ລັດຖະບານ ເລັ່ງຫາວິທີແກ້ໄຂບັນຫາ ສິນຄ້າລາຄາແພງ
2024.06.10
ກະຊວງອຸດສາຫະກຳ ແລະການຄ້າ ຮ່ວມກັບ ກະຊວງກະສິກຳ ແລະປ່າໄມ້ ປຶກສາຫາລື ເພື່ອແກ້ໄຂບັນຫາ ລາຄາສະບຽງອາຫານແພງ ແລະຄຸ້ມຄອງການນຳເຂົ້າສິນຄ້າກະສິກຳ ໃນວັນທີ 3 ມິຖຸນານີ້ ຂະນະທີ່ປະຊາຊົນ ແລະຜູ້ຄ້າຂາຍ ຢູ່ຫຼາຍແຂວງທົ່ວປະເທດ ຈົ່ມວ່າ ລາຄາສະບຽງອາຫານ ຍັງສືບຕໍ່ແພງຂຶ້ນ ເປັນສ່ວນຫຼາຍ.
ກ່ຽວກັບເລື່ອງທີ່ວ່ານີ້, ແມ່ຄ້າຂາຍໝູ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມິຖຸນານີ້ວ່າ ປັດຈຸບັນ, ລາຄາຂາຍຊີ້ນໝູ ແມ່ນແພງຂຶ້ນຫຼາຍ ຕາມສະພາບເງິນເຟີ້. ລາຄາຂາຍຍ່ອຍ ຊີ້ນໝູທຸກປະເພດ ແມ່ນກິໂລລະ 80,000 ກີບ ແລະລາຄາຂາຍສົ່ງ ກິໂລລະ 75,000 ກີບ ຊຶ່ງກ່ອນໜ້ານີ້, ລາຄາຂາຍຍ່ອຍ ແມ່ນກິໂລລະ 60,000 ກີບ.
“75,000 ສະໂພກ, ຊີ້ນກ້ອນ, ດູກຂ້າງ, ສາມຊັ້ນ. 75,000 ມັນແລ້ວແຕ່ ແຕ່ລະ ຄົນມັນຂາຍຕ່າງກັນນ່າ. ລາຄາສົ່ງ 75,000, ຂາຍຍ່ອຍນີ້ 80,000. 10 ໂລຂຶ້ນໄປເຈົ້າ. ຂຶ້ນຫຼາຍ, ໝູຂຶ້ນຫຼາຍ. ໝູຂຶ້ນກິໂລ 60,000 ລ່ະ.”
ເຈົ້າຂອງໂຮງສີເຂົ້າ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ປັດຈຸບັນ, ໂຮງສີເຂົ້າຂອງນາງ ບໍ່ສາມາດຮັບຊື້ເຂົ້າເປືອກໃໝ່ ມາສີ ແລະຂາຍໄດ້. ຍ້ອນລາຄາຮັບຊື້ເຂົ້າເປືອກແພງຂຶ້ນຫຼາຍ ຈົນບໍ່ສາມາດສູ້ລາຄາໄດ້ແລະຊື້ມາສີແລ້ວກໍອາດ ຈະຂາຍບໍ່ໄດ້ ຍ້ອນລາຄາເຂົ້າອາດຈະແພງຂຶ້ນອີກ.
“ຊ່ວງນີ້ເຮົາບໍ່ໄດ້ສີເຂົ້ານ່າ ເຮົາກໍເລີຍບໍ່ຮູ້ວ່າລາຄາເທົ່າໃດ. ບໍ່ມີ, ຊ່ວງນີ້ໆ ແບບເປັນຊ່ວງທີ່ວ່າເຂົ້າຂຶ້ນລາຄາ ລະເຮົາຈະຢຸດກ່ອນ. ບໍ່ຮູ້ນ່າ, ແຕ່ລາຄາທີ່ເຂົາມາສົ່ງເຮົານີ້ກະຖືວ່າໜັກຢູ່ແລ້ວ ມັນບໍ່ມີເຂົ້າແດ່.”
ແລະຊາວບ້ານຜູ້ປູກຜັກຂາຍ ນາງນຶ່ງ ຢູ່ແຂວງຊຽງຂວາງ ກໍເວົ້າວ່າ ລາຄາຂາຍສົ່ງ ຜັກຫອມປ້ອມໜ້າສວນ 10,000 ກີບ ຫາ 30,000 ກີບ ຕໍ່ກິໂລ. ຂະນະທີ່ ຜັກຫອມບົ່ວ 20,000 ກີບ ຫາ 30,000 ກີບຕໍ່ກິໂລ ຖືວ່າເປັນລາຄາສູງ ໃນໄລຍະນີ້. ແຕ່ກໍຄາດວ່າ ລາຄາຜັກໜ້າສວນ ຈະຫຼຸດລົງ ຍ້ອນຜົນຜະ ລິດຈະອອກຫຼາຍຂຶ້ນ ໃນໄລຍະລະດູຝົນນີ້.
“ຢູ່ຊຽງຂວາງຫວາ? ຊ່ວງນີ້ບໍ່ມີຫອມຂາຍແລະ ບໍ່ຮູ້ວ່າໂລທໍ່ໃດນ່າ ເພາະວ່າລາຄາມັນຂຶ້ນໆ ລົງໆ ຢູ່ນ່າ. ຫຼ້າສຸດນີ້ໂລ 30,000. ແຕ່ວ່າຊ່ວງອັ່ນ ຊ່ວງນີ້ເຫັນເຂົາເຈົ້າຊື້ຄືວ່າໂລແຖວ 10,000 ນີ້ແຫຼະ. ຜັກບົ່ວນີ້ ຄືຊິຍັງລາຄາດີຢູ່ບໍ່ ປະມານໂລ 20,000-30,000 ນີ້ແຫຼະ.”
ຊາວບ້ານ ທີ່ລ້ຽງປາດຸກ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ລາຄາຂາຍປາດຸກໜ້າໜອງ ແມ່ນກິໂລລະ 80,000 ກີບ ຊຶ່ງຖືວ່າແພງຂຶ້ນຫຼາຍ ເມື່ອທຽບກັບໃນໄລຍະກ່ອນໜ້ານີ້.
“ອັ່ນນີ້ປາດຸກ, ປາດຸຍອຸຍ. ໂລນຶ່ງ 80,000 (ກີບ) ຄັນເອົາຫຼາຍກະຫຼຸດໄດ້ຢູ່ຕິ. ຢູ່ສັງທອງເລີຍ, ສວນຢູ່ສັງທອງ ເປັນສວນເລີຍ ຈຳນວນລ້ຽງຫຼາຍ.”
ຢູ່ແຂວງອັດຕະປື ຊາວບ້ານຜູ້ນຶ່ງ ເວົ້າວ່າ ລາຄາສະບຽງອາຫານ ຢູ່ທາງແຂວງນີ້ ແມ່ນແພງຂຶ້ນຫຼາຍ ເປັນຕົ້ນ ຊີ້ນໝູ ກິໂລລະ 80,000 ກີບ, ເຂົ້າສານໜຽວ ກິໂລລະ 16,000 ກີບ ຫາ 17,000 ກີບ, ປາດຸກ ກິໂລລະ 55,000 ກີບ ຫາ 70,000 ກີບ ແລະປານິນ ກິໂລລະ 65,000 ກີບ. ແລະວ່າ ໃນໄລຍະ 4 ເດືອນ - 5 ເດືອນທີ່ຜ່ານມານີ້, ລາຄາຊີ້ນໝູ ແລະເຂົ້າສານ ຖືວ່າບໍ່ຂຶ້ນຫຼາຍປານໃດ. ແຕ່ລາຄາປາດຸກ ແລະປານິນ ຂຶ້ນຫຼາຍ ຈົນໃກ້ຄຽງກັບຊີ້ນໝູແລ້ວ.
ກ່ຽວກັບເລື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ກະຊວງອຸດສາຫະກຳ ແລະການຄ້າ ແລະກະຊວງກະສິກຳ ແລະປ່າໄມ້ ເພື່ອຂໍຮູ້ກ່ຽວກັບການແກ້ໄຂບັນຫາ ແລະຄຸ້ມຄອງ ລາຄາສະບຽງອາຫານແພງນັ້ນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ທີ່ຜ່ານມາ, ກະຊວງອຸດສາຫະກຳ ແລະການຄ້າ ແລະກະຊວງກະສິກຳ ແລະ ປ່າໄມ້ ກໍເຄີິຍໄດ້ຈັດກອງປະຊຸມ ປຶກສາຫາລືຮ່ວມກັນ ໃນເດືອນມິຖຸນາ 2023 ເພື່ອສົ່ງເສີມການຜະລິດກະສິກຳ ສຳລັບພາຍໃນ ແລະເປັນສິນຄ້າສົ່ງອອກ,ເພື່ອ ຄຸ້ມຄອງລາຄາສິນຄ້າກະສິກຳ ແລະຄຸ້ມຄອງການນຳເຂົ້າສິນຄ້ານີ້.
ອີງຕາມຂໍ້ມູນ ດັດຊະນີລາຄາຊົມໃຊ້ ແລະອັດຕາເງິນເຟີ້ຂອງລາວ ປະຈຳເດືອນພຶດສະພາ 2024 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ອັດຕາເງິນເຟີ້ຢູ່ລາວ ເພີ່ມຂຶ້ນເປັນ 25.8%. ໝວດສິນຄ້າ ປະ ເພດສະບຽງອາຫານ ແລະເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ມີລາຄາເພີ່ມຂຶ້ນ 23.12% ຈາກໄລຍະເດືອນພຶດສະພາ 2023. ໃນນັ້ນ ຜັກສົດ ເພີ່ມຂຶ້ນ 35.2%, ສັດປີກ ເພີ່ມຂຶ້ນ 33.7%, ໝາກໄມ້ ເພີ່ມຂຶ້ນ 31.7%, ເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ 28.8%, ນົມ, ເນີຍ ແລະ ໄຂ່ ເພີ່ມຂຶ້ນ 24.2%, ເຂົ້າສານ ເພີ່ມຂຶ້ນ 21%, ປາ ແລະອາຫານທະເລ ເພີ່ມຂຶ້ນ 20%, ຊີ້ນໝູ, ຊີ້ນງົວ ແລະຊີ້ນຄວາຍ ເພີ່ມຂຶ້ນ 14.4%.