ປະຊາຊົນ ຢູ່ບໍ່ໄດ້ ກັບບັນຫາເສຖກິຈ
2023.01.12
ປະຊາຊົນ ທີ່ປະສົບກັບບັນຫາ ຄ່າຄອບຊີບແພງ ທີ່ສູງຂຶ້ນຫຼາຍ ໃນຂະນະທີ່ລາຍຮັບ ບໍ່ໄດ້ສູງຂຶ້ນຕາມອັດຕຣາເງິນເຟີ້. ປະຊາຊົນ ທ່ານ ນຶ່ງ ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ໂອ້ກະປັບໂຕແດ່ໄດ໋ເນາະ ກະໃຊ້ ໂອ້ກະຍາກ ແມ່ນຫຍັງກະຂຶ້ນ ໝີ່ໄວໄວ ກັບໄຂ່ ນີ້ແຕ່ກີ້ກະຍັງຖືກສຸດລະ. ໄຂ່ໜ່ວຍ 3,000 ກີບ, ໝີ່ໄວໄວ ກະ 3 ຫໍ່ 10,000 ກີບ. ມັນກະຂຶ້ນເປັນເຄິ່ງ 2 ທົບ ພຸ້ນແຫຼເນາະ.
ນັກຂ່າວ: ຈາກແຕ່ກີ້ເທົ່າໃດ ໄຂ່ໜ່ວຍນຶ່ງ?
ປະຊາຊົນ: “ແຕ່ກ່ອນ ໄຂ່ 3 ໜ່ວຍ 5,000 ກີບ, ໜ່ວຍ 1,000 ກວ່າ ກີບນີ້ນະ; ແຕ່ ດຽວນີ້ ມັນກະຖືກໜ່ວຍນຶ່ງ 3,000 ກີບ ບາງຮ້ານກະ 3 ໜ່ວຍ 10,000 ກີບ. ບາງຮ້ານກະ 4 ໜ່ວຍ, ໜ່ວຍມັນກະຈະນ້ອຍລົງ. ດຽວນີ້ຫັ້ນເງິນ 1,000 ບາທ ມັນກະຖືກ 500,000 ປາຍ ໜ້ອຍນຶ່ງ ບາງມື້ກະໄລ່ສເລັ່ຽໃສ່ຊ່ຳນັ້ນ ມັນກະຂຶ້ນ 500,000 ກວ່າ ກີບ.”
ນັກຂ່າວ: ເຮົາຢູ່ຈັ່ງໃດ ປະຢັດຢູ່ ປະຢັດກິນເອົາຫວະ ຫຼືວ່າ ມີວິທີການແນວໃດ?
ປະຊາຊົນ: “ຄືຄອບຄົວນ້ອງ ນີ້ກິນຄືເກົ່າ ມີແຕ່ຫາມາຕື່ມຂຶ້ນ. ພວກທາງອື່ນກະຫຍຸ້ງຫັ້ນແຫຼະ ແຕ່ວ່າ ກະຕ້ອງໄດ້ຂຶ້ນຕາຫັ້ນແຫຼະ ເຮົາເຮັດວຽກເສີມໜ້ອຍນຶ່ງ.”
ປະຊາຊົນອີກທ່ານນຶ່ງ ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ຍາກອີ່ຫຼີເນາະ ແທນທີ່ເຮົາຊິກິນຊີ້ນໄກ່ ແບບທີ່ວ່າ ມັນມີໂປຼຕີນດີໆ ເຮົາພັດບໍ່ມີປັນຍາຊື້ ເພາະວ່າ ມັນແພງ.
ນັກຂ່າວ: ມັນແພງທໍ່ໃດລະ?
ປະຊາຊົນ: “ຕອນນີ້ ຊີ້ນງົວເບີ 1 ນີ້ ຄິດເປັນເງິນລາວປະມານ 125,000 ກີບ ຕລາດໂພນສະຫວ່າງ. ແຕ່ກ່ອນ ສມັຍໂຄວິດ ກະແມ່ນ 70,000 ກີບ 2020-2021 ຫັ້ນນ່າ ກະກິນໄດ້, ແຕ່ດຽວນີ້ຫັ້ນ ໄກ່ຫັ້ນ ໃນຕອນນັ້ນ ກະແມ່ນ ກິໂລນຶ່ງ 30,000 ກີບ ຫຼື 35,000 ກີບ ດຽວນີ້ ປະມານ 75,000 ກີບ.
ຍັງເຂົ້າສານໜຽວເບີ 1 ລະແມ່ນ 185,000 ເຖິງ 200,000 ກີບ ຕໍ່ ໝື່ນ. ອັນນີ້ ຄືຕລາດໂພນສະຫວ່າງ ເຂົາສານໜຽວ ເຂົາເອີ້ນເຂົ້າໄກ່ນ້ອຍ.”
ບັນຫາເສຖກິຈລາວຝືດເຄືອງ ແລະ ເງິນເຟີ້ ເປັນຍ້ອນວ່າ ປະເທດລາວ ບໍ່ສາມາດຜລິດສິນຄ້າໄດ້ເອງ ແລະ ຣັຖບານ ບໍ່ສາມາດຄຸ້ມຄອງ ເງິນຕຣາຕ່າງປະເທດ ໄດ້.
ທ່ານ ສີເຮັງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ເຂດ 14 ແຂວງສາຣະວັນ ປະກອບຄຳເຫັນໃນກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນ ເດືອນ ທັນວາ 2022 ວ່າ:
“ຢາກສເນີ ນຳທະນາຄານວ່າ ຢາກແກ້ໄຂວິກິຈອັນນີ້ນິ ກ່ອນອື່ນໝົດ ຊິອອກນິຕິກັມແນວໄດ໋ ກະອອກ ສເນີມາຫາຄະນະປະຈຳ ສະພາແຫ່ງຊາຕ ເຣື່ອງຮ້ານແລກປ່ຽນ ເງິນຕຣາຂໍໃຫ້ເບຣກໄວ້ ລົບລ້າງໄດ້ລະດີຫຼາຍ ອັນນຶ່ງ ສອງມາເຣື່ອງການສົ່ງອອກ ສິນຄ້າຈະຕ້ອງໄດ້ ມີແປກມີ້ຈະຕ້ອງໄດ້ໄປເປີດບັນຊີ ທະນາຄານ ການນຳເຂົ້າເງິນ ຈະຕ້ອງມາຜ່ານທະນາຄານໝົດ.”
ນອກຈາກ ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານ ໂດຍ ອ້າງຄຳເວົ້າຂອງ ທ່ານ Toshiro Nishizawa ສາສຕຣາຈານ ຈາກມະຫາວິທຍາໄລໂຕກຽວ ປະເທດຍີ່ປຸ່ນ ແລະ ທັງເປັນອາດີດທີ່ປຶກສາໃຫ້ຣັຖບານລາວ ວ່າ ເສຖກິຈລາວ ຈະບໍ່ສາມາດກັບເຂົ້າມາຄົງທີ່ໄດ້ ແຕ່ ບັນຫາເສຖກິຈ ຍິ່ງຈະທະວີຮ້າຍແຮງຂຶ້ນ ຖ້າວ່າ ບັນຫາດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂ.
ໃນຊຸມປີ 2010, ອັດຕຣາການເຕີບໂຕທາງເສຖກິຈຂອງລາວ ຢູ່ທີ່ 6 ຫຼື 8%, ແຕ່ວ່າ ໃນປີ 2022 ເສຖກິຈລາວ ເຕີບໂຕພຽງແຕ່ 2.5% ເທົ່ານັ້ນ ອີງຕາມຂໍ້ມູນ ຈາກທະນາຄານໂລກ; ແຕ່ວ່າ ທາງການລາວ ກໍຢືນຢັນວ່າ ເສຖກິຈລາວ ຂຍາຍໂຕຢູ່ໃນລະດັບ 4.5%.
ອັດຕຣາເງິນເຟີ້ ສູງຂຶ້ນຫຼາຍ ໃນເດືອນທັນວາ 2022 ອັດຕຣາເງິນເຟີ້ຢູ່ທີ່ 39.27% ເຊິ່ງເປັນອັດຕຣາເງິນເຟີ້ ສູງທີ່ສຸດໃນປະເທດເອເຊັຽ ໃນຂະນະທີ່ ລາຄາອາຫານ ແລະ ລາຄາເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ສູງຂຶ້ນຢູ່ທີ່ 43%. ອັດຕຣາເງິນກີບທີ່ເຟີ້ ສູງຂຶ້ນ 68% ທຽບໃສ່ສະກຸນເງິນໂດລ້າຣ໌.
ທະນາຄານໂລກ ຄາດການວ່າ ໃນປີ 2023 ເສຖກິຈລາວຈະເຕີບໂຕພຽງແຕ່ 3.8% ເທົ່ານັ້ນ ໃນຂະນະທີ່ ທະນາຄານພັທນາເອເຊັຽ ຄາດການວ່າ ເສຖກິຈລາວ ຈະເຕີບໂຕຢູ່ທີ່ 3.5 ເທົ່ານັ້ນ.
ນັບແຕ່ປີ 2023-2026, ຣັຖບານລາວຈະຕ້ອງຈ່າຍໜີ້ ຕ່າງປະເທດ ມູນຄ່າ 1.3 ຕື້ ໃນແຕ່ລະປີ, ເຊິ່ງສ່ວນຫຼາຍ ເປັນເງິນກູ້ຢືມມາຈາກຈີນ; ແຕ່ ນັກວິຊາການ ກໍໃຫ້ທັສນະວ່າ ຣັຖບານລາວ ຈະສາມາດຂໍເລື່ອນ ການຊຳລະໜີ້ ຈາກຈີນ ໄດ້.