ສຳພາດ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ໃນປະເທດມຽນມາ ຕອນທີ 1

ສຸພັດຕາ
2024.06.07
ສຳພາດ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ໃນປະເທດມຽນມາ ຕອນທີ 1 ຮັບໄວໜຸ່ມ-ຍິງສາວລາວ 14 ຄົນ ທີ່ຖືກຄ້າມະນຸດ ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ກັບຄືນບ້ານເກີດ, ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ແຂວງບໍ່ແກ້ວດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ແຂວງບໍ່ແກ້ວ ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ແຂວງບໍ່ແກ້ວ.
Courtesy Photo

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາລົບ ໃນມື້ນີ້ ຂ້າພະເຈົ້າ ຈະຂໍນໍາເອົາການໂອ້ລົມ ບອກເລົ່າ ຂອງຊາຍໜຸ່ມລາວ ທີ່ຖືກປ່ອຍໂຕກັບລາວ ຈາກ ໂຮງກາສິໂນ ໂກຊາຍ ຂອງຈີນ ທີ່ ເມືອງເມຍວະດີ ປະເທດ ມຽນມາ ເມື່ອວັນ 15 ເດືອນພຶດສະພາ 2024 ທີ່ຜ່ານມາ.

ເຊິ່ງໃນເບື້ອງຕົ້ນ ພວກເຂົາເຈົ້າ ຖືກກຸ່ມແກ້ງຄ້າມະນຸດຕົວະ ໄປເຮັດວຽກ ຢູ່ໂຮງກາສິໂນ ດັ່ງກ່າວ ເປັນເວລາເກືອບ 2 ປີເຕັມ ຄືຕັ້ງແຕ່ເດືອນສິງຫາ ປີ 2022 ຈົນຮອດ ວັນທີ 24 ເດືອນພຶດສະພາ 2024 ພວກເຂົາ ຈຶ່ງໄດ້ ກັບມາຫາຄອບຄົວ ທີ່ປະເທດລາວ.

ເຫດການ ໃນຊ້ວງເວລາທີ່ຕົກໄປເປັນທາດ ຂອງຄົນຈີນ ໃນຖິ່ນດິນແດນອັນປ່າເຖື່ອນ ທີ່ບໍ່ມີພາກສ່ວນໃດ ຈະສາມາດ ຍື່ນມືເຂົ້າໄປຊ່ອຍເຫຼືອໄດ້ ຈົນກະທັ້ງ ການໄດ້ມາບ້ານ ກໍ່ແມ່ນດ້ວຍຄວາມພໍໃຈ ຂອງພວກເຂົາເອງ.

ເຮົາມາຟັງຈາກ ຊາຍໜຸ່ມ ຜູ້ທີ່ໜຶ່ງ ທີ່ໄດ້ເລົ່າເຖິງຄວາມຮູ້ສຶກ ທີ່ລາວໄດ້ອອກຈາກ ໂຮງກາສິໂນແຫ່ງນັ້ນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ພຶດສະພາ 2024 ນີ້ ເບິ່ງວ່າ ຈະເປັນແນວໃດ:-

I-/ ຜູ້ຖືກເຄາະຮ້າຍ ຜູ້ທີ 1 ທີ່ກັບມາບ້ານແລ້ວ.

1-/ ຜູ້ເຄາະຮ້າຍ ຕອບ: ຄວາມຮູ້ສຶກຕອນນີ້ ກະແບບ ດີໃຈ ທີ່ໄດ້ພໍ້ໜ້າພໍ່ແມ່ ຈັ່ງຊີ້ ກະດີໃຈ ທີ່ວ່າໄດ້ກັບມາບ້ານ ຄືຢູ່ຫັ້ນ ມັນຄືແຕ່ແບບ ມັນບໍ່ໄດ້ເປັນໂຕຂອງໂຕເອງນ່າ ມັນອຶດອັດ ຖືກເຂົາກົດດັນເບິດຊີ້ນ່າ ແຕ່ເຮົາອອກມາຈາກຫັ້ນ ເຮົາກະແບບສະບາຍໂຕ ຄືແບບອອກມາໂຕເປົ່າ ສະບາຍຈັ່ງຊີ້ ຕອນນ້ອງ ກັບມາຮອດຢູ່ບ້ານ ພີ່ນ້ອງເຂົາຄຶດວ່າ ຕາຍໄປແລ້ວຊີ້ນ່າ ເຂົາວ່າ ຕາຍໄປແລ້ວ ບໍ່ໄດ້ກັບມາແລ້ວ ກັບມາ ກະດີໃຈນໍາ ເຂົາກະໄຫ້ໝົດ.

2-/ ນັກຂ່າວຖາມ: ຕາມທີ່ວ່ານ້ອງເຫັນ ຄົນທີ່ວ່າ ເຮັດວຽກຢູ່ໃນກາສິໂນຂອງຈີນ ບ່ອນນ້ອງເຮັດຫັ້ນ ຕາມທີ່ເຫັນຫັ້ນ ຂະເຈົ້າເຕັມໃຈບໍສ່ວນຫຼາຍ ຫຼືວ່າ ຖືກຕົວະໄປ ຫຼືຈັ່ງໃດ?

2-/ ຜູ້ເຄາະຮ້າຍ ຕອບ: ມັນກະ ແລກໆກະ ທຸກຄົນ ກະເຕັມໃຈໄປຫັ້ນແຫຼະ ແຕ່ມັນບໍ່ຄິດວ່າ ຈະຢູ່ມຽນມາ ໃຜກະຄິດວ່າ ແມ່ນຢູ່ໄທ ມັນບໍ່ໄດ້ຄິດດອກວ່າ ມັນຢູ່ມຽນມາຫັ້ນນ່າ ຄັນຮູ້ວ່າຢູ່ມຽນມາ ນິ່ ບໍ່ມີໃຜໄປແນ່ນອນ.

3-/ ນັກຂ່າວຖາມ: ພວກນ້ອງ 14 ຄົນ ກະໄດ້ອອກມາແລ້ວ ລະເທົ່າທີ່ນ້ອງຮູ້ນິ່ ຍັງມີຄົນລາວ ອີກບໍ່ຕິດຢູ່ໃນກາສິໂນນັ້ນ ຫຼືວ່າ ອອກມາເບິດແລ້ວ ບໍ່ມີໃຜເລີຍ?

3-/ ຜູ້ເຄາະຮ້າຍ ຕອບ: ໃນໂຊນທີ່ພວກຂ້ອຍຢູ່ ມັນບໍ່ມີໃຜແລ້ວ ຄົນລາວນ່າ ບໍ່ຮູ້ວ່າ ໂຊນອື່ນມີບໍ່.

4-/ ນັກຂ່າວຖາມ: ກ່ຽວກັບວຽກຕອບແຊັດນິ່ ແມ່ນຈັ່ງໃດແທ້ ຊ່ອຍອະທິບາຍ ສູ່ຟັງແດ່?

4-/ ຜູ້ເຄາະຮ້າຍ ຕອບ: ຕອບແຊັດນີ້ ແລກໆເຮົາກະຕ້ອງໄປຫາໂຕລະຄອນ ໂຕລະຄອນທີ່ວ່າເປັນຮູບຜູ້ຊາຍ ຫຼືວ່າຫຼໍ່ໆຈັ່ງຊີ້ ໃນ ໄອຈີ ຫຼັງຈາກນັ້ນ ເຮົາກະມາສ້າງເຟສ, ສ້າງລາຍ, ໄອຈີຕ່າງໆ ເພື່ອແບບລູກຄ້າຖາມ ເຮົາຈະສົ່ງໃຫ້ລູກຄ້າ ຈາກນັ້ນເຮົາກໍ່ຈະເອົາ ເອົາໂຕລະຄອນໂຕນັ້ນໄປລົມ ໄປຫາລູກຄ້າໃນແອັບຫາຄູ່ ລະກະເຮົາໄດ້ລູກ ລະກະດຶງເຂົ້າມາໃນລາຍ ລະກະເຮົາກະລົມໆລົມ ລົມກັນຄືແບບລົມ ແບບບ່າວສາວ ລົມກັນຊີ້ນ່າ ແບບຈີບເປັນແຟນກັນ ລະກະສ້າງອະນາຄົນ ສ້າງຄວາມສໍາພັນແບບທີ່ດີກັນ ສ້າງອະນາຄົດແລ້ວ ເຮົາກະມາຊວນເຂົາລົງທຶນບາດນີ້ ວ່າເຮົາເຮົາເຮັດ ເຮົາຫາລາຍໄດ້ເສີມ ແບບເວລາເຮົາເລີກງານ ເຮົາຫາລາຍໄດ້ເສີມ ຈັ່ງຊີ້ຈັ່ງຊັ້ນນ່າ ແລ້ວເຮົາກະພະຍາຍາມ ຊວນເຂົາລົງທຶນ ວ່າ ເອີ່ ມື້ນີ້ເຈົ້າວ່າງບໍ່ ຂ້ອຍເຮັດອັນນີ້ ມັນໄດ້ເງິນມື້ໜຶ່ງ ໄດ້ກໍາໄລມື້ໜຶ່ງ ພັນໜຶ່ງ ຈັ່ງຊີ້ ຊວນເຂົາລົງທຶນ ເຂົາສົນໃຈ ເຮົາກະພາເຂົາສະໝັກແອັບຕ່າງໆ ກະພາເຂົາເຖດບໍ່ ຈັ່ງຊີ້ ມັນກະຄ້າຍໆເຖດຫຸ້ນຫັ້ນແຫຼະ ແຕ່ມັນເປັນຂອງປອມຫັ້ນນ່າ.

5-/ ນັກຂ່າວຖາມ: ແລ້ວເບີໂທເດ້ ເຮົາຊອກເອົາເອງບໍ ຫຼືວ່າ ຜູ້ໃດເອົາໃຫ້ ເບີໂທ ກ່ອນທີ່ວ່າເຮົາຈະໂທຫາລູກຄ້າຫັ້ນໄດ້?

5-/ ຜູ້ເຄາະຮ້າຍ ຕອບ:ເບີ ມັນຈະມີເບີຂອງບໍລິສັດ ທີ່ເຂົາແຈກໃຫ້ເຮັດວຽກເລີຍ ມັນຈະເປັນເບີໄທ ອັນທີ່ເຮົາຕິດຕໍ່ຫາລູກຄ້ານິ່ ເຮົາຕ້ອງຫາເອງ ມັນບໍ່ແມ່ນໂທທາງເບີ ເຮົາຕ້ອງໂທທາງລາຍ.

6-/ ນັກຂ່າວຖາມ: ລູກທີ່ນ້ອງຕິດຕໍ່ຫາ ເປັນຄົນສັນຊາດໃດ ທີ່ພວກນ້ອງຕິດຕໍ່ຫາ.?

6-/ ຜູ້ເຄາະຮ້າຍ ຕອບ: ກະເປັນຄົນໄທນີ້ແຫຼະ.

II-/ ບາດນີ້ ເຮົາມາຟັງ ຊາຍໜຸ່ມຜູ້ 2 ເລົ່າເບິ່ງວ່າ ລາວຈະຮູ້ສຶກແນວໃດ ໃນມື້ທີ່ໄດ້ ຫຼຸດພົ້ນເປັນອິດສະຫຼະ ອອກມາຈາກກາສິໂນ ຂອງຈີນນັ້ນແລ້ວ:

1-/ ຜູ້ເຄາະຮ້າຍ ຕອບ: ຄັ້ງແລກ ທີ່ໄດ້ອອກມາ ຈາກກາສິໂນໂຕນັ້ນ ຮູ້ສຶກວ່າ ຈຸດນັ້ນນ່າ ມັນເປັນຈຸດທີ່ທໍລະມານ ຂອງມະນຸດຄົນເຮົາ ໂດຍສ່ວນໂຕຂອງນ້ອງ ຢູ່ໃນນັ້ນມັນທໍລະມານ ເພາະວ່າ ຄົນຈີນ ຂະເຈົ້າຈະທໍລະມານ ເຮັດວຽກບໍ່ໄດ້.

2-/ ນັກຂ່າວຖາມ: ຢາກໃຫ້ນ້ອງເລົ່າສູ່ຟັງ ຕອນທີ່ເຮັດວຽກ ຢູ່ໃນກາສິໂນຂອງຈີນນັ້ນ ວ່າເປັນຈັ່ງໃດ ເຂົາໃຫ້ເຮັດວຽກ ຈັກຊົ່ວໂມງຕໍ່ມື້.?

2-/ ຜູ້ເຄາະຮ້າຍ ຕອບ: ຊ່ວງເຊົ້າ ຂະເຈົ້າຈະໃຫ້ເຂົ້າວຽກ 7 ໂມງເຄິ່ງ ແລ້ວກໍ 10 ໂມງ ຂະເຈົ້າໃຫ້ພັກ ແລ້ວກໍ່ 11 ໂມງ ມາເຮັດວຽກຕໍ່ ແລ້ວກໍ່ 5 ໂມງແລງ ຂະເຈົ້າກໍ່ໃຫ້ພັກ ອີກຊົ່ວໂມງ 1 ແລ້ວກໍ່ມາເຮັດວຽກຕໍ່ ຮອດ 9 ໂມງ ຕອນເດິກ ເຂົາເຈົ້າໃຫ້ໄປກິນເຂົ້າອີກ ໃຫ້ພັກ 30 ນາທີ ແລ້ວກໍ່ມາເຮັດວຽກຕໍ່ ຮອດ 12 ໂມງ ຕອນກາງຄືນ ຂະເຈົ້າຈຶ່ງຈະໃຫ້ມານອນພັກຜ່ອນ.

3-/ ນັກຂ່າວຖາມ:  ສະຫຼຸບແລ້ວ ມື້ໜຶ່ງເຂົາໃຫ້ເຮັດວຽກ ຈັກຊົ່ວໂມງ.?

3-/ ຜູ້ເຄາະຮ້າຍ ຕອບ: 17 ຊົ່ວໂມງ ຫຼືວ່າ 19 ຊົ່ວໂມງ ນີ້ແຫຼະ ຕໍ່ມື້.

4-/ ນັກຂ່າວຖາມ: ແລ້ວອາທິດໜຶ່ງ ເຂົາໃຫ້ເຮົາພັກຈັກມື້.?

4-/ ຜູ້ເຄາະຮ້າຍ ຕອບ: ບໍ່ມີເລີຍ ເຮັດວຽກ ທຸກມື້.

5-/ ນັກຂ່າວຖາມ: ໃນສະເພາະນ້ອງເອງ ທີ່ວ່າມີປະສົບການ ໄປເຮັດວຽກຕອບແຊັດ ມື້ໜຶ່ງ ຫາລູກຄ້າໄດ້ຈັກຄົນ ລະໄດ້ເງິນສໍ່າໃດ ທີ່ຫາໃຫ້ບໍລິສັດໄດ້ທໍ່ໃດ?

5-/ ຜູ້ເຄາະຮ້າຍ ຕອບ: ໂຕນີ້ ມັນບໍ່ໄດ້ເລີຍເງິນ ມີແຕ່ ທາງລູກຄ້າຂະເຈົ້າເຕີມ ແຕ່ວ່າ ທາງເຮົານີ້ ບໍ່ໄດ້ເງິນກ້ອນນັ້ນ ແຕ່ຈະເປັນ ຄົນຈີນ ຂະເຈົ້າຈະເອົາ ເຮົາມີແຕ່ ຫາລູກຄ້າ ລະກໍ່ຕັດລູກຄ້າ ເລື່ອງການເງິນນີ້ ເຮົາບໍ່ຮູ້ວ່າຂະເຈົ້າ ເປັນແບບໃດ.

6-/ ນັກຂ່າວຖາມ: ຂະເຈົ້າກໍານົດບໍ່ວ່າ ໃຫ້ຜູ້ໜຶ່ງ ຕ້ອງຫາເງິນໃຫ້ໄດ້ ທໍ່ໃດຕໍ່ມື້, ຕໍ່ອາທິດ ຫຼືວ່າ ຕໍ່ເດືອນ.?

6-/ ຜູ້ເຄາະຮ້າຍ ຕອບ: ແມ່ນກໍານົດ ເດືອນໜຶ່ງ ຂະເຈົ້າກໍານົດ ໃຫ້ຄົນລາວເນາະ ໃຫ້ຫາເງິນເຂົ້າບໍລິສັດ ໃຫ້ໄດ້ 300,000 ບາດ ຕໍ່ໜຶ່ງຄົນ.

7-/ ນັກຂ່າວຖາມ: ຖ້າຫາກ 1 ເດືອນຫາບໍ່ໄດ້ ຕາມກໍານົດ 3 ແສນບາດນີ້ ເຂົາເຮັດແນວໃດນໍາເຮົາ?

7-/ ຜູ້ເຄາະຮ້າຍຜູ້ທີ 2 ຕອບ: ໂຕນີ້ ເຂົາເຈົ້າຈະລົງໂທດເປັນ ປົກກະຕິຢູ່ແລ້ວ ຖ້າເຮົາຫາລູກຄ້າບໍ່ໄດ້ ຫາເງິນເຂົ້າບໍລິສັດບໍ່ໄດ້.

8-/ ນັກຂ່າວຖາມ: ແລ້ວການລົງໂທດ ຂອງຂະເຈົ້ານີ້ເດ ເປັນຈັ່ງ ມີຈັກຮູບແບບ?

8-/ ຜູ້ເຄາະຮ້າຍ ຕອບ: ມັນກໍມີທັງເບົາ ລະກໍ່ໜັກຂຶ້ນໆ ເຖິງຂັ້ນທຸບຕີ, ໄຟຟ້າຊ໋ອດ ໂຕນີ້ມັນຈະຄືກັນໝົດເລີຍ ແຕ່ວ່າ ຄົນທີ່ເຮັດເງິນໄດ້ ຂະເຈົ້າຈະບໍ່ລົງໂທດ ສະເພາະມື້ນັ້ນ ເດືອນນັ້ນ ລະກໍ່ມື້ຕໍ່ໄປ ເດືອນຕໍ່ໄປ ເຂົາເຈົ້າກໍ່ ມາເລີ່ມຕົ້ນໃໝ່ ຕັ້ງເປົ້າໃໝ່.

III-/ ໃນຂະນະດຽວກັນ ຊາຍໜຸ່ມ ຜູ້ທີ 3 ທີ່ອອກມາ ຈາກກາສິໂນແຫ່ງດັ່ງກ່າວນັ້ນ ແລ້ວເຊັ່ນກັນ ກໍ່ເລົ່າເຖິງຄວາມຄິດເປັນກັງວົນ ຢ້ານເຂົາພາໄປຂາຍທາງໃໝ່ ໃນມື້ທີ່ຄົນຈີນ ບອກວ່າ ຈະປ່ອຍໃຫ້ກັບບ້ານ:

1-/ ຜູ້ເຄາະຮ້າຍ ຕອບ: “ຄິດໆ ເພາະວ່າ ມັນມີບາງຄົນ ຫຼາຍຄົນເວົ້າ ຖາມວ່າ ເຮີ່ຍເຂົາຊິເອົາເຮົາໄປຂາຍຕໍ່ບໍ່ ຫຼືວ່າ ເຂົາຊິປ່ອຍເຮົາກັບບ້ານແທ້ໆບໍ່ ຄິດຢູ່ ເພາະວ່າ ມັນກໍມີຄົນຖືກຂາຍ ໄປນໍາລະກະຢ້ານຢູ່ ແຕ່ວ່າ ເອີ່ບໍ່ເປັນຫຍັງດອກ ໃນເມື່ອໂອກາດມີມື້ດຽວ ຊິໄປໃສກະໄດ້ໄປແລ້ວ ເພາະວ່າ ຊີວິດເຮົາກະມາຮອດ ຈຸດໆນີ້ແລ້ວ ມັນບໍ່ມີຫຍັງຕ້ອງກັງວົນ ນອກຈາກນີ້ແລ້ວ ຄິດຈົນນອນບໍ່ຫຼັບໝົດຄືນພຸ້ນແຫຼະມື້ເຂົາຊິປ່ອຍ.”

2-/ ນັກຂ່າວຖາມ: ມື້ເຂົາຊິປ່ອຍນິ່ ຂະເຈົ້າບອກໃຫ້ຮູ້ ລ່ວງໜ້າກ່ອນຈັກມື້ນິ່?

2-/ ຜູ້ເຄາະຮ້າຍ ຕອບ: “ອ່າ....ເຂົາມາບໍ່ໄດ້ອອກອີ່ຫຍັງເລີຍ ຢູ່ໆເຂົາກະເວົ້າວ່າ ເອີ່ເຂົາຊິປ່ອຍກັບຊິ ລະກະປ່ອຍເລີຍ.”

3-/ ນັກຂ່າວຖາມ: ພໍຈື່ວັນທີ ໄດ້ບໍ່?

3-/ ຜູ້ເຄາະຮ້າຍ ຕອບ: “ບໍ່ປະມານວັນທີ 10 ປາຍ ເດືອນ 5 ນີ້ແຫຼະ (ປີ 2024).”

4-/ ນັກຂ່າວຖາມ: ແລ້ວການທີ່ເຂົາປ່ອຍກັບ ນີ້ເດ້ ນ້ອງຮູ້ເຫດຜົນບໍ່ ວ່າ ເຂົາປ່ອຍພວກນ້ອງກັບ ຍ້ອນເຫດຜົນໃດ?

4-/ ຜູ້ເຄາະຮ້າຍ ຕອບ: “ເພາະວ່າ ໜຶ່ງມາ ພວກນ້ອງບໍ່ມີໃຜເຮັດວຽກ ເຮັດວຽກບໍ່ໄດ້ນໍາ ໂຕນີ້ນໍາ, ສອງກໍ ໂຕທີ່ເຂົາເຄີຍສັນຍາ ມາ 3 ເທື່ອແລ້ວ ລະກໍ່ເທື່ອນີ້ ເຮົາກະໂທຕິດຕໍ່ ທາງເຈົ້າໜ້າທີ່ຕໍາຫຼວດ ໄປຊ່ວຍແດ່ ເຮົາກໍ່ລົງຂ່າວອີກ ເຂົາກໍ່ມີປັນຫາ ເລື້ອງການເຮັດວຽກ ເພາະວ່າຄົນລາວເຮົາ ມີບັນຫາຫຼາຍ ລະກໍເຮັດຍອດ ບໍ່ໄດ້ເລີຍຈັ່ງຊີ້.”

IV-/ ສ່ວນຊາຍໜຸ່ມ ຜູ້ທີ 4 ທີ່ໄດ້ກັບມາບ້ານ ພ້ອມກັນນີ້ ກໍເວົ້າເຖິງເຫດຜົນ ທີ່ລາວຕັດສິນໃຈ ອອກຈາກບ້ານໄປເຮັດວຽກ ຄິດວ່າ ຈະຊ່ອຍໃຫ້ຊີວິດຄອບຄົວດີຂຶ້ນ ແຕ່ສຸດທ້າຍ ພັດບໍ່ເປັນຄືດັ່ງທີ່ຕັ້ງໃຈໄວ້:

1-/ຜູ້ເຄາະຮ້າຍ ຕອບ: “ກະຍ້ອນ ເຂົາວ່າ ໄດ້ທັງເງິນເດືອນ ກະເງິນເດືອນສູງ ເປີເຊັນກະເປີເຊັນສູງ ເຂົາວ່າໄປເຮັດວຽກຢູ່ໄທ ຈັງຫວັດຕາກ ພໍຮອດຈັງຫວັດຕາກ ແລ້ວເຂົາພາຂ້າມນໍ້າ ພໍຂ້າມນໍ້າລະກໍ ຢູ່ໄດ້ປະມານ 10 ປາຍມື້ ຈຶ່ງຮູ້ວ່າ ເປັນມຽນມາ ພໍຊິກັບບ້ານ ກະກັບບໍ່ໄດ້ແລ້ວ ເພາະວ່າຕົກຢູ່ໃນມືເຂົາແລ້ວ ບໍ່ແມ່ນຄືອັນເຂົາເວົ້າຫັ້ນ.”

2-/ ນັກຂ່າວຖາມ: ແຕ່ວ່າ ເຫດຜົນຫຼັກໆ ທີ່ນ້ອງຕັດສິນໃຈ ໄປເຮັດວຽກ ນອກຈາກວ່າ ໄດ້ເງິນຫຼາຍແລ້ວ ບໍ່ໄດ້ກ່ຽວກັບ ເລື່ອງຖະນາຄອບຄົວເບາະ ຫຼືຈັ່ງໃດ.?

2-/ ໄຊພອນ ຜູ້ເຄາະຮ້າຍ ຕອບ: “ກະຫາເງິນໃຊ້ຄອບຄົວນີ້ແຫຼະ ເພາະວ່າ ຄອບຄົວກໍ່ເຮັດໄຮ່ເຮັດນາຫັ້ນແຫຼະ ທຸກຍາກ ຄິດວ່າຊິໄປຫາເງິນຊ່ວຍພໍ່ແມ່ ສຸດທ້າຍ ກໍ່ຕົກເປັນແບບນີ້ ບໍ່ຄິດບໍ່ຝັນວ່າ ຊິເປັນແບບນີ້ ເຄີຍເຫັນຢູ່ໃນຂ່າວ ເຂົາລົງວ່າ ຖືກຄ້າມະນຸດ ບໍ່ຄຶດວ່າຊິເປັນແບບນີ້ ບໍ່ຄິິດວ່າ ຊິເກີດກັບໂຕເອງນ່າ.”

ທາງດ້ານ ຜູ້ປົກຄອງ ຂອງຄົນລາວ ທີ່ລູກໄດ້ກັບມາບ້ານແລ້ວນີ້ ກໍ່ເວົ້າວ່າ:ອັນນີ້ກະດີໃຈ ຂອບອົກຂອບໃຈ ນໍາລູກນໍາຫຼານ (ຂອບໃຈ ວິທຍຸເອເຊັຽເສຣີ) ຊ່ວຍເຫຼືອເດີ້ ໃຫ້ລູກພວກເຮົາອອກມາ ດຽວນີ້ກະດີໃຈແລ້ວລູກເອີ່ຍ ດີໃຈ ດີໃຈແຫຼະ.

ເຊີນທ່ານ ຕິດຕາມຮັບຟັງ ສາລະຄະດີ ກ່ຽວກັບເລື່ອງນີ້ ໄດ້ໃນພາກ 2 ຊຶ່ງຈະມີຫຼາຍຢ່າງ ທີ່ປະຊາຊົນລາວ ໂດຍສະເພາະ ຊາວໜຸ່ມລາວ ກໍ່ຢ່າພາດ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.