ເຣື້ອງທີ່ເກັບບັນທຶກໄວ້
2024-06-10
ກະຊວງອຸດສາຫະກຳ ແລະການຄ້າ ຮ່ວມກັບ ກະຊວງກະສິກຳ ແລະປ່າໄມ້ ປຶກສາຫາລື ເພື່ອແກ້ໄຂບັນຫາ ລາຄາບັນຫາສິນຄ້າແພງ ແລະຄຸ້ມຄອງການນຳເຂົ້າສິນຄ້າກະສິກຳ ຂະນະທີ່ປະຊາຊົນ ແລະຜູ້ຄ້າຂາຍ ບອກວ່າ ລາຄາສະບຽງອາຫານ ຍັງແພງຂຶ້ນເລື້ອຍໆ.
2024-06-10
ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ແບ່ງໂກຕ້າຊັບຊ້ອນແພດແລະໝໍ ອາສາສະໝັກ ເຂົ້າເປັນພະນັກງານ-ລັດຖະກອນ ຫຼຸດລົງເລື້ອຍໆ ເຮັດໃຫ້ ແພດອາສາສະໝັກ ໃນຫຼາຍເມືອງ ແລະຫຼາຍແຂວງ ຢູ່ປະເທດລາວ ທະຍອຍລາອອກ ຍ້ອນບໍ່ໄດ້ຮັບເງິນເດືອນ ບັນຫາເສດຖະກິດ.
2024-06-10
ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພະແຫ່ງຊາດ ຊຸດທີ 9 ໄດ້ໄຂຂຶ້ນວັນທີ 10 ມິຖຸນາ ແລະຈະປິດລົງວັນທີ 2 ກໍລະກົດ 2024, ໃນນັ້ນຈະພິຈາລະນາ ແລະຮັບຮອງເອົາ ເອກະສານ 19 ສະບັບ.
2024-06-09
ທະຫານມຽນມາ ບັງຄັບໃຊ້ກົດໝາຍການເກນທະຫານ ຍິ່ງບັງຄັບໃຫ້ຊາວໜຸ່ມມຽນມາ ເຂົ້າໄປຈັບອາວຸດ ຕໍ່ສູ້ກັບທະຫານມຽນມາ.
2024-06-07
ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ກວດຄົ້ນຮ້ານບັນເທີງສະຫວັນ ລາຕີ ຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິ ຫານ ແລະໄດ້ກັກໂຕກຸ່ມມົ້ວສຸມຢາເສບຕິດ ໃນຮ້ານດັ່ງກ່າວ ໄດ້ 55 ຄົນ.
2024-06-07
ຂໍ້ຂັດແຍ່ງລະຫວ່າງ ຊາວບ້ານສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ກັບ ໂຮງງານຊີມັງ ຂອງບໍລິສັດ ຫົງຄໍາ ຄອນກຣີດ ຍັງບໍ່ທັນໄດ້ຮັບການແກ້ໄຂ ເຖິງວ່າ ທີ່ຜ່ານມາ ຈະມີບົດບັນທຶກກັບທາງການວ່າ ໂຮງງານຊີມັງ ຈະຕ້ອງຍົກຍ້າຍຈຸດເຄື່ອງຈັກໃຫ້ຫ່າງຈາກຊຸມຊົນ ເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ຊຸມຊົນກໍຕາມ.
2024-06-07
ລໍາດັບຕໍ່ໄປ ເຊີນທ່ານຮັບຟັງ ການບອກເລົ່າ ກ່ຽວກັບປະສົບການ ຂອງຊາຍໜຸ່ມລາວ ທີ່ຖືກບັງຄັບ ທໍລະມານ ຢູ່ ໂຮງກາສິໂນ ຂອງຈີນ ທີ່ ເມືອງເມຍວະດີ ປະເທດ ມຽນມາ ເກືອບ 2 ປີເຕັມ ພວກຂະເຈົ້າ ຈຶ່ງໄດ້ຫຼຸດພົ້ນຈາກ ໝໍ້ນາຮົກ ແຫ່ງນັ້ນ.
2024-06-07
ຂ້າຫລວງໃຫຍ່ ດ້ານສິດທິມະນຸດ ຮຽກຮ້ອງ ສປປ ລາວ ໃຫ້ສັດຕະຍາບັນສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍການປົກປ້ອງທຸກຄົນ ຈາກການບັງຄັບໃຫ້ຫາຍສາບສູນ ແລະສືບຕໍ່ສືບສວນສອບສວນຫາທ່ານ ສົມບັດ ສົມພອນ ທີ່ຍັງຫາຍສາບສູນຢູ່.
2024-06-07
ສະຖານບັນ ເພື່ອສັນຕິ ຂອງສະຫະລັດ ອາເມຣິກາ ເຜີຍແຜ່ບົດລາຍງານ ເຖິງແຫຼ່ງອາດຊະຍາກຳຂ້າມຊາດ ໂດຍລາວເປັນສູນກາງ ອາດສະຍາກຳຂ້າມຊາດ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ທີ່ເຊື່ອມຕໍ່ປະເທດເພື່ອນບ້ານ ໂດຍສະເພາະ ອາດຊະຍາກໍາ ທາງອອນລາຍນ໌ ແລະ ການຄ້າມະນຸດ.
2024-06-06
ທາງການເມືອງປາກຊັນ ແຂວງບໍລິຄຳໄຊ ສັ່ງປິດ ຮ້ານບັນເທີງຊົ່ວຄາວ ໃນໄລຍະການສອບເສັງ ຈົບຊັ້ນມັດທະຍົມຕົ້ນ ແລະມັດທະຍົມປາຍ.
2024-06-06
ສວນກ້ວຍຂອງຫວຽດນາມ ຢູ່ແຂວງອັດຕະປື ກັກຂັງສັດລ້ຽງຂອງຊາວບ້ານ ທີ່ເຂົ້າໄປໃນສວນກ້ວຍ ພ້ອມກັບປັບໃໝເຈົ້າຂອງສັດລ້ຽງ.
2024-06-06
ກ່ຽວກັບເລື່ອງ ຄົນລາວ ຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດ ນີ້ ເຈົ້າໜ້າທີ່ ເວົ້າວ່າ ກະເປັນຍ້ອນ ສະພາບເສດຖະກິດຍໍ້ທໍ້ ທາງພາກລັດເອງ ກໍ່ບໍ່ສາມາດ ອອກມາດຕະການບັງຄັບ ຫຼືກົດໝາຍ ຫ້າມຄົນງານ ບໍ່ໃຫ້ໄປເຮັດວຽກຢູ່ຕ່າງປະເທດໄດ້.
2024-06-06
ກອງປະຊຸມສະໄໝສາມັນ ເທື່່ອທີ່ 7 ຂອງສະພາແຫ່ງຊາດ ຊຸດທີ່ 9 ຈະໄຂຂຶ້ນ ໃນອາທິດໜ້າ ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ, ປະຊາຊົນລາວ ສະເໜີໃຫ້ສະພາແຫ່ງຊາດ ຍົກເອົາບັນຫາ ເສດຖະກິດ-ການເງິນ ເປັນບັນຫາເຄັ່ງຮ້ອນ.
2024-06-06
ກົມຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຂອງລາວ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການສະໜອງຄົນງານ ໃຫ້ພາກທຸລະກິດ ແລະການແກ້ໄຂບັນຫາ ຄົນງານ ທີ່ຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດ.
2024-06-05
ລັດຖະບານລາວ ໄດ້ກຽມປູກຕົ້ນໄມ້ 3.5 ລ້ານເບ້ຍ ໃນວັນປູກຕົ້ນໄມ້ແຫ່ງຊດ ວັນທີ 1 ມິຖຸນາ ປີນີ້, ແຕ່ບໍ່ມີງົບປະມານໃນບົວລະບັດ ຮັກສາ, ເຮັດໃຫ້ເບ້ຍໄມ້ ທີ່ໄດ້ປູກໄປນັ້ນ ຍັງເຫລືອບໍ່ພໍເທົ່າໃດ.