ເຣື້ອງທີ່ເກັບບັນທຶກໄວ້
2022-06-09
ທາງການລາວ ອະນຸຍາດໃຫ້ ບໍຣິສັດລາວ-ຈີນ ພັທນາ ແຮ່ຫາຍາກພາກເໜືອ 2 ຈໍາກັດ ດໍາເນີນການ ສຳຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ ຫຼາຍກວ່າ 45 ກິໂລຕາແມັດ ຢູ່ເຂດບ້ານອຸໄທ, ບ້ານສົບຊາຍ ເມືອງຫົວເມືອງ ແລະບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ.
2022-06-09
ຫລາຍປີຜ່ານໄປແລ້ວ ທີ່ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ແລະຈະບໍ່ຍອມຮັບຄ່າຊົດນັ້ນ ເນື່ອງຈາກວ່າ ທາງການ ຈະຊົດເຊີຍໃຫ້ພຽງແຕ່ 80,000 ກີບຕໍ່ແມັດມົນທົນ ຂະນະທີ່ຊາວບ້ານ ຮຽກຮ້ອງໃຫ້ຊົດເຊີຍ 250,000 ກີບຕໍ່ແມັດມົນທົນ.
2022-06-08
ເສຖກິຈ ສປປ ລາວ ໃນປັດຈຸບັນ ມີຄວາມບອບບາງຫຼາຍ ແລະ ໃກ້ຈະລົ້ມລະລາຍ ຄືສີລັງກາ ຍ້ອນວ່າ ບໍ່ມີເງິນຕຣາ ຕ່າງປະເທດ ຢູ່ໃນຄັງສະສົມ ແລະ ເງິນກີບຍັງສືບຕໍ່ເຟີ້.
2022-06-08
ທາງການລາວ ຕຣຽມເປີດ ກອງປະຊຸມສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ຊຶ່ງຈະເຣີ່ມແຕ່ ມື້ວັນທີ 13 ມິຖຸນານີ້ ໄປຈົນເຖິງ ວັນທີ 8 ກໍຣະກະດາ ໂດຍຈະເປີດໂທຣະສັບ ສາຍດ່ວນ 156 ເພື່ອຮັບເອົາຄວາມຄິດເຫັນ ແລະຄໍາສເນີ ຂອງປະຊາຊົນ, ແຕ່ປະຊາຊົນລາວ ຈໍານວນບໍ່ໜ້ອຍ ເວົ້າວ່າມັນເປັນພຽງ ພິທີການເທົ່ານັ້ນ ສ່ວນບັນຫາ ທີ່ໄດ້ສເນີໄປນັ້ນ ຈະບໍ່ໄດ້ຮັບ ການພິຈາຣະນາ ແກ້ໄຂແຕ່ຢ່າງໃດ.
2022-06-08
ທາງການລາວ ໄດ້ອະນຸຍາດ ໃຫ້ການຂົນສົ່ງສິນຄ້າ ເຂົ້າ-ອອກລາວ ໄດ້ເຕັມຮູບແບບ ໂດຍສາມາດຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ, ເຮືອ, ທາງຣົຖບັນທຸກ ແລະທາງອາກາດ ໄດ້ເປັນປົກກະຕິແລ້ວ ໂດຍບໍ່ມີເງື່ອນໄຂຫຍຸ້ງຍາກ ຄືແຕ່ກ່ອນ ພຽງແຕ່ໃຫ້ມີເອກກະສານ ເຄື່ອນຍ້າຍສິນຄ້າ ໃຫ້ຖືກຕ້ອງ ແລະຄົບຖ້ວນ.
2022-06-08
ນາຍົກຣັຖມົນຕຣີລາວ ແຕ່ງຕັ້ງຄະນະສະເພາະກິຈ ເພື່ອແກ້ໄຂບັນຫາ ນໍ້າມັນເຊື້ອເພີງ, ລາຄາສິນຄ້າ ແພງ ແລະການຂາດແຄນ ເງິນຕຣາຕ່າງປະເທດ ຢູ່ໃນຂະນະນີ້, ແຕ່ປະຊາຊົນລາວ ຈໍານວນນຶ່ງບໍ່ເຊື່ອວ່າ ຄະນະສະເພາະກິຈ ຈະສາມາດແກ້ໄຂ ບັນຫາເຫລົ່ານີ້ໄດ້ ໃນໄລຍະເວລາອັນສັ້ນ.
2022-06-08
ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ກວດພົບວ່າ ມີຄົນງານລາວ ປະມານ 2,000 ຄົນ ໄປເຮັດວຽກ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ໂດຍສະເພາະ ເຮັດວຽກງານ ໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ຊຶ່ງສ່ຽງທີ່ຈະຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສໄດ້.
2022-06-07
ທາງການລາວ ປຶກສາຫາລື ພິຈາຣະນາ ຕຣຽມປັບຂຶ້ນເງິນເດືອນຂັ້ນຕ່ຳ ຈາກ 1,100,000 ກີບ ເປັນ 1,500,000 ກີບ ເນື່ອງຈາກ ປະເທດລາວກຳລັງ ປະເຊີນກັບອັດຕຣາ ເງິນກີບອ່ອນຄ່າລົງຫຼາຍ ສ່ົງຜົລໃຫ້ ຄ່າຄອງຊີພແພງຂຶ້ນ ແລະກະທົບຕໍ່ຄົນງານລາວ ເປັນຈຳນວນຫຼາຍ.
2022-06-07
ພນັກງານບໍຣິສັດ ຈົງທຽນ ລຸຍເຢ້ ຊຶ່ງເປັນບໍຣິສັດ ຮັບຊື້ຢາງພາຣາ ຂອງນັກລົງທຶນຈີນ ຕັ້ງຢູ່ເມືອງຂວາ ແຂວງຜົ້ງສາລີ ຖືກໃໝຍ້ອນ ກັກຣົຖຊາວບ້ານ ທີ່ຂົນຢາງພາຣາ ໄປຂາຍຢູ່ຕ່າງແຂວງ ໂດຍເຫດການເກີດຂຶ້ນ ໃນຂະນະທີ່ຊາວບ້ານ ຂັບຣົຖຕຣຽມ ເອົາຢາງພາຣາ ໄປຂາຍຢູ່ແຂວງອຸດົມໄຊ ເນື່ອງຈາກເຂົ້າໃຈວ່າ ເປັນຢາງພາຣາ ທີ່ເຂົ້າຮ່ວມໂຄງການ ຂອງບໍຣິສັດດັ່ງກ່າວ ຈຶ່ງເຂົ້າໄປຂັດຂວາງໄວ້.
2022-06-07
ເຂດເສຖກິຈ ສະເພາະບໍ່ເຕັນ ແດນງາມ ຂອງຈີນ ຈະບຸກເບີກພື້ນທີ່ດິນຕື່ມອີກ 1,131 ເຮັກຕ້າຣ໌ ຊຶ່ງຈະແບ່ງອອກເປັນ ເຂດເສຖກິຈການຄ້າ ແລະການເງິນສາກົນ, ເຂດວັທນະທັມ ແລະທ່ອງທ່ຽວ, ແລະເຂດຂ່ຽນຖ່າຍສິນຄ້າ (Logistic).
2022-06-07
ຕໍາຣວດແຂວງບໍ່ແກ້ວ ຍຶດຢາບ້າໄດ້ 12,000,000 ເມັດ ແລະຈັບຜູ້ຕ້ອງຫາໄດ້ 2 ຄົນ ທີ່ຖືກຈ້າງ ໃຫ້ຂົນຢາບ້າ ຈຳນວນດັ່ງກ່າວ ຈາກເມືອງຕົ້ນເຜິ້ງ ໄປນະຄອນຫລວງວຽງຈັນ ຊຶ່ງຂະນະນີ້ຢູ່ໃນລະຫວ່າງການສືບສວນ, ສອບສວນຫາ ຣາຍລະອຽດຢູ່.
2022-06-06
ຜູ້ປະກອບການ ຫຼາຍແຂວງໃນລາວ ຮູ້ສຶກດີໃຈ ທີ່ ສປປ ລາວ ແລະ ໄທຍ ຈະເປີດການເດີນທາງ ຣົຖຂົນສົ່ງໂດຍສານ ລະຫວ່າງປະເທດ 10 ເສັ້ນທາງ ຍ້ອນຈະມີນັກທ່ອງທ່ຽວ ເຂົ້າມາລາວ ໄດ້ຫຼາຍຊ່ອງທາງ ແລະ ເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ.
2022-06-06
ຊາວບ້ານໂພນນົກຂຽນ ເມືອງອາດສະພັງທອງ ແຂວງສວັນນະເຂດຄອບຄົວນຶ່ງ ກ່າວຫາວ່າ ຖືກເຈົ້າ ເມືອງອາດສະພັງທອງ ສັ່ງໃຫ້ຍຶດເອົາດິນນາ 8 ເຮັກຕ້າຣ໌ ທີ່ຢູ່ໃກ້ກັບເຂດສັມປະທານ ຂອງບໍຣິສັດນໍ້າຕານສວັນນະເຂດ ຂອງໄທຍ ໂດຍບອກວ່າຄອບຄົວນີ້ ໄດ້ບຸກລຸກທີ່ດິນຂອງຣັຖ, ແຕ່ຊາວບ້ານ ອະທິບາຍວ່າ ໄດ້ຊື້ດິນຕອນນີ້ມາ ເມື່ອປີ 1995.
2022-06-06
ເຈົ້າໜ້າທີ່ພາສີ ແລະກອງກວດກາປ່າໄມ້ ແຂວງບໍຣິຄໍາໄຊ ຍຶດໄມ້ທ່ອນ ຜິດກົດໝາຍໄດ້ 2.3 ປາຍແມັດກ້ອນ ທີ່ຖືກເຊື່ອງໄວ້ ຢູ່ພື້ນຣົຖບັນທຸກໃຫຍ່ ແລະຈັບຜູ້ຕ້ອງຫາ ຄົນລາວໄດ້ 1 ຄົນ ໃນມື້ວັນທີ 31 ພຶສພາ ຜ່ານມາ ຊຶ່ງຂະນະນີ້ ຍັງຢູ່ລະຫວ່າງການ ສືບສວນ-ສອບສວນຫາ ແຫຼ່ງທີ່ມາຂອງໄມ້ ຈຳນວນດັ່ງກ່າວ.
2022-06-06
ໂຄຕ້າຣ໌ ການບັນຈຸອັດຕຣາ ຄຣູເຂົ້າເປັນຣັຖກອນ ໜ້ອຍລົງທຸກປີ ເຮັດໃຫ້ຈຳນວນຄຣູອາສາ ທີ່ບໍ່ໄດ້ຮັບເງິນເດືອນເພີ່ມຂຶ້ນ ຫຼືຕົກຄ້າງຈາກການ ບັນຈຸເປັນຣັຖກອນ, ສ່ວນໃນປີ 2022 ນີ້ ມີການຮັບ ແລະບັນຈຸຄຣູເປັນຣັຖກອນ ໃນທົ່ວປະເທດ ມີພຽງແຕ່ 318 ຄົນເທົ່ານັ້ນ.