ແຮ່ ແຂວງຈຳປາສັກ ກ່າວວ່າ ສາຍສົ່ງໄຟຟ້າແຮງສູງ ຂນາດ 500 ກິໂລໂວລຕ໌ ລະຫວ່າງປະເທດລາວ ເຊື່ອມກັບກັມພູຊາ ຖືວ່າ ມີຄວາມສຳຄັນຫລາຍ ແລະທາງການລາວ ກໍພະຍາຍາມສົ່ງເສີມຢ່າງເຕັມທີ່ ເພື່ອໃຫ້ໂຄງການດັ່ງກ່າວ ທີ່ກໍ່ສ້າງສຳເຣັດ ໃຫ້ບັນລຸຕາມແຜນ.
ຄວາມສຳຄັນ ຂອງສາຍສົ່ງໄຟຟ້າແຮງສູງ ຂນາດ 500 ກິໂລໂວລຕ໌ ດັ່ງກ່າວນີ້ ຈະເປັນສາຍສົ່ງໄຟຟ້າຫຼັກ ທີ່ຈະເຊື່ອມຕໍ່ກັບ ສາຍໄຟຟ້າແຮງສູງຂອງປະເທດກັມພູຊາ ເພື່ອສົ່ງອອກໄຟຟ້າຕາມສັນຍາ ຊື້-ຂາຍ ລະວ່າງ 2 ປະເທດ.
ແຫລ່ງໄຟຟ້າ ທີ່ຈະສົ່ງໄປຂາຍໃຫ້ກັມພູຊາ ກໍຈະມາຈາກເຂື່ອນໄຟຟ້າຕ່າງໆ ໃນແຂວງຈຳປາສັກ ແລະອັດຕະປື ລວມເຖິງໂຮງໄຟຟ້າ ຖ່ານຫິນທີ່ຈະດຳເນີນການ ກໍ່ສ້າງໃນອະນາຄົດ ຮວມການສົ່ງອອກໄຟຟ້າ ໄປກັມພູຊາ ຈາກລາວທັງໝົດ 6,000 ເມກາວັດ ພາຍໃນປີ 2030 ຊຶ່ງໃນປັດຈຸບັນ ປະເທດລາວ ສາມາດສົ່ງໄຟຟ້າ ໄປໃຫ້ກັມພູຊາແລ້ວ ປະມານ 445 ເມກາວັດ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມືດຽວກັນນີ້ວ່າ:
“ກັມພູຊາຊື້ໄຟຟ້າຫລາຍເນາະ ແລ້ວເຂົາຊີ່ເຮັດສາຍສົ່ງໄປພຸ້ນເລີຍ ດອນສະໂຮງຈະຊີ່ໄປຈອຍເຂົ້າກັນ ຢູ່ຫັ້ນແລ້ວເຂົາຊີ່ມີໄຟຟ້ານ້ຳຕົກອື່ນໆ ແລ້ວໂຄງການບໍ່ຖ່ານຫິນ ອີກແດ່ບໍ ທາງໃຕ້ພຸ້ນນ່າ ເຮັດເພື່ອໃວ້ຫລາຍໂຄງການ ວ່າຊັ້ນ ກັມພູຊາກໍເຮັດໄຟຟ້າແຮງສູງ ມາຮັບຢູ່ຊາຍແດນນີ້.”
ການກໍ່ສ້າງໂຄງການ ສາຍສົ່ງໄຟຟ້າແຮງສູງ ຂນາດ 500 ກິໂລໂວລຕ໌ ຖືເປັນໂຄງການຂນາດໃຫຍ່ ລະດັບຊາຕ ນອນຢູ່ໃນແຜນພລັງງານ ແຫ່ງຊາຕ ຂອງຣັຖບານລາວ ໂດຍມີບໍຣິສັດຈີນ ເຂົ້າມາລົງທຶນກໍ່ສ້າງ ແລະດຳເນີນການດ້ວຍໂຕເອງ.
