ທ່ານ ພັນຄຳ ວິພາວັນ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ

ໄມ​ຊູ​ລີ
2023.01.08
ທ່ານ ພັນຄຳ ວິພາວັນ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ ທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ, ກ່າວລາວອອກຈາກ ຕຳແໜ່ງ ທີ່ກອງປະຊຸມສະພາແຫ່ງຊາດ ເມື່ອວັນທີ 30 ທັນວາ 2022.
ພາບຈາກ ວີດີໂອ: ທຊລ1

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ, ເງິນເດືອນ ຣັຖກອນ ອອກຊ້າ, ບໍ່ກຸ້ມກິນ, ຖືກສໍ້ໂກງ ແລະ ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບ ​ຂ່າວ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ

ທ່ານພັນຄຳ ວິພາວັນ ກໍ່ຖືວ່າ ເປັນນາຍົກ ຂວັນໃຈປະຊາຊົນ ອີກທ່ານນຶ່ງ ຫລືເວົ້າໄດ້ວ່າ ອາດຈະເປັນນາຍົກ ຫລື ກົມການເມືອງທີ່ກ້າເວົ້າກ້າເວົ້າກ້າວ່າ ແລະ ເວົ້າໃນສິ່ງທີ່ຖືກຕ້ອງ ໂດຍບໍ່ເກງກົວອຳນາດມືດ ຈະປົດທ່ານ ຊຶ່ງທ່ານເອງກໍເຄີຍປະກາດແລ້ວວ່າ ທ່ານຈະເວົ້າໂລດ ເຖິງແມ່ນວ່າ ຈະແຕະຕ້ອງ ສະຫາຍບາງຄົນກໍ່ຕາມ ແຕ່ອຳນາດມືດ ແລະບັນດາການນຳຈຳນວນນຶ່ງ ທີ່ຢ້ານວ່າ ຈະເສຍຜົນປະໂຫຍດ ຈຶ່ງພະຍາຍາມກົດດັນທ່ານ ໃຫ້ອອກຈາກຕຳແໜ່ງ. ເຖິງແມ່ນວ່າ ທ່ານຈະເວົ້າຫລາຍປານໃດກໍຕາມ ແຕ່ກໍ່ບໍ່ສາມາດ ເຮັດໃຫ້ມີການປ່ຽນແປງໄດ້ ເພາະວ່າ ຄົນອື່ນບໍ່ປະຕິບັດນຳ. ຕາມທີ່ທ່ານກ່າວປາໃສ ລາອອກທ່ານ ກໍ່ຢ້າວ່າ ທ່ານເຮັດວຽກມາຕະຫລອດ ໂດຍບໍ່ຫວັງໜ້າທີ່ຕຳແໜ່ງ, ທ່ານຕຳນິ ການນຳຜູ້ທີ່ເອົາລູກຫລານຕົນເອງເອົາຮັບຣັຖກອນ ເຂົ້າຮັບຕຳແໜ່ງສູງໆ. ພວກເຮົາປະຊາຊົນກໍເສຍດາຍ ທີ່ເຫັນທ່ານອອກຈາກໜ້າທີ່ໄວໂພດ. ການປົກຄອງແລະບໍລິຫານບ້ານເຮົາ ທຸກມື້ນີ້ ແມ່ນຫລິ້ນເສັ້ນຫລິ້ນສາຍ ຫລິ້ນເຄືອຍາດ ຢ່າງໂຈ່ງແຈ້ງ. ນີ້ເປັນກຳ ຂອງຊາດລາວແທ້ໆ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ສິດພະໄຊ ເມືອງຊຽງຄໍ້ ແຂວງຫົວພັນ
Feb 10, 2023 11:25 AM

ການ ລາອອກຂອງ ພະນະທ່ານ ພັນຄຳວິຜາວັນ ນາຍັກລັດຖະມົນຕີ ສປປລາວ ນັ້ນ, ມີບັນຫາຫລາຍຢ່າງ. ຄືການຂີ້ລັກນຳມັນ 700ລ້ານລິດແລະຫລາຍໆບັນຫາການສໍ່ລາດບັງຫລວງ,ການນາບຂູ່ທີ່ດິນຂອງປະຊາຊົນ, ລ້ວນແລ້ວແຕ່ເປັນພະນັກງານ, ຂ້າລາຊະການ ພັກລັດທຸກລະດັບ , ເມືອງຈົນຮອດຂັ້ນສູນກາງ. ທ່ານພັນຄຳວິຜາວັນມີຈຸດປະສົງຢາກປາບປາມໃຫ້ ທຸກພາກສ່ວນມີຄວາມໂປ່ງໄສ. ເມື່ອທ່ານານຍົກປະກາດຢູ່ໃນສະພາໃຫ້ເຈົ້າໜ້າທີລັດລົງກວດກາເບີ່ງ,ແຕ່ພົບເຫັນວ່າພັກລັດຫລາຍພາກສ່ວນທົວປະເທດ ລວມທັງ ສູນກາງ ລັດຖະບານ ຕ່າງຝ່າຍຕ່າງພາກັນ ກືນກິນຊາດໄປໃນຫລາຍໆຮູບແບບ. ທານນາຍົກຈືງຕັດສິນໃຈລາອອກເພືອເປັນການດີ