ເຂດເສຖກິຈ ສະເພາະ ບໍ່ເຕັນແດນງາມ ຈະຂຍາຍພື້ນທີ່ອີກ 1,131 ເຮັກຕ້າຣ໌

ຈຳປາທອງ
2022.06.07
ເຂດເສຖກິຈ ສະເພາະ ບໍ່ເຕັນແດນງາມ ຈະຂຍາຍພື້ນທີ່ອີກ 1,131 ເຮັກຕ້າຣ໌ ສະພາບບັນຍາກາດ ເຂດເສຖກິຈ ສະເພາະບໍ່ເຕັນ ແດນງາມ ຂອງຈີນ ໃນແຂວງຫຼວງນ້ຳທາ, ວັນທີ 22 ພຶສພາ 2022.
RFA

ເຂດເສຖກິຈສະເພາະບໍ່ເຕັນແດນງາມ ຂອງນັກລົງທຶນຈີນ ຢູ່ເຂດບ້ານບໍ່ເຕັນ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ມີໂຄງການຂຍາຍພື້ນທີ່ ໂດຍຈະບຸກເບີກທີ່ດິນຕື່ມອີກ 1,131 ເຮັກຕ້າຣ໌ ເພື່ອດຶງດູດການລົງທຶນ ໃຫ້ຫລາຍຂຶ້ນ. ເຂດເສຖກິຈສະເພາະດັ່ງກ່າວນີ້ ມັກນໍາໃຊ້ຄົນງານຈາກປະເທດຈີນ ຫລາຍກວ່າໝູ່ ແລະກໍບໍ່ໄດ້ສ້າງວຽກເຮັດງານທໍາ ໃຫ້ແກ່ຄົນລາວໃນທ້ອງຖິ່ນ ແລະເຂດໃກ້ຄຽງພໍເທົ່າໃດ.

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບແຮງງານ ຢູ່ແຂວງຫລວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ມິຖຸນານີ້.

ສ່ວນຫລາຍເຂົາຈະນໍາເຂົ້າແຮງງານຕ່າງປະເທດ ຫລາຍກວ່າຫັ້ນເນາະ ໃນປະເທດກໍຢາກໃຫ້ເນັ້ນໃຊ້ແຮງງານເຮົາໃຫ້ຫລາຍກ່ອນ ກ່ອນເນາະ ໃຊ້ແຮງງານລາວຫັ້ນນະ ພາຍຫລັງທີ່ວ່າ ເອີ ເຮົາປ່ອຍແຮງງານເຂົ້າຢູ່ໃນເຂດແລ້ວ ຖ້າຫາກວ່າແຮງງານຫັ້ນບໍ່ສາມາດເຮັດໄດ້ຫັ້ນນ່າ ຈອ່ງຄ່ອຍນໍາໃຊ້ແຮງງານຕ່າງປະເທດ ສ່ວນຫລາຍມັນຄືບໍຣິສັດ ຄືບໍຣິສັດເຂົ້າມາຈາກຈີນອີ່ຫຍັງຫັ້ນເນາະ ໂດຍສ່ວນຫລາຍເຂົາຈະເອົາຄົນຂອງຂະເຈົ້າ ມາເຮັດເອງເລີຍຫັ້ນນະ.

ນາງເວົ້າຕື່ມວ່າ ຄົນງານສ່ວນຫລາຍ ທີ່ເຮັດວຽກຢູ່ໃນເຂດເສຖກິຈສະເພາະແຫ່ງນີ້ ແມ່ນເປັນຄົນຈີນ ທີ່ບໍຣິສັດຈີນເປັນຜູ້ນໍາເຂົ້າມາ, ອີກສ່ວນນຶ່ງແມ່ນຄົນງານລາວ ທີ່ຮຽນຈົບມາຈາກປະເທດຈີນ ແລະສື່ສານເປັນພາສາຈີນໄດ້.  ທັງຄົນງານຈີນ ແລະຄົນງານລາວ  ທີ່ເຮັດວຽກຢູ່ໃນນັ້ນ ແມ່ນໄດ້ສມັກເຂົ້າເຮັດວຽກໂດຍກົງນໍາບໍຣິສັດຈີນ ໂດຍທີ່ຜແນກແຮງງານ ແລະສວັດດິການສັງຄົມຂອງລາວບໍ່ຮູ້.

ປະຊາຊົນ ຢູ່ແຂວງຫລວງນໍ້າທາຈໍານວນນຶ່ງ ທີ່ບໍ່ທັນມີວຽກເຮັດງານທໍາ ແລະຕ້ອງການຫາວຽກເຮັດຢູ່ໃນແຂວງນີ້ ບໍ່ຮູ້ເຂດເສຖກິຈສະເພາະແຫ່ງນີ້ດີ, ຮູ້ພຽງແຕ່ວ່າ ຜູ້ທີ່ຈະເຂົ້າໄປເຮັດວຽກຢູ່ເຂດນີ້ ຕ້ອງຮູ້ພາສາຈີນ ເນື່ອງຈາກທຸຣະກິຈສ່ວນຫລາຍ ແມ່ນເພື່ອຮອງຮັບນັກລົງທຶນ ແລະນັກທ່ອງທ່ຽວຈີນ​.

ດັ່ງຄົນງານລາວ ທີ່ກໍາລັງຊອກວຽກເຮັດ ຢູ່ແຂວງຫລວງນໍ້າທານາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ກໍມີຢູ່ ກໍບໍ່ຮູ້ຄືກັນ ບໍ່ເຄີຍໄປບໍ່ເຄີຍເຫັນຈັກເທື່ອ ຍັງບໍ່ມີໃຜເທື່ອ ແມ່ນແຫລະສ່ວນຫລາຍເຂົາກໍຈະມັກວ່າ ພາສາຈີນອີ່ຫຍັງ ເຮົາຍັງບໍ່ທັນຮູ້ເທື່ອ.

ນາງເວົ້າຕື່ມວ່າ ຄົນງານລາວສ່ວນຫລາຍ ທີ່ຢູ່ໃນແຂວງຫລວງນໍ້າທາ ແລະແຂວງອື່ນໆທາງພາກເໜືອຂອງລາວ ຍັງບໍ່ທັນສົນໃຈເຂົ້າໄປເຮັດວຽກ ຢູ່ເຂດເສຖກິຈສະເພາະນີ້ພໍເທົ່າໃດ ຊຶ່ງສ່ວນນຶ່ງ ແມ່ນບໍ່ມີຄວາມໝັ້ນໃຈ ນໍາສີມືແຮງງານ ແລະຄວາມສາມາດຂອງຕົວເອງ ແລະບໍ່ຮູ້ວ່າ ມີວຽກແນວໃດທີ່ຕົນຈະສາ ມາດເຮັດໄດ້ ແລະອີກສ່ວນນຶ່ງ ແມ່ນພວກເຂົາເຈົ້າເຫັນວ່າ ຄ່າຈ້າງຢູ່ປະເທດລາວຕໍ່າຫລາຍ, ບໍ່ກຸ້ມກັບຄ່າຄອງຊີບ ທີ່ນັບມື້ສູງຂຶ້ນ. ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາເຈົ້າ ຕັດສິນໃຈໄປຊອກຫາວຽກເຮັດຢູ່ປະເທດໄທຍ.

ເຂດເສຖກິຈສະເພາະບໍ່ເຕັນແດນງາມ ຂອງຈີນລ້ວນໆນີ້ ໄດ້ເລີ່ມພັທນາມາຕັ້ງແຕ່ປີ 2003 ໃນເນື່ອທີ່ຫລາຍກວ່າ 1,640 ເຮັກຕ້າຣ໌, ໄລຍະສັມປະທານ 99 ປີ ແລະໄດ້ຖືກນໍາສເນີໃຫ້ເປັນເຂດສໍາຄັນໃນການພັທນາ ເພື່ອຮອງຮັບເສັ້ນທາງຣົຖໄຟລາວ-ຈີນ ຊຶ່ງຖືວ່າ ເປັນສ່ວນສໍາຄັນ ທີ່ອໍານວຍຄວາມສະດວກໃຫ້ຄົນຈີນ ສາມາດຂົນສົ່ງສິນຄ້າ ແລະເດີນທາງເຂົ້າມາລາວ ຜ່ານດ່ານສາກົນບໍ່ຫານ-ບໍ່ເຕັນໄດ້ຫລາຍຂຶ້ນ.

​ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ຢູ່ພາກເໜືອຂອງລາວ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ມິຖຸນານີ້ວ່າ:

ກໍໂຕນີ້ທາງຣົຖໄຟຜ່ານເນາະ ເປັນທາງສາກົນແລ້ວເດ໋ ຂະເຈົ້າກໍມີຫລາຍກິຈການເນາະ ມີທັງທ່ອງທ່ຽວແລ້ວກໍມີອຸດສາຫະກັມ ແປຮູບຫັ້ນແຫລະ ຕິດກັບຊາຍແດນຫັ້ນແຫລະ ແມ່ນກ່ຽວຂ້ອງກັບວ່າຈີນຫັ້ນແຫລະ ຈີນແນວນັ້ນ ເຂົາສິເປີດໃຫ້ຈີນເນາະ ດ້ານຈີນໃຫ້ນັກທ່ອງທ່ຽວນັກລົງທຶນ ມາແຕ່ຈີນເນາະ ມັນບໍ່ທັນເປີດກໍຍ້ອນໂຄວິດ ນະໂນບາຍຂອງຈີນພຸ້ນເນາະ.

ທ່ານກ່າວຕື່ມວ່າ ທາງການຈີນໄດ້ສັ່ງປິດດ່ານສາກົນບໍ່ຫານ ພາຍຫລັງກວດພົບວ່າ ມີຄົນຈີນທີ່ຂັບຣົຖ ຊຶ່ງເດີນທາງຈາກປະເທດລາວ ເຂົ້າໄປຈີນ ຕິດໂຄວິດ-19 ຈາກປະເທດລາວ ນັບແຕ່ຕົ້ນເດືອນຕຸລາປີກາຍມາ. ຈົນມາເຖິງປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງຂອງລາວ ກໍຍັງບໍ່ສາມາດເຈຣະຈາຂໍໃຫ້ທາງການຈີນ ເປີດດ່ານດັ່ງກ່າວໃຫ້ເປັນປົກກະຕິໄດ້ເທື່ອ, ເຮັດໃຫ້ຜູ້ປະກອບການຈໍານວນນຶ່ງ ຍັງໃຊ້ການບໍລິການຂົນສົ່ງສິນຄ້າໄປຈີນ ທາງຣົຖບັນທຸກຢູ່ເໝືອນເດີມ.

ກ່ອນໜ້ານີ້ ໃນໄລຍະເດືອນກັນຍາ 2020 ກຸ່ມບໍຣິສັດພັທນາເຂດເສຖກິຈສະ ເພາະບໍ່ເຕັນລາວຈໍາກັດ ຮ່ວມກັບ ຂແນງການທ່ອງທ່ຽວ ແຂວງຫລວງນໍ້າທາ ແລະພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ໄດ້ລົງສໍາຣວດພື້ນທີ່ເພື່ອສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງສນາມກັອບ 18 ຂຸມ ໃນເນື້ອທີ່ຫລາຍກວ່າ 200 ເຮັກຕ້າຣ໌ ຢູ່ເຂດບ້ານບໍ່ເຕັນ ເມືອງຫລວງນໍ້າທາ ເພື່ອຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນ.

ດັ່ງພະນັກງານທີ່ເຮັດວຽກ ນໍາກຸ່ມບໍຣິສັດ ດັ່ງກ່າວນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ກໍມີນັກທ່ອງທ່ຽວຈີນ ເປັນສ່ວນຫລາຍກໍມີນັກທ່ອງທ່ຽວໄທຍ ກໍມີເກົາຫລີ ຕ່າງປະເທດກໍມີຢູ່ ແຕ່ວ່ານັກທ່ອງທ່ຽວຈີນ ຈະກວມອັດຕຣາຫລາຍ ຈະມີແບບອັນແບບ duty free (ສິນຄ້າປອດພາສີ) ຕ່າງໆ ມີຢູ່ໆ.ເຮັດຄົບວົງຈອນ ຈະມີແບບການທ່ອງທ່ຽວ ວັທນະທັມ ໝູ່ບ້ານຊົນເຜົ່າ ຈະມີການທ່ອງທ່ຽວແບບເປັນປ່າໄມ້, ທັມຊາດ, ເດີນປ່າ.

ປັດຈຸບັນ ເຂດເສຖກິຈສະເພາະບໍ່ເຕັນແດນງາມ ໄດ້ສໍາເຣັດການບຸກເບີກທີ່ດິນ ແລະດຶງດູດການລົງທຶນໄດ້ແລ້ວ 260 ບໍຣິສັດ ຊຶ່ງມີທຶນຈົດທະບຽນເປັນມູນຄ່າ 676 ຕື້ປາຍກີບ. ສ່ວນການບຸກເບີກພື້ນທີ່ດິນຕື່ມອີກ 1,131 ເຮັກຕ້າຣ໌ນັ້ນ ຈະແບ່ງອອກເປັນ 3 ເຂດຄື: ເຂດເສຖກິຈການຄ້າ ແລະການເງິນສາກົນ ມີເນື້ອທີ່ 266 ເຮັກຕ້າຣ໌, ເຂດວັທນະທັມ ແລະທ່ອງທ່ຽວ ຊຶ່ງມີທັງເຂດສາທາຣະນະສຸກ, ເຂດການສຶກສາ ແລະອື່ນໆ ມີເນື້ອທີ່ 732 ເຮັກຕ້າຣ໌ປາຍ ແລະເຂດຂ່ຽນຖ່າຍສິນຄ້າ ຫລືລະບົບໂລຈິສຕິກ (Logistic) ຊຶ່ງຮວມທັງເຂດອຸດສາຫະກັມປຸງແຕ່ງ ມີເນື້ອທີ່ 133 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.