ຢ່າງໃດກໍຕາມພາຍໃຕ້ເງື່ອນໄຂ ສັນຍາສັມປະທານ ໄດ້ລະບຸວ່າ ບໍຣິສັດຜູ້ລົງທຶນ ຈະໄດ້ຖ່າຍທອດຄວາມຮູ້ ທາງດ້ານເທັກນິກ-ວິຊາການ ແລະເທກໂນໂລຈີ ອື່ນໆ ທີ່ຈຳເປັນໃຫ້ກັບພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ເພື່ອນຳຄວາມຮູ້ດັ່ງກ່າວ ໄປຕໍ່ຍອດໃນການຄຸ້ມຄອງ ໂຄງການສາຍສົ່ງໄຟຟ້າແຮງສູງ ໃນອະນາຄົດ ແລະໂຄງການອື່ນໆ ໃນລາວ ແຕ່ປາກົດວ່າ ມາຮອດປັດຈຸບັນ ພະນັກງານຣັຖວິສາຫະກິຈໄຟຟ້າລາວ ກໍຍັງບໍ່ທັນໄດ້ຮັບການຖ່າຍທອດ ຄວາມຮູ້ດັ່ງກ່າວເທື່ອ ຈຶ່ງເຫັນວ່າ ຝ່າຍລາວຂ້ອນຂ້າງເສັຽປຽບ.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ປະຈຳສຳນັກງານໃຫຍ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນໂຄງການລະດັບຊາຕເລີຍວ່າຊັ້ນສາ ຂະເຈົ້າຄຸ້ມຄອງທົ່ວປະເທດເລີຍ ຄ້າຍໆຄືເຮົາເສັຽປຽບຫລາຍດ້ານເນາະ ຍົກໂຕຢ່າງ ຈະມີການແລກປຽນ ທາງດ້ານຕິກນິກ-ວິຊາການເນາະ ແຕ່ວ່າຢູ່ລາວນີ້ ເພິ່ນຈະບໍ່ມີແລກປ່ຽນ.”
ເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງກ່າວວ່າ ສາເຫດທີ່ທາງການລາວ ໃຫ້ບໍຣິສັດຈີນເຂົ້າມາລົງທຶນໃນການກໍ່ສ້າງ ສາຍສົ່ງໄຟຟ້າແຮງສູງ ຢູ່ໃນລາວນັ້ນ ແມ່ນສືບເນື່ອງຈາກ ເມື່ອປີ 2020 ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ແລະບໍຣິສັດຣັຖວິສາຫະກິຈ ຕາຄ່າຍໄຟຟ້າ ພາກໃຕ້ຂອງຈີນ ໄດ້ເຊັນສັນຍາຮ່ວມຫຸ້ນ ສ້າງຕັ້ງບໍຣິສັດສາຍສົ່ງແຫ່ງຊາຕລາວ ເພື່ອເຊື່ອມຕໍ່ສາຍສົ່ງໄຟຟ້າ ໃນປະເທດໃຫ້ເປັນລະບົບດຽວກັນ ແລະເປັນບ່ອນຮອງຮັບໃນການ ຊື້-ຂາຍ ໄຟຟ້າ.
ສະນັ້ນການກໍ່ສ້າງ ໂຄງການສາຍສົ່ງໄຟຟ້າແຮງສູງ ໃນປະເທດ ເຊື່ອມຕໍ່ກັບປະເທດເພື່ອນບ້ານ ຈຶ່ງເປັນການລົງທຶນ ຂອງບໍຣິສັດຈີນ ເປັນຫຼັກ ຍ້ອນຣັຖບານລາວ ບໍ່ມີງົບປະມານພຽງພໍ ທີ່ຈະລົງທຶນ ດ້ວຍໂຕເອງ ຂະນະທີ່ບໍຣິສັດຈີນ ກໍພ້ອມໃຫ້ການສນັບສນຸນ ເຣື່ອງງົບປະມານ ແລະການຮ່ວມລົງທຶນ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:
“ມັນຫະຂື້ນກັບຫລາຍປັດຈັຍເນາະ ອັນນຶ່ງລະ ຂະເຈົ້າມີການຮ່ວມມື ອັນສອງຫັ້ນກະມີການລົງທຶນ ຂາດໂຕຫັ້ນນ່າ ມັນຂຶ້ນກັບໄຟຟ້າລາວ ມັນກະເວົ້າຍາກເພາະວ່າ ດຽວນີ້ມັນ ເຮື່ອງທຶນນີ້ ມັນກະມີຄວາມຈຳເປັນ ໃນເງື່ອນໄຂ.”
ອີງຕາມແຜນພັທນາ ທາງດ້ານພະລັງງານຂອງປະເທດລາວ ໄດ້ກຳນົດໄວ້ວ່າ ພາຍໃນປີ 2030 ຖ້າຫາກແຫລ່ງພະລັງງານໃນລາວ ຖືກສ້າງຄົບໝົດທຸກໂຄງການ, ປະເທດລາວ ຈະມີພະລັງງານໄຟຟ້າ ສູງເຖິງ 28,000 ເມກາວັດ ຊຶ່ງທາງການລາວອ້າງວ່າ ຈະເປັນການເສີມຂຍາຍ ຄວາມໝັ້ນຄົງທາງດ້ານພະລັງງານ ໃນພາກພື້ນ ຕາມແນວທາງ ASEAN Power Grid ໃນປີ 2020 ແລະຕັ້ງເປົ້າ ທີ່ຈະເປັນສູນກາງ ດ້ານພະລັງງານໄຟຟ້າ ຫລື ແບຕເຕີຣີ້ ແຫ່ງອາຊ້ຽນ.
ກະຊວງພະລັງງານ ແລະບໍ່ແຮ່ ໄດ້ມີການເຊັນສັນຍາ ບັນທຶກຄວາມເຂົ້າໃຈ ກ່ຽວກັບການ ຊື້-ຂາຍ ໄຟຟ້າກັບປະເທດຕ່າງໆ ໃນພາກພື້ນ ປະກອບສັນລະຫວ່າງ ລາວ-ໄທ ຈຳນວນ 10,000 ເມກາວັດ, ລະຫວ່າງລາວ-ກັມພູຊາ 6,000 ເມກາວັດ, ລະຫວ່າງ ລາວ-ວຽດນາມ 5,000, ລະຫວ່າງ ລາວ-ມາເລເຊັຽ 300 ເມກາວັດ, ລະຫວ່າງ ລາວ-ພະມ້າ 100 ເມກາວັດ ແລະລະຫວ່າງ ລາວ-ສິງກະໂປ 100 ເມກາວັດ.
ຣັຖບານລາວ ໄດ້ສືບຕໍ່ ເອົາການພັທນາ ຂແນງພະລັງງານ ເປັນທ່າແຮງອັນສຳຄັນ ໃນການສ້າງລາຍຮັບເຂົ້າປະເທດ ເພື່ອຈະເປັນລະບົບພະລັງງານ ທີ່ມີຄວາມໝັ້ນຄົງ, ສ້າງລາຍຮັບ ແລະຂັບເຄື່ອນເສຖກິຈ ຂອງປະເທດແລະໃນພາກພື້ນ ແຕ່ໃນຂະນະດຽວກັນ ແຜນຍຸດທະສາຕ ການພັທນາແຫ່ງຊາຕລາວ ໃນໄລຍະຜ່ານມາ ໄດ້ຮັບສຽງວິພາກວິຈານ ຈາກປະຊາຊົນລາວ ແລະສາກົນ ຂ້ອນຂ້າງໜັກ ພໍສົມຄວນ ໂດຍສເພາະເຮື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຈາກໂຄງການສ້າງເຂື່ອນໄຟຟ້າ ເປັນຈຳນວນຫລາຍ.