ຮ້ານບັນເທີງ ຢູ່ປາກຊັນຕ້ອງປິດຊົ່ວຄາວ ໃນໄລຍະສອບເສັງພາກຮຽນ

ອາວະຣີ
2024.06.06
ຮ້ານບັນເທີງ ຢູ່ປາກຊັນຕ້ອງປິດຊົ່ວຄາວ ໃນໄລຍະສອບເສັງພາກຮຽນ ຮູບໂຕຢ່າງປະກອບ ແມ່ນຮ້ານບັນເທີງແຫ່ງນຶ່ງ ທີ່ເປີດບໍລິການທົ່ວໄປ.
ນັກຂ່າວພົນລະເມືອງ

ທາງການເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ອອກແຈ້ງການປິດບໍລິການຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມແລະ ໂຕະສະນຸກເກີ້ ເປັນການຊົ່ວຄາວໃນໄລຍະສອບເສັງຈົບຊັ້ນມັດທະຍົມຕົ້ນ ມ.4 ລະຫວ່າງວັນທີ 11 ຫາ 13ມິຖຸນາ 2024 ແລະ ຊັ້ນມັດທະຍົມປາຍ ມ.7 ລະຫວ່າງວັນທີ 19 ຫາ 21 ມິຖຸນາ 2024 ນີ້. ຊຶ່ງໃນໄລຍະຫຼາຍປີຜ່ານມາ, ທາງການເມືອງປາກຊັນ ກໍໄດ້ອອກແຈ້ງການປິດຮ້ານບັນເທີງ ເປັນປະຈຳທຸກປີ. ດັ່ງທີ່ ຄູ ນາງນຶ່ງ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມິຖຸນາ 2024 ນີ້ວ່າ.

LSB240606NI1

ມ.4 ລ່ະແມ່ນວັນທີ 11 ຫາວັນທີ 13 ເຈົ້າ. ແມ່ນກໍ່, ປິດກໍ່. ເຈົ້າໆ, ເປັນປະຈຳທຸກປີເລີຍ. ເພາະວ່າອັ່ນ ສຶກສາເມືອງ ສົມທົບກັບອຳນາດການປົກຄອງບ້ານ ແລະກະອັ່ນ ສົມທົບທາງປົກຄອງເມືອງຊີ້ນ່າ. ຕາມຄຳສັ່ງຈາກເຈົ້າເມືອງ.”

ກ່ຽວກັບເລື່ອງນີ້, ເຈົ້າຂອງຮ້ານບັນເທີງ ທ່ານນຶ່ງຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ກ່າວວ່າລາວຍັງບໍ່ທັນຮູ້ລາຍລະອຽດກ່ຽວກັບແນວທາງຈັດຕັ້ງປະຕິບັດແຈ້ງການດັ່ງກ່າວຄັກແນ່ຍ້ອນເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ທັນລົງມາໃຫ້ຄຳແນະນຳວ່າຈະຕ້ອງປິດຮ້ານທັງໝົດບໍ່ ຫຼືວ່າ ງົດບໍ່ໃຫ້ມີການເສບດົນຕີ.

ດັ່ງເຊັ່ນທີ່ເຄີຍປະຕິບັດໃນໄລຍະຜ່ານໆ ມາ.

ໜ້າຈະບໍ່ແນ່ໃຈເພາະວ່າອັ່ນທາງລັດຖະການເພິ່ນຍັງບໍ່ໄດ້ແຈ້ງລົງມາວ່າໃຫ້ປິດແນວໃດຫັ້ນນ່າ. ຮ້ານເຮົາມັນມີ 2 ແນວເນາະ ມື້ນັ້ນອາດຈະໄດ້ເປີດ ແຕ່ດົນຕີສົດເພິ່ນອາດຈະບໍ່ໄດ້ຫຼິ້ນຫັ້ນນ່າເພາະວ່າບັນເທີງເພິ່ນໃຫ້ປິດເໝິດເນາະ ແບບບັນເທີງຫັ້ນນ່າ, ແຕ່ວ່າຍັງບໍ່ທັນເຫັນເພິ່ນລົງມາແຈ້ງການແນວໃດ ກະຍັງລໍເພິ່ນຢູ່, ເຮົາກະຍັງອັ່ນນັ້ນຢູ່.”

ທາງດ້ານ ເຈົ້າຂອງຮ້ານຄາເຟ້ ທ່ານນຶ່ງ ຢູ່ເມືອງປາກຊັນແຂວງບໍລິຄຳໄຊ ກ່າວວ່າ ສຳລັບຮ້ານຄາເຟ້ຂອງທ່ານຍັງຄົງເປີດໃຫ້ບໍລິການຂາຍອາຫານ ແລະ ເຫຼົ້າເບຍ ຕາມປົກກະຕິຍ້ອນວ່າ ຮ້ານຂອງທ່ານ ບໍ່ແມ່ນຮ້ານບັນເທີງ.

ໂດຍ, ແຕ່ວ່າເຮົາຈະເຮັດເປັນຮ້ານຄາເຟ້ ກະມີເບຍມີຫຍັງຫັ້ນແຫຼະກະຂາຍໄດ້ຢູ່. ແຕ່ຖ້າວ່າມີອໍເດີ້ອາຫານນີ້ເຮົາກໍເຮັດໃຫ້ໄດ້ເພາະທຸກຢ່າງມັນກະປົກກະຕິຢູ່. ແຕ່ວ່າທີ່ວ່າເຮົາມັນບໍ່ມີຄົນງານຊ່ອຍ, ຖ້າມີອໍເດີ້ມາ ກະເອົາໃນຄົວມາຊ່ອຍຊີ້ນ່າ.”

ສ່ວນຜູ້ປົກຄອງນັກຮຽນ ນາງນຶ່ງ ຢູ່ເມືອງປາກຊັນແຂວງບໍລິຄຳໄຊ ກ່າວວ່າ ເຖິງແມ່ນວ່າ ຄຳສັ່ງດັ່ງກ່າວ ຈະມີຜົນດີຍ້ອນເປັນການປ້ອງກັນ ບໍ່ໃຫ້ນັກຮຽນໄປສະຫຼອງຊຸມແຊວກິນເຫຼົ້າເບຍ ໃນໄລຍະດັ່ງກ່າວກໍຕາມ. ແຕ່ກໍຄາດວ່ານັກຮຽນອາດຈະບໍ່ໄດ້ມີການສະຫຼອງຫຼາຍປານໃດຍ້ອນສະພາບເສດຖະກິດຝືດເຄືອງ ໃນປັດຈຸບັນ. ຫຼືຖ້າວ່າມີການສະຫຼອງ ກໍຈະເປັນການສະຫຼອງພາຍໃນຄອບຄົວເທົ່ານັ້ນບໍ່ໄດ້ສະຫຼອງນຳໝູ່ເພື່ອນ.

ແມ່ນແຫຼະ, ມີຜົນດີຫຼາຍກໍ່. ເພາະວ່າອັ່ນຫ້າງຮ້ານແມ່ນຫຍັງເພິ່ນກະປິດແລະກະ ນັກຮຽນກະບໍ່ໄດ້ມີການສະຫຼອງແບບວ່າ ສົມມຸດວ່າ ຈົບອັ່ນ ມ.4 ກັບອັ່ນ ຈົບ ມ.7 ກະບໍ່ໄດ້ມີການສະຫຼອງ ກະມີແຕ່ວ່າອັ່ນ ຂັ້ນຊິວ່າສະຫຼອງກະມີແຕ່ຄອບຄົວແມ່ນຫຍັງ ສ່ວນຫຼາຍກະບໍ່ມີດອກອີງໃສ່ເສດຖະກິດຊຸມມື້ນີ້ອ້າຍເອີຍ!”

ເຈົ້າໜ້າທີ່ ຂະແໜງການ ສຶກສາທິການ ແລະ ກິລາ ທ່ານນຶ່ງຢູ່ແຂວງບໍລິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າທາງການແຕ່ລະເມືອງ ກໍມີແຜນການຈັດຕັ້ງຄະນະສະເພາະກິດລົງກວດກາຮ້ານບັນເທີງ ຂັ້ນເມືອງແລ້ວແຕ່ກໍຍັງບໍ່ສາມາດເປີດເຜີຍລາຍລະອຽດຄັກແນ່ໄດ້ວ່າຈະມີພາກສ່ວນໃດ ເຂົ້າຮ່ວມໃນຄະນະສະເພາະກິດດັ່ງກ່າວແດ່.

ໂຕນີ້ນີ່ມັນຈະມີສະເພາະກິດຂອງແຕ່ລະເມືອງເຈົ້າຕິດຕາມເພາະວ່າເຮົາກະຮັບຜິດຊອບອັນນັ້ນຊື່ໆ ເຮົາກະບໍ່ຮູ້ນຳເພິ່ນນໍເພາະວ່າເຮົາບໍ່ໄດ້ລົງຕິດຕາມກວດກາຈະມີສະເພາະກິດທີ່ວ່າຖືກແຕ່ງຕັ້ງແຕ່ລະເມືອງເປັນຜູ້ຕິດຕາມເຈົ້າ.”

ທາງການເມືອງປາກຊັນ ໃຫ້ເຫດຜົນໃນການອອກແຈ້ງການສະບັບດັ່ງກ່າວວ່າ ເພື່ອປ້ອງກັນບໍ່ໃຫ້ນັກຮຽນ

ຈັດງານສະຫຼອງ, ຫຼິ້ນກິນຟຸ່ມເຟືອຍ, ພາໃຫ້ເກີດອຸປະຕິເຫດ ແລະ ກໍ່ຄວາມບໍ່ສະຫງົບ ໃນໄລຍະການສອບເສັງ.

ທາງການ ໄດ້ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ເຈົ້າໜ້າທີ່ຕຳຫຼວດ ປກສເມືອງ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງເປັນເຈົ້າການໃນການຕິດຕາມກວດກາຢ່າງເຂັ້ມງວດ.

ທີ່ຜ່ານມາ, ທາງການເມືອງ ທັງ 7 ເມືອງ ຂອງແຂວງບໍລິຄຳໄຊກໍໄດ້ອອກແຈ້ງການ ປິດຮ້ານບັນເທີງຊົ່ວຄາວ ເປັນປະຈຳທຸກປີ. ໃນປີ 2023 ທີ່ຜ່ານມາ, ກໍໄດ້ແຈ້ງການ ໃຫ້ຜູ້ປະກອບການຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະໂຕະສະນຸກເກີ້ ໃນຂອບເຂດແຕ່ລະເມືອງ ຢຸດຕິການບໍລິການຊົ່ວຄາວ ໃນຊ່ວງສອບເສັງຈົບຊັ້ນມັດທະຍົມຕົ້ນ ມ.4 ແລະ ມ.7 ໃນທ້າຍເດືອນມິຖຸນາເຊັ່ນດຽວກັນ.ຜ່ານມາ ຄະນະສະເພາະກິດລົງກວດກາຮ້ານບັນເທີງທັງໝົດໃນ 7 ເມືອງ ທົ່ວແຂວງບໍລິຄຳໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.