ພາກລັດຫາລືກັບ ພາກທຸລະກິດ ເພື່ອປ້ອງກັນຄົນງານລາວ ໄຫຼອອກນອກປະເທດ
2024.06.06

ໃນມື້ວັນທີ 29 ເດືອນພຶດສະພາ ທີ່ຜ່ານມາ ກົມຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຂອງລາວ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການສະໜອງຄົນງານ ໃຫ້ພາກທຸລະກິດ ແລະການແກ້ໄຂບັນຫາ ຄົນງານ ທີ່ຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຜະແນກແຮງງານ ແລະສະຫວັດດີການສັງຄົມ ຢູ່ແຂວງທາງພາກເໜືອ ທ່ານໜຶ່ງ ກ່າວວ່າ ການແກ້ໄຂບັນຫາເລື່ອງນີ້ ຖືວ່າ ຍາກຫຼາຍ ຍ້ອນສະພາບເສດຖະກິດຍໍ້ທໍ້ ທາງພາກລັດເອງ ກໍ່ບໍ່ສາມາດ ອອກມາດຕະການບັງຄັບ ຫຼືອອກກົດໝາຍ ຫ້າມຄົນງານ ບໍ່ໃຫ້ໄປເຮັດວຽກຢູ່ຕ່າງປະເທດໄດ້ ໃນຕອນນີ້ ຈຶ່ງມີພຽງການປະຊາສໍາພັນ ແລະຈັດຕັ້ງບ່ອນບໍລິການ ຈັດຫາວຽກເຮັດພາຍໃນຊື່ໆ ແຕ່ຄົນງານສ່ວນຫຼາຍ ກໍ່ບໍ່ສົນໃຈ ຍ້ອນວຽກຢູ່ຕ່າງປະເທດ ສາມາດສ້າງລາຍຮັບ ໄດ້ຫຼາຍກວ່າວຽກພາຍໃນ 2-3 ເທົ່າ.
ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມິຖຸນາ 2024 ນີ້ວ່າ:
“ມາດຕະການສົ່ງເສີມ ເຮັດວຽກພາຍໃນນີ້ ພວກເຮົາກໍ່ຍັງບໍ່ເຫັນທາງ ເວົ້າເລື່ອງການຂາດແຄນແຮງງານ ທີ່ຈະຊົມໃຊ້ຢູ່ພາຍໃນນີ້ ສາເຫດຫຼັກ ກໍ່ມາຈາກສະພາບເສດຖະກິດ ທີ່ມັນບໍ່ສະຖຽນນີ້ແຫຼະ ບໍ່ທັນມີອັນໃດເທື່ອ ມີໂຄສະນາ ປະຊາສໍາພັນ ແຕ່ວ່າ ເຮົາກໍ່ບໍ່ສາມາດຫ້າມ ຫຼືມີນິຕິກໍາກ່ຽວຂ້ອງ ເພື່ອສ່ັງບໍ່ໃຫ້ແຮງງານເຫຼົ່ານັ້ນ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ຈຸດບໍລິການຈັດຫາງານພາກລັດພວກເຮົາ ກໍ່ເນັ້ນໄປວຽກໂຄສະນາ ປະຊາສໍາພັນ ເຖິງຕໍາແໜ່ງງານວ່າງ ທີ່ມີຢູ່ໃນປັດຈຸບັນ ພາຍໃນປະເທດ ແຕ່ສ່ວນຫຼາຍແຮງງານ ເຂົາບໍ່ສົນໃນດອກ ວຽກທີ່ມີຢູ່ພາຍໃນນີ້ນ່າ.”
ນອກຈາກປະເທດໄທແລ້ວ ປັດຈຸບັນ ຄົນງານລາວໃນຫຼາຍເມືອງ ຫຼາຍແຂວງ ກໍ່ສົນໃຈ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ນໍາ ຍ້ອນທາງການລາວ ມີການເຮັດ MOU ກັບພາກລັດ ແລະ ໄດ້ຄ່າຈ້າງສູງ ກວ່າໄທຫຼາຍ.
ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສະຫວັດດີການສັງຄົມ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວວ່າ:
“ປັດຈຸບັນນີ້ ທາງພາກລັດເຮົາ ເພິ່ນກໍ່ໃຫ້ຫ້ອງການແຮງງານ ສະຫວັດດີການສັງຄົມ 9 ໂຕເມືອງນີ້ ເປັນຈຸດບໍລິການ ຈັດຫາງານເນາະ ກະທັງພາຍໃນແລະຕ່າງປະເທດ ເວລາທີ່ແຮງງານ ຂະເຈົ້າມາສະໝັກ ໄທເຮົາກໍ່ໄດ້ລະດົມເນາະ ໃຫ້ຫົວໜ່ວຍແຮງງານຫັ້ນ ເຮັດວຽກຢູ່ພາຍໃນ ແຕ່ວ່າຂະເຈົ້າບໍ່ສົນໃຈ ຄືຈຸດປະສົງ ເປົ້າໝາຍຂອງຂະເຈົ້າຫຼັກໆ ຄືຢາກໄປເຮັດວຽກຢູ່ເກົາຫຼີຫັ້ນນ່າ ເພາະວ່າຂະເຈົ້າປຽບທຽບວ່າ ທາງເກົາຫຼີ ຈະມີຄ່າຈ້າງຫຼາຍກວ່າໄທ.”
ຄົນງານລາວ ຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ເຄີຍໄປເຮັດວຽກຢູ່ປະເທດໄທ ແລະຕ້ອງການກັບໄປປະເທດໄທ ເພື່ອເຮັດວຍກຕື່ມ ນາງໜຶ່ງ ກ່າວວ່າ ປັດຈຸບັນ ພາກລັດ ໄດ້ປຸກລະດົມ ແລະຊ່ອຍຈັດຫາວຽກເຮັດໃຫ້ຄົນງານ ເພື່ອດຶງດູດໃຫ້ຄົນງານລາວ ເຮັດວຽກຢູ່ພາຍໃນປະເທດແທ້ ຄົນງານລາວບາງສ່ວນ ຈຶ່ງເລືອກເຮັດວຽກຢູ່ລາວ ຍ້ອນບໍ່ຕ້ອງການເດີນທາງ, ຄ່າໃຊ້ຈ່າຍບໍ່ຫຼາຍ. ຢ່າງໃດກໍຕາມ ຄົນງານລາວບາງສ່ວນ ກໍ່ຍັງເລືອກໄປຊອກຫາວຽກເຮັດງານທໍາ ຢູ່ເບື້ອງໄທຄືເກົ່າ ຍ້ອນວ່າ ຢູ່ປະເທດໄທ ໄດ້ລາຍຮັບຫຼາຍກວ່າ.
ດັ່ງນາງກ່າວວ່າ:
“ດຽວນີ້ ຢູ່ລາວເຮົາກະວຽກກໍ່ດີແລ້ວເດ້ ເພາະວ່າຂເຈົ້າ ກໍ່ບໍ່ຢາກໃຫ້ຄົນອອກນອກປະເທດຫຼາຍສິນ່າ ມັນມີ ພວກຫາງານອີ່ຫຍັງ ກົມແຮງງານອີ່ຫຍັງ ເພິ່ນກໍ່ຊອກວຽກໃຫ້ເຮັດ ດຽວນີ້ຫັ້ນນ່າ ກໍ່ໄປຄືເກົ່າຫັ້ນແຫຼະ ແຕ່ວ່າ ບາງຄົນກໍ່ໄປ ບາງຄົນກໍ່ຢູ່ສິນ່າ ບາງຄົນຄິດວ່າຢູ່ບ້ານເຮົາ ມັນກໍ່ງ່າຍ ການເດີນທາງໄປ ເຮົາບໍ່ໄດ້ຕໍ່ພາດສະປອດ ຕໍ່ຫຍັງ.”
ຂະນະທີ່ ຊາວບ້ານ ຢູ່ເມືອງແປກ ແຂວງຊຽງຂວາງ ທີ່ຕ້ອງການຊອກຫາວຽກເຮັດ ຢູ່ປະເທດໄທ ອີກທ່ານໜຶ່ງ ກ່າວວ່າ ທ່ານ ໄດ້ສົນໃຈ ແລະຫາຂໍ້ມູນ ກ່ຽວກັບການເຮັດວຽກ ຢູ່ປະເທດໄທ ມາໄລຍະໜຶ່ງແລ້ວ ຍ້ອນມີໝູ່ທີ່ຮູ້ຈັກແນະນໍາມາ ສາເຫດ ທີ່ເຮັດໃຫ້ຕ້ອງການ ໄປເຮັດວຽກຢູ່ໄທກໍ່ຍ້ອນວ່າ ຄ່າແຮງງານຢູ່ລາວ ທີ່ໄດ້ຮັບໃນປັດຈຸບັນ ຢູ່ທີ່ປະມານ 2 ລ້ານປາຍກີບ ເຊິ່ງຖືວ່າຕໍ່າຫຼາຍ ເມື່ອທຽບໃສ່ເສດຖະກິດ ໃນປັດຈຸບັນ.
ດັ່ງທ່ານກ່າວວ່າ:
“ຄືວ່າແຫຼະເນາະ ເສດຖະກິດຢູ່ລາວເຮົານີ້ ມັນກໍ່ເງິນຕົກຕໍ່າຫັ້ນນ່າ ເຮັດວຽກກໍ່ເຮັດໄດ້ ແຕ່ວ່າ ຄ່າແຮງງານມັນຕໍ່າເນາະ ນ້ອງຫຼາຍຄົນມາເວົ້າ ຢູ່ທາງນັ້ນໄດ້ດີ ແນວນັ້ນແນວນີ້ຫັ້ນນ່າ ກະລອງຖາມໆ ຕິດຕໍ່ເບິ່ງຫັ້ນນ່າ.”
ສ່ວນຊາວບ້ານ ຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ ທ່ານໜຶ່ງ ທີ່ເຄີຍໄປເຮັດວຽກຢູ່ໄທແລ້ວ ແລະກໍາລັງຊອກວຽກຢູ່ໄທ ໃນຂະນະນີ້ ກ່າວວ່າ ສາເຫດທີ່ຕ້ອງການກັບໄປເຮັດວຽກທີ່ໄທອີກຄັ້ງ ກໍ່ຍ້ອນວ່າ ຢູ່ໃນເມືອງນໍ້າບາກນັ້ນ ມີວຽກບໍ່ຫຼາຍ ແລະເງິນເດືອນ ກໍ່ບໍ່ກຸ້ມກິນ.
ດັ່ງທ່ານກ່າວວ່າ:
“ກະຢາກໄປຫາເງິນເນາະ ຢູ່ບ້ານເຮົາກໍ່ບໍ່ມີບ່ອນຊອກເງິນເດ້ ຢາກຫາເງິນ ຢູ່ບ້ານເຮົາກະບໍ່ມີຫຍັງເຮັດເດ້ ເຮົາເຮັດນາ ແລ້ວມັນກໍ່ແລ້ວເນາະ ກໍ່ມີວຽກດຽວ ກໍ່ມີຫຼາຍຢູ່ ແຕ່ເຮົາບໍ່ຢາກເຮັດຢູ່ລາວເດ້ ແມ່ນແຫຼະ ເງິນເດືອນມັນບໍ່ພໍໃຊ້ ຢູ່ລາວ ເງິນເດືອນ 2-3 ລ້ານ (ກີບ).”
ລາຍງານກອງປະຊຸມເທື່ອນີ້ ຍັງລະບຸອີກວ່າ ປັດຈຸບັນ ຢູ່ເຂດນິຄົມອຸດສາຫະກໍາ ແລະການຄ້າ ວຽງຈັນໂນນທອງ ມີຈໍານວນ 26 ບໍລິສັດ ຮວມແລ້ວ ມີຄວາມຕ້ອງການຄົນງານ 7 ພັນປາຍຄົນ ໃນນັ້ນ ມີຕໍາແໜ່ງກໍາມະກອນ, ເຕັກນິກ ແລະຕໍາແໜ່ງບໍລິຫານ ສ່ວນໃນເຂດພັດທະນາ ກວມລວມໄຊເສດຖາ ມີຈໍານວນ 8 ບໍລິສັດ ທີ່ຕ້ອງການຕໍາແໜ່ງງານຮີບດ່ວນ ຈໍານວນ 7 ຮ້້ອຍປາຍຄົນ.
ທີ່ຜ່ານມາ ລັດຖະບ້ານລາວ ໄດ້ແກ້ໄຂບັນຫາ ການຂາດແຄນຄົນງານ ພາຍໃນປະເທດ ໂດຍການຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 1,600,000 ກີບ ປີໃນ 2023 ແຕ່ຍັງບໍ່ສາມາດແກ້ໄຂບັນຫາໄດ້ ຕໍໍ່ມາລັດຖະບານ ກໍ່ພະຍາຍາມສົ່ງເສີມ ໃຫ້ພາກທຸລະກິດ ທີ່ມີກໍາລັງຄວາມສາມາດ ປັບຂຶ້ນຄ່າຈ້າງແຮງງານ ໃຫ້ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນ.
ຕໍ່ມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີແຜນການ ອອກວີຊ້າ ໃຫ້ແກ່ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ພາຍໃນປະເທດລາວ ແບບຜິດກົດໝາຍ ພ້ອມຂະຫຍາຍໄລຍະເວລາໃບອະນຸຍາດ ໃຫ້ແກ່ຄົນງານ ທີ່ເຂົ້າມາແບບຖືກກົດໝາຍ ໃຫ້ເຮັດວຽກຕໍ່ໄປໄດ້, ໂດຍສະເພາະ ກຸ່ມຜູ້ທີ່ມີຄວາມຮູ້, ວິຊາສະເພາະ ແລະ ນັກລົງທຶນ.