ຣັຖບານຕັ້ງເປົ້າ ຂຍາຍເສຖກິຈ 4.5% ໃນປີ 2023
2023.01.03

ໃນປີ 2023 ນີ້ສະພາບເສຖກິຈໂລກ ແລະພາກພື້ນຍັງຈະສືບຕໍ່ຜັນແປ ໄປໃນທາງທີ່ຄາດເດົາໄດ້ຍາກ ບວກກັບສະພາບເສຖກິຈ, ການເງິນຂອງປະເທດລາວ ຍັງສືບຕໍ່ພົບກັບຄວາມຫຍຸ້ງຍາກ ພໍສົມຄວນ.ແຕ່ຣັຖບານລາວ ໄດ້ຕັ້ງຄາດໝາຽເສຖກິຈ ໃນປີ 2023 ວ່າຈະຂຍາຍໂຕ 4.5% ຊຶ່ງຣັຖບານລາວ ຈະພະຍາຍາມສູ້ຊົນ ກັບບັນຫາ ແລະສິ່ງທ້າທາຍຕ່າງໆ ເພື່ອໃຫ້ໄດ້ຕາມຄາດໝາຽ.
ດັ່ງທ່ານ ຄຳເຈນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ກ່າວໃນກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 07 ທັນວາ 2022 ຜ່ານມາວ່າ:
“ເປົ້າໝາຽທີ 1 ຂອງແຜນພັທນາເສຖກິຈ-ສັງຄົມ ໃຫ້ເສຖກິຈເຕີບໂຕຕໍ່ເນື່ອງ ມີຄຸນນະພາບ ໝັ້ນທ່ຽງແລະຍືນຍົງ ຕິດພັນກັບເປົ້າໝາຽ ແມ່ນໄດ້ເລັ່ງໃສ່ ສ້າງຖານການຜລິດ ຕິດພັນກັບການສ້າງ ຖານລາຍຮັບສອງ ແມ່ນປະຢັດ ປະຢັດລາຍຈ່າຍ ງົບປມານຂອງຣັຖການລົງທຶນ ຂອງຣັຖຕ້ອງໄດ້ປັບປຸງ ການບໍຣິຫານ ການຄຸ້ມຄອງ ຂອງຣັຖບານໃນຂົງເຂດ ເສຖກິຈ-ສັງຄົມ.”
ທ່ານກ່າວຕື່ມວ່າ ຂແນງການທີ່ຈະມີການຂຍາຍໂຕ ທາງເສຖກິຈຫລາຍທີ່ສຸດ ໃນປີ 2023 ຄືຂແນງການບໍຣິການ ທ່ອງທ່ຽວ ທີ່ຄາດວ່າຈະຂຍາຍໂຕ ຢູ່ໃນລະດັບ 4.7%, ກວມເອົາ 37.5% ຂອງ GDP, ຂແນງອຸດສາຫະກັມ ຈະຂຍາຍໂຕ ຢູ່ໃນລະດັບ 5% ກວມເອົາ 34.2% ຂອງ GDP, ຂແນງການກະສິກັມ ຈະຂຍາຍໂຕ ຢູ່ໃນລະດັບ 2.5% ກວມເອົາ 17.2% ຂອງ GDP ແລະ ຂແນງການ ພາສີ-ອາກອນ ຜລິດພັນສຸດທິ ຈະຂຍາຍໂຕ ໃນລະດັບ 4.3% ກວມເອົາ 11.1% ຂອງ GDP.
ສຳລັບໜ່ວຽງານ ຂອງຣັຖບານ ທົ່ວປະເທດ ຈຳເປັນທີ່ຈະຕ້ອງໄດ້ປ່ຽນວິທີການ ໃນການຈັດເກັບລາຍຮັບເຂົ້າງົບປະມານ ມາເປັນແບບລະບົບ ທັນສະມັຍເພື່ອປ້ອງກັນ ບໍ່ໃຫ້ງົບປະມານ ເກີດການຮົ່ວໄຫລ ຈົນນຳໄປສູ່ບັນຫາ ການຈັດເກັບລາຍຮັບ ເຂົ້າງົບປະມານບໍ່ໄດ້ຕາມຄາດໝາຽ ຄືໃນປັດຈຸບັນນີ້.
ສ່ວນຊາວລາວຈຳນວນນຶ່ງ ເຫັນວ່າຍັງບໍ່ທັນເຫັນ ແນວທາງ ໃນການແກ້ໄຂ ບັນຫາສະພາບ ເສຖກິຈ-ສັງຄົມ ຂອງຣັຖບານລາວ ໃນຮູບແບບ ທີ່ເປັນຮູບປະທັມເທື່ອ ຍ້ອນປັດຈຸບັນ ມີຊາວລາວຈຳນວນບໍ່ໜ້ອຍ ລວມເຖິງທ່ານເອງກໍຍັງຕ້ອງ ປະເຊີນກັບຄ່າຄອງຊີພແພງຂຶ້ນ ຈົນເກີດຄວາມຫຍຸ້ງຍາກ ໃນການດຳຣົງຊີວິດ ປະຈຳວັນ.
ເມື່ອລາຍຮັບ ຂອງຄົນລາວ ໃນແຕ່ລະເດືອນ ຍັງບໍ່ສອດຄ່ອງກັບລາຍຈ່າຍ ກໍສະທ້ອນໄດ້ວ່າຊີວິດ ການເປັນຢູ່ ຂອງຄົນລາວຍັງບໍ່ໄດ້ຟື້ນໂຕ ເທົ່າທີ່ຄວນ ແລະຣັຖບານລາວຄວນຮີບດ່ວນ ໃນການແກ້ໄຂບັນຫາເສຖກິຈ ຕົກຕໍ່າ ແລະເງິນເຟີ້ ຮຸນແຮງ.
ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫລວງພຣະບາງ, ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 03 ມົກຣານີ້ວ່າ:
“ຄ່າໃຊ້ຈ່າຍຄ່າຄອງຊີພ ນໍ້າມັນກາແພງກາຫຍຸ້ງຍາກ ແລ້ວພົບບັນຫາຫລາຍຫັ້ນແລ້ວ ຄືຢູ່ແຖວທ້ອງຖິ່ນກາແມ່ນຢູ່ກັບໂຕເມືອງຫັ້ນນ່າ ເວົ້າເຣື່ອງປັດຈຸບັນວ່າຊັ້ນສະ ໜັກຫັ້ນແຫລະ ລົງຕລາດແຕ່ລະເທື່ອເງິນແສນນຶ່ງ ບໍ່ໄດ້ພິສັງດອກ.”
ຊາວລາວອີກຜູ້ນຶ່ງ ໃນເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ກ່າວວ່າ ເຖິງຣັຖບານລາວ ຈະຕັ້ງຄາດໝາຽ ວ່າເສຖກິຈະຂຍາຍໂຕດີຂຶ້ນ ໃນປີ 2023 ນີ້ແຕ່ມາເບິ່ງສະພາບ ການເຄື່ອນໄຫວ ໃນສັງຄົມປັດຈຸບັນຈະເຫັນວ່າ ຊາວລາວຈຳນວນຫລາຍ ຍັງຕ້ອງປະເຊີນກັບຄ່າຄອງຊີພແພງ ຊຶ່ງເປັນຜົລມາຈາກອັຕຣາເງິນເຟີ້ສູງຂຶ້ນ ບວກກັບເງິນກີບອ່ອນຄ່າ ຍ້ອນຣັຖບານລາວ ບໍ່ສາມາດຄຸ້ມຄອງ ນະໂຍບາຍຕ່າງໆໄດ້ດີເທົ່ທີ່ຄວນ.
ໂດຍຊາວລາວ ໃນເຂດທ້ອງຖິ່ນ ຊຶ່ງຍັງບໍ່ມີອາຊີພ ແລະລາຍຮັບ ຢ່າງໝັ້ນຄົງນັ້ນ ຕ້ອງປະເຊີນກັບຄວາມລຳບາກ ຈາກອັດຕຣາເງິນເຟີ້ ເພີ່ມສູງຂຶ້ນ ເນື່ອງຈາກລາຄາສິນຄ້າ ຕາມຕລາດແພງຂຶ້ນ ເກືອບທຸກປະເພດ.
ດັ່ງຊາວລາວ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກາຄືເຣທເງິນ ລາຄາຄຳ ແມ່ນຫຍັງທຸກຢ່າງ ຄ່າໃຊ້ຈ່າຍ ຢູ່ທ້ອງຕລາດ ແມ່ແຕ່ສິນຄ້າ ຂອງຄົນລາວເອງກາຍັງຂຶ້ນ ຫັ້ນນ່າ ເຄື່ອງໃຊ້-ເຄື່ອງສອຍຊີ້ກາ ໄດ້ຫລຸດຜ່ອນຫັ້ນນ່າ ເພາະວ່າຄ່າຄອງຊີພ ມັນສູງ.”
ສ່ວນຜູ້ປະກອບການ ທ່ອງທ່ຽວ ໃນນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວວ່າ ພາຍຫລັງທີ່ຣັຖບານລາວ ໄດ້ເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ ໃນປີ 2022 ທີ່ຜ່ານມາກໍເຮັດໃຫ້ ຂແນງການທ່ອງທ່ຽວ ແລະການບໍຣິການ ກັບມາຟື້ນໂຕໄດ້ດີ ແລະສ້າງລາຍຮັບ ໃຫ້ກັບຜູ້ປະກອບການ ໄດ້ໃນລະດັບທີ່ດີຂຶ້ນ ແຕ່ຍັງບໍ່ທັນເຕັມເມັດ ເຕັມໜ່ວຍເທື່ອ.
ດັ່ງຜູ້ປະກອບການ ເຮືອທ່ອງທ່ຽວ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ ກາມີຢູ່ ມື້ນຶ່ງກາປະມານ 50, 60, 70 ຄົນນີ້ແຫລະ ກະພໍມີແຂກ ທຸກມື້ນີ້ໄດ້ເງິນວ່າຊັ້ນສະ.”
ກ່ຽວກັບວຽກງານ ໃນການສົ່ງເສີມ ແຜນພັທນາເສຖິກຈ ສັງຄົມຢູ່ລາວ ເພື່ອໃຫ້ບັນລຸຕາມຄາດໝາຽຂອງຣັຖບານນັ້ນ ເຈົ້າໜ້າທີ່ຮັບຜິດຊອບ ວຽກງານດັ່ງກ່າວ ຢູ່ແຂວງໄຊຍະບູຣີ ກ່າວວ່າ ເປັນວຽກທີ່ມີຄວາມຫຍຸ້ງຍາກ ແລະທ້າທາຍທີ່ສຸດສຳ ລັບເຈົ້າໜ້າທີ່ ທ້ອງຖິ່ນ ເນື່ອງຈາກເຈົ້າໜ້າທີ່ ຣັຖບາງຄົນກໍປະຕິບັດໜ້າທີ່ ໄປຕາມພາຣະບົດບາດ ແຕ່ບໍ່ໄດ້ເອົາໃຈໃສ່ ໃນການຕິດຕາມ ແລະປະເມີນຜົນ ໃນການປະຕິບັດ ໂຄງການນັ້ນໆ ວ່າຜົນອອກມາ ຢູ່ໃນລະດັບໃດ ແລະ ຊາວບ້ານ ສາມາດກຸ້ມໂຕເອງໄດ້ ແທ້ ຫລື ບໍ່. ນອກຈາກນີ້ໜ່ວຍງານ ຂອງຣັຖບານໃນທ້ອງຖິ່ນ ເກືອບທຸຂແນງການ ມັກຈະມີການສັບປ່ຽນ
ຂແນງການ, ໂຍກຍ້າຍຕຳແໜ່ງ, ອອກບຳນານ ແລະ ເສັຽຊີວິດ ກໍເປັນບັນຫາ ທີ່ສຳຄັນ ແລະອາດຈະກະທົບຕໍ່ ແຜນພັທນາເສຖກິຈ-ສັງຄົມ ໃນເມືອງ ແລະແຂວງເລົ່ານັ້ນ ເນື່ອງຈາກບໍ່ມີເຈົ້າໜ້າທີ່ ສືບຕໍ່ ຫລື ເຈົ້າໜ້າທີ່ຣັຖບານ ບາງຄົນບໍ່ມີຄວາມເຂົ້າໃຈ ໃນແຜນພັທນາເສຖິກຈ-ສັງຄົມ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຮັດເຮົາບໍ່ມີການປະເມີນ ຕິດຕາມກາຢາກຍາກຢູ່ ເຮັດໄປຕາມໜ້າວຽກ ໄປບາງເທື່ອຄົນກາປ່ຽນໃໝ່ເລີຍໆ ຂັ້ນເມືອງ ຂັ້ນແຂວງ ກະດາຍສ່ວນຫລາຍ ກາອ້າຍນ້ອງເຂົ້າມາໃໝ່ ກາບໍ່ຮູ້ວຽກປານໃດ, ງົບປະມານນີ້ ກາເວລາເຮົາຂຶ້ນແຜນ ແລ້ວມາຈັດຕັ້ງປະຕິບັດ ແລ້ວມີການສຣຸບ ຣາຍງານ ກາບໍ່ຫຍຸ້ງດອກເຣື່ອງງົບປະມານ.”
ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາ ເອເຊັຽ ຫລື ADB ປະຈຳລາວກ່າວວ່າ ເຖິງວ່າເສຖກິຈຂອງລາວຈະຂຍາຍໂຕດີຂຶ້ນໃນປີ 2022 ພາຍຫລັງທີ່ຣັຖບານລາວ ເປີດປະເທດ ຊຶ່ງເຮັດໃຫ້ຂແນງການທ່ອງທ່ຽວ, ການບໍຣິການ ແລະ ການຂົນສົ່ງໂດຍສານ, ສິນຄ້າ ກັບມາຟື້ນໂຕ ຢູ່ໃນລະດັບດີຂຶ້ນກ່ວາປີ 2022.
ແຕ່ດ້ວຍນະໂຍບາຍ ແລະການຄຸ້ມຄອງ ແຜນພັທນາ ເສຖກິຈ-ສັງຄົມ ແລະການເງິນ ຂອງຣັຖບານລາວຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະ ເຣື່ອງການຄຸ້ມຄອງ ເງິນຕຣາຕ່າງປະເທດ, ການຄຸ້ມຕອງ ອັຕຣາເງີເຟີ້, ການຄຸ້ມຄອງເງິນກີບ, ການຄຸ້ມຄອງລາຄາສິນຄ້າ ແລະ ການຄຸ້ມຄອງສິນຄ້າ ນຳເຂົ້າຈາກຕ່າງປະເທດ ທັງໝົດຍັງສ້າງຄວາມເຊື່ອໝັ້ນ ໃຫ້ປະຊາຊົນ ແລະນັກລົງທຶນ ບໍ່ໄດ້ດີປານໃດ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຈິິດີພີ 2023 ນິ້ກາຄິດວ່າຊິດີຂຶ້ນ ທາງເຮົາປະເມີນ 3.5%. ຂອງ World Bank ຫັ້ນ 3,8% ກາຄືອີງໃສ່ປັດຈັຍ ວ່າການທ່ອງທ່ຽວ ຊິຟື້ນໂຕ ການຂົນສົ່ງສິນຄ້າ ອີ່ຫຍັງມັນຊິຟື້ນໂຕ ຂຶ້ນຫລາຍກ່ວາເກົ່າເນາະ ແຕ່ວ່າການຊົມໃຊ້ພາຍໃນນີ້ ຄືຄົນລາວຊິຈ່າຍເງິນ ຈ່າຍຄຳ ນີ້ກາຍ້ອນວ່າລາຍຮັບ ຄືເກົ່າ ແຕ່ວ່າສິນຄ້າ ມັນແພງຂຶ້ນ ປັດຈັຍຍ້ອນການອ່ອນຄ່າ ການນຳເຂົ້າສິນຄ້າ ມັນກາລາຄາແພງຂຶ້ນ.”
ກອງປະຊຸມ ສະພາແຫ່ງຊາຕ ສມັຍສາ ມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ຫາກໍປິດໄປໃນວັນທີ 30 ທັນວາ 2022 ຜ່ານມານັ້ນ ໄດ້ວາງຄາດໝາຽ ແລະຮັບຮອງເອົາ ບົດຣາຍງານ ແຜນການຈັດຕັ້ງ ປະຕິບັດແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ ປະຈຳປີ 2023 ໃນຫລາຍເຣື່ອງເປັນຕົ້ນ. ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ເຂັ້ມງວດ, ການຄຸ້ມຄອງ ລາຍຈ່າຍໃຫ້ໄປຕາມນະໂຍບາຍປະຢັດ ເຮັດໃຫ້ສາມາດຮັກສາ ສະເຖັຽລະພາບ ທາງດ້ານການເມືອງ, ສັງຄົມ ມີຄວາມສງົບ ໂດຍພື້ນຖານ ແລະສາມາດປະຄັບປະຄອງ ເສຖກິຈ ບໍ່ໃຫ້ຕົກເຂົ້າສູ່ວິກິຕການທີ່ໜັກໜ່ວງ. ກອງປະຊຸມສະພາແຫ່ງຊາຕ ຍັງມອບໃຫ້ຣັຖບານ ນຳເອົາຄວາມຄິດເຫັນ ຂອງກອງປະຊຸມ ໄປພິຈາຣະນາ ເພື່ອສືບຕໍ່ປັບປຸງແກ້ໄຂ ບັນຫາຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ໃຫ້ກັບໄປສູ່ສະພາບປົກກະຕິ ໂດຍໄວ ແລະອີກຫລາຍບັນຫາ ທີ່ສະມາຊິກສະພາ ແຫ່ງຊາຕ ອີກຫລາຍທ່ານ ໄດ້ສເນີໃຫ້ຣັຖບານ ຮີບດ່ວນແກ້ໄຂ.