ຜແນກການຕ່າງປະເທດ ຂອງແຂວງຫລວງນ້ຳທາ ມີໜັງສືຣາຍງານ ໃຫ້ຮູ້ວ່າ ແຂວງຢູນານ ໄດ້ຜ່ອນຜັນມາຕການປ້ອງກັນ ແລະຄວບຄຸມ ໂຄວິດ-19 ແລະດ່ານສາກົລ ບໍ່ຫານ-ບໍ່ເຕັນ ຈະເປີດເປັນທາງການ ເຣີ່ມແຕ່ວັນທີ 8 ມົກກະຣາ ປີ 2023 ນີ້ເປັນຕົ້ນໄປ, ອີງຕາມຣາຍງານເລກທີ 005/ພຕທ ຫລວງນ້ຳທາ ລົງວັນທີ 4 ມົກກະຣາ ປີ 2023.
ຂະນະທີ່ດ່ານສາກົລ ບໍ່ເຕັນ ແຂວງຫລວງນ້ຳທາ ຍັງສືບຕໍ່ ປະຕິບັດມາຕການ ເຂົ້າ-ອອກ ປະເທດຕາມແຈ້ງການສະບັບເກົ່າ ຈາກຫ້ອງການນາຍົກຣັຖມົນຕຣີ ສະບັບເລກທີ່1914/ຫສນຍ ນະຄອນຫລວງວຽງຈັນ ລົງວັນທີ 23 ທັນວາ ປີ 2022 ຄືຍັງບໍ່ມີມາຕການສະເພາະແນວໃດ ຕໍ່ພົລເມືອງຈີນ ທີ່ຈະເດີນທາງເຂົ້າມາລາວ ເພາະແຈ້ງການດັ່ງກ່າວ ນຳໃຊ້ຕໍ່ພົລເມືອງ ຂອງທຸກໆປະເທດ ຊຶ່ງແຈ້ງການສະບັບດັ່ງກ່າວໄດ້ລຶບລ້າງ ການນຳໃຊ້ໃບຢັ້ງຢືນ ສັກວັກຊີນຄົບໂດສ ແລະລຶບລ້າງການກວດເຊື້ອ ໂຄວິດ-19 ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ ສຳລັບຄົນຕ່າງຊາຕ ຫລື ຄົນບໍ່ມີສັນຊາຕ ທີ່ຈະເດີນທາງເຂົ້າມາລາວ.
ຕາມຄຳເວົ້າ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫລວງນ້ຳທາ ທ່ານນຶ່ງຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ມົກກະຣາ ປີ 2023 ນີ້ວ່າ:
“ໃບກວດໂຄວິດ-19 ແລ້ວກໍໃບສັກວັກຊີນຕ່າງໆ. ໄທເຮົາ ບໍ່ຕ້ອງການແລ້ວ ແລະຈະບໍ່ມີເງື່ອນໄຂວ່າ ຕ້ອງສັກຢາວັກຊີນເຂັມກະຕຸ້ນ ອັນນັ້ນ ບໍ່ມີແລ້ວ. ຜູ້ທີ່ວ່າມີບັດຖືກຕ້ອງກໍຖືວ່າ ເຂົ້າມາທ່ຽວໄດ້ໂລດ ກໍເຊັ່ນວ່າເຮົາຢາກໄປປະເທດອື່ນໆແມ່ນບໍ ເຮົາກໍຕ້ອງມີພາສປອຣ໌ຕຂອງເຮົາ ມີິແນວນັ້ນຊື່ໆ ເປີດປະເທດແບບເຕັມຮູບແບບ.”
ທ່ານກ່າວຕື່ມວ່າ ພາຍຫລັງທີ່ຄົນຕ່າງປະເທດ ເຂົ້າມາລາວແລ້ວ ບໍ່ວ່າຈະຢູ່ໃສ ໂດຍສະເພາະໃນເຂດຊຸມຊົນ ຍັງຈະມີມາຕການຄວາມຮ່ວມມື ໃຫ້ໃສ່ໜ້າກາກ ອະນາໄມ ເພື່ອປ້ອງກັນການຣະບາດ ຂອງໂຄວິດ-19 ແຕ່ຜູ້ໃດຈະປະຕິບັດຕາມ ຫລື ບໍ່ນັ້ນ ບໍ່ສາມາດເຂັ້ມງວດ ແລະລົງໂທດໄດ້ ເນື່ອງຈາກວ່າຂັ້ນເທິງມີມາຕການ ຄວາມຮ່ວມມື ແລະຫລຸດຜ່ອນ ມາຕການ ໂຄວິດ-19 ແລ້ວ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຍັງມີແຈ້ງການເລກທີ1824/ກຄພທ ນະຄອນຫລວງວຽງຈັນ ລົງວັນທີ 30 ທັນວາປີ 2022, ໃຫ້ເພີ່ມທະວີເອົາໃຈໃສ່ ໃນການເກັບໂຕຢ່າງ ຕໍ່ກໍຣະນີ ຜູ້ສົງໄສ ທີ່ມີອຸນນະພູມສູງ, ມີອາການຄ້າຍໄຂ້ຫວັດໃຫຍ່ ແລະໂຄວິດ-19 ສົ່ງໃຫ້ສູນວິເຄາະ ແລະຣະບາດວິທຍາ ຫລື ຫ້ອງວິເຄາະເອກຊົນ ເພື່ອກວດ ແລະເຝົ້າລະວັງສາຍພັນ ຂອງໂຄວິດ-19 ແລະພື່ອຕອບໂຕ້ ໃຫ້ທັນເວລາ ຊຶ່ງພາກສ່ວນກ່ຽວຂ້ອງ ຢູ່ດ່ານບໍ່ເຕັນ ແຂວງຫລວງນ້ຳທາ ກໍຕ້ອງປະຕິບັດຕາມ ແຈ້ງການດັ່ງກ່າວ ເໝືອນກັນ ແຕ່ບໍ່ມີມາຕການສເພາະເຈາະຈົງ ຕໍ່ພົລເມືອງປະເທດໃດ ປະເທດນຶ່ງ.
ດັ່ງເຈົ້າໜ້າທີ່ ກ່ຽວຂອງ ແຂວງຫລວງນ້ຳທາ ຜູ້ທີສອງ ກ່າວໃນມື້ດຽວກັນນີ້ວ່າ:
“ເພິ່ນຍົກເລີກໝົດແລ້ວ ອັນໃດກໍດ່າຍ ບໍ່ມີການກວດແລ້ວຫັ້ນເດ ກໍຊິປ່ອຍໄປຕາມນັ້ນ ຖ້າຜູ້ໃດມີອາການ ກໍຊິໄດ້ກວດຫັ້ນແຫລະ ເຂົາຈັ່ງແຈ້ງອອກມາແນວນັ້ນ ບໍ່ຊ່າງຊິໄປປັບ ຂອງເພິ່ນເດ ບໍ່ສາມາດບອກວ່າ ມີບັດສັກຢາກັນພະຍາດບໍ ເຮົາບໍ່ສາມາດບອກໄດ້ເພາະວ່າ ເພິ່ນລຶບລ້າງເດເນາະ ບໍ່ຈຳເປັນຊິໃຊ້ໃບໂຕນັ້ນນ່າ ຄວາມໝາຍຫັ້ນເນາະ.”
ຂະນະທີີ່ ຢູ່ດ່ານທ້ອງຖິ່ນ ເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງເປັນດ່ານທີ່ມີຊາຍແດນ ຕິດກັບ ປະເທດຈີນ, ປັດຈຸບັນ ຍັງບໍ່ທັນເປີດໃຊ້ເພື່ອຕ້ອນຮັບ ນັກທ່ອງທ່ຽວ ຫລື ຜູ້ທີ່ປະສົງຈະເດີນທາງ ເຂົ້າມາປະເທດລາວເທື່ອ.
ດັ່ງເຈົ້າໜ້າທີ່ ກ່ຽວຂອ້ງ ແຂວງອຸດົມໄຊ ທ່ານນຶ່ງເວົ້າວ່າ:
“ດ່ານດູຕີນ ດ່ານນ້ອຍນີ້ ຍັງບໍ່ທັນເປີດເທື່ອເດ ແຕ່ວ່າມັນຍັງແຕ່ເຈັ້າໜ້າທີ່ຕຳຣວດ ຢູ່ຫັ້ນນ່າ ແຕ່ເຈົ້າໜ້າທີ່ສາທາ ຖອນແຕ່ກີ້ພຸ້ນແລ້ວ ຄະນະສະເພາະກິຈ ເພິ່ນຍັງບໍ່ທັນວ່າຫຍັງເທື່ອ ຕອນນີ້ ມັນກໍຂຶ້ນກັບຄະນະສະເພາະກິຈ ເຂົາຊິອອກແຈ້ງການເອງ.”
ປະຊາຊົນລາວ ສ່ວນໃຫຍ່ ກໍມີຄວາມຢ້ານກົວ ທີ່ເຊື້ອໂຄວິດ-19 ຈະກັບຄືນມາ ຣະບາດອີກໃໝ່ ພາຍຫລັງທີ່ລາວກັບຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຈຶ່ງເປັນເຈົ້າການສືບຕໍ່ ການປອ້ງກັນ ໂຄວິດ-19 ດ້ວຍການໃສ່ຜ້າອັດປາກ-ອັດດັງ ເມື່ອຢູ່ໃນເຂດສາທາຣະນະ.
ດັ່ງປະຊາຊົນ ຢູ່ບ້ານເຕົ້າໂຮມ ເມືອງລອງ ແຂວງຫລວງນ້ຳທາເວົ້າວ່າ:
“ຢູ່ໂຕບ້ານເຕົ້າໂຮມນີ້ ມັນຊີ່ມີໂຮງງານ ຜລິດແປ້ງມັນຕົ້່ນເນາະ ພວກຈີນ ພວກນີ້ ກໍເຂົ້າມາເລື້ອຍໆແຫລະ ຄືວ່າ ບໍ່ມີອີ່ຫຍັງ ບໍ່ມີເຫດການ ບໍ່ມີບັນຫາຫຍັງເກີດຂຶ້ນ ເວົ້າກັນຢູ່ ຫາກຢ້ານຫັ້ນແຫລະ ມັນໄດ້ພົບວິກິຕໜັກໄປ ຄືເອົາໃຈໃສ່ນ້ອຍນຶ່ງ ພໍມີສະຕິນ້ອຍນຶ່ງ ແຫລະ ສ່ວນຫລາຍ ກໍແມ່ນປ້ອງກັນໂຕເອງ ໃສ່ຜ້າອັດປາກບໍ.”
ເຖິງແມ່ນວ່າຈີນ ຈະມີມາຕການຜ່ອນຜັນ ການຄວບຄຸມ ໂຄວິດ-19 ຫລາຍ, ແຕ່ຍັງໄດ້ກຳນົດ ການເດີນທາງເຂົ້າປະເທດຈີນ ບໍ່ວ່າຄົນຕ່າງປະເທດ ຫລື ພົລເມືອງຈີນ ທີ່ອອກໄປທ່ຽວ ຕ່າງປະເທດ ຕ້ອງສະແດງຜົລກວດ ໃຫ້ເປັນລົບ ພາຍໃນ 24 ຊົ່ວໂມງ ກ່ອນເຂົ້າປະເທດຈີນ ໂດຍບໍ່ມີການກັກໂຕ ຄືແຕ່ກ່ອນ.
ໃນຂນະດຽວກັນ ຢູ່ປະເທດລາວ ມີຄວາມພ້ອມ ຖ້າຫາກມີນັກທ່ອງທ່ຽວຈີນ ເຂົ້າມາເປັນຈຳນວນຫລາຍ ກອ່ນຈະກັບປະເທດ ຕ້ອງໄດ້ກວດໂຄວິດ-19 ກ່ອນ 24 ຊົ່ວໂມງ ໜ່ວຍງານກ່ຽວຂ້ອງໃນລາວ ມີຈຸດກວດ ໂຄວິດ-19 ແບບ RT-PCR ທົ່ວປະເທດ ຢູ່ດ່ານສາກົລ ແລະໃນໂຮງໝໍ, ຄລີນິກເອກຊົນນຳດ້ວຍ ເພື່ອຮອງຮັບ ນັກທ່ອງທ່ຽວຈີນຢູ່.
ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ກ່າວໃນມື້ດຽວກັນນີ້ວ່າ:
"ມີພຽງພໍຢູ່ດອກ ບ່ອນກວດນ່າ ຢູ່ແຕ່ລະດ່ານ ແຂວງທີ່ມີດ່ານ ກໍມີໝົດແຫລະ RT-PCR . ບໍ່, ບໍ່ໄດ້ຟຣີ ມີຄ່າໃຊ້ຈ່າຍ 600,000 ກີບຕໍ່ຄັ້ງ. "
ສຳລັບການຮັບມື ກັບນັກທ່ອງທ່ຽວຈີນ ໃນທົ່ວໂລກນັ້ນ ມີປະເທດສະຫະຣັຖ ອາເມຣິກາ ເປັນປະເທດທຳອິດ ທີ່ອອກມາປະກາດ ມາຕການຮັບມື ກັບນັກທ່ຽວທ່ຽວຈີນ ທີ່ມາຈາກຈີນແຜ່ນດິນໃຫຍ່, ເກາະຮົງກົງ ແລະມາເກົ໊າ ຕ້ອງກວດ ໂຄວິດ-19 ແບບ RT-PCR ພາຍໃນ 24 ຊົ່ວໂມງ ແລະມີຜລົກວດເປັນລົບ ກ່ອນອອກເດີນທາງ ເຂົ້າສະຫະຣັຖ.
ສ່ວນປະເທດ ອອສເຕຣເລັຽ, ການາດາ ແລະປະເທດຢູໂຣບ ເປັນຕົ້ນ ອັງກິດ, ຝຣັ່ງເສດ, ອິຕາລີ ກໍໃຊ້ມາຕາກນດຽວກັນ.
ສຳລັບປະເທດ ໃນຂົງເຂດອາຊ້ຽນ, ມີ ປະເທດມາເລເຊັຽ ເປັນປະເທດທຳອິດ ທີ່ປະກາດວ່າ ທຸກຄົນຕ້ອງກວດໂຄວິດ-19 ແລະຜົລກວດເປັນລົບ ກ່ອນຈະເດີນທາງເຂົ້າ ປະເທດມາເລເຊັຽ ລວມທັງການກວດ ໃນເຮືອບິນ ທີ່ມາຈາກຈີນທຸກລຳ, ຂະນະທີ່ປະເທດໄທຍ ໄດ້ລະບຸໃຫ້ພົລເມືອງຕ່າງປະເທດ ທຸກຄົນ ຕ້ອງສັກວັກຊີນ ຢ່າງນ້ອຍ 2 ເຂັມ ກ່ອນເຂົ້າປະເທດໄທຍ ແລະຈະມີມາຕການ ທີ່ຈະແຈ້ງ ຕໍ່ປະເທດທີີ່ມີເງື່ອນໄຂ ກວດໂວິດ-19 ກ່ອນ 24 ຊົ່ວໂມງ ກ່ອນຈະເຂົ້າໄທຍ ຫລື ເດີນທາງ ກັບປະເທດ ຕົນເອງ.