ກັງວົນ ຄ່າຊົດເຊີຍ ຈາກໂຄງການພັທນາ ໂຕເມືອງອຸດສາຫະກັມ ທັນສໄມ ຢູ່ອຸດົມໄຊ
2023.01.06

ໃນທ້າຍ ເດືອນທັນວາປີ 2022 ທີ່ຜ່ານມານັ້ນ ທ່ານ ວິກົມ ກົມມະດິດ ປະທານບໍຣິສັດ ອຳມະຕະ ຄອບເປີເຣຊັນ ຈຳກັດ ພ້ອມດ້ວຍຄະນະບໍຣິສັດ ອຳມະຕະຊິຕີ້ລາວ ຈຳກັດ ໄດ້ເຂົ້າພົບທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ເພື່ອຣາຍງານຄວາມຄືບໜ້າ ກ່ຽວກັບໂຄງການພັທນາໂຕເມືອງອຸດສາຫະກັມ ທັນສໄມ ແລະເປັນມິຕກັບສິ່ງແວດລ້ອມ ຢູ່ເມືອງນາໝໍ້ ແລະ ໂຄງການພັທນາໂຕເມືອງທັນສໄມ ຢູ່ເມືອງໄຊ ແຂວງອຸດົມໄຊ.
ປະເດັນທີ່ສຳຄັນ ໄດ້ມີການຫາລື ຮ່ວມກັນນຄັ້ງນີ້ ຄືການກຳນົດພື້ນທີ່ ໂຄງການ ແລະ ການກຳນົດຫົວໜ່ວຽຊົດເຊີຍ ຂອງພື້ນທີ່ ທີ່ຖືກຜົນກະທົບ ຈາກໂຄງການ ເພື່ອຄວາມເປັນເອກພາບ ໂດຍທາງບໍຣິສັດ ອຳມະຕະຊີຕີ້ລາວ ພ້ອມຈະມອບເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທຸກຄອບຄົວ ທີ່ຖືກຜົນກະທົບ ຢ່າງເໝາະສົມ.
ດັ່ງເຈົ້າໜ້າທີ່ ບໍຣິສັດ ອຳມະຕະຊິຕີ້ ຈຳກັດ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ສຣີ ໃນວັນທີ 06 ມົກຣາ ນີ້ວ່າ:
“ຄືທາງອຳມະຕະນີ້ ພ້ອມໝາຽເຖິງວ່າ ເງິນທຶນແມ່ນຫຍັງທຸກຢ່າງ ພ້ອມໝົດແລ້ວ ພຽງແຕ່ວ່າລໍທາງຣັຖບານລາວ ຄອນເຟີຣ໌ມ (ຢືນຢັນ) ໃນການເຂົ້າໄປພັທນາ ແຕ່ວ່າມັນຈະມີຊາວບ້ານ ບາງສ່ວນທີ່ພວກເຂົາຢູບ່ອນນັ້ນ ແຕ່ວ່າມັນກາບໍ່ໄດ້ມີຈຳນວນຫລາຍ ປະມານ 2-3 ຫລັງຄາເຮືອນ ແຕ່ວ່າໃນເຣື່ອງຂອງຄ່າຊົດເຊີຍ ທາງຣັຖບານລາວ ຈະເປັນຜູ້ຈັດການເລີຍ.”
ຍານາງກ່າວຕື່ມວ່າ ຫລັງຈາກທີ່ມີການກຳນົດພື້ນ ທີ່ໂຄງການ ແລະກຳນົດຫົວໜ່ວຽ ຄ່າຊົດເຊີຍ ຂອງພື້ນທີ່ ທີ່ຖືກຜົນກະທົບ ສຳເຣັດແລ້ວ ບໍຣິສັດຈະເປັນຜູ້ຮັບຜິດຊອບ ເຣື່ອງງົບປະມານ ທັງໝົດໂດຍຈະມອບໃຫ້ກັບ ອຳນາດການປົກຄອງ ແຂວງອຸດົມໄຊ ແລະແຂວງຫລວງນໍ້າທາ ເພື່ອນຳໄປຈ່າຍ ຄ່າຊົດເຊີຍໃຫ້ກັບຊາວບ້ານ ທີ່ຖືກຜົນກະທົບ ແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ.
ການຣາຍງານ ປະເມີນຜົນຕໍ່ສິ່ງແວດລ້ອມ-ສັງຄົມ ຂອງໂຄງການດັ່ງກ່າວ ຍັງບໍ່ມີຣາຍລະອຽດ ອອກມາເທື່ອ ຈຶ່ງບໍ່ທັນມີຂໍ້ມູນວ່າ ມີຈັກຄອບຄົວ ທີ່ສູນເສັຽທີ່ດິນທຳການກະເສຕ ແລະຖືກໂຍກຍ້າຍ ອອກຈາກພື້ນທີ່.
ກ່ຽວກັບເຣື່ອງນີ້ ຊາວບ້ານທ່ານນຶ່ງ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ ສຳລັບໂຄງການພັທນາໂຕເມືອງ ອຸດສາະຫະກັມ ທັນສໄມ ແລະເປັນມິຕຕໍ່ສິ່ງແວດລ້ອມ ຢູ່ເມືອງນາໝໍ້ ແລະໂຄງການພັທນາໂຕເມືອງທັນສໄມ ຢູ່ເມືອງໄຊ ແຂວງອຸດົມໄຊ ຂອງບໍຣິສັດ ອຳມະຕະຊີຕີ້ລາວ ນີ້, ຊາວບ້ານສ່ວນໃຫຍ່ ກໍຍັງບໍ່ທັນຮູ້ຣາຍລະອຽດເທື່ອວ່າ ໂຄງການດັ່ງກ່າວ ຈະອອກມາໃນຮູບແບບໃດ ແລະທາງການລາວ ກໍບໍ່ເຄີຍລົງພື້ນທີ່ ເພື່ອຊີ້ແຈງຣາຍລະອຽດ ຂອງໂຄງການ ໃຫ້ກັບຊາວບ້ານ ໄດ້ຮັບຮູ້ເທື່ອ.
ຖ້າມີຊາວບ້ານ ໄດ້ຮັບຜົນກະທົບ ຖືກໂຍກຍ້າຍ ຫລື ສູນເສັຽເນື້ອທີ່ ທຳການກະເສຕ ໃຫ້ກັບໂຄງການ ບໍຣິສັດ ຈະຕ້ອງຈ່າຍເງິນ ຄ່າຊົດເຊີຍ ໃຫ້ກັບຊາວບ້ານ ຢ່າງເໝາະສົມ ແລະຍຸຕິທັມທີ່ສຸດ ລວມເຖິງການໃຫ້ຂໍ້ມູນ ໂຄງການພັທນາ ຕ້ອງບໍ່ສ້າງຜົນກະທົບ ຕໍ່ຊີວິຕ ການເປັນຢູ່ ຂອງຊາວບ້ານ ໃນພື້ນທີ່.
ດັ່ງຊາວບ້ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄືເວົ້າແຫລະ ຂະເຈົ້າເຂົ້າມານີ້ຊິຫັນ (ປ່ຽນ) ດິນ ປະຊາຊົນມາເປັນໂຮງຈັກ ໂຮງງານນີ້ ຄືວ່າການຊົດເຊີຍ ການເວນຄືນ ກາຍັງບໍ່ມີຫຍັງເທື່ອນ່າ ການເສັຽຫາຍເນື້ອທີ່ດິນນີ້ ກໍຍັງບໍ່ມີຫຍັງເທື່ອໃດ ມານີ້ຊິເຮັດໂຮງຈັກ ໂຮງງານ ແບບນີ້ ມັນກາມີຄວາມຫຍຸ້ງຍາກ ຢູ່ດອກ.”
ຊາວບ້ານ ຢູ່ເມືອງໄຊ ແຂງອຸດົມໄຊ ອີກທ່ານນຶ່ງກ່າວວ່າ ໄລຍະຜ່ານມາ ເຫັນອຳນາດການປົກຄອງແຂວງແຂວງອຸດົມໄຊ ແລະບໍຣິສັດຜູ້ລົງທຶນ ໄດ້ເຂົ້າມາວັດແທກເນື້ອທີ່ດິນ ເພື່ອພັທນາໂຄງການ ແຕ່ເນື້ອທີ່ບາງຕອນ ພັດມີຊາວບ້ານຈຳນວນນຶ່ງ ໄດ້ອາສັຍຢູ່ ແລະເປັນບ່ອນທຳມາຫາກິນ ເນື່ອງຈາກຍັງບໍ່ມີໃບຕາດິນ ຖາວອນ.
ເຖິງຊາວບ້ານ ຈະບໍ່ມີໃບຕາດິນຖາວອນ ແຕ່ເມື່ອໄດ້ຮັບຜົນກະທົບ ຈາກໂຄງການແລ້ວ ກໍຄວນຈະໄດ້ຮັບເງິນ ຄ່າຊົດເຊີຍຢ່າງເໝາະສົມ ແລະຕ້ອງພຽງພໍ ທີ່ຈະໄປຊອກຊື້ທີ່ດິນຕອນໃໝ່ໄດ້ ແຕ່ຈິດໃຈຂອງຊາວບ້ານ ທີ່ອາຈຖືກໂຍກຍ້າຍນັ້ນ ຕ້ອງການທີ່ດິນ ທຳການກະເສຕຫລາຍກ່ວາ ເງິນຄ່າຊົດເຊີຍ.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນກໍແທກໄປໝົດ ຢູ່ທາງແຄມນໍ້າກໍ ແທກຢູ່ບ່ອນແຄມທາງກໍແທກ ດີແທ້ກາຢາກໄດ້ດິນ ບ່ອນຢູ່ຫັ້ນແລ້ວ ເອົາເງິນກາໄດ້ໜ້ອຍ ແລ້ວມັນໄປຊື້ກາບໍ່ໄດ້ເດ້ ຢາກໄດ້ດິນ.”
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວວ່າສະເພາະເນື້ອທີ່ດິນ ທີ່ບໍຣິສັດອຳມະຕະຊີຕີ້ລາວ ຈຳກັດ ໄດ້ຮັບສັມປະທານ ຈາກຣັຖບານລາວ ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ ລວມທັງໝົດ 3,150 ເຮັກຕ້າຣ໌ ຊຶ່ງສ່ວນໃຫຍ່ ຈະເປັນເນື້ອທີ່ດິນຂອງຣັຖບານລາວ, ແຕ່ດ້ວຍສະພາບເສຖກິຈ-ສັງຄົມ ມີການຂຍາຍໂຕ ເພີ່ມຂຶ້ນຈຶ່ງເຮັດໃຫ້ ມີຊາວບ້ານຈຳນວນນຶ່ງ ເຂົ້າໄປຢູ່ອາສັຍ ແລະຫັນປ່ຽນເນື້ອທີ່ດິນ ຂອງຣັຖບານມາເປັນບ່ອນ ທຳການກະເສຕ ຈຶ່ງຕ້ອງມີການໄກ່ເກັ່ຽ ເງິນຄ່າຊົດເຊີຍ ແລະການໂຍກຍ້າຍ ອອກຈາກພື້ນທີ່. ຊຶ່ງປັດຈຸບັນ ເຖິງວ່າຈະມີການຫາລືກັນຫລາຍຄັ້ງແລ້ວ ແຕ່ຍັງບໍ່ທັນສຳເຣັດເທື່ອເນື່ອງຈາກຊາວບ້ານ ຕ້ອງການເນື້ອທີ່ ເພື່ອທຳການກະເສຕ ແລະບ່ອນຢູ່ອາສັຍຖາວອນ.
ສ່ວນເຣື່ອງເງິນຄ່າຊົດເຊີຍ ຂອງຊາວບ້ານ ແລະເງິນຄ່າຊົດເຊີຍ ຜົນລະປູກແມ່ນ ຈະອີງຕາມຫົວໜ່ວຽການຊົດເຊີຍ ຂອງໂຄງການເສັ້ນທາງຣົຖໄຟ ລາວ-ຈີນ ປະມານ 200,000 ກີບຕໍ່ແມັດກາເຣ ແຕ່ດ້ວຍສະພາບເສຖກິຈ-ການເງິນ ໃນປັດຈຸບັນ ມີການເໜັງຕີງຫລາຍ ຈຶ່ງເຫັນວ່າບໍຣິສັດອຳມະຕະຊີຕີ້ລາວ ຄວນຈະເພີ່ມເງິນຄ່າຊົດເຊີຍຂຶ້ນຕື່ມ ແຕ່ປັດຈຸບັນຍັງບໍ່ທັນເປັນເອກພາບເທື່ອ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກໍຍັງບໍ່ຜ່ານເຣື່ອງອັຕຣາເທື່ອເດ້ ຍັງບໍ່ໄດ້ເທື່ອໃດເນື້ອທີ່ ກາອອກມາຫລາຍຢູ່ ແຕ່ກໍຍັງບໍ່ໄດ້ຊົດເຊີຍເທື່ອ ນັກລົງທຶນກັບຜູ້ຈົ້າຂອງດິນຫັ້ນ ໃຫ້ເຂົາລົມກັນກ່ອນ ເພື່ອຢາກໃຫ້ມັນມີຄວາມສງົບ ແລ້ວກໍໃຫ້ຄວາມເອກພາບ ທັງຫລາຍຝ່າຍ ເພາະວ່າໂຄງການ ມັນກາຊິຕິດພັນກັບທ້ອງຖິ່ນເນາະ ດິນຂ້າງຄຽງຫັ້ນ ເພື່ອຢູ່ຮ່ວມກັນ ໃຫ້ມັນໄດ້ຫັ້ນນ່າ.”
ໂຄງການພັທນາ ໂຕເມືອງອຸດສາຫະກັມ ທັນສໄມ ແລະເປັນມິຕ ຕໍ່ສິ່ງແວດລ້ອມ ຂອງບໍຣິສັດ ອຳມະຕະຊີຕີ້ລາວ ມີມູນຄ່າການລົງທຶນ ປະມານ 1,000 ລ້ານໂດລ້າຣ໌ ສະຫະຣັຖ ມີໄລຍະເວລາສັມປະທານ 50 ປີ ແລະ ສາມາດຕໍ່ສັນຍາຕື່ມໄດ້ ຄັ້ງລະ 25 ປີ ໂດຍໂຄງການດັ່ງກ່າວນີ້ ຈະແບ່ງອອກເປັນ 2 ໄລຍະ.
- ໄລຍະທີ 1: ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ, ເນື້ອທີ່ດິນສັມປະທານ ທັງໝົດ 410 ເຮັກຕ້າຣ໌ ໂດຍມີການເຊັນຮັບ-ມອບ ທີ່ດິນຈາກຣັຖບານລາວ ເມື່ອວັນທີ 11 ມົກກະຣາ 2022 ທີ່ຜ່ານມາ. ປັດຈຸບັນໄດ້ວາງສີລາຣຶກ ກໍ່ສ້າງໄປແລ້ວ ຢູ່ລະຫວ່າງການພັທນາພື້ນທີ່ ແຕ່ຍັງບໍ່ໄດ້ຊົດເຊີຍເງິນ ໃຫ້ກັບຊາວບ້ານ ທີ່ຖືກຜົນກະທົບ.
- ໄລະຍທີ 2: ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ ເນື້ອທີ່ດິນສັມປະທານ ທັງໝົດ 3,150 ເຮັກຕ້າຣ໌ ໂດຍມີການເຊັນ ຮັບ-ມອບ ທີ່ດິນຈາກຣັຖບານລາວ ເມື່ອວັນທີ 25 ສິງຫາ 2022 ທີ່ຜ່ານມາ. ປັດຈຸບັນ ຢູ່ລະຫວ່າງການກໍານົດພື້ນທີ່ ໂຄງການ ແລະ ການກໍານົດຫົວ ໜ່ວຽ ຄ່າຊົດເຊີຍ ຂອງພື້ນທີ່ ທີ່ຖືກຜົນກະທົບ ຈາກໂຄງການ.
ທາງດ້ານບໍຣິສັດ ອຳມະຕະ ຊີຕີ້ລາວ ຈະມີນະໂຍບາຍ ຕໍ່ຜູ້ທີ່ຖືກຜົນກະທົບ ຈາກໂຄງການພັທນາ ໂຕເມືອງອຸດສາຫະກັມ ທັນສໄມ ດ້ວຍນະໂຍບາຍຕ່າງໆຢ່າງເໝາະສົມ ຕາມທີ່ທາງບໍຣິສັດ ໄດ້ກຳນົດອອກມາກ່ອນໜ້ານີ້.