ປະເທດລາວ ຕິດໜີ້ເກີນລາຍຮັບ ເສຖກິຈເດີນຍາກ

ອຸ່ນແກ້ວ
2023.02.17
ປະເທດລາວ ຕິດໜີ້ເກີນລາຍຮັບ ເສຖກິຈເດີນຍາກ ການຊື້-ຂາຍທີ່ຕລາດແຫ່ງນຶ່ງໃນ ສປປ ລາວ ທີ່ຄຶກຄື້ນ ໃນຍຸກເສຖກິຈລາວ ປະເຊີນກັບເງິນເຟີ້ສູງ. ເດືອນມົກກະຣາ ປີ 2023.
ນັກຂ່າວ ພົລເມືອງ

ທະ​ນາຄານໂລກ​​ ປະເມີນວ່າ ໃນທ້າຍປີ 2022 ຈຳນວນໜີ້ສິນ ​​ຂອງປະເທດລາວ​​ສູງຂຶ້ນ 100%ຂອງລວມຍອດ​ມູນຄ່າ ຜລິດພັນພາຍໃນ ຫຼື GDP.

ລວມຍອດ​ມູນຄ່າ ລິດພັນພາຍໃນ ຫຼື DGP ນັ້ນປະກອບມີ ລາຍຮັບຈາກການລົງທຶນ, ລາຍຮັບາກເກັບພາສີແລະ ເກັບອາກອນ, ລາຍຮັບຈາກຜົລິດພາຍໃນລາວ ແລະ ລວມທັງລາຍຮັບຈາກການສົ່ງສິນຄ້າອອກ ແລະ ອື່ນໆ.

ທະ​ນາຄານໂລກ ໄດ້ອອກບົດຣາຍງານໃນປີ 2022 ທີ່ຜ່ານມາ ກ່ຽວກັບເລື່ອງເສກິລາວ ແລະ ໄດ້ມີການປະເມີນໄວ້ຕອນນຶ່ງວ່າ ໜີ້ສິນຂອງປະເທດລາວຈະເພີ່ມຂຶ້ນເປັນ​ 100% ຂອງລວມຍອດ​ມູນ​ຄ່າ​ຜ​ລິດ​ຕະ​ພັນ​ພາຍ​ໃນຂອງ​ລາວ.  

ຕໍ່​ບັນຫາດັ່ງກ່າວ ນັກທຸຣະກິຈລາວ ກໍສະແດງຄວາມເປັນຫ່ວງວ່າ ຣັບານຈະເອົາເງິນມາແຕ່ໃສມາໃຊ້ໜີ້ລວມທັງດອກເບັ້ຽ ຍົກໂຕຢ່າງເຮົາຫາເງິນໄດ້ 1 ແລະ ເອົາໄປໃຊ້ໜີ້ 1 ຕື້ ສະ​ນັ້ນ ເງິນກໍຈະບໍ່ເຫຼືອ ແລ້ວເຮົາຈະເອົາຫຍັງມາກິນ.

ນັກ​ທຸຣະກິລາວທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງໄດ້ກ່າວຕໍ່ວິທຍຸ ເອເຊັຽເສີຣີ ໃນວັນທີ 17 ກຸມພາ2023 ວ່າ:

“ຊິ​ເອົາຫຍັງມີຈ່າຍ ມັນບໍ່ມີທາງຈ່າຍແລ້ວດຽວນີ້ ຈັ່ງວ່າ ມັນບໍ່ມີແນວຈ່າຍລະ ສົມມຸດວ່າ ເຮົາມີໜີ້ ຕື້ນຶ່ງ ລາຍຮັບເຮົາຕື້ນຶ່ງ ມັນກະຕຸບກັນ ໂຕມັນຍາກນີ້ກະຄື ບໍ່ມີລາຍຮັບເຂົ້າມາໃໝ່ ມີແຕ່ໃຊ້ໜີ້ໝົດ ມັນກະຄາແຫຼ ແຕ່ວ່າ ບັນຫາອັນຕະລາຍແຫຼໂຕນີ້ ດຽວນີ້ກະຫຼັກໆແດ່ ອອກກະມີແຕ່ມັນຕົ້ນຢູ່ລາວນີ້ ກັບ ໄປຂາຍແຮງງານຢູ່ຕ່າງປະເທດ.”

ການ​ຕິດໜີ້ຈົນເກີນລາຍຮັບ ຂອງໂຕເອງ ມັນເຮັດໃຫ້ລະບົບການເງິນ ຂອງລາວດຳເນີນການໄປໄດ້ຍາກ ແລະ ຫຼາຍໂຄງການຂອງຣັບານ ກໍຖືກສັ່ງໂຈະ.

ນັກ​ທຸຣະກິຈ ທ່ານນີ້ ກ່າວວ່າ:

“ໂອຊິ​ເອົາມາແຕ່ໃສ່ສົມມຸດວ່າ ໂຄງການແຕ່ລະໂຄງການເຂົາກະໂຈະໝົດໄດ໋ ຈົນບໍ່ມີທາງອອກລະໂຈະໝົດ ແຕ່ວ່າ ມັນກະບໍ່ໄຫວແຫຼະ ມາແຕ່ 100 ເປີເຊັນ ຂອງ GDP ມັນກະບໍ່ໄດ້ແຫຼະ ມັນກະຕາຍແຫຼະ ມັນກະໂອເວີໄດ໋ເວີຍ ລະບົບການເງິນເຈົ້າກະບໍ່ໄດ້ແຫຼະ.”

ທາງ​ນຶ່ງ ທີ່ຣັບານ ຈະຫາເງິນມາໃຊ້ໜີ້ ກໍຄື ການໃຫ້ສຳປະທານຂຸດຄົ້ນບໍ່ແຮ່ ຫຼື ເອົາບໍ່ແຮ່ມາໃຊ້ໜີ້ແທນ, ແຕ່ ການຂຸດຄົ້ນບໍ່ແຮ່ ກໍຍັງມີຊ່ອງວ່າງຢູ່ລາຍຮັບບໍ່ເຂົ້າຣັຖໄດ້ເຕັມທີ່ ແຕ່ ມັນເຂົ້າຖົງສ່ວນບຸກຄົນ​.

ນັກ​ທຸຣະກິຈ ທ່ານນີ້ກ່າວຕື່ມວ່າ​:

“ມັນ​ກະຊິໃຊ້ບໍ່ໄດ້ດອກໜີ້ ກະຊິມີແຕ່ເລື່ອນຫັ້ນເລື່ອນໜີ້ ກັນຫັ້ນແຫຼ ແກ້ຍາກ ແກ້ບໍ່ໄດ້ ຖ້າຂາຍສົມບັດຂອງຊາດ ຄື ບໍ່ແຫ່ ກະບໍ່ເຂົາຣັໝົດ ສ່ວນນຶ່ງກະໄປເຂົ້າຖົງເອກຊົນ.”

ສິ່ງ​ທີ່ເກີດຂຶ້ນກໍຄື ຣັບານສັ່ງໂຈະຫຼາຍໂຄການ ບໍ່ໃຫ້ແຂວງດຳເນີນການເອງ, ແຕ່ ແຂວງກໍໃຊ້ຊ່ອງວ່າງເຮັດ​​ໂຄງນອກແຜນ.

ຍົກ​ໂຕຢ່າງ ແຂວງຈະບໍ່ເອົາເຂົ້າແຜນ ຂອງຣັບານກາງ ແຕ່ ແຂວງຈະອ້າງວ່າ ໂຄງການສຳຣວດບໍ່ແຮ່ ເຊິ່ງຟັງເບິ່ງແລ້ວ ພຽງແຕ່ເປັນການສຳຣວດເທົ່ານັ້ນ ຍັງບໍ່ທັນໄດ້ເຊັນສັນຍາລົງມືຂຸດຄົ້ນ, ແຕ່ໃນພາກປະຕິບັດໂຕຈິງ ໄດ້ມີການຂຸດຄົ້ນ ບໍ່ແຮ່ເປັນທີ່ຮຽບຮ້ອຍແລ້ວ.

ນັກ​ທຸຣະກິຈ ທ່ານນີ້ ກ່າວຕື່ມວ່າ:

“ເງິນ​ເຈົ້າເປັນໜີ້ຫຼາຍ ມັນກະຄາຕາຍແຫຼະ ເຈົ້າເປັນໜີ້ 100 ເປີເຊັນ ຊິເອົາທາງໃດມາແກ ສົມມຸດວ່າໜີ້ໂຄງສ້າງພື້ນຖານ ແມ່ນໂຈະ ເມື່ອເປັນແນວນັ້ນໂຄການຕ່າງໆ ເຂົາຈະເຂົ້ານອກແຜນ ຈະບໍ່ເຂົ້າໃນແຜນຂອງຣະບົບສະພາແຫ່ງຊາຕ.”

ຣັບານ ຕິດໜີ້ຮອດ 75 ເປີເຊັນຂຶ້ນໄປແລ້ວ ກໍຍັງບໍ່ສາມາດໃຊ້ໜີ້ໄດ້ ແຕ່ ຖ້າຕິດໜີ້ເຖິງ 100% ທີ່ກວມ​ເອົາລວມຍອດມູນຄ່າ ລິດຕະພັນພາບໃນ ຫຼື GDP ຍິ່ງຍາກທີ່ຈະໃຊ້ໜີ້ຄືນໄດ້ ນອກຈາກຈະຍົກຊັບສິນ ຂອງປະເທດຢ່າງໃດຢ່າງນຶ່ງໃຊ້ໜີ້.

ນັກ​ທຸຣະກິຈ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 17 ກຸມພາ ວ່າ:

“80% ກະຍັງບໍ່ລອດ ຊິໄປເວົ້າຫຍັງຮອດ 100 ເປີເຊັນ 75% ກະຍັງບໍ່ລອດລະ ດຽວນີ້ມັນຊິບໍ່ລອດລະ ອີກ 5% ມັນຊິຕາຍລະນ່າ ຄືວ່າ ເປັນ 100% ຊິເອົາຫຍັງມາໃຫ້ເຂົາ ມີແຕ່ເອົາດິນໃຫ້ເຂົາເລີຍຫັ້ນຕີ້ ມັນເວົ້າເລື່ອງດອກເບັ້ຽເດ້ຊັ້ນ.”

ປັດ​ຈຸບັນປະເທດຊາຕ ຕິດໜີ້ຕ່າງປະເທດ ແຕ່ ບໍ່ແມ່ນສ່ວນບຸກຄົນໃນຣັບານ ເປັນໜີ້ຕ່າງປະເທດ ເພາະວ່າ ທ້າຍທີ່ສຸດກໍຕ້ອງເອົາຊັບພະຍາກອນທັມມະຊາຕໃຊ້ໜີ້.

ນັກ​ທຸຣະກິທ່ານນີ້ ກ່າວຕື່ອີກວ່າ:

“ຄຳ​ວ່າລອດ ມັນກະບໍ່ລອດ ແຕ່ ມັນກະຍັງຄົງຢູ່ໄດ້ ບືນໄປຊັ້ນແຫຼວ ຂອງແມ່ນບໍ່ແມ່ນບຸກຄົນ ມັນແມ່ນປະເທດຊາດ ມັນຕ້ອງເອົາຂອງໄປຄ້ຳເຂົາ ໝົດລະນ່າ ຊັບພະຍາກອນທັມມະຊາຕທຸກໝ້ອງ.”

ຂໍ້​ມູຈາກທະນາຄານໂລກ ຍັງລະບຸວ່າ ປະເທລາວ ກຳລັງ ປະເຊີນກັບຄວາທ້າທາຍ ທາດ້ານເງິນສົດ ແລະ ຕິດໜີ້ທີ່ຈະຕ້ອງຈ່າຍ, ການເກັບລາຍບໍ່ໄດ້, ຄັງສຳຮອງເງິນຣາ ຕ່າງປະເທດມີໜ້ອຍ, ແລະ ທາງເລືອກທາງດ້ານ ການເງິນມີຈຳກັດ.

ກ່ອນ​ໂຄວິດ-19 ຣະບາດ, ລາວຂາດດຸນທາງດ້ານການຄ້າສູງ ໝາຍເຖິງມູນຄ່ານຳເຂົ້າສິນຄ້າ ຫຼາຍກວ່າ ມູນຄ່າການສົ່ງອອກສິນຄ້າ, ລວມຍອດມູນຄ່າລິດຕະພັນພາຍໃນ ບໍ່ເຕີບໂຕຫຼາຍ ນັບແຕ່ປີ 2013 ເຮັດໃຫ້ເກີດພາວະໜີ້ສິນຫຼາຍຂຶ້ນ

ໃນ​ປີ 2021 ປະເທດລາວ ຕິດໜີ້ 14.5 ຕື້ໂຕລ້າຣ໌ ກວມເອົາ 89 ເປີເຊັນ ຂອງ​​ລວມຍອດມູນຄ່າລິດຕະພັນພາຍໃນ ຫຼື GDP ແລະ ໃນປີ 2020 ໜີ້ສິນຂອງປະເທດລາວ ແມ່ນ 13.3 ຕື້ໂດລ້າຣ໌ ກວມເອົາ 73% ຂອງ​ລວມຍອດມູນ​ຄ່າ ຜລິດຕະພັນພາຍໃນ ອີງຕາມຂໍ້ມູນຈາກທະນາຄານໂລກ.

ຄ່າ​ເງິນກີບຫຼຸດລົງ ກໍຄື ໝາຍເຖິງເງິນເຟີ້ ແລະ ໜີ້ສິນຂອງລາວມະຫາສານ ໄດ້ເພິ່ມຄວາມສ່ຽງທີ່ຈະຈ່າຍໜີ້ຄືນບໍ່ໄດ້ ໃນຂະນະທີ່ ມີການຈຳ​​ກັດອັດຣາແລກປ່ຽນເງິນຣາຕ່າງປະເທດ ເປັນສິ່ງທ້າທາຍສຳລັບລາວໃນການໃຊ້ໜີ້.

ທ່ານ ບຸນ​ໂຈມອຸບົນປະເສີດ ອະດີດຣັຖມົນຣີ ກະຊວງການເງິນ ໄດ້ກ່າວຢູ່ໃນກອງປະຊຸມສໄມສາມັນເທື່ອທີ 3 ຂອງ​​ສະແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ ໃນວັນທີ 20 ມິຖຸນາ 2022 ຕອນນຶ່ງວ່າ: “ໃນປີ 2010 ເຮົາໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ ສະຫະຣັຖ ປົກຕິ ລາຍຮັບພາຍໃນເຮົາກະສາມາດປະຄັບປະຄອງໄດ້ ແຕ່ພວກເຮົາກະທົບແຮງເລີ່ມແຕ່ປີ 2019 ຂຶ້ນມານີ້ ແມ່ນ 1,200 ລ້ານ ໂດລ້າຣ໌ ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ ສະຫະຣັຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”

ປະ​ເທດ​ລາວ​ຕ້ອງ​ຂຸດ​ຄົ້ນ​ບໍ່​ແຮ່​ທັມ​ມະຊາຕ ເພື່ອ​ໃຊ້​ໜີ້. ທ່ານ ບຸນ​ໂຈມ ອຸບົນປະເສີດ ອະດີດຣັຖມົນຣີ ກະຊວງການເງິນ ໄດ້ກ່າວ ຢູ່ໃນກອງປະຊຸມສະພາ ໃນວັນທີ 20 ມິຖຸນາ ວ່າ:

“ເຈົ້າ​ໜີ້ຕ່າງໆນີ້ ບໍ່ວ່າແຕ່ຝ່າຍໃດ ແມ່ນຖາມເຮົານີ້ວ່າ ເຈົ້າຈະເອົາຫຍັງມາຊຳລະ ໃນກໍລະນີເລື່ອນຊຳລະໃຫ້ ກະປີນັ້ນຈະເອົາຫຍັງມາຊຳລະ ອັນນັ້ນແມ່ນຄຳເຈາະຈີ້ມທີ່ເຂົາເຈົ້າ ຢາກໄດ້ນຳເຮົາທີ່ສຸດ ສຳລັບໜີ້ສິນຕ່າງປະເທດນີ້ ລະກະແຫຼ່ງລາຍຮັບ ທີ່ພວກເຮົາຈະຊອກຄົ້ນນີ້ ແມ່ສ່ວນໃຫຍ່ຈາກແຮ່ທາດນີ້ແຫຼະເປັນພື້ນຖານ.”

ນັບ​ແຕ່ປີ 2021 ເປັນຕົ້ນມາ ປະເທດລາວ ຍັງມີ​​ເງິເຟີ້ ຢ່າງຕໍ່ເນື່ອງ ຈົນຣັຖບານຕ້ອງໄດ້ອອກພັນບັດ ຈຳໜ່າຍ ໃຫ້ຄົນລາວ ເພື່ອເອົາເງິນມາໃຊ້ຈ່າຍ.

ໜີ້​ສິນສາທາຣະນະສູງຂຶ້ນ ເຮັດໃຫ້ເກີດບັນຫາຄວາມສ່ຽງ ໃນລະບົບທະນາຄານ ແລະ ເຮັດໃຫ້ເກີດບັນຫາຄວາມບໍ່ແນ່ນອນໃນຄ່າເງິນຣາຕ່າງປະເທດ.

ຂໍ້​ມູນຈາກທະນາຄານໂລກ ໄດ້ລະບຸວ່າ ລາຄາອາຫານສູງຂຶ້ນຂຶ້ນ 39%, ອະ​ທິບາຍໝາຍຄວາມວ່າ ຈາກແຕ່ກ່ອນ ເຮົາໄປຊື້ອາຫານ ຢູ່ລາດຄັ້ງນຶ່ງ 100,000 ກີບ ແຕ່ ປັດຈຸບັນ ເຮົາຕ້ອງຊື້ອາຫານ 139,000 ກີບ ໃນຂະນະທີ່ ລາຄານ້ຳມັນສູງຂຶ້ນ 58% ໂດຍສະເລັ່ຽ, ອະທິບາຍ ແຕ່ກ່ອນເຮົາໃສ່ນ້ຳມັນ 100,000 ກີບ ຕໍ່ ຄັ້ງ ແຕ່ ປັຈຸບັນ ເຮົາໃສ່ນ້ຳມັນ 158,000 ກີບຕໍ່ຄັ້ງ.

ຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ຫລື IMF ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 26 ມົກກະຣາ ຫາ ວັນທີ 8 ກຸມພາ 2023 ນີ້ ເພື່ອປະເມີນເສຖກິຈມະຫາພາກ ຂອງປະເທດລາວ ປະຈຳປີ 2022 ຕາມພັນທະຂອງປະເທດ ສະມາຊິກກອງທຶນການເງິນ ລະຫວ່າງປະເທດ.

ຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ເຫັນວ່າປະເທດລາວ ຈະຕ້ອງເນັ້ນຫນັກ ທີ່ຈະແກ້ໄຂບັນຫາຕ່າງໆ ໃຫ້ເປັນຮູບປະທັມຫຼຼາຍຂຶ້ນ ທັງການພັທນາເສຖກິຈ, ການເງິນພາກຣັຖ, ນະໂຍບາຍເງິນຕຣາ, ອັດຕຣາເງິນເຟີ້ ແລະ ອັດຕຣາແລກປ່ຽນ.

ອີງ​ຕາມຂໍ້ມູນ ຈາກທະນາຄານແຫ່ງ ສລາວ, ອັດຣາເງິນເຟີ້ ຢູ່ໃນປີ 2022 ທີ່ຜ່ານມາ:

1. ເດືອນມົກກະຣາ ຢູ່ທີ່ 6.25%
2. ເດືອນກຸມ​ພາ ຢູ່​ທີ່ 7.31%
3. ເດືອນມີ​ນາ ຢູ່​ທີ່ 8.54%
4. ເດືອນເມ​ສາ ຢູ່​ທີ່ 9.86%
5. ເດືອນພຶ​ສ​ພາ ຢູ່​ທີ່ 12.81%
6. ເດືອນມິ​ຖຸ​ນາ ຢູ່​ທີ່ 23.61%
7. ເດືອນກໍ​ຣະ​ກະ​ດາ ຢູ່​ທີ່ 25.62%
8. ເດືອນສິງ​ຫາ ຢູ່​ທີ່ 30.01%
9. ເດືອນກັນ​ຍາ ຢູ່​ທີ່ 34.05%
10. ເດືອນຕຸ​ລາ ຢູ່​ທີ່ 36.75%
11. ເດືອນພຶ​ສ​ຈິ​ກາ ຢູ່​ທີ່ 38.46%
12. ເດືອນທັນ​ວາ ຢູ່​ທີ່ 39.27%

ສ່ວນ​ວ່າ ​ໃນ​ເດືອນ​ມົກ​ຣາ 2023 ອັດ​ຕ​ຣາ​ເງິນ​ເຟີ້ ຢູ່​ທີ່ 40.30%. ປະ​ຊາຊົນ ທີ່ປະສົບກັບບັນຫາຄ່າຄອບຊີບແພງ ທີ່ສູງຂຶ້ນຫຼາຍ ໃນຂະນະທີ່ລາຍຮັບ ເຂົາເຈົ້າບໍ່ໄດ້ສູງຂຶ້ນຕາມອັດຣາເງິນເຟີ້. ອັດ​ຣາເງິນເຟີ້ ສູງຂຶ້ນຫຼາຍ ແລະ ເຮັດໃຫ້ລາຄາອາຫານພາຍ ໃນປະເທດແພງຫຼາຍທີ່ສຸດໃນຮອບ 20 ປີ ອັນເປັນຜົມາຈາກເງິນເຟີ້ ແລະ ລາຄາສິນຄ້າ ຢູ່ລາດໂລກສູງຂຶ້ນ. ປະ​ຊາຊົນ ທ່ານ ນຶ່ງ ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີໃນ​ເດືອນມົກກະ​ຣາ ທີ່​ຜ່ານ​ມາ ວ່າ:

ໝີ່​ໄວໄວ ກະ 3 ຫໍ່ 10,000 ກີບ ຈາກແຕ່ກອນ 3 ຮໍ່ 5,000 ກີບ. ມັນກະຂຶ້ນເປັນເຄິ່ງ 2 ທົບພຸ້ນແຫຼເນາະ. ແຕ່ກ່ອນ ໄຂ່ 3 ໜ່ວຍ 5,000 ກີບ ໜ່ວຍ 1,000 ກວ່າ ກີບນີ້ນະ, ແຕ່ດຽວນີ້ ມັນກະຖືກໜ່ວຍນຶ່ງ 3,000 ກີບ ບາງຮ້ານກະ 3 ໜ່ວຍ 10,000 ກີບ. ຕອນນີ້ ຊີ້ນງົວເບີ 1 ນີ້ ລາຄາ 125,000 ກີບ ຢູ່ຕລາດໂພນສະຫວ່າງ ນະຄອນຫລວງວຽງຈັນ, ແຕ່ກ່ອນໂຄວິດ-19 ຣະບາດ ລາຄາ 70,000 ກີບ. ຊີ້ໄກ່ແຕ່ກ່ອນ ກິໂລນຶ່ງ 30,000 ກີບ ຫຼື 35,000 ກີບ ແຕ່ ດຽວນີ້ ກິໂລລະ 75,000 ກີບ. ເຂົ້າສານໜຽວເບີ​ 1 ລາຄາ 185,000 ເຖິງ 200,000 ກີບ ຕໍ່ ໝື່ນ ຈາກແຕ່ກ່ອນ ໝື່ນນຶ່ງ​​ລາຄາພຽງແຕ່ 100,000 ກີບເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.