ຄົນງານຂຸດຄົ້ນ ເກືອກາລີ ໃນແຂວງຄຳມ່ວນ ສ່ຽງຕໍ່ຊີວິຕ
2023.01.05
ເມື່ອທ້າຍເດືອນທັນວາ ປີ 2022 ທີ່ຜ່ານມາ ຂ້າພະເຈົ້າໄດ້ສັມພາດຄົນງານຜູ້ນຶ່ງ ຂອງບໍຣິສັດຂຸດຄົ້ນເກືອກາລີຂອງຈີນ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ທີ່ເວົ້າວ່າ ວຽກທີ່ເຂົາເຮັດນັ້ນ ເປັນວຽກໜັກ ແລະອັນຕຣາຍ. ຄົນງານຜູ້ນີ້ ຊຶ່ງມີອາຍຸ 20 ປີປາຍ ໃຫ້ຣາຍລະອຽດວ່າ ເຂົາເຮັດວຽກໜັກ ເປັນຊ່າງແປງຣົຖຢູ່ໃຕ້ອຸໂມງ ເລິກລົງພື້ນດິນເຖິງ 300 ແມັດ ແລະເຮັດວຽກຍາມມື້ຄືນ ນັບແຕ່ 10 ໂມງກາງຄືນ ເຖິງ 6 ໂມງເຊົ້າ ທຸກໆມື້ ບໍ່ມີມື້ພັກເລີຍ.
ຕອນນຶ່ງ ຂ້າພະເຈົ້າຖາມວ່າ ເຈົ້າເຮັດວຽກຢູ່ໃຕ້ອຸໂມງແມ່ນບໍ່ ແລະເຮັດວຽກໜັກຊໍ່າໃດ?
ຄົນງານຊ່າງແປງຣົຖຜູ້ນີ້ຕອບວ່າ:
“ໂດຍແມ່ນແລ້ວ ຢູ່ລຸ່ມພຸ້ນແລ້ວ ລົງໄປຍັງບໍ່ສຸດ ຂ້ອຍລົງໄປພື້ນດິນປະມານ 5-6 ຫຼັກນີ້ແຫຼະ.”
ຢູ່ພື້ນດິນ 5-6 ຫຼັກ?
“ໂດຍແມ່ນແຫຼະ ເຂົ້າໄປໃນພື້ນດິນປະມານນັ້ນແຫຼະ.”
ຂີ່ຣົຖເຂົ້າໄປ ແມ່ນບໍ່?
“ໂດຍ”
ບ່ອນເຮັດວຽກຫັ້ນ ມັນເລິກລົງພື້ນດິນພຸ້ນເທົ່າໃດ?
“ຕາມຂ້ອຍຄິດນີ້ ຂ້ອຍຄິດວ່າປະມານ 300 ແມັດນີ້ແຫຼະ.”
ຮູໃຫຍ່ຊໍ່າໃດ ຮູລົງໄປຫັ້ນ?
“ເປັນບາງຮູ ບາງຮູກໍໃຫຍ່ ຣົຖດ້າມສອງຄັນແລ່ນສວນກັນໄດ້; ບາງຮູກໍຄັນດຽວ ພໍແຕ່ຫຼົມຣົຖດ້າມ ເພາະເຂົາເອົາຣົຖດ້າມແກ່.”
ຄືວຽກໂຕເປັນເມການິກ ເປັນຫຍັງ ຈຶ່ງໄດ້ລົງໄປເຮັດວຽກຢູ່ລຸ່ມພຸ້ນ?
“ຣົຖຕາຍຢູ່ໜ້າງານ ກໍໄປແກ້ໄຂ.”
ອາທິດນຶ່ງ ເຮັດວຽກຫ້າມື້ແມ່ນບໍ່?
“ບໍ່ໄດ້ພັກເລີຍ ທຸກມື້. ດຽວວ່າ ວັນເສົາອາທິດ ກໍໄດ້ພັກ? ບໍ່ມີວັນເສົາວັນທິດ ທຸກມື້.”
ບໍ່ເທົ່ານັ້ນ ວຽກຂຸດຄົ້ນເກືອກາລີ ຍັງເປັນວຽກທີ່ອັນຕຣາຍຕໍ່ສຸຂພາບ ແລະຊີວິຕ ຂອງຄົນງານ, ອີງຕາມຄຳເວົ້າຂອງຄົນງານຜູ້ນີ້ ທີ່ເຮັດວຽກໃຫ້ບໍຣິສັດ China Power ຊຶ່ງເປັນບໍຣິສັດຮັບເໝົາວຽກ ຈາກບໍຣິສັດແມ່ ທີ່ມີຊື່ວ່າ ບໍຣິສັດຊີໂນ-ອາກຣິ ໂປຕັສຈຳກັດຂອງຈີນ. ຄົນງານຜູ້ນີ້ ກ່າວອີກວ່າ ເວລາເຮັດວຽກຢູ່ໃຕ້ອຸໂມງ ຄົນງານ ບໍ່ມີອາກາດພຽງພໍສຳລັບຫາຍໃຈ; ຫຼາຍຄົນ ເປັນລົມ ແລະຊ໊ອກຂຶ້ນມາ ເກືອບທຸກມື້; ຜູ້ສຸຂພາບບໍ່ດີ ກໍເສັຽຊີວິຕໄປເລີຍ. ນັບແຕ່ເຮັດວຽກຢູ່ນີ້ມາໄດ້ 6 ເດືອນ ເຂົາເຫັນຄົນງານເສັຽຊີວິຕ 5 ຄົນແລ້ວ.
ດັ່ງຄົນງານຜູ້ນີ້ ໄດ້ເລົ່າສູ່ວິທະຍຸ ເອເຊັຽ ເສຣີ ຟັງໃນວັນທີ່ 24 ທັນວາ 2022 ທີ່ຜ່ານມາອີກວ່າ:
“ກະບໍ່ປານໃດແຫຼະ ອາກາດກະດາຍ ພໍແຕ່ຫາຍໃຈໃດ້ນີ້ແຫຼະ. ໂອຍ, ຊ໊ອກຂຶ້ນມາເກືອບທຸກມື້; ຂ້ອຍກໍຍັງແຂງຂຶ້ນມາເທື່ອນຶ່ງແລ້ວ ແບບວ່າ ລົງໄປຮ້ອນຫຼາຍແລ້ວ ບາງທີຜູ້ມີໂຣກປະຈຳຕົວຊິນ່າ ຄືຂ້ອຍເວົ້າຫັ້ນແຫຼະ ຊ໊ອກຂຶ້ນມາ ແຂງໄປເລີຍຈັງຊິ ມີແນວນັ້ນຫັ່ນ; ໂອຕາຍ; ທິມງານຂ້ອຍນີ້ ກໍສອງຄົນແລ້ວ ຂ້ອຍກັບອີກຜູ້ນຶ່ງ ຕາເລືອກຂຶ້ນມາເລີຍແລ້ວ ບໍ່ມີສະຕິເລີຍແຫຼະ.”
ຂ້າພະເຈົ້າຖາມອີກວ່າ ມີຂ່າວວ່າ ອຸໂມງເກືອກາລີ ຍຸບລົງເຮັດໃຫ້ຄົນງານເສັຍຊີວິຕ ເຖິງ 10 ຄົນເມື່ອ 5 ປີກ່ອນ ແລະປັດຈຸບັນເດ່ ອຸໂມງບ່ອນເຈົ້າເຮັດວຽກຢູ່ ກໍຍຸບລົງບໍ່ ແລະກໍມີຄົນເສັຽຊີວິຕຍ້ອນບໍ່?
ຄົນງານຜູ້ນີ້ ຊຶ່ງບໍ່ປະສົງບອກຊື້ ຕອບວ່າ ນັບແຕ່ເຂົາເຮັດວຽກຢູ່ນີ້ມາໄດ້ປະມານ 6 ເດືອນ ເຂົາຍັງບໍ່ເຄີຍເຫັນອຸໂມງຍຸບລົງຈັກເທື່ອ ແລະກໍບໍ່ເຄີຍເຫັນຜູ້ໃດເສັຽຊີວິຕຍ້ອນ.
ແຕ່ອະດີດຄົນຂັບຣົຖຜູ້ນຶ່ງ ທີ່ເຄີຍເຮັດວຽກໃຫ້ບໍຣິສັດ ໄກຢວນ ຊຶ່ງກໍເປັນບໍຣິສັດໃຫຍ່ນຶ່ງຂອງຈີນ ໄດ້ເລົ່າໃຫ້ວິທະຍຸ ເອເຊັຽ ເສຣີ ຟັງວ່າ ເມື່ອປະມານຫ້າປີກ່ອນ ອຸໂມງ ທີ່ມີການຂຸດຄົ້ນບໍ່ເກືອກາລີ ຢູ່ບໍຣິເວນເມືອງໜອງບົກ ແຂວງຄຳມ່ວນ ຍຸບລົງ ເຮັດໃຫ້ຄົນເສັຽຊີວິຕ 10 ກວ່າຄົນ; ອຸໂມງ ທີ່ຍຸບລົງນັ້ນ ມີຄວາມຍາວປະມານ 10 ແມັດ ແລະກວ້າງຫົກແມັດ. ແຕ່ຜູ້ເປັນນາຍ ຊຶ່ງເປັນຄົນຈີນ ຫ້າມເປີດເຜີຍ ຫ້າມອອກຂ່າວ. ຕໍ່ຜູ້ເສັຽຊີວິຕ ທີ່ເປັນຄົນລາວ ທາງພີ່ນ້ອງຄອບຄົວ ກໍເອົາໄປທຳພິທີທາງສາສນາ ແບບງຽບໆ; ສ່ວນຄົນຈີນ ທີ່ເສັຽຊີວິຕ ກໍຫາຍສາບສູນໄປເລີຍ.
ນອກຈາກຈະອັນຕຣາຍ ການຂຸດຄົ້ນເກືອກາລີ ຍັງສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງແຮງ. ອະດີດຄົນງານຜູ້ດຽວກັນນັ້ນ ກ່າວວ່າ ແຕ່ກ່ອນ ທາງບໍຣິສັດ ທ້ອນໂຮມດິນເສດເຫຼືອໄວ້ ເປັນກອງໃຫຍ່ໆຢູ່ເທິງໜ້າດິນ ແລ້ວເວລາຝົນຕົກມາ ດິນກໍເຈື່ອນ ແລະນ້ຳເຄັມ ກໍໄຫຼໄປໃສ່ລຳນ້ຳ ແລະທົ່ງນາຂອງປະຊາຊົນ. ຕໍ່ມາ ທາງບໍຣິສັດ ກໍຂຸດໜອງ ແລ້ວຖິ້ມເສດເຫຼືອໃສ່ໜອງ ແຕ່ວ່າ ເວລາມັນເຕັມ ແລະເວລາຝົນຕົກແຮງ ນ້ຳ ກໍໄຫຼລົງໃສ່ທົ່ງນາ ຂອງປະຊາຊົນອີກຄືເກົ່າ. ເວລາເຮັດວຽກຢູ່ນັ້ນ ເຂົາເຫັນເຈົ້າໜ້າທີ່ທາງການລາວ ມາກວດຢູ່ ແຕ່ກວດບໍ່ເຫັນບັນຫາ. ເຈົ້າຂອງໂຮງງານ ໄປຮັບເອົາແຂກມາ ແລ້ວກໍມາຮ່ວມພິທີກ່າວຍ້ອງຍໍສັນລະເສີນ ຊຶ່ງກັນ ແລະກັນ ແລ້ວກໍແລ້ວໄປ.
ເມື່ອເວົ້າເຖິງຜົນກະທົບ, ຄົນງານ ທີ່ຍັງເຮັດວຽກຢູ່ ຜູ້ດຽວກັນນັ້ນ ໃຫ້ສຳພາດຕໍ່ວ່າ ການຂຸດຄົ້ນເກືອກາລີຢູ່ບໍຣິເວນເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄຳມ່ວນນັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະຊີວິຕການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.
“ເຂົາເຮັດບໍ່ລະອຽດປານໃດຫັ້ນນ່າ; ເປັນເກືອດີແດ່ ບໍ່ດີແດ່ ເອົາໄປກອງໄວ້ ຄູນເປັນພູພຸ້ນແລ້ວ ຊໍ່າພູພຸ້ນແລ້ວ ຝົນຕົກລົງມາ ນ້ຳໄຫຼໄປ ໄປເຂົ້າທົ່ງນາເຂົາຫັ້ນແຫຼະ ບາງເທື່ອນ້ຳຫຼາຍ ມັນກໍລົ້ນ ກໍບ່າໄປແຫຼະ.” ເຮັດໃຫ້ປູກເຂົ້າບໍ່ໄດ້ພຸ້ນຫວະ?
“ແມ່ນລະ.”
ຄົນງານຜູ້ນີ້ ເລົ່າອີກວ່າ ປັດຈຸບັນ ບໍຣິສັດຂອງເຂົາ ກຳລັງບຸກເບີກທີ່ດິນ ທີ່ເຂົາໄດ້ສັມປະທານມາ ເພື່ອສ້າງໂຮງງານໃໝ່ ໃຫຍ່ກວ່າເກົ່າ ແລະເພື່ອເຮັດລານເກືອ. ບັນຫາມີຢູ່ວ່າ ການບຸກເບີກເຫຼົ່ານີ້ ມັນໄປກວມເອົາດິນນາ ຂອງປະຊາຊົນ ແລະປະຊາຊົນສ່ວນຫຼາຍ ບໍ່ມີໃບຕາດິນ. ເຖິງວ່າ ພວກເຂົາ ນຳໃຊ້ດິນມາແຕ່ດົນນານ ແຕ່ປຸແຕ່ປູ່ ແຕ່ບໍ່ມີໃຜເຮັດໃບຕາດິນ ເພາະບໍ່ມີໃຜຄິດວ່າ ຈະມີ ໂຄງການຂຸດຄົ້ນບໍ່ເກືອກາລີຂນາດໃຫຍ່ປານນີ້. ສະນັ້ນ ຊາວບ້ານກໍສູນເສັຍທີ່ດິນ ໂດຍໄດ້ຮັບຄ່າຊົດເຊີຍແບບ ຖືກໆ ຄືແມັດກາເຣນຶ່ງ ພຽງແຕ່ 20,000 ກີບເທົ່ານັ້ນ. ເມື່ອເກືອບ 10 ປີກ່ອນ ຊາວນາຈຳນວນນຶ່ງ ກໍຮູ້ເມື່ອວ່າ ພວກຕົນ ຈະສູນເສັຍນາໃຫ້ແກ່ໂຄງການ ກໍພະຍາຍາມເຮັດໃບຕາດິນ ແຕ່ຣັຖບານບໍ່ຍອມເຮັດໃຫ້.
ອະດີດຄົນງານອີກຜູ້ນຶ່ງ (ຜູ້ທີ່ສອງ) ທີ່ເຄີຍເຮັດວຽກຂັບຣົຖຂົນດິນເສດເຫຼືອໄປຖິ້ມ ໃສ່ໜອງເມື່ອ 3 ປີກ່ອນ ກ່າວວ່າ ທັງໝົດ ມີປະມານຊາວບໍຣິສັດ ທີ່ຂຸດຄົ້ນເກືອກາລີຢູ່ບໍຣິເວນ ຕໍ່ຈາກເມືອງທ່າແຂກ ລົງໄປຫາເມືອງໜອງບົກ ແຂວງຄຳມ່ວນ ຊຶ່ງໃນນັ້ນ ບໍຣິສັດໃຫຍ່ກໍມີບໍຣິສັດ ໄກຢວນ ແລະບໍຣິສັດຊີໂນ-ອາກຣີ. ບໍຣິສັດຈີນເຫຼົ່ານີ້ ໄດ້ຮັບສັມປະທານທີ່ດິນ ຈາກຣັຖບານລາວເຖິງ 35 ກິໂລແມັດມົນທົນ ຫຼື ກິໂລແມັດກາເຣ ແລະດິນສ່ວນຫຼາຍເປັນທົ່ງນາ ຂອງປະຊາຊົນ ແລະປະຊາຊົນ ກໍບໍ່ສາມາດຂັດຂືນ ຖ້າຜູ້ຂັດຂືນໂວຍວາຍ ກໍຈະຖືກຈັບ ກັກຂັງ ແລະສຶກສາອົບຮົມ ແລ້ວປ່ອຍໂຕ.
ແຕ່ແວບໄຊຕ໌ ຂອງບໍຣິສັດຊີໂນ-ອາກຣີ ຂຽນວ່າ ບໍຣິສັດຊີໂນ-ອາກຣີ ຈະຂຸດຄົ້ນເກືອກາລີຢູ່ລາວ ຢ່າງມີຄວາມຮັບຜິດຊອບ ແບບສີຂຽວ ແບບບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນທ້ອງຖິ່ນ. ສ່ວນເຈົ້າໜ້າທີ່ ກະຊວງ ຊັບພະຍາກອນທັມມະຊາຕ ແລະສິງແວດລ້ອມ ຂອງລາວ ໄດ້ກ່າວຍ້ອງຍໍ ບໍຣິສັດຊີໂນ-ອາກຣີ ວ່າເປັນບໍຣິສັດໂຕຢ່າງ ທີ່ມີແທກນິກທັນສມັຍ ໃນການຂຸດຄົ້ນບໍ່ແຮ່ ແລະທີ່ຈະຊ່ວຍສ້າງສາ ພັທນາເສຖກິຈຂອງລາວ.