ມີການລົງທຶນ ໃນລາວຫຼາຍທີ່ສຸດ ແຕ່ຄົນລາວ ບໍ່ມີວຽກເຮັດ
2023.01.05

ໃນໄລຍະ 20 ປີຜ່ານມາ ປະເທດລາວ ຖືເປັນປະເທດ ທີ່ມີການຂຍາຍໂຕ ທາງດ້ານເສຖກິຈ ສູງໃນເອເຊັຽ ຕາເວັນ ອອກສ່ຽງໃຕ້ ຊຶ່ງສ່ວນຫລາຍ ມາຈາກການລົງທຶນ ຂອງຕ່າງປະເທດ ທ້າງດ້ານພລັງງານແລະບໍ່ແຮ່ ຮ່ວມທັງການສ້າງ ໂຄງຮ່າງພື້ນຖານຕ່າງໆ ແຕ່ໂຄງການລົງທຶນດັ່ງກ່າວ ພັດສ້າງວຽກເຮັດງານທຳ ໃຫ້ແກ່ຄົນງານລາວ ໄດ້ໜ້ອຍກວ່າ 1% ຂອງການຈ້າງງານ ທີ່ເກີດຂຶ້ນພາຍໃນປະເທດ, ອີງຕາມບົດຣາຍງານ ຂອງທະນາຄານໂລກ ວ່າດ້ວຍການຮັບມື ກັບການບອບບາງ ທາງດ້ານເສຖກິຈ ມະຫາພາກ ຂອງປະເທດລາວ ສະບັບເດືອນຕຸລາ ປີ 2022.
ໃນບົດຣາຍງານດັ່ງກ່າວ ຍັງໄດ້ເຈາະເລິກ ໃນຫົວຂໍ້ ການສົ່ງອອກ ເພື່ອສ້າງວຽກເຮັດ ງານທຳ ວ່າຕລາດແຮງງານ ໃນປະເທດລາວ ມີລັກສນະນອກລະບົບສູງ ແລະຂາດແຮງງານ ທີ່ມີຄຸນນະພາບ ທີ່ເສີມສ້າງທັກສະແຮງງານ ຊຶ່ງສະແດງໃຫ້ເຫັນວ່າ ການຂຍາຍໂຕ ທາງດ້ານເສຖກິຈ ໃນລາວ ໄລຍະຜ່ານມາບໍ່ສາມາດ ຫລຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນ ພາຍໃນປະເທດໄດ້.
ກ່ຽວກັບເຮື່ອງນີ້ ທ່ານ ອາຈານ ດຣ. ປິຕິ ສີແສງນາມ ນັກເສຖສາຕ ແລະຜູ້ອຳນວຍການ ສູນເສຖກິຈລະຫວ່າງປະເທດ ມະຫາວິທຍາໄລ ຈຸລາລົງກອນ ໄດ້ໃຫ້ຄວາມເຫັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 5 ມົກກະຣາ ປີ 2023 ວ່າ ການຂຍາຍໂຕ ຂອງເສຖກິຈ ປະເທດລາວ ມີລັກສນະເພິ່ງພາຕ່າງປະເທດ ໂດຍສະເພາະ ໂຄງການລົງທຶນ ຂອງນັກລົງທຶນໄທຍ, ວຽດນາມ ແລະຈີນ ໃນຂແນງການພລັງງານ, ບໍ່ແຮ່ ແລະການຄົມມະນາຄົມຂົນສົ່ງ ແຕ່ຢ່າງໃດກໍຕາມ ຂແນງການລົງທຶນ ດັ່ງກ່າວນີ້ ພັດບໍ່ໄດ້ສ້າງວຽກເຮັດ ງານທຳ ໃຫ້ແກ່ຄົນງານລາວ ພາຍໃນປະເທດ ຫລາຍເທົ່າທີ່ຄວນ.
ດັ່ງທ່ານກ່າວວ່າ:
“ດ້ວຍຕລາດຂນາດປະເທດທີ່ນ້ອຍ ບໍ່ໄດ້ມີການດຶງດູດ ໃຫ້ມີການຂຍາຍອຸດສາຫະກັມ ບ່ອນນັ້ນ ເປັນອຸດສາຫະກັມ ທີ່ສ້າງ value-added ຫລືວ່າສ້າງຂະບວນການ ຜລິດພາຍໃນປະເທດ ບໍ່ທັນຫລາຍ ສະນັ້ນ ກິຈກັມພາຍໃນປະເທດ ບໍ່ທັນໄດ້ສູງປານໃດ ແລ້ວປະກອບກັບ ປະເທດເພື່ອນບ້ານ ຂາດແຄນຄົນງານອີກ ເຊັ່ນກໍຣະນີ ຂອງປະເທດໄທຍ ສະນັ້ນເມື່ອບໍ່ມີວຽກເຮັດ ງານທຳ ພາຍໃນປະເທດ ກໍເດີນທາງ ມາຊອກວຽກເຮັດ ທີ່ປະເທດໄທຍ.”
ບົດຣາຍງານ ຂອງທະນາຄານໂລກ ສະບັບດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ ໃນປີ 2010 ມີໂຄງການກໍ່ສ້າງຕ່າງໆ ຈຳນວນຫລາຍເກີດຂຶ້ນ ໃນລາວ ແລະກໍໄດ້ສ້າງວຽກເຮັດ ງານທຳ ເປັນຈຳນວນຫລາຍ ແຕ່ວຽກເຮັດ ງານທຳ ເຫຼົ່ານັ້ນ ພັດຕົກໄປສູ້ຄົນປະເທດອື່ນ ໃນປະເທດໃກ້ຄຽງ ແທນທີ່ຈະເປັນຄົນ ປະເທດລາວ ເປັນຕົ້ນ ໂຄງການສ້າງໂຄງຮ່າງພື້ນຖານ, ໂຄງການເຂື່ອນໄຟຟ້າ ແລະການຂຸດຄົ້ນແຮ່ທາດ ມີການສ້າງວຽກເຮັດ ງານທຳ ເຖິງ 100,000 ຕຳແໜ່ງ, ແຕ່ຕຳແໜ່ງເຫລົ່ານັ້ນ ພັດຕົກໄປຢູ່ກັບຄົນໄທຍ, ຄົນຈີນແລະຄົນວຽດນາມ.
ໃນໄລຍະຜ່ານມາ ເທົ່າເຖິງປັດຈຸບັນ ປະເທດລາວ ບໍ່ສາມາດຜລິດສິນຄ້າ ອຸປໂພກ-ບໍຣິໂພກ ໃນປະເທດໄດ້ພໍເທົ່າໃດ ຈຳເປັນຕ້ອງໄດ້ນຳເຂົ້າ ຈາກຕ່າງປະເທດ ໂດຍສະເພາະ ປະເທດໄທຍ ແລະ ເມື່ອອັຕຣາເງິນເຟີ້ ໃນປະເທດລາວສູງຂຶ້ນ ເຮັດໃຫ້ສິນຄ້າທີ່ນຳເຂົ້າ ຈາກຕ່າງປະເທດ ສູງຂຶ້ນເໝືອນກັນ ຂະນະທີ່ລາຍຮັບຂອງຄົນງານແຕ່ລະເດືອນ ຍັງຄືເກົ່າ ຊຶ່ງບັນຫາດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມບອບບາງ ດ້ານເສຖກິຈ ຂອງປະເທດລາວ.
ດັ່ງນັກຊ່ຽວຊານ ດ້ານເສຖສາຕໃນລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກໍສຳຄັນ ເພາະວ່າທຸກປະເທດ ມັນເຮື່ອງການໃຊ້ຈ່າຍ ການຊຳຣະ ລະຫວ່າງປະເທດເນາະ ມັນຕ້ອງເວົ້າເຖິງເງິນຕຣາ ຕ່າງປະເທດ ໂດຍສເພາະປະເທດ ທີ່ພວກເຮົາຢູ່ໃກ້ກັນ ຄືປະເທດຄູ່ຄ້າຫັ້ນນ່າ ມັນກໍໝາຍເຖິງ ຄວາມບອບບາງ ຂອງລະບົບເສຖກິຈຂອງປະເທດນັ້ນໆ ທີ່ຮ່ວມກັນຫັ້ນນ່າ ອັນນີ້ແມ່ນຖືວ່າສຳຄັນຫລາຍ.”
ອັຕຣາເງິນເຟີ້ໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະ 2-3 ປີ ຜ່ານມາ ເຮັດໃຫ້ຄົນງານລາວ ສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດຫລາຍຂຶ້ນ ເປັນຕົ້ນປະເທດໄທ ຍ້ອນຄ່າຈ້າງ ໃນໄທຍສູງກວ່າ ປະເທດລາວ 3-10 ເທົ່າ, ສ່ວນເກົາຫລີໃຕ້ສູງກວ່າ 25 ເທົ່າ ທຽບໃສ່ການຈ້າງງານໃລາວ.
ດັ່ງຄົນງານ ຜູ້ທີ່ສົນໃຈ ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ ທ່ານນຶ່ງກ່າວວ່າ:
“ຄືວ່າເຮັດວຽກຢູ່ລາວນີ້ກໍຄື ດຽວນີ້ຖານລາຍໄດ້ນີ້ ມັນນ້ອຍເນາະ ທຽບໃສ່ຕ່າງປະເທດ ແລ້ວເຮົາເຮັດນຶ່ງປີຢູ່ປະເທດລາວນີ້ ລະກໍ ເຂົາເຮັດເດືອນນຶ່ງ ຢູ່ຕ່າງປະເທດນີ້ ມັນເທົ່າກັບເງິນເດືອນນີ້ນ່າ ເຮົາຈຶ່ງສົນໃຈຢາກເປັນເຮັດ ຢູ່ຕ່າງປະເທດໜ້າ ວຽກກໍໜ້າສົນໃຈຢູ່ ແຕ່ວ່າສັງເກດເບິ່ງເງິນເດືອນຫັ້ນ ມັນໜ້ອຍນ່າ ສ່ວນຫລາຍກໍຄືກັມມະກອນ ຫັ້ນແຫລະ ໃນຂແນງການຜລິດ ຫລືການຫຍິບບໍແນວຫັ້ນນ່າ.”
ອິງຕາມບົດຣາຍງານ ຂອງທະນາຄານໂລກ ວ່າດ້ວຍການຮັບມື ກັບຄວາມບອບບາງ ຂອງເສຖກິຈລາວ ສະບັບເດືອນຕຸລາ ປີ 2022 ຍັງໄດ້ລະບຸອີກວ່າ ເຖິງແມ່ນວ່າ ການຈ້າງງານ ພາຍໃນປະເທດລາວ ຈະເພີ່ມຂຶ້ນ ມາຮອດກາງປີ 2020 ແຕ່ລາຍໄດ້ຂອງປະຊາຊົນ ກໍຍັງເຕີບໂຕຊ້າ ເມື່ອທຽບໃສ່ສະພາບເງິນເຟີ້ໃນລາວ ໂດຍສະເພາະອັຕຣາເງິນເຟີ້ ໃນໝວດອາຫານ ທີ່ເພີ່ມຂຶ້ນເຖິງ 39% ສົ່ງຜົລກະທົບ ຕໍ່ຜູ້ທຸກຍາກໃນເຂດໂຕເມືອງ ເຮັດໃຫ້ບາງຄອບຄົວ ໄດ້ຫລຸດຜ່ານການບໍຣິໂພກ ສະບຽງອາຫານ ແລະການໃຊ້ນ້ຳມັນເຊື້ອເພີງ ແລະທີ່ຜ່ານມາ 2 ໃນ 3 ຄົວເຮືອນໃນລາວ ໄດ້ຫຼຸດຄ່າໃຊ້ຈ່າຍ ດ້ານສຸຂພາບ ແລະການສຶກສາ ຊຶ່ງອາດມີຜລົກະທົບ ຕໍ່ການພັທນາ ຊັພຍາກອນມະນຸສໃນໄລຍະຍາວ.