ວິທຍາໄລ ເທັກນິກ ວິຊາຊີພ ຈຳປາສັກ ຮ່ວມມືກັບ ວິທຍາໄລ ລູ່ໂຈ່ວ

ໄຊຍາ
2023.01.04
ວິທຍາໄລ ເທັກນິກ ວິຊາຊີພ ຈຳປາສັກ ຮ່ວມມືກັບ ວິທຍາໄລ ລູ່ໂຈ່ວ ພິທີລົງນາມ ໃນການຮ່ວມມືກໍ່ສ້າງ ໂຮງຮຽນມິຕພາບ ແລະພິທີເປີດ “Jingwei Workshop”, ແຂວງຈຳປາສັກ ວັນທີ 30 ທັນວາ 2022.
ຮູບພາບໂດຍ: CTVC

ໃນຕອນເຊົ້າ ຂອງວັນທີ 30 ທັນວາ 2022 ທີ່ຜ່ານມາ ວິທຍາໄລເທັກນິກ-ວິຊາຊີພ ແຂວງຈຳປາສັກໄດ້ຈັດພິທີລົງນາມ ການຮ່ວມມືກໍ່ສ້າງ ໂຮງຮຽນມິຕພາບ ລະຫວ່າງ ວິທຍາໄລ ເທັກນິກ ລູ່ໂຈ່ວ (Louzhou) ປະເທດຈີນ ກັບ ວິທຍາໄລ ເທັກກນິກ-ວິຊາຊີພ ແຂວງຈຳປາສັກ. ໂດຍການລົງມື ສ້າງໂຮງຮຽນມິຕພາບ ໃນທີ່ນີ້ ໝາຽເຖິງການພັທນາ ພື້ນຖານໂຄງຮ່າງ ຂອງໂຮງຮຽນ ທັງວັດຖຸອຸປກອນ ການຮຽນ, ການສອນ ແລະ ການພັທນາຫລັກສູດ ບຸກຄະລາກອນຄຣູ ແລະ ນັກສຶກສາ ເປັນຕົ້ນ. ວິທຍາໄລລູ່ໂຈ່ວ ຊື້ຄອມພີວເຕີຣ໌ໃຫ້, ໃຫ້ທຶນນັກສຶກສາ ແລະຝຶກອົບຮົມ ວິຊາສະເພາະ ໃນແຕ່ລະຫັລກສູດ ຄວບຄູ່ກັບພາສາຈີນ ໃຫ້ມີຄວາມເຂັ້ມແຂງຂຶ້ນ.

ດັ່ງເຈົ້າໜ້າທີ່ ຜູ້ປະສານງານ ໂຄງການພາສາຈີນ ທັກສະ ອາຊີພ ລະຫວ່າງ ລາວ-ຈີນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 04 ມົກຣານີ້ວ່າ:

ເພິ່ນຊ່ອຍເຫລືອເຄື່ອງ ເປັນສົມມຸດວ່າເນາະ ເປັນເຄື່ອງອຸປກອນ ຄອມພີວເຕີ້ຣ໌ ຫລືວ່າອຸປກອນທັນສໄມເປັນໂດຣນ ເປັນຫຍັງບໍ່ທັນສໄມນ່າ ມັນກໍຕ້ອງມີຫ້ອງເວີຣ໌ກຊ໋ອບ ມີຫ້ອງອັນນັ້ນຮອງຮັບເນາະ ລວມທັງໃຫ້ທຶນການສຶກສາ ນັກຮຽນອີກເນາະ ຮຽນຢູ່ຈຳປາສັກແລ້ວໄປຮຽນຢູູ່ຈີນ 1 ປີ ບໍ່ໄດ້ໃບຢັ້ງຢືນໄດ້ໃບປະກາດອີ່ຫຍັງ ພາສາຈີນແດ່ລາວແດ່ ຢ່າງນ້ອຍຝຶກອົບຮົມ ຕ້ອງໄດ້ຕຣຽມພາສາ ຄວບກັບວິຊາ ສະເພາະນຳ.

ການຈັດພິທີລົງນາມ ການຮ່ວມມືກໍ່ສ້າງ ທີ່ຜ່ານມານັ້ນຍັງຖືວ່າຢູ່ໃນໄລຍະ ການເຊັນສັນຍາ ທີ່ສະແດງໃຫ້ເຫັນວ່າວິທຍາໄລເທັກນິກ-ວິຊາຊີພ ແຂວງຈຳປາສັກ ກັບ ວິທຍາໄລເທັກນິກລູ່ໂຈ່ວ ເປັນອ້າຍນ້ອງເພື່ອຮ່ວມມືກັນພັທນາ ວິທຍາໄລເທັກນິກ-ວິຊາຊີພ ແຂວງຈຳປາສັກ ນັບແຕ່ວັນທີ 30 ທັນວາ 2022 ແລ້ວ ແລະ ບໍ່ທັນມີກຳນົດວ່າ ໄລຍະສິ້ນສຸດສັນຍາມື້ໃດເທື່ອ.

ຊຶ່ງຣາຍລະອຽດ ຫລາຍກ່ວານີ້ ຕ້ອງໄດ້ປະຊຸມກັນອີກຫລາຍເທື່ອ ເພື່ອໃຫ້ການພັທນາ ພື້ນຖານໂຄງຮ່າງຂອງ ໂຮງຮຽນ ວັດຖຸອຸປກອນ ການຮຽນ-ການສອນ ແລະ ການພັທນາຫລັກສູດ ບຸກຄະລາກອນຄຣູ ແລະ ນັກສຶກສາ ເປັນໄປຕາມວັດຖຸປະສົງ ທີ່ວາງໄວ້.

ດັ່ງເຈົ້າໜ້າທີ່ ວິທຍາໄລເທັກນິກ-ວິຊາຊີພ ແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:

ເວົ້າເຣື່ອງການຝຶກອົບຮົມ ລະຫວ່າງໂຮງຮຽນ ກັບໂຮງຮຽນນ່າ ໂຕນີ້ໄປຝຶກອົບຮົມ ບໍ່ແມ່ນການກໍ່ສ້າງໂຮງຮຽນເດ້ ຄວາມເປັນຈິງ ເພິ່ນກໍເຫັນດີພ້ອມກັບທາງກະຊວງ ແຕ່ວ່າຊິບໍ່ທັນໄດ້ເວົ້າເຖິງເຣື່ອງຝຶກອົບຮົມແບບໃດ ຊິສົ່ງຄຣູໄປຝຶກອົບຮົມບໍ່ ສົ່ງຄຣູໄປຮຽນບໍ່ ວ່າຊັ້ນນ່າ

ປັດຈຸບັນວິທຍາໄລ ເທັກນິກ-ວິຊາຊີພ ແຂວງຈຳປາສັກ ມີການຮຽນ-ການສອນ ທັງໝົດ 23 ຫລັກສູດໂດຍເນັ້ນສາຂາວິຊາ ດ້ານການບໍຣິການ ແລະ ດ້ານອຸດສາຫະກັມ. ປັດຈຸບັນມີນັກສຶກສາ 1,400 ປາຍຄົນ ໃນນັ້ນນັກສຶກສາ ນິຍົມເລືອກຮຽນສາຂາ ວິຊາເທັກໂນໂລຢີ ໄອທີ, ສາຂາວິຊາເທັກໂນໂລຢີ ຣົຖຍົນ ແລະ ສາຂາວິຊາຕັດຫຍິບ ຫລາຍກ່ວາໝູ່.

ດັ່ງອາຈານ ວິທຍາໄລ ເທັກນິກ-ວິຊາຊີພ ແຂວງ ຈຳປາສັກ ອີກຜູ້ນຶ່ງກ່າວ ໃນມື້ດຽວກັນນີ້ວ່າ:

ເຮົາມີແຕ່ອັນນັ້ນບໍຣິການ ກັບອຸດສາຫະກັມຫລາຍກ່ວາໝູ່ ແມ່ນພວກຣົຖຍົນ ກັບພວກໄອທີ ແລ້ວກໍຕັດຫຍິບ ມີແຕ່ຊັ້ນກາງຮອດຊັ້ນສູງ ເພິ່ນບໍ່ອະນຸມັດໃຫ້ວິທຍາໄລ ເປີດເປັນປຣິນຍາຕຣີ ເຈົ້າ.

ພິທີລົງນາມ ການຮ່ວມມືກໍ່ສ້າງ ໂຮງຮຽນມິຕພາບ ລະຫວ່າງ 2 ວິທຍາໄລ ດັ່ງກ່າວນັ້ນ ຈະຊ່ອຍໃຫ້ບຸກຄະລາກອນຄຣູ ແລະນັກສຶກສາ ມີວິຊາຄວາມຮູ້ທີ່ດີຂຶ້ນ ເນື່ອງຈາກປະເທດຈີນ ເປັນປະເທດ ທີ່ພັທນາຫລາຍກ່ວາລາວ.

ດັ່ງອາຈານ ວິທຍາໄລ ເທັກນິກ-ວິຊາຊີພ ແຂວງຈຳປາສັກອີກທ່ານນຶ່ງ ໄດ້ກ່າວໃນມື້ດຽວກັນວ່າ:

ທັງຊ່ອຍນັກສຶກສາ ທັງຊ່ອຍບຸກຄາລະກອນ ແຫລະຕາມເພິ່ນເວົ້າ ຊ່ອຍເຮົາໄປຝືກ ຢູ່ວິທຍາໄລເຂົາ ແລ້ວເຂົາຊິສົ່ງຄຣູມາຊ່ອຍເຮົາຢູ່ນີ້ນຳ ມັນກໍດີແຫລະ ທີ່ຊ່ອຍສ້າງບຸກຄະລາກອນເຮົາຫັ້ນນ່າ ໄດ້ຝຶກວິຊາຊີພນຳເຂົາ ຝຶກເທັກນິກ ອີ່ຫຍັງຕ່າງໆ.

ທາງດ້ານນັກສຶກສາ ຫວັງວ່າ ການຮ່ວມມືກໍ່ສ້າງໂຮງຮຽນມິຕພາບ ໃນຄັ້ງນີ້ຈະຊ່ອຍໃຫ້ນັກສຶກສາ ມີເທັກນິກວິຊາຊີພ ທີ່ດີ ແລະ ມີຄຸນນະພາບ ເພື່ອຕໍ່ສູ້ໃນຕລາດແຮງງານໄດ້ ແລະຫວັງວ່າຈະມີທຶນ ຝຶກງານ ຝຶກອົບຮົມໃຫ້ນັກສຶກສານຳດ້ວຍ.

ດັ່ງນັກສຶກສາ ວິທຍາໄລ ເທັກນິກ-ວິຊາຊີພ ແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:

ຖ້າວ່າສີມືດີຂຶ້ນ ແນ່ນອນແຫລະ ມັນກໍເຮັດວຽກມັນກໍຊິດີນ່າ ເວລາອອກໄປເຮັດວຽກ ມັນຊິມີຄຸນນະພາບແດ່ ມີວຽກເຮັດງານທຳແດ່ ແມ່ນເຮົາຕ້ອງມີໂຮງຊ່າງຫັ້ນນ່າ ຖ້າວ່າເປັນໄປໄດ້ແມ່ນໃຫ້ທຶນ ຝຶກງານຈັ່ງຊີ້ເນາະ ຖ້າວ່າເພິ່ນຊ່ອຍຫັ້ນນ່າ ມີອຸປກອນເຄື່ອງມືໃນການຝຶກ ປະຕິບັດຫັ້ນ ແລ້ວກໍຝຶກອົບຮົມຄຣູ ຝຶກອົບຮົມນັກສຶກສາ ນັກຮຽນນີ້ນ່າ.

ສຳລັບເຫດຜົນ ທີ່ວິທຍາໄລເທັກ ນິກລູ່ໂຈ່ວເລືອກຮ່ວມມື ກໍ່ສ້າງໂຮງຮຽນມິຕພາບ ກັບວິທຍາໄລເທັກນິກ-ວິຊາຊີພ ແຂວງຈຳປາສັກ ເນື່ອງຈາກວ່າ ທັງສອງວິທຍາໄລ ມີສາຂາວິຊາ ທີ່ມີການຮຽນ-ການສອນ ໃກ້ຄຽງກັນເປັນຕົ້ນ ສາຂາວິຊາເທັກໂນໂລຢີ ໄອທີ, ກົນຈັກ ແລະ ໂຮງງານ ອີກທັງເປັນແຜນຂອງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ທີ່ເຫັນວ່າ ວິທຍາໄລເທັກນິກ-ວິຊາຊີພ ແຂວງຈຳປາສັກ ມີຄວາມເໝາະສົມ ໃນການພັທນາສັກກະຍາພາບ ສີມືແຮງງານ ຂັ້ນອະຊີວະສຶກສາ ເນື່ອງຈາກເປັນແຂວງໃຫຍ່ ທີ່ກວມເອົາ 4-5 ແຂວງພາກໃຕ້ ອີງຕາມຂໍ້ມູນ ຈາກຫ້ອງການ ວິທຍາໄລ ເທັກນິກ-ວິຊາຊີພ ແຂວງຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.