ເຊກອງ ຝຶກອົບຮົມ ການສ້າງສື່ໂຄສະນາ ຕ້ານການຄ້າມະນຸສ

ສຸພັດຕາ
2023.01.05
ເຊກອງ ຝຶກອົບຮົມ ການສ້າງສື່ໂຄສະນາ ຕ້ານການຄ້າມະນຸສ ກອງປະຊຸມ ການສ້າງສື່ໂຄສະນາ, ຜລິຕພັນສື່ມວນຊົນ, ວຽກງານຕ້ານການຄ້າມະນຸສ ໃຫ້ສື່ມວນຊົນ ແຂວງເຊກອງ.
ຮູບພາບໂດຍ: ປກສ

ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ກ່ຽວກັບການສ້າງສື່ໂຄສະນາ, ຜລິດສື່ເພື່ອຕ້ານການຄ້າມະນຸສ ໃນສື່ມວນຊົນແຂວງເຊກອງ ໃນລະຫວ່າງວັນທີ 4-5 ມົກກະຣາ 2023 ເພື່ອໃຫ້ສື່ມວນຊົນໃນແຂວງເຊກອງ ເປັນສ່ວນນຶ່ງ ໃນການເຜີຍແຜ່ ແລະປູກຈິດສໍານຶກ ໃຫ້ແກ່ປະຊາຊົນຮັບຮູ້ ແລະເຂົ້າໃຈ ບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ.

ຂະນະທີ່ ບັນຫາການຄ້າມະນຸສ ຢູ່ພາຍໃນແຂວງເຊກອງ ກໍຍັງຖືວ່າໜ້າເປັນຫ່ວງ ເນື່ອງຈາກແຂວງເຊກອງ ເປັນແຂວງທີ່ມີນັກລົງທຶນ ແລະຄົນງານຕ່າງປະເທດ ເຂົ້າມາເຄື່ອນໄຫວຢູ່ພາຍໃນແຂວງ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ທີ່ມີການຂຸດຄົ້ນແຮ່ທາດຕ່າງໆ ແລ້ວອາຈເຮັດໃຫ້ແມ່ຍິງ ແລະເດັກນ້ອຍຍິງສາວ ພາຍໃນເຂດດັ່ງກ່າວ ຕົກເປັນຜູ້ຖືກເຄາະຮ້າຍ ຫຼືກຸ່ມສ່ຽງຈາກການຄ້າມະນຸສ ຜ່ານການຕົວະຍົວະ ໄປເຮັດວຽກ ຫຼືແຕ່ງດອງ ຢູ່ຕ່າງປະເທດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງເຊກອງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 5 ມົກກະຣາ ນີ້ວ່າ.

“ຄົນໄທຍ, ຄົນຈີນ, ຄົນວຽດນາມ ຈັ່ງຊີ້ນ່າ ທີ່ມາເຮັດວຽກຂຸດຄົ້ນຫຍັງຕ່າງໆ ຢູ່ແຂວງເຮົານີ້ນ່າ ມັນກໍເປັນສ່ວນນຶ່ງ ຫຼໍ້ແຫຼມຂອງເດັກນ້ອຍ ເດັກທີ່ຢູ່ຫ່າງໄກສອກຫຼີກນີ້ແຫຼະ ເພາະວ່າພໍ່ແມ່ ທຸກຍາກຈັ່ງຊີ້ເນາະ ກໍເຮັດໃຫ້ ແມ່ບໍ່ເຂົ້າໃຈ ເອີ່ເຂົາຮັກລູກໂຕ ແລ້ວກໍໃຫ້ແຕ່ງໄປຫັ້ນນ່າ ຄິດວ່າມັນຍັງມີຄວາມຫຼໍ້ແຫຼມຢູ່ ກໍເປັນຫ່ວງເອື້ອຍນີ້ແມ່ຍິງເຮົາ ເພາະວ່າເຂດຊົນນະບົດເຮົານີ້ ເຂົາເຈົ້າຈະບໍ່ມີບົດຮຽນ ເຂົາເຈົ້າຈະບໍ່ຮູ້ເຣື່ອງກົດໝາຍ ບໍ່ຮູ້ຈັກວ່າ ເວລາເຮົາຖືກຊີ້ແລ້ວ ເຮົາຊິໄປຫາໃຜ ຊິເຮັດຈັ່ງໃດຫັ້ນນ່າ.”

ການໂຄສະນາ ວຽກງານຕ້ານການຄ້າມະນຸສ ເພື່ອໃຫ້ປະຊາຊົນຮັບຮູ້ ແລະເຂົ້າໃຈ ບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ແມ່ນຂແນງການແມ່ຍິງ ຈະນໍາວຽກງານດັ່ງກ່າວແຊກຊ້ອນ ໃນວຽກອັນອື່ນ ເຊັ່ນ ວຽກງານແມ່ຍິງ ແລະເດັກນ້ອຍ ຜ່ານຮູບແບບການ ແຈກແຜ່ນພັບ ໂພສເຕີ້ຣ໌ ແລະໃຫ້ຄວາມຮູ້ດ້ານກົດໝາຍ 10-20 ນາທີ ຢູ່ແຕ່ລະບ້ານ.

ແຕ່ການໂຄສະນາ ວຽກງານຕ້ານການຄ້າມະນຸສດັ່ງກ່າວ ກໍຍັງມີຂໍ້ຈໍາກັດດ້ານງົບປະມານ ເຮັດໃຫ້ເຂດຫ່າງໄກສອກຫຼີກ ບໍ່ເຂົ້າເຖິງສື່ແຜ່ນພັບ ໂປສເຕີ້ຣ໌ ທີ່ມີເບີສາຍດ່ວນ ແລະຂໍ້ມູນທາງກົດໝາຍທີ່ສໍາຄັນ ຕໍ່ການສະກັດກັ້ນ ບັນຫາການຄ້າມະນຸສ.

ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ບາງຄັ້ງເຮົາກໍເອົາກົດໝາຍ ບາງຄັ້ງເຮົາກໍເອົາ ຄືເວົ້າແຫຼະ ທາງສູນກາງເພິ່ນກໍສົ່ງສື່ ສົ່ງແຜ່ນພັບມາໃຫ້ ພວກເຮົາກໍເອົາໂຕນັ້ນໄປຕິດ ຍົກໂຕຢ່າງວ່າ ມີສາຍດ່ວນແມ່ຍິງ ສາຍດ່ວນຕໍາຣວດກັມມະບານ (ໃນແຜ່ນພັບ) ເນາະ ກໍເອົາໄປແຈກໃຫ້ຊຸມຊົນຫັ້ນ ຖ້າມີກໍຣະນີເກີດຂຶ້ນ ໃຫ້ໂທຕາມສາຍດ່ວນໂຕນີ້ ກຸ່ມເປົ້າໝາຍສ່ຽງ ຢູ່ເຂດຊາຍແດນບໍ ຢູ່ເຂດຫ່າງໄກສອກຫຼີກ ອີ່ຫຍັງຈັ່ງຊີ້ ເຮົາກໍຍັງເຂົ້າໄປບໍ່ເຖິງເຂົ້າເຈົ້າ ຍ້ອນວ່າເຮົາບໍ່ມີງົປມານນີ້ແຫຼະ ງົປມານຣັຖເຮົາ ມັນກໍມີໜ້ອຍ.”

ການຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ກ່ຽວກັບການສ້າງສື່ໂຄສະນາ ຜລິຕພັນສື່ ຕ້ານການຄ້າມະນຸສ ໃຫ້ສື່ມວນຊົນແຂວງເຊກອງໃນເທື່ອນີ້ ຈະເນັ້ນຝຶກອົບຮົມໃຫ້ນັກຂ່າວແຂວງ ເຂົ້າໃຈວິທີການຂຽນຂ່າວ ກ່ຽວກັບການຄ້າມະນຸສໃຫ້ຖືກຕ້ອງ ເພື່ອບໍ່ສ້າງຄວາມເຂົ້າໃຈຜິດ ແລະຄວາມຄາດເຄື້ອນ ຂອງເນື້ອຫາສາຣະສໍາຄັນ ໃນວຽກງານຕ້ານການຄ້າມະນຸສ ຮວມໄປເຖິງ ກຽມພ້ອມຈັດທໍາສື່ໂຄສະນາ ຕ້ານການຄ້າມະນຸສ ຜ່ານສື່ສັງຄົມອອນລາຍນ໌ ເພື່ອເປັນສ່ວນນຶ່ງ ໃນການສະກັດກັ້ນ ການຄ້າມະນຸສໃນແຂວງ.
ອີກທັງ ບັນຫາການຄ້າມະນຸສ ພາຍໃນແຂວງເຊກອງ ມີຄວາມໜ້າເປັນຫ່ວງ ແລະມີຄວາມເປັນໄປໄດ້ສູງ ທີ່ແມ່ຍິງແລະເດັກນ້ອຍຍິງສາວ ພາຍໃນແຂວງເຊກອງ ຈະຕົກເປັນຜູ້ຖືກເຄາະຮ້າຍ ຫຼືກຸ່ມສ່ຽງຈາກການຄ້າມະນຸສ ເນື່ອງຈາກສະພາບໂຕຈິງ ຄົນຈີນ ເຣີ່ມເຂົ້າມາພາຍໃນແຂວງແລ້ວ ຂະນະທີ່ ແມ່ຍິງແລະເດັກນ້ອຍຍິງສາວ ໃນເຂດຫ່າງໄກສອກຫຼີກ ຍັງບໍ່ທັນເຂົ້າສື່ໂຄສະນາ ຕ້ານການຄ້າມະນຸສອີກຈໍານວນຫຼາຍ ເພື່ອຮູ້ທັນເລ້ຫຼ່ຽມ ຂອງຂະບວນການຄ້າມະນຸສ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ວຽກງານຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ທີ່ເຂົ້າຮ່ວມການຝຶກອົບຮົມ ຍົກລະດັບຄວາມຮູ້ ກ່ຽວກັບການສ້າງສື່ໂຄສະນາ ຜລິຕພັນສື່ ເພື່ອຕ້ານການຄ້າມະນຸສ ຜູ້ຂໍສງວນຊື່ ແລະສຽງ ກ່າວໃນມື້ດຽວກັນນີ້ວ່າ:

“ຍຸກສໄມປັດຈຸບັນນີ້ ສື່ສັງຄົມອອນລາຍນ໌ ອີ່ຫຍັງຕ່າງໆເນາະ ນັບແຕ່ຕ່າງປະເທດເຂົ້າມາ ອີ່ຫຍັງຫັ້ນນ່າ ດຽວນີ້ແມ່ນຈີນ ມັນມາຮ້າຍແຮງຫັ້ນນ່າ ເວົ້າເຣື່ອງຄ້າມະນຸສ ແຕ່ງດອງແອບແຝງບໍ ອີ່ຫຍັງຫັ້ນນ່າ ໂຕນີ້ ເອົາເປັນຫ່ວງແມ່ຍິງເຮົາ ເວົ້າເຣື່ອງການສຶກສາອີ່ຫຍັງ ກໍຍັງບໍ່ທັນໄດ້ກວ້າງຂວາງຫັ້ນນ່າ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກເນາະ ເວົ້າເຣື່ອງພາສາກາງ ບໍ່ທັນໄດ້ແຈ້ງ ແຕ່ເຮົາກໍຢາກປ້ອງກັນໄວ້ ດ້ວຍການໂຄສະນາ ສື່ອີ່ຫຍັງຕ່າງໆນີ້ແຫຼະ.”

ແມ່ຍິງ ພາຍໃນເມືອງທ່າແຕງ ແຂວງເຊກອງຈໍານວນນຶ່ງ ບໍ່ມີວຽກເຮັດງານທໍາ ແລະເດັກນ້ອຍຍິງສາວ ພາຍໃນເມືອງທ່າແຕງຈໍານວນນຶ່ງ ບໍ່ໄດ້ຮຽນໜັງສື ຍ້ອນຄອບຄົວບໍ່ມີເງິນສົ່ງໃຫ້ຮຽນ ຈຶ່ງເຮັດໃຫ້ເຂົາເຈົ້າ ອາຈຕົກເປັນຜູ້ຖືກເຄາະຮ້າຍ ຫຼືກຸ່ມສ່ຽງຈາກການຄ້າມະນຸສ ຢູ່ຕ່າງປະເທດ ຍ້ອນພວກເຂົາເຈົ້າ ຈະພາກັນໄປສມັກວຽກຢູ່ປະເທດໃກ້ຄຽງ ແບບຮູ້ເທົ່າບໍ່ເຖິງການ.

ປັດຈຸບັນ ເຂດບ້ານໃດ ທີ່ວຽກງານການໂຄສະນາ ຕ້ານການຄ້າມະນຸສເຂົ້າເຖິງ ກໍຈະມີນາຍບ້ານ ປະກາດໃສ່ໂທຣະໂຄ່ງ ຫຼືມີການເອີ້ນປະຊຸມກັນ ເພື່ອເຕືອນຊາວໜຸ່ມລາວ ເຝົ້າລະວັງພັຍອັນຕຣາຍຈາກການຄ້າມະນຸສ ທີ່ມາໃນຮູບແບບ ການຖືກຕົວະໄປອອກແຮງງານຢູ່ຕ່າງປະເທດ.

ດັ່ງປະຊາຊົນ ເມືອງທ່າແຕງ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:

“ຖ້າມີແຈ້ງການແນະນໍາ ອີ່ຫຍັງຕ່າງໆ ເພິ່ນກໍໄດ້ລວມລູກບ້ານ ແລ້ວກໍອ່ານເພື່ອແຈ້ງເຕືອນ ເອື້ອຍນ້ອຍແມ່ຍິງ ກໍຄືຊາວໜຸ່ມຍິງໜຸ່ມເຮົານີ້ແຫຼະ ຄວາມຮູ້ເທົ່າບໍ່ເຖິງການເນາະ ສົມມຸດວ່າ ໄປອອກແຮງງານ ເພາະວ່າຢູ່ບ້ານເຮົາ ມັນກໍມີຊາວຕ່າງດ້າວ ຫຼືວ່າ ຊາວຕ່າງປະເທດ ມາອອກແຮງງານເນາະ ກໍໃຫ້ມີສະຕິ ແລ້ວກໍເບິ່ງທັງດ້ານບວກ ດ້ານລົບ ມັນພໍໄປບໍ ບໍ່ພໍໄປບໍ ຄັນໄປກໍຄືວ່າ ໄປອອກແຮງງານຢູ່ຕ່າງປະເທດ ເຮົາກໍຕ້ອງໄດ້ເຮັດ ບັດແຮງງານໄປຄັກແນ່ເດ້ ມີຜູ້ຄໍ້າປະກັນມີຫຍັງ ຜ່ານສະຖານທູດຄັກແນ່.”

ປະມານ ປີ 2018 ເດັກນ້ອຍຍິງສາວ ອາຍຸຕໍ່າກວ່າ 18 ປີ ຢູ່ແຂວງເຊກອງ ຈໍານວນ 1 ຄົນ ຕົກເປັນເຫຍື່ອການຄ້າມະນຸສ ພາຍຫຼັງຖືກຕົວະໄປເຮັດວຽກ ຢູ່ຮ້ານອາຫານ ທີ່ປະເທດໄທຍ ແຕ່ເມື່ອໄປຮອດປະເທດໄທຍແລ້ວ ພັດໄດ້ເຮັດວຽກເປັນພະນັກງານຂາຍເຄື່ອງຢູ່ຕລາດນັດ ແລ້ວຖືກກັກບໍຣິເວນ ຖືກຍຶດພາສປອຣ໌ຕໄວ້ ບໍ່ໃຫ້ອອກໄປໃສ ແລະບໍ່ໄດ້ຮັບເງິນເດືອນ ມີແຕ່ໃຫ້ກິນເຂົ້າ ແລະດື່ມນໍ້າ ແລະມີທີ່ຢູ່ອາສັຍໃຫ້ເທົ່ານັ້ນ ເຊິ່ງທາງການລາວ ແລະໄທຍ ໄດ້ຊ່ອຍເຫຼືອລາວ ກັບມາເຮືອນດ້ວຍຄວາມປອດພັຍແລ້ວ.

ເຊິ່ງສາເຫດສໍາຄັນ ທີ່ເຂົາເຈົ້າຕົກເຫຍື່ອການຄ້າມະນຸສ ກໍຍ້ອນຄວາມທຸກຍາກ ບໍ່ໄດ້ຮຽນໜັງສືໃນລະດັບສູງ ຈຶ່ງເຮັດໃຫ້ເຂົາເຈົ້າ ຮູ້ເທົ່າບໍ່ເຖິງການ ຕົກເປັນເຫຍື່ອການຄ້າມະນຸສ.

ດັ່ງຊາວໜຸ່ມ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:

“ຕົວະຍົວະມິຫຍັງຫັ້ນນ່າ ແບບວ່າ ໃຫ້ແບບວ່າ ໄປເຮັດວຽກຢູ່ຫັ້ນຢູ່ນີ້ ໄປອັນນີ້ຫັ້ນນ່າ ແຕ່ວ່າ ໄປ ໄປເຮັດໃນສິ່ງທີ່ມັນ ອັນນີ້ຫັ້ນແຫຼະ ສ່ວນໜ້ອຍມັນເປັນບາງກຸ່ມຊື່ໆ ທີ່ແບບວ່າ ບາງຄັ້ງ ທີ່ຮູ້ເທົ່າບໍ່ເຖິງການ ແຫຼະແບບວ່າ ການສຶກສາຍັງຕໍ່າ ແບບວ່າ ເວລາເຂົາມາເວົ້າ ມາຫຍັງມາຫັ້ນນ່າ.”

ວຽກງການສະກັດກັ້ນ ແລະຕ້ານການຄ້າມະນຸສ ເປັນວຽກງານທີ່ຣັຖບານລາວ ໄດ້ເອົາໃຈໃສ່ ແລະໃຫ້ຄວາມສໍາຄັນ ເພາະວ່າ ປະເທດລາວ ເປັນປະເທດນຶ່ງ ທີ່ມີບັນຫາການຄ້າມະນຸສ ເຊິ່ງເປັນຂະບວນການຄ້າມະນຸສ ທີ່ມາດ້ວຍຫຼາຍຮູບແບບ ເຊັ່ນ: ການແຕ່ງດອງແອບແຝງ, ການຂູດຮີດແຮງງານ, ການບີບບັງຄັບທາງເພດ, ການບີບບັງຄັບໃຫ້ເປັນໂສເພນີ, ການຄ້າປະເວນີ, ການຮັບຈ້າງຖືພາ ແລະອື່ນໆ.

ສະນັ້ນ ການຝຶກອົບຮົມ ຍົກລະດັບຄວາມຮູ້ ກ່ຽວກັບການສ້າງສື່ໂຄສະນາ ຜລິດສື່ ໃນເທື່ອນີ້ ກໍເພື່ອໃຫ້ສື່ມວນຊົນໃນແຂວງເຊກອງ ເປັນສ່ວນນຶ່ງໃນການເຜີຍແຜ່ ແລະປູກຈິດສໍານຶກ ໃຫ້ແກ່ປະຊາຊົນຮັບຮູ້ ແລະເຂົ້າໃຈ ບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ, ອີງຕາມຄວາມເວົ້າ ຂອງ ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ແລະ ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າຜແນກຖ ແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ທີ່ໄດ້ກ່າວຕໍ່ສື່ມວນຊົນລາວ ໃນວັນທີ 4 ມົກກະຣາ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